ເພງ “ດ້ວຍຮັກສມັກໃຈ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1999)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ດ້ວຍຮັກສມັກໃຈ”


1) ເຖິງນ້ອງຈະຜ່ານ ຊາຍມາຫຼາຍຄົນ ບໍ່ສົນຄວາມຫຼັງ
ເຖິງຈະເປັນຮ້າງ ຫຼືວ່າເປັນໝ້າຍ
ໂອ້ທາງຊີວິດ ພາດຜິດພຽງໃດ
ພັ້ງມາຫາໃໝ່ ຍັງໄດ້ຍັງມີ

2) ເຖິງວ່າຄົນອື່ນ ຊິງຊັງໝາງເມີນ ຫ່າງເຫີນເມີນໄກ
ຖອນເຍື່ອຖອນໃຍ ຖອນໃຈໜ່າຍໜີ
ອ້າຍຍັງສົນໃຈ ປອງໝາຍໄມຕຣີ
ຢາກໄດ້ເປັນສີ ຊີວາ

• ຢ່າໂສກເລີຍເຈົ້າ ຢ່າເສົ້າໝົ່ນໝອງ
ຜົນບຸນໜຸນຈ່ອງ ແຕ່ຊາດກ່ອນມາ
ເຮົາເຂົ້າໃຈກັນ ຮັກກັນດີກວ່າ
ຄວາມຫຼັງຜ່ານມາ ຖືວ່າຝັນໄປ

3) ຮັກຈິງຍິ່ງໃຫຍ່ ດ້ວຍໃຈໝັ້ນຄົງ ຊື່ຕຣົງຈົງຮັກ
ດ້ວຍໃຈສມັກ ພັກດີຕລອດໄປ
ພ້ອມກັນສ້າງສັນ ສວັນອຳໄພ
ຢ່າຫວັ່ນຢ່າໄຫວ ພັຍພານ…
(ເທື່ອສຸດສຸດທ້າຍ ເຖີດໜາ…)

ໂນຕເພງ “ດ້ວຍຮັກສມັກໃຈ”
ວິດີໂອໂນຕບັນເລງເພງ “ດ້ວຍຮັກສມັກໃຈ”

ເພງ “ເມື່ອເຮົາສອງຫວັງຄອງຮັກກັນ”

ເນື້ອຮ້ອງ & ທຳນອງ : ..?.. (~1970)
ນັກຮ້ອງຕົ້ນສະບັບ : ບົວ ບັງໃບ (ທ່ອນໃບ ສວັນມີໄຊ)

ວິດີໂອດົນຕຣີບັນເລງເພງ “ເມື່ອເຮົາສອງຫວັງຄອງຮັກກັນ”

1) ເມື່ອເຮົາສອງ ຫວັງຄອງຮັກກັນ
ຫວັງຜູກພັນ ໃຫ້ຄຳໝັ້ນໝາຍ
ແຕ່ຄວາມຮັກ ເຮົາຕ້ອງກັບກາຍ
ຖືກກັ້ນໄວ້ ຫວ່າງໃຈເຮົາສອງ

2) ອັນຄວາມຫວັງ ທີ່ເຮົາຕັ້ງໃຈ
ຢ້ານມະລາຍ ຊໍ້າໃນກັດໜອງ
ຄົງບໍ່ຄິດ ວ່າໃຈເຮົາສອງ
ນັ້ນໝາຍປອງ ຮັກກັນເທົ່າໃດ

• ໃຈໜໍໃຈ ຂອງຄົນໜໍນີ້
ບໍ່ປຣານີ ສົງສານຫຼືໃດ
ຈຶ່ງກັ້ນກາງ ຮັກຫ້າມຫົວໃຈ
ໃຫ້ຮັກກາຍ ໄປເປັນຄວາມຝັນ

3) ເມື່ອເຮົາສອງ ໝາຍປອງຝັນໃຝ່
ຢ້ານຊໍ້າໃນ ດວງໃຈແປຜັນ
ຫາກທ່ານຄິດ ເມດຕາຈັກວັນ
ຄົງສຸກສັນ ໃນວັນນັ້ນເອີຍ…

ໂນຕເພງ “ເມື່ອເຮົາສອງຫວັງຄອງຮັກກັນ”
ວິດີໂອໂນຕບັນເລງເພງ “ເມື່ອເຮົາສອງຫວັງຄອງຮັກກັນ”

ເພງ “ຄັ້ງນຶ່ງໃນອະດີດ”

ເນື້ອຮ້ອງ & ທຳນອງ : ຄຳໃບ ຄຳຊະນະ (~1965)
ນັກຮ້ອງຕົ້ນສະບັບ : ຈັນທີ ສິຣິພອນ

ວິດີໂອດົນຕຣີບັນເລງເພງ “ຄັ້ງນຶ່ງໃນອະດີດ”

1) ຄວາມຫຼັງນັ້ນຫຼື ນ້ອງຈະລືມໄດ້
ມັນຝັງແນບຕິດດວງໃຈ ນ້ອງລືມບໍ່ໄດ້ເລີຍໜາ
ມັນປຽບເຂັມເພັດ ທີ່ມາຝັງລົງບົນແຜ່ນສີລາ
ຈະມີໃຜກ້າ ຖອນມາຈາກຜືນທໍຣະນີ

2) ຄວາມຫວັງຫັກຫຼັງ ຈຳຕ້ອງສູນສິ້ນ
ຈະຂໍສັ່ງຟ້າຝາກດິນ ອິນພົມຈົ່ງໄດ້ເປັນສັກຂີ
ຊາດໜ້າຈົ່ງພົບ ສຸກສົມອຸຣາຢ່າໄດ້ໜ່າຍໜີ
ຢ່າໄດ້ເໝືອນຊາດນີ້ ທີ່ມີແຕ່ຄວາມເສົ້າໃຈ

• ຄວາມຮັກຄັ້ງກ່ອນ ນ້ອງພຽງແຕ່ຄິດຢາກລອງ
ແຕ່ເໝືອນຟ້າດິນຊ່ວຍປ້ອງ ໃຫ້ຄອງຮັກໃນຫົວໃຈ
ຈະໃຫ້ນ້ອງລືມ ຈະລືມໄປໄດ້ຢ່າງໃດ
ມັນປັກຝັງລຶກຊວງໃນ ພາຫົວໃຈໃຝ່ຝັນ

3) ກ່ອນນັ້ນນ້ອງຄິດ ສ້າງຄວາມຫວັງໄວ້
ແຕ່ແລ້ວກໍຕ້ອງຈຳໃຈ ເພາະຮັກບໍ່ໄດ້ດັ່ງຝັນ
ມັນພາດຄວາມຫວັງ ທີ່ເຄີຍຫວັງປອງຕ້ອງປ່ຽນເຫຫັນ
ຍ້ອນຄວາມຮັກນັ້ນ ວິມານສລາຍແລ້ວເອີຍ…

ໂນຕເພງ “ຄັ້ງນຶ່ງໃນອະດີດ”
ວິດີໂອໂນຕບັນເລງເພງ “ຄັ້ງນຶ່ງໃນອະດີດ”

ເພງ “ເໝືອນຄົນໄຮ້ຄ່າ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ເໝືອນຄົນໄຮ້ຄ່າ”

1) ຄວາມຮັກຂ້າສລາຍ ຄວາມຫວັງກໍສູນໄປ
ຫົວໃຈຂ້າ ສຸດໝົ່ນໝອງ
ຢາດນໍ້າຕາ ໄຫຼນອງ
ສິ້ນຄູ່ຄອງ ເໝືອນຄົນໄຮ້ຄ່າ

2) ຄົນຮັກທີ່ເຄີຍຫວງ ຊາຍທີ່ຂ້າເຄີຍຫ່ວງ
ກໍລ່ວງລັບ ດັບຊີວາ
ສູ້ຮັບກັມ ເລື້ອຍມາ
ໂອ້ດິນຟ້າ ຂ້າຢາກຈະຕາຍ

• ຢາກໃຫ້ ວິນຍານຂອງຂ້າ
ໄປຄູ່ຄຽງວິນຍາ ຂອງພໍ່ຍອດຊາຍ
ເຢີ້ຍຂ້າຢູ່ ຢ່າງໝົດຄວາມໝາຍ
ຢູ່ໄປກໍອາຍ ຊາຍໃດກໍບໍ່ຕ້ອງການ

3) ຄົນໄຮ້ຄ່າຢ່າງນີ້ ຈົນກໍຈົນເຫຼືອດີ
ຫາມີໃຜ ຈະສົງສານ
ສຸດແສນ ທໍຣະມານ
ໂອ້ສວັນ ຂໍຈົ່ງເມດຕາ…

ໂນຕເພງ “ເໝືອນຄົນໄຮ້ຄ່າ”
ວິດີໂອໂນຕບັນເລງເພງ “ເໝືອນຄົນໄຮ້ຄ່າ”

ເພງ “ດອນຈັນແມ່ຂອງ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (≲1975)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ດອນຈັນແມ່ຂອງ”

1) ແສນ… ງາມເຫຼືອ ເມື່ອໄດ້ມາເຫັນ
ຫາດຊາຍຍາມເຢັນ ຕາມລຳແມ່ຂອງ
ງາມ… ນໍ້າຟອງ ນໍ້າຂອງສອງຝັ່ງ
ຍາມເມື່ອສອງເຮົານັ່ງ ຢູ່ຮິມຝັ່ງຫາດຊາຍ

2) ແສງ… ຕາວັນ ຈະລັບລາໄປ
ຫຼຽວມາແຕ່ໄກ ງາມຫາດດອນຈັນ
ດັ່ງ… ສວັນ ໄດ້ມາສ້າງໄວ້
ໜຸ່ມບ່າວສາວຕິດໃຈ ຊວນກັນໄປເຫຼັ້ນທຸກເວລາ

• ງາມ… ເຮືອນ້ອຍ ເຮືອໄວ
ຊຶ່ງແລ່ນໄລ່ໄຕ່ຕາມ ໜ້ານໍ້າງາມຕາ
ເຮືອນ້ອຍແລ່ນໄປ ເຮືອໄວແລ່ນມາ
ສນຸກໃຈຈິງໜາ ພາໃຫ້ຊື່ນຊີວີ

3) ແມ່… ນໍ້າຂອງ ແລະຫາດດອນຈັນ
ເກີດມາຄູ່ກັນ ໝາຍໝັ້ນຊີວີ
ສວຍ… ງາມດີ ດ້ວຍທັມມະຊາດ
ສີສົດໃສສວາດ ທັມມະຊາດສ້າງໄວ້ໃຫ້ຊົມ…

ວິດີໂອໂນຕບັນເລງເພງ “ດອນຈັນແມ່ຂອງ”

ເພງ “ລືມເສັຽເຖີດ” (ຊາຍ)

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ (ສະບັບປີ 1983)

ວິດີໂອດົນຕຣີບັນເລງເພງ “ລືມເສັຽເຖີດ”

1) ຈົ່ງລືມເສັຽທີ ວ່າມີອ້າຍຢູ່
ໂປຣດເຖີດຍອດຊູ້ ໂປຣດຈົ່ງຈຳໃຈ
ຈົ່ງຕັດຄວາມຮັກໃຫ້ຫ່າງ ຂີດຊື່ຂອງອ້າຍຈາກໃຈ
ຢ່າຫ່ວງອາລັຍ ຫ່ວງໃຍສັມພັນ

2) ເມື່ອເຮົາສອງຄົນ ຝັນຄົນລະຢ່າງ
ກໍສຸດໃຈຫວັງ ຕ້ອງຫ່າງໄກກັນ
ຢູ່ໄປຄົງຊໍ້າຣະທົມ ຂື່ນຂົມຈົນຊົ່ວຊີວັນ
ຈະທໍຣະມານ ຫົວໃຈໄຮ້ຄ່າ

• ແຕ່ຈົ່ງຟັງສຽງ ຂອງອ້າຍນີ້ກ່ອນ
ກ່ອນຈະຈາກຈອນ ພາກໄກຫາຍໜ້າ
ໂປຣດຈົ່ງມອງອ້າຍ ດ້ວຍແວວເມດຕາ
ເຖິງຈະຈາກລາ ກໍຈົ່ງດ້ວຍດີ

3) ຫາກມີເມື່ອໃດ ຫົວໃຈກົງກັນ
ຫາກເທບສວັນ ທ່ານໂປຣດປຣານີ
ຈຶ່ງຄ່ອຍມາຮັກກັນໃໝ່ ຮ່ວມໃຈຮ່ວມກັນຝັນດີ
ຊົ່ວນາຕາປີ ຊີບນີ້ມະລາຍ…

ໂນຕເພງ “ລືມເສັຽເຖີດ” (ຊາຍ)
ວິດີໂອໂນຕບັນເລງເພງ “ລືມເສັຽເຖີດ”

ເພງ “ສັຕຣີສມັຍ”

ເນື້ອຮ້ອງ & ທຳນອງ : ມ. ເມືອງໃຕ້ (1968)
ນັກຮ້ອງຕົ້ນສະບັບ : ມ. ເມືອງໃຕ້

ວິດີໂອດົນຕຣີບັນເລງເພງ “ສັຕຣີສມັຍ”

1) ພໍເຊືອບແລ ຟາດສາຍຕາໄປຍັງສາມລໍ້
ໂອ້ໂຫລະອໍ ສາວນັ່ງຊູຄໍມາຢ່າງເສີດສາຍ
ບໍ່ຮູ້ພາສາ ເພາະຍັງບໍ່ໄດ້ທັກທາຍ
ຈັກແມ່ນຝຣັ່ງຫຼືໄທ ຫຼືລາວກໍບໍ່ຊ່າງຊິວ່າ

2) ເມື່ອເຫຼືອບແລ ຟາດສາຍຕາຕໍ່າລົງເລັກນ້ອຍ
ໂທ້ເອີຍໃຈຂ້ອຍ ເປັນຫຍັງມັນເຕັ້ນເກືອບຫຼຸດອອກມາ
ນັ່ງທ່າສະບາຍ ເຫຼືອເກີນບໍ່ຫ່ວງແຄ່ງຂາ
ຂາຂາວໆຈັ່ງແມ່ນຕາ ນີ້ປານຫົງກາເບິ່ງຂານ້ອງນາງ

• ພວກສັຕຣີ ສມັຍນີ້ກຳລັງເລີງຫຼິ້ນ
ທັງຫຼາຍນຸ່ງສິ້ນ ແຕ່ບາງຄົນປີ້ນປ່ຽນແນວທາງ
ບໍ່ວ່າຂຶ້ນສາວ ຫຼືວ່າແກ່ເກືອບຈະໄດ້ຝັງ
ບໍ່ຮໍ່າເພິງອີ່ຫຍັງ ບໍ່ປິດບໍ່ບັງກັນເລີຍແມ່ນາງ…

(ເວົ້າ) ໂອ້ຍ! ມັນກະໂພດອີ່ຫຼີ ອັນຍາໝ່ອມເອີຍ
ອັນນັ່ງສາມລໍ້ຫັ້ນໜາ ເປັນອີ່ສັງບໍ່ລະວັງແຄ່ງລະວັງຂາ
ມັນເຫັນຈັ່ງຊີ້ມັນໂລດລະລາຍໃຈ ອຸກແທ້ໃດອັນຍາໝ່ອມເອີຍ…

ໂນຕເພງ “ສັຕຣີສມັຍ”
ວິດີໂອໂນຕບັນເລງເພງ “ສັຕຣີສມັຍ”

ເພງ “ຄັກເຈົ້າລະບໍ່”

ເນື້ອຮ້ອງ & ທຳນອງ : ຄຳຕຸ່ນ ວົງສນິດ (~1970)
ນັກຮ້ອງຕົ້ນສະບັບ : ຄຳຕຸ່ນ ວົງສນິດ

ວິດີໂອດົນຕຣີບັນເລງເພງ “ຄັກເຈົ້າລະບໍ່”

1) ຜິດຫວັງແລ້ວ ມານັ່ງຮ້ອງໄຫ້
ແມ່ນຜູ່ໃດ ບອກເຈົ້າຫຼາຍໃຈ
ຜິດຫວັງໄປ ມັນຄັກໃຈເຈົ້າບໍ່ນາງ…
(ສອຍ)
2) ຜິດຫວັງແລ້ວ ມານັ່ງຄວນຄາງ
ບອກໃຫ້ນາງ ຢ່າຈັບປາຫຼາຍທາງ
ຜິດພາດພັ້ງ ແລ້ວມານັ່ງໜ້າງໍ…
(ສອຍ)
3) ບອກແລ້ວ ຕັ້ງຫຼາຍໆຄັ້ງ
ບອກໃຫ້ນາງ ຮັກດຽວກະພໍ
ຮັກກັບອ້າຍ ປານນີ້ຄົງໄດ້ຮ່ວມຫໍ
ເຈົ້າກະຍັງບໍ່ພໍ ດັນຮັກອື່ນໝື່ນແສນ…
(ສອຍ)
4) ຮັກອ້າຍນັ້ນ ມັນດີສຸດແສນ
ບໍ່ມີແຄນ ຮັບຮອງບໍ່ແຄ້ນ
ເສືອກມີແຟນ ມັນຄັກໃຈເຈົ້າລະບໍ່…
(ສອຍ)

(ເວົ້າ) ເຮິໆ! ເປັນຈັ່ງໃດລະຍານ້ອງ
ຢາກຫຼາຍໃຈລະອາກລາກບໍ່ລະ ເຮິໆ!

ໂນຕເພງ “ຄັກເຈົ້າລະບໍ່”
ວິດີໂອໂນຕບັນເລງເພງ “ຄັກເຈົ້າລະບໍ່”

ເພງ “ຕິອ້າຍບ່ອນໃດ”

ເນື້ອຮ້ອງ & ທຳນອງ : ຄຳຕຸ່ນ ວົງສນິດ (~1970)
ນັກຮ້ອງຕົ້ນສະບັບ : ຄຳຕຸ່ນ ວົງສນິດ

ວິດີໂອດົນຕຣີບັນເລງເພງ “ຕິອ້າຍບ່ອນໃດ”

(ສອຍ) ຕິບ່ອນໃດເຈົ້າຕິອ້າຍບ່ອນໃດ ຊັ້ນຕິບ່ອນໃດເຈົ້າຕິອ້າຍບ່ອນໃດ

1) ຕິອ້າຍຈ່ອຍ ຊັ້ນບໍລະຄົນດີ
ຕິອ້າຍບໍ່ພີ ແຄ່ງຂາບໍ່ໃຫຍ່
ຕິຜູ່ນ້ອຍ ຮວ້າຍ! ປາຊິວກະຍັງໄຂ່
ຊັ້ນຕິບ່ອນໃດ ເຈົ້າຕິອ້າຍບ່ອນໃດ…

2) ຫຼືວ່າ ເຈົ້າຕັ້ງກຽດຊັງ
ຄິດຢາກຫາທາງ ໄປມີຮັກໃໝ່
ຈຶ່ງຫາເຣື່ອງນີ້ ເຣື່ອງນັ້ນມາໃສ່
ຊັ້ນຍອດດວງໃຈ ເຈົ້າຕິອ້າຍບ່ອນໃດ…
(ສອຍ)
3) ຕິອ້າຍຈົນ ຊັ້ນບໍລະຄົນດີ
ຕິອ້າຍບໍ່ມີ ຖານະຍິ່ງໃຫຍ່
ຕິຂີ້ຮ້າຍ ຮວ້າຍ! ໃຜວ່າຫຼໍ່ໃດ
ຊັ້ນຕິບ່ອນໃດ ເຈົ້າຕິອ້າຍບ່ອນໃດ…

4) ຫຼືວ່າ ເຈົ້າໄດ້ໃໝ່ດີ
ທີ່ສົມກຽດສັກສີ ເຈົ້າແລ້ວແກ້ວໃຈ
ນ້ອງຈຶ່ງບໍ່ເວົ້າ ບໍ່ລົມອ້າຍໄດ້
ຊັ້ນຍອດດວງໃຈ ເຈົ້າຕິອ້າຍບ່ອນໃດ…
(ສອຍ)

(ເວົ້າ) ເຮິໆ! ຕິບ່ອນໃດນໍນ້ອງນໍ້
ຕິວ່າຫົວອ້າຍຫຍອງຊັ້ນບໍ ໄກ່ຍອງແມ່ນ້ອງກະຍັງລ້ຽງ
ຫຼືວ່າຕິວ່າຫົວອ້າຍລ້ານ ລານນ້ອງກະຍັງແປນ
ຕິວ່າອ້າຍຂີ້ຈ່ອຍຊັ້ນບໍ ເຮິໆ!
ອ້າຍຕັ້ງຄົນກະດູກຫຼາຍຊື່ໆດອກເວີ້ຍ ເຮິໆ!

ໂນຕເພງ “ຕິອ້າຍບ່ອນໃດ”
ວິດີໂອໂນຕບັນເລງເພງ “ຕິອ້າຍບ່ອນໃດ”

ເພງ “ສາຍນໍ້າສາຍສະອື້ນ”

ເນື້ອຮ້ອງ & ທຳນອງ : ມະນັດ ລຳລາມັຍ (∼1970)
ນັກຮ້ອງຕົ້ນສະບັບ : ສົມບູນ ລຳລາມັຍ

ວິດີໂອດົນຕຣີບັນເລງເພງ “ສາຍນໍ້າສາຍສະອື້ນ”

1) ສາຍນໍ້າຈະໄຫຼນອງ ຮັກເຂົາແລ້ວຈຶ່ງຕ້ອງ
ເສົ້າໝົ່ນໝອງ ນອງນໍ້າຕາ
ໃຈເອີຍໃຈ ໃຜລືມສັນຍາ
ບໍ່ຄືນມາ ອຸຣານ້ອງໝອງໃຈ

2) ສາຍນໍ້າບໍ່ໄຫຼຄືນ ໃຈນ້ອງແສນສະອື້ນ
ສຸດໃຈຝືນ ຕຣົມຣຶທັຍ
ໃຈຂອງເຮົາ ໃຜມາຢືມໄປ
ຍາມຫຼັບໃຫຼ ຫົວໃຈປະວິງທຸກວັນ

• ສາຍນໍ້າ ສາຍໃຈ
ມິໄດ້ຫຼັ່ງໄຫຼ ເຊັ່ນກາຍໄປນັ້ນ
ບໍ່ຍອມຄືນເຫຫັນ ເຂົາສິ້ນສັມພັນ
ແລ້ວມາຈາກໄປ ດັ່ງຝັນສລາຍ

3) ສາຍນໍ້າຈະຫຼັ່ງໄຫຼ ຈະໄກຫຼືຈະໃກ້
ສຸດຈະໝາຍ ແຄ່ຢັ່ງເຖິງໃຈ
ນ້ອງຂໍວອນ ເຖິງອົງເທບທ່ານ
ຫາກສິ້ນກັນ ຂໍຕາຍຢູ່ໜ້າສຸສານ…

ໂນຕເພງ “ສາຍນໍ້າສາຍສະອື້ນ”
ວິດີໂອໂນຕບັນເລງເພງ “ສາຍນໍ້າສາຍສະອື້ນ”