ເພງ “ສຽງຄວນສາວອົພຍົບ”

ເນື້ອຮ້ອງ : ສ. ບົວລະພັນ – ທຳນອງ : ໄຊພອນ ສິນທະຣາດ (1978)
ນັກຮ້ອງຕົ້ນສະບັບ : ບັງອອນ (ອັດຢູ່ສູນໜອງຄາຍ)

ວິດີໂອດົນຕຣີບັນເລງເພງ “ສຽງຄວນສາວອົພຍົບ”

1) ສຽງຄວນ ສາວອົພຍົບຫຼົບພັຍ
ນໍ້າຕາພວກນ້ອງຫຼັ່ງໄຫຼ ທີ່ໄດ້ໄກພັດບ້ານເມືອງມາ
ພວກອ້າຍໄປເຫັນ ບໍ່ເວັ້ນຄົງຫຼັ່ງນໍ້າຕາ
ສົງສານພວກນ້ອງເຖີດໜາ ອົພຍົບມາໜີໄກເມືອງບ້ານ

2) ສຽງຄວນ ສາວອົພຍົບຫຼົບໜີ
ຍ້ອນມີສັຕຣູຮາວີ ຈຶ່ງຕ້ອງໜີພັດຖິ່ນສະຖານ
ມາຢູ່ອາສັຍ ເມືອງໄທນີ້ຢູ່ສຸກສັນ
ຂໍວອນພວກອ້າຍສົງສານ ຈຶ່ງຮ້ອງເພງຄວນກ່ອມຫົວໃຈເສົ້າ

• ມີຊາວເຜົ່າແມ້ວ ເຜົ່າຢ້າວອີກເຜົ່າລາວເທິງ
ທີ່ອົພຍົບມາເຫິງ ຍັງຄຳນຶງຄິດເຖິງບ້ານເກົ່າ
ມາຢູ່ໄທນີ້ ກໍເໝືອນບ້ານເກີດພວກເຮົາ
ພວກນ້ອງບໍ່ໄດ້ຫງອຍເຫງົາ ເພາະມີເຈົ້າເປັນຫ່ວງອາລັຍ

3) ຫຼາຍປີ ທີ່ອົພຍົບຫຼົບມາ
ພັດພາກງົວຄວາຍໄຮ່ນາ ຈາກປ້າອາດ້ວຍຄວາມຫ່ວງໃຍ
ເຖິງຈາກເມືອງລາວ ພວກເຮົາບໍ່ເຄີຍລືມໄລ
ຫາກຍາມບ້ານເມືອງສິ້ນພັຍ ຈະຫວນຄືນໄປຖິ່ນຖານບ້ານເກົ່າ…

ໂນຕເພງ “ສຽງຄວນສາວອົພຍົບ”
ວິດີໂອໂນຕບັນເລງເພງ “ສຽງຄວນສາວອົພຍົບ”

ເພງ “ເຫັນໃຈສາວອົພຍົບ”

ເນື້ອຮ້ອງ & ທຳນອງ : ໄຊພອນ ສິນທະຣາດ (1968)
ນັກຮ້ອງຕົ້ນສະບັບ : ໄຊພອນ ສິນ​ທະຣາດ

ວິດີໂອດົນຕຣີບັນເລງເພງ “ເຫັນໃຈສາວອົພຍົບ”

1) ເຫັນໃຈ ສາວອົພຍົບຫຼົບພັຍ
ນໍ້າຕາທຸກຄົນຫຼັ່ງໄຫຼ ເມື່ອຈາກໄກພັດບ້ານເມືອງມາ
ເມື່ອຂ້າໄປເຫັນ ຈົນເກືອບຈະຫຼັ່ງນໍ້າຕາ
ສົງສານແສນເວທນາ ອົພຍົບມາໜີໄກເມືອງບ້ານ

2) ເຫັນໃຈ ສາວອົພຍົບຫຼົບໜີ
ຍ້ອນມີສັຕຣູຮາວີ ຈຶ່ງພ່າຍໜີພັດຖິ່ນສະຖານ
ມາຢູ່ອາສັຍ ຫຼົບພັຍຢູ່ທາງວຽງຈັນ
ໜຸ່ມວຽງເຫັນໃຈຈອມຂວັນ ຈຶ່ງຮ້ອງເພງຄວນດ້ວຍຫົວໃຈເສົ້າ

• ສາວເຜົ່າແມ້ວ ເຜົ່າຢ້າວອີກສາວລາວເທິງ
ທີ່ອົພຍົບມາເຫິງ ຄົງຄະນຶງຄິດເຖິງບ້ານເກົ່າ
ມາຢູ່ວຽງພີ້ ກໍເໝືອນບ້ານເກີດພວກເຮົາ
ພີ່ນ້ອງຢ່າໄດ້ຫງອຍເຫງົາ ຢ່າໂສກເສົ້າເສັຽໃຈ

3) ຫຼາຍປີ ທີ່ອົພຍົບຫຼົບມາ
ພັດພາກງົວຄວາຍໄຮ່ນາ ຈາກບ້ານມາດ້ວຍຄວາມຫ່ວງໃຍ
ບ້ານປ່າແດນເຂົາ ສາວເຈົ້າບໍ່ອາດລືມໄລ
ຫາກຍາມບ້ານເມືອງສິ້ນພັຍ ຄົງໄດ້ຄືນໄປຖິ່ນຖານບ້ານເຈົ້າ…

ໂນຕເພງ “ເຫັນໃຈສາວອົພຍົບ”
ວິດີໂອໂນຕບັນເລງເພງ “ເຫັນໃຈສາວອົພຍົບ”

ເພງ “ນໍ້າຕາສາວອົພຍົບ”

ເນື້ອຮ້ອງ & ທຳນອງ : ໄຊພອນ ສິນທະຣາດ (1968)
ນັກຮ້ອງຕົ້ນສະບັບ : ວຽງ​ຖາ​ວອນ ສິນ​ທະຣາດ

ວິດີໂອດົນຕຣີບັນເລງເພງ “ນໍ້າຕາສາວອົພຍົບ”

1) ນໍ້າຕາ ສາວອົພຍົບຫຼົບພັຍ
ຣະທົມຂົມຂື່ນດວງໃຈ ເມື່ອໄດ້ໄກພັດບ້ານເມືອງມາ
ເມື່ອອ້າຍມາເຫັນ ບໍ່ເວັ້ນເກືອບຫຼັ່ງນໍ້າຕາ
ເຫັນໃຈນ້ອງອົພຍົບມາ ຈາກບ້ານມາຫົວໃຈສະທ້ານ

2) ຕ້ອງຈຳ ໃຈຈາກລາພາກຈາກໜີ
ຍ້ອນມີສັຕຣູຮາວີ ຈຶ່ງພ່າຍໜີພັດຖິ່ນສະຖານ
ມາຢູ່ອາສັຍ ຫຼົບພັຍຢູ່ທາງວຽງຈັນ
ຢູ່ວຽງສິ້ນຄວາມໂສກສັນ ຈຶ່ງຮ້ອງເພງຄວນຕໍ່ຫົວໃຈເຈົ້າ

• ນ້ອງເຜົ່າແມ້ວ ເຜົ່າຢ້າວອີກເຜົ່າລາວເທິງ
ທີ່ອົພຍົບມາເຖິງ ຍັງຄະນຶງຄິດເຖິງບ້ານເກົ່າ
ມາຢູ່ວຽງນີ້ ກໍເໝືອນບ້ານເກີດພວກເຮົາ
ພວກນ້ອງບໍ່ໄດ້ຫງອຍເຫງົາ ເພາະມີເຈົ້າເປັນຫ່ວງບໍ່ວາຍ

3) ຫຼາຍປີ ທີ່ຈາກຖິ່ນຖານບ້ານມາ
ພັດພາກງົວຄວາຍໄຮ່ນາ ຈາກປ້າອາດ້ວຍຄວາມຫ່ວງໃຍ
ເຖິງຢູ່ປ່າເຂົາ ພວກເຮົາບໍ່ເຄີຍລືມໄລ
ຫາກຍາມບ້ານເມືອງສິ້ນພັຍ ຄົງໄດ້ຄືນໄປຖິ່ນຖານບ້ານເຄົ້າ…

ໂນຕເພງ “ນໍ້າຕາສາວອົພຍົບ”
ວິດີໂອໂນຕບັນເລງເພງ “ນໍ້າຕາສາວອົພຍົບ”

ເພງ “ມົນຮັກສາວລ່ອງແຈ້ງ”

ເນື້ອຮ້ອງ & ທຳນອງ : ໄຊພອນ ສິນທະຣາດ (1970)
ນັກຮ້ອງຕົ້ນສະບັບ : ໄຊພອນ ສິນທະຣາດ

ວິດີໂອດົນຕຣີບັນເລງເພງ “ມົນຮັກສາວລ່ອງແຈ້ງ”

1) ບຸນເຫຼືອ ເມື່ອມາເຫັນສາວລ່ອງແຈ້ງ
ກູເຢັ້ຽແຫງ ສາວລ່ອງແຈ້ງນີ້ແລ້ວໜາ
ໂອ້ລູ້ກາວມົ້ງ ວາດຊົງເໝືອນນຶ່ງດາຣາ
ແມ່ນຜູ່ໃດສ້າງມາ ຫຼືເທວານັ້ນລົງມາປັ້ນ

2) ງາມເຫຼືອ ເໜືອຊົນຊາດລາວທຸກເຜົ່າ
ເຖິງຢູ່ປ່າເຂົາ ຫາໃສເລົ່າຈະມາປຽບປານ
ໄດ້ມາຄັ້ງນຶ່ງ ຈິດຕຣຶງພາໃຫ້ອ້າຍຝັນ
ເມື່ອບຸນກິນຈຽງຄືນນັ້ນ ເຮົາຝາກສັມພັນຮັກກັນຍືນນານ

• ທີ່ສັນພູໝອກ ນ້ອງບອກວ່າລູ້ກັບອ້າຍ
ລູ້ນີ້ຈົນຕາຍ ບໍ່ຄາຍເຄື່ອນຄຳສາບານ
ຍາມອ້າຍໄດ້ຈາກ ພາກນ້ອງຄືນສູ່ວຽງຈັນ
ວັນນຶ່ງອ້າຍຄົງກັບຫັນ ມາຮັກກັນໂອ້ລູ້ກາວມົ້ງ

3) ສາວເໜືອ ເມື່ອໄກໃຈອ້າຍເປັນຫ່ວງ
ຂໍເຈົ້າຢ່າລວງ ຢ່າລວງອ້າຍເລີຍອະນົງ
ເຖິງອ້າຍໄກຫ່າງ ຫົວໃຈນ້ອງນາງ(ນາງໃຫ້)ໝັ້ນຄົງ
ຈົ່ງຟັງສຽງເພງຮ້ອງສົ່ງ ກູຢໍຈົ້ງລ່ອງແຈ້ງບໍ່ວາຍ…

ໂນຕເພງ “ມົນຮັກສາວລ່ອງແຈ້ງ”
ວິດີໂອໂນຕບັນເລງເພງ “ມົນຮັກສາວລ່ອງແຈ້ງ”

ເພງ “ຢ່າລືມບ້ານໂພນ”

ເນື້ອຮ້ອງ & ທຳນອງ : ໄຊພອນ ສິນທະຣາດ (1965)
ນັກຮ້ອງຕົ້ນສະບັບ : ວຽງຖາວອນ ສິນທະຣາດ

ວິດີໂອດົນຕຣີບັນເລງເພງ “ຢ່າລືມບ້ານໂພນ”

1) ຢ່າລືມ ບ້ານໂພນຍັງຄອຍອ້າຍຢູ່
ຍັງຄອຍພຽງຊູ້ ຫວັງຢູ່ກັບອ້າຍບໍ່ວາຍ
ອ້າຍສັ່ງລາ ນໍ້າຕາຂອງນ້ອງລິນຫຼັ່ງ
ຂໍອ້າຍຈົ່ງຫ່ວງເບື້ອງຫຼັງ ຈົ່ງຝັງຫົວໃຈໜຽວແໜ້ນ

2) ບ້ານໂພນ ຢ່າດົນໃຫ້ຄືນມາຢູ່
ຮ່ວມຮຽງຄຽງຄູ່ ຊື່ນຊູກັບນ້ອງໝັ້ນແກ່ນ
ໄດ້ຟັງເພງ ທີ່ອ້າຍຝາກມາໃຫ້ແທນ
ຫົວໃຈຂໍໃຫ້ໜຽວແໜ້ນ ເປັນແຟນກັບນ້ອງຈົນຕາຍ

• ເມືອງໂພນໂຮງ ບ້ານໂພນອ້າຍວ່າເປັນນຶ່ງ
ຟັງແລ້ວຄິດເຖິງ ດູດດຶງຄະນຶງເຖິງອ້າຍ
ຢູ່ບ້ານໂພນ ໄດ້ຟັງຢາກເຫັນໜ້າຊາຍ
ຍາມນອນໄດ້ແຕ່ຫຼັບໄຫຼ ເໝືອນມີຊາຍມາຢືນຕໍ່ໜ້າ

3) ບ້ານໂພນ ຍັງຫວງຍັງຫ່ວງອ້າຍຢູ່
ຂໍພຽງແຕ່ຊູ້ ມາຢູ່ຢ່າໄດ້ລືມລາ
ນ້ອງຈະຄອຍ ລໍຄອຍອ້າຍມາວິວາ
ປີນີ້ປີໜ້າກະຢ່າ ໃຫ້ມາສູ່ຂໍຢ່າລືມ…

ໂນຕເພງ “ຢ່າລືມບ້ານໂພນ”
ວິດີໂອໂນຕບັນເລງເພງ “ຢ່າລືມບ້ານໂພນ”

ເພງ “ບ້ານໂພນທີ່ຝັງໃຈ”

ເນື້ອຮ້ອງ & ທຳນອງ : ໄຊພອນ ສິນທະຣາດ (1967)
ນັກຮ້ອງຕົ້ນສະບັບ : ໄຊພອນ ສິນທະຣາດ

ວິດີໂອດົນຕຣີບັນເລງເພງ “ບ້ານໂພນທີ່ຝັງໃຈ”

1) ບ້ານໂພນ ຍັງຝັງຫົວໃຈອ້າຍຢູ່
ຄັ້ງເຄີຍຄຽງຄູ່ ເຊົ່າຢູ່ຄຽງໃກ້ນວນນາງ
ຈາກເຈົ້າມາ ນໍ້າຕາຂອງອ້າຍລິນຫຼັ່ງ

ແສນຮັກແສນຫ່ວງນ້ອງນາງ ຄວາມຫຼັງຝັງໃຈໜຽວແໜ້ນ

2) ບ້ານໂພນ ບໍ່ດົນອ້າຍຄົງມາຢູ່
ຮ່ວມຮຽງຄຽງຄູ່ ຊື່ນຊູກັບນ້ອງໝັ້ນແກ່ນ
ຮ້ອງເພງມາ ຫົວໃຈຝາກໄວ້ໃຫ້ແທນ
ບ້ານໂພນຝັງໃຈໜຽວແໜ້ນ ຂໍແຟນຈົ່ງໄດ້ເຫັນໃຈ

• ເມືອງໂພນໂຮງ ບ້ານໂພນນັບວ່າເປັນນຶ່ງ
ສາວງາມຊາບຊຶ້ງ ຕິດຕຶງຫົວໃຈຂອງອ້າຍ
ຢູ່ວຽງຈັນ ທຸກວັນຄິດເຖິງບໍ່ວາຍ

ຍາມນອນຝັນກ່ຽວດວງໃຈ ນອນຫຼັບໄປອ້າຍຝັນເຫັນໜ້າ

3) ບ້ານໂພນ ເປັນໂພນຝັງໃຈອ້າຍຢູ່
ຍັງຮັກຄຽງຊູ້ ຝັງຢູ່ບໍ່ໄດ້ລືມລາ
ນ້ອງຈົ່ງຄອຍ ລໍຄອຍອ້າຍກ່ອນເຖີດໜາ
ປີນີ້ຫຼືວ່າປີໜ້າ ອ້າຍຈະມາສູ່ຂໍນວນນາງ…

ໂນຕເພງ “ບ້ານໂພນທີ່ຝັງໃຈ”
ວິດີໂອໂນຕບັນເລງເພງ “ບ້ານໂພນທີ່ຝັງໃຈ”

ເພງ “ຮັກສເມີໃຈ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (∼1971)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ຮັກສເມີໃຈ”

1) ນ້ອງຍັງຄິດລໍ ທຸກວັນ
ບໍ່ມີແປຜັນ ສັມພັນຈາກໃຈເສັຽເລີຍ
ຮັກນັ້ນຝາກຝັງ ແນບຊວງເໝືອນເຄີຍ
ບໍ່ຈາງຈືດເລີຍ ຮັກຢູ່ສເມີຄົງໝັ້ນ

2) ບໍ່ເຄີຍຄິດລືມ ສັກທີ
ຊົ່ວຊີວິດນີ້ ຂໍມີແຕ່ໃຈໝາຍໝັ້ນ
ເພາະຮັກຈຶ່ງຂໍ ຮ່ວມຄຳສາບານ
ໃຫ້ບົນສວັນ ໂປຣດເປັນພຍານສັກຂີ

• ຮັກມີຄ່າສູງ ຈູງໃຈໃຫ້ຝັນ
ຂໍຮັກອ້າຍນັ້ນ ຈົນຊົ່ວຊີວີ
ນ້ອງປຣາຖນາ ຢູ່ທຸກນາທີ
ຢ່າໃຫ້ມີມານ ກີດກັນກັ້ນຂວາງໜ້າ

3) ໃຝ່ໃຈໝາຍປອງ ທຸກຄືນ
ສຸດຈະທົນຝືນ ເພາະຮັກປັກຊວງຍິ່ງກວ່າ
ນ້ອງນີ້ເຝົ້າຝັນ ເຖິງວັນວິວາ
ນ້ອງປຣາຖນາ ຈະຮ່ວມຊີວາສເມີ…

ໂນຕເພງ “ຮັກສເມີໃຈ”
ວິດີໂອໂນຕບັນເລງເພງ “ຮັກສເມີໃຈ”

ເພງ “ກ່ອນຕາຍ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (~1990)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ກ່ອນຕາຍ”

1) ກ່ອນຕາຍ ອ້າຍຢາກພົບນ້ອງ
ຢາກຢູ່ຄຽງສອງ ນ້ອງນັ່ງຢູ່ໃກ້
ຢາກພໍ່າຄຳຮັກ ທີ່ມັນລົ້ນໃຈ
ບອກກ່ອນສຸດທ້າຍ ກ່ອນໃຈຈະຂາດ

2) ກ່ອນຕາຍ ອ້າຍຢາກພົບນ້ອງ
ຢາກໂອບປະຄອງ ນ້ອງໃຫ້ສົມມາດ
ຢາກຈູບໃຫ້ຊຶ້ງ ໃຫ້ຊຶ້ງຣົສຊາດ
ຈູບຈົນໃຈຂາດ ກ່ອນຕາຍກ່ອນຕາຍ

• ກ່ອນສິ້ນໃຈ ອ້າຍຢາກໄດ້ຟັງ
ຈາກປາກນ້ອງນາງ ວ່າຮັກແຕ່ອ້າຍ
ຢາກຍິນຄຳຫວານ ກ່ອນສິ້ນໃຈຕາຍ
ເພື່ອຈະຈຳໄວ້ ໄປໃນໂລກໜ້າ

3) ກ່ອນຕາຍ ອ້າຍຢາກພົບນ້ອງ
ຢາກຢູ່ຄຽງສອງ ນ້ອງນັ່ງຕໍ່ໜ້າ
ຢາກກອດຈູບນ້ອງ ກ່ອນມ້ວຍຊີວາ
ກ່ອນເຖິງເວລາ ຂາດໃຈຈາກນາງ…

ໂນຕເພງ “ກ່ອນຕາຍ”
ວິດີໂອໂນຕບັນເລງເພງ “ກ່ອນຕາຍ”

ເພງ “ລະຫານ້ຳ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (~1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ລະຫານ້ຳ”

1) ລະຫານໍ້າ ບ້ານງາມແຫ່ງເມືອງສອງຄອນ
ແລະນຶ່ງໃນດອນ ແຜ່ນດິນສວັນ
ຖິ່ນນີ້ ອຸດົມສົມບູນພູນພັນ
ພືດທັນຍາຫານ ເຂົ້າປາຢາຝ້າຍ

2) ລະຫານໍ້າ ນໍ້ານອງປ່ຽມຢູ່ທຸກການ
ສົມດັ່ງກ່າວຂານ ແຫ່ງຄົນຖິ່ນໄກ
ແຕ່ນໍ້າ ບໍ່ເຄີຍຖ້ວມບ້ານນີ້ໄດ້
ອີກທົ່ງມາກຫຼາຍ ບໍ່ເຄີຍເສັຽຫາຍຈັກປີ

• ລະຫານໍ້າ ສົມຄວນແກ່ພັທນາ
ແລຊົ່ວສຸດຕາ ເຂົ້າຂຽວຂະຈີ
ຄໍ່າແລງແສງທອງ ສ່ອງຜິວນະທີ
ເຊບັ້ງຫຽງນີ້ ງາມເຫຼືອຣຳພັນ

3) ລະຫານໍ້າ ເຈົ້າງາມດັ່ງຄຳລືຊາ
ພັທສິມາ ອາຣາມເສີດສັນ
ໄດ້ມາ ອຸຣາຂ້າສຸດຕື້ນຕັນ
ຢາກປັກຫຼັກໝັ້ນ ກັບລະຫານໍ້າ…
ລະຫານໍ້າ… ລະຫານໍ້າ… ລະຫານໍ້າ…

ໂນຕເພງ “ລະຫານ້ຳ”
ວິດີໂອໂນຕບັນເລງເພງ “ລະຫານ້ຳ”

ເພງ “ສາວສມັຍ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ & ວໍຣະເດດ ດິດທະວົງສ໌ (~1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ສາວສມັຍ”

1) ບ໊ະ ! ນ້ອງຄືງາມແທ້
ຍິ່ງແລ ຍິ່ງເບິ່ງຍິ່ງສາວ
ແຕ່ງຕົວ ແຕກຕ່າງສາວລາວ
ເດີນ ບາດຍ່າງກໍເບົາ
ດັ່ງຢ້ານ ຖນົນຍຸບເອົາທັງເປັນ

2) ສິ້ນ ບໍ? ຫຼືອີ່ຫຍັງ
ນຸ່ງເຂີນ ເກີນສັ້ນເຕັມທີ
ແມ່ນາງ ຄົງເກີດຮ້ອນດີ
ເດີນ ອົກສັ່ນອົກສາຍ
ດັ່ງແກ້ງ ໃຫ້ຊາຍລະເມີເລື້ອຍໄປ

3) ສົ້ງ ຫຍັງມາເຕື່ອຍແທ້
ແຜ່ເອົາ ໄສ້ບືໃຫ້ເຫັນ
ທ່າທາງ ຄົງເກີດຢາກເຢັນ
ຄືນ ບໍ່ວ່າມື້ເວັນ
ຫາກໃຜ ໄດ້ເຫັນຫົວໃຈຄົງເຕັ້ນບໍ່ໄຫວ

4) ຟ້ອນ ກັນບໍ່ນ້ອງສາວ
ຮັບຮອງ ລຳວົງບໍ່ມີ
ແນ່ນອນ ຕ້ອງແບບຮິບປີ່
ເພງ ຈັງຫວະລວດລາຍ
ຕັກຂວັ້ມ ຕັກຫງາຍຮ້ອນຮົນກວ່າຊີ້ນດາດໄຟ

ໂນຕເພງ “ສາວສມັຍ”
ວິດີໂອໂນຕບັນເລງເພງ “ສາວສມັຍ”