ເພງ “ນ້ອງຄຽດເຣື່ອງຫຍັງ”

ເນື້ອຮ້ອງ & ທຳນອງ : ສົມລິຕ ພັນນະວົງສ໌ (~1975)
ນັກຮ້ອງຕົ້ນສະບັບ : ສົມລິຕ ພັນນະວົງສ໌

ວິດີໂອດົນຕຣີບັນເລງເພງ “ນ້ອງຄຽດເຣື່ອງຫຍັງ”

1) ນ້ອງຄຽດນ້ອງຊັງ ເຣື່ອງຫຍັງດວງໃຈ
ໂປຣດຈົ່ງເອີ່ຍໄຂ ວາຈາໃຫ້ອ້າຍຟັງກ່ອນ
ນ້ອງເມີນໜີໜ້າຫ່າງໄກ ອ້າຍທົນບໍ່ໄຫວງາມງອນ
ດວງຈິດສະທ້ອນ ອາວອນງຽບເຫງົາ

2) ນ້ອງຕັດສິນໃຈ ລືມອ້າຍຫຼືນາງ
ຈຶ່ງທຳເມີນໝາງ ກັ້ນກາງທາງເດີນເສັ້ນເກົ່າ
ນ້ອງລືມແລ້ວບໍສັນຍາ ລືມຫຼືວາຈາຂອງເຮົາ
ທີ່ເຄີຍວອນເວົ້າ ວ່າຮັກຈາກໃຈ

• ຢ່າເລີຍທູນຫົວ ທູນຫົວຄົນດີ
ຢ່າຕັດໄມຕຣີ ທີ່ເຄີຍສ້າງໄວ້
ນຶ່ງປີທີ່ຜ່ານມານັ້ນ ເຮົາຮ່ວມສຸກສັນຄອງໃຈ
ອ້າຍຍັງຮັກໄປ ຊົ່ວນິຣັນດອນ

3) ນ້ອງຕັດສິນໃຈ ມີໃໝ່ຫຼືນາງ
ສິ່ງທີ່ຄອຍຫວັງ ນ້ອງພັງທະລາຍເສັຽກ່ອນ
ນໍ້າຕາອ້າຍຕົກຊວງໃນ ແສນຕຣົມຣຶທັຍອາທອນ
ພໍ່າເພີ້ກອດໝອນ ອາວອນສເມີ…

351-ໂນຕເພງ “ນ້ອງຄຽດເຣື່ອງຫຍັງ”
ວິດີໂອໂນຕບັນເລງເພງ “ນ້ອງຄຽດເຣື່ອງຫຍັງ”