ເພງ “ສາຍນໍ້າສາຍໃຈ”

ເນື້ອຮ້ອງ & ທຳນອງ : ມະນັດ ລຳລາມັຍ (∼1970)
ນັກຮ້ອງຕົ້ນສະບັບ : ຄຳສອນ ພົມມະຈັນ

ວິດີໂອດົນຕຣີບັນເລງເພງ “ສາຍນໍ້າສາຍໃຈ”

1) ສາຍນໍ້າຈະໄຫຼນອງ ຄິດເຖິງນວນອະນົງ
ທີ່ສອງເຮົາ ເຄີຍຮ່ວມຮັກກັນ
ສາຍໃຈເອີຍ ເຈົ້າລືມຄຳໝັ້ນ
ປ່ຽນແປຜັນ ຮັກເຮົາເລີຍໝົ່ນໝອງໃຈ

2) ສາຍນໍ້າບໍ່ໄຫຼຄືນ ໃຈອ້າຍແສນສະອື້ນ
ສຸດໃຈຝືນ ຕື້ນຣຶທັຍ
ໃຈເອີຍໃຈ ເຈົ້າມາລືມງ່າຍ
ອ້າຍອາລັຍ ເຈົ້າໄກຫ່າງກັນລືມ

• ສາຍນໍ້າ ສາຍໃຈ
ເຈົ້າມີແຕ່ໄຫຼ ແຝງກາຍຫຼິ້ນ
ສິ້ນຄວາມຮັກທີ່ມີ ສາຍໃຈຄົນດີ
ສິ້ນຄວາມປຣານີ ທີ່ເຄີຍສຸກສັນ

3) ສາຍນໍ້າຈະຫຼັ່ງໄຫຼ ຈະໄກຫຼືຈະໃກ້
ສຸດຈະໝາຍ ແຄ່ຍາມຊຶ້ງກັນ
ຂ້າຂໍວອນ ເທບໄທ້ທຸກທ່ານ
ໃຫ້ເຮົານັ້ນ ຮັກກັນຊົ່ວຟ້າເອີຍ…

ໂນຕເພງ “ສາຍນໍ້າສາຍໃຈ”
ວິດີໂອໂນຕບັນເລງເພງ “ສາຍນໍ້າສາຍໃຈ”

ເພງ “ຄົນງາມໃຈແຫຼ້”

ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ & ສ. ບົວລະພັນ (~1970)
ນັກຮ້ອງຕົ້ນສະບັບ : ກ. ແກ້ວກໍ່າພ້າ

ວິດີໂອດົນຕຣີບັນເລງເພງ “ຄົນງາມໃຈແຫຼ້”

1) ຄົນງາມໆ ເປັນຫຍັງໃຈດຳໃຈແຫຼ້
ງາມຄັກງາມແທ້ ໃຈເຈົ້າແຫຼ້ປານກາ
ຮູບຮ່າງໜ້າຮັກ ປາກກໍຄັກປານເພັຊຣາ
ບໍ່ໜ້າບໍ່ໜ້າ ບໍ່ໜ້າເປັນຄົນໃຈດຳ

2) ຄົນຈົບດີ ເປັນຫຍັງມັກມີຫຼາຍໃຈ
ຫຼອກໄດ້ຫຼອກໄປ ອ້າຍຂໍຈື່ຂໍຈຳ
ທ່ຽວເອົາຄວາມງາມ ຫຼອກຜູ່ຊາຍໃຫ້ເຈັບໃຫ້ຊໍ້າ
ຈະຈື່ຈະຈຳ ຄົນງາມເຊື່ອໃຈບໍ່ໄດ້

• ໄປນຳຄົນອື່ນ ອ້າຍແສບຫົວໃຈຈິຕາຍ
ຕຳຕາຕຳໃຈ ສາບານອ້າຍວ່າຈັ່ງໃດ
ເມື່ອຍາມຮັກກັນ ບອກວ່າອ້າຍນີ້ດີກວ່າໃຜ
ໄດ້ພໍ້ຄົນໃໝ່ ຮັ່ງມີກໍລືມອ້າຍໄປ

3) ຄົນງາມໆ ເປັນຫຍັງໃຈດຳໃຈແຫຼ້
ໃຈອ້າຍເຈັບແທ້ ຍ້ອນເຊື່ອອົກເຊື່ອໃຈ
ອ້າຍເປັນຄົນຈົນ ໄປໃຫ້ພົ້ນໄປມີແຟນໃໝ່
ຫຼີກທາງໃຫ້ໄກ ຕາມໃຈຄົນງາມໃຈແຫຼ້…

ໂນຕເພງ “ຄົນງາມໃຈແຫຼ້”
ວິດີໂອໂນຕບັນເລງເພງ “ຄົນງາມໃຈແຫຼ້”

ເພງ “ສາມໝື່ນເມືອງເຟືອງ”

ເນື້ອຮ້ອງ & ທຳນອງ : ສຸວັນ ສຸວັນນະຣາຊ (∼1965)
ນັກຮ້ອງຕົ້ນສະບັບ : ຊຳນານ ຈົ່ງຮັກ

ວິດີໂອດົນຕຣີບັນເລງເພງ “ສາມໝື່ນເມືອງເຟືອງ”

1) ເມືອງນຶ່ງນັ້ນ ເປັນເມືອງທີ່ລືກະເດື່ອງ
ມີນາມສາມໝື່ນເມືອງເຟືອງ ລືຈົນເຟື້ອງທົ່ວແດນອານາ
ເຖິງແມ່ນເປັນເມືອງ ຢູ່ຕາມຫວ່າງພູຮ່ອມຜາ
ເຈົ້າຍັງສົດສວຍງາມຕາ ດັ່ງເທວາສວັນສັນສ້າງ

2) ສາມໝື່ນນີ້ ເປັນແດນຝູງຊົນຝັນໃຝ່
ທິວທັດກໍງາມຈັບໃຈ ວິໄລໄປທົ່ວທຸກທິດທາງ
ຫາກໃຜໄດ້ເຫັນ ບໍ່ເວັ້ນຫົວໃຈເວັ້ນວາງ
ອຸດົມສົມບູນທຸກຢ່າງ ຫາກເຢືອນຢັ້ງເຖິງແດນແຫ່ງນີ້

• ສາມໝື່ນເມືອງເຟືອງ ເຖິງບໍ່ເຮືອງເໝືອນເມືອງອື່ນໆ
ແຕ່ກໍອຸດົມຊົມຊື່ນ ດ້ວຍຊັບສິນໃນດິນມາກມີ
ຝູງຊົນປະຊາ ວາຈາກໍຫວານເຫຼືອດີ
ຖືກັນເປັນມິດໄມຕຣີ ເມື່ອມີເມືອງອື່ນຢ້ຽມຢາມ

3) ສາມໝື່ນນີ້ ເປັນເມືອງນັບວ່າເປັນນຶ່ງ
ພູຜາສູງຊັນຊາບຊຶ້ງ ສວຍສງ່າຣາວັນງົດງາມ
ຜາຕຶ້ງຜາເລືອງ ເປັ່ງແສງເມື່ອຍາມຄ້ອຍຄໍ່າ
ຜາທໍ່ໜໍ່ຄຳແສນງາມ ເປັນມິ່ງຂວັນປຣະດັບຂອງເມືອງ…

ໂນຕເພງ “ສາມໝື່ນເມືອງເຟືອງ”
ວິດີໂອໂນຕບັນເລງເພງ “ສາມໝື່ນເມືອງເຟືອງ”

ເພງ “ຢ່າອວດ”

ເນື້ອຮ້ອງ & ທຳນອງ : ຄຳໃບ ຄຳຊະນະ (∼1970)
ນັກຮ້ອງຕົ້ນສະບັບ : ພົງສວັນ

ວິດີໂອດົນຕຣີບັນເລງເພງ “ຢ່າອວດ”

1) ຢ່າອວດຢ່າອົ່ງ ໄປເລີຍນ້ອງສາວ
ນ້ອງຢ່າຄິດຟ້າວ ຊອກຫາເອົາບ່າວຄຽງຄູ່ເດີນໂຊ
ອ້າຍບໍ່ໃສ່ໃຈ ເຖິງນ້ອງຈະໄດ້ຄູ່ຄອງອັກໂຂ
ນ້ອງສາວເຈົ້າຢ່າຄຸຍໂມ້ ອວດໂຕວ່າເດັ່ນວ່າດີ

2) ຢ່າອວດຢ່າອົ່ງ ໄປເລີຍອະນົງ
ຮູບງາມບໍ່ສົ່ງ ໃຫ້ນ້ອງເປັນຫົງຕລອດຊີວີ
ໜ້ອຍນຶ່ງກໍແກ່ ຂາດຊາຍຫຼຽວແລຢ່າມາອວດດີ
ເນື້ອໜັງຫ່ຽວແຫ້ງທຸກທີ ບໍ່ມີໃຜຈະຫົວຊາ

• ຕາຍໃຫ້ຕາຍ ກໍຕາຍແລ້ວເອີຍ
ອ້າຍນີ້ບໍ່ເຄີຍ ບໍ່ເຄີຍຄິດຝັນແກ້ວຕາ
ຜູ່ຍິງທັງເມືອງ ບໍ່ອຶດບໍ່ຢາກດອກໜາ
ຂໍນ້ອງເນື້ອທອງເຈົ້າຢ່າ ອວດທ່າເຫັນມີແຟນໃໝ່

3) ຢ່າອວດຢ່າອົ່ງ ໄປເລີຍການດາ
ເຈົ້າງາມໂສພາ ເໝືອນເທວະດາບົນຟ້າເມື່ອໃດ
ເຈົ້າອາດຜິດຫວັງ ຄົງມີອີກຄັ້ງເຈົ້າຈະເສັຽໃຈ
ເມື່ອເຂົາສິ້ນຄວາມອາລັຍ ຊາມວັຍຈະສິ້ນໂສພາ…

ໂນຕເພງ “ຢ່າອວດ”
ວິດີໂອໂນຕບັນເລງເພງ “ຢ່າອວດ”

ເພງ “ຈາກຖິ່ນ”

ເນື້ອຮ້ອງ & ທຳນອງ : ບົວບັງໃບ (~1992-93)
ນັກຮ້ອງຕົ້ນສະບັບ : ບົວບັງໃບ

ວິດີໂອດົນຕຣີບັນເລງເພງ “ຈາກຖິ່ນ”

1) ຈາກຖິ່ນ ທີ່ເຄີຍຜູກພັນ
ຈາກສວັນ ທີ່ເຄີຍຜູກພັນ
ຈາກກັນ ທີ່ເຄີຍຜູກພັນ
ຈາກວັນ ທີ່ເຄີຍຢ້ຽມເຢືອນ

2) ຈາກເພື່ອນ ທີ່ເຄີຍຫ່ວງໃຍ
ຈາກຊາຍ ທີ່ເຄີຍຫ່ວງໃຍ
ຈາກໃຈ ທີ່ເຄີຍຫ່ວງໃຍ
ຈາກໄປ ອາລັຍອາວອນ

• ຮື…ຮື… ຮື…ຮື…ຮື…
ຮາ…ຮາ ຮາ…ຮາ…ຮາ
ຮື…ຮື… ຮື…ຮື…ຮື…
ຮື…ຮື… ຮື…ຮື…ຮື…

3) ຈາກພໍ່ ກໍເໝືອນຂາດໃຈ
ຈາກແມ່ ກໍເໝືອນຂາດໃຈ
ພີ່ນ້ອງ ກໍຄົງຫ່ວງໃຍ
ຈາກໄປ ອາລັຍອາວອນ…

ໂນຕເພງ “ຈາກຖິ່ນ”
ວິດີໂອໂນຕບັນເລງເພງ “ຈາກຖິ່ນ”

ເພງ “ອິງອາຍຮັກ”

ເນື້ອຮ້ອງ & ທຳນອງ : ບົວບັງໃບ (~1992-93)
ນັກຮ້ອງຕົ້ນສະບັບ : ບົວບັງໃບ

ວິດີໂອດົນຕຣີບັນເລງເພງ “ອິງອາຍຮັກ”

1) ລົມເຢັນໆ ພັດຜ່ານເຂົ້າມາ
ພັດອາຍກາຍຍາ ພຸ່ງມາເຖິງນ້ອງ
ຢວນໃຈອາຍຄີງ ຍ່າວມາເປັນກອງ
ຄິດຢາກຈະມອງ ເຈົ້າຂອງຈັກທີ

2) ແດດຮ້ອນໆ ພັດແຜ່ວເຂົ້າມາ
ພັດອາຍພາສາ ຮັກມາເຖິງນີ້
ຊວນໃຈອາຍຄີງ ສິງໃນຊວງດີ
ພຸ່ງພ່າວຍ່າວດີ ຫຼົງໄປໃຝ່ປອງ

• ເຢັນແລ້ວກໍຮ້ອນ ຮ້ອນແລ້ວກໍໜາວ
ໂອ້ອົກສາວໜໍ ຊ່າງອາວອນ
ຮັກອາຍຄີງນັ້ນ ເໝືອນມຸ້ງໝອນ
ຈົນຈິດສະທ້ອນ ເຢັນຮ້ອນເຖິງຊວງ

3) ວັນແລະຄືນ ຄິດເຖິງອາຍມາ
ເຖິງອາຍມາຍາ ນ້ອງກໍຖາມທວງ
ອິງອາຍແນບຊິດ ຈິດເປັນບ້າປ່ວງ
ອາຍຮັກອາຍຫວງ ຂໍຄວງອິງອາຍຮັກເອີຍ…

ໂນຕເພງ “ອິງອາຍຮັກ”
ວິດີໂອໂນຕບັນເລງເພງ “ອິງອາຍຮັກ”

ເພງ “ໝົດທາງຮັກ”

ເນື້ອຮ້ອງ & ທຳນອງ : ບົວບັງໃບ (~1992-93)
ນັກຮ້ອງຕົ້ນສະບັບ : ບົວບັງໃບ

ວິດີໂອດົນຕຣີບັນເລງເພງ “ໝົດທາງຮັກ”

1) ຫາດຊາຍ ແສນງາມລັບໄປ
ຝັ່ງຊາຍ ຟື້ນຟອງຊັດມາ
ຝັ່ງຊາຍ ຕ້ອງລົມນະພາ
ເຄື່ອນມາ ໝຸນວຽນປ່ຽນຜັນ

2) ເໝືອນຊາຍ ບອກຮັກຊຶ້ງໃຈ
ທີ່ຊາຍ ເຄີຍໃຫ້ຮັກກັນ
ທີ່ຮັກ ຊ່າງມາລົງທັນ
ກັບຫັນ ໝຸນວຽນປ່ຽນໄປ

• ແສນທີ່ຫ່ວງ ດວງໃຈສຸດຊຶ້ງ
ສຸດຄະນຶງ ເຖິງຮັກບໍ່ວາຍ
ນ້ອງຍັງຮັກ ຮັກໝັ້ນຣຶທັຍ
ແຕ່ໃຈອ້າຍ ປ່ຽນເປັນຫຼາຍທາງ

3) ຄວາມຫວັງ ຈຶ່ງພັງທະລາຍ
ຝັ່ງຊາຍ ຈຶ່ງກາຍເປັນດ່າງ
ຝັ່ງຊາຍ ກໍໝົດຄວາມງາມ
ໝົດຫວັງ ຫົນທາງຮັກເຮົາ….

ໂນຕເພງ “ໝົດທາງຮັກ”
ວິດີໂອໂນຕບັນເລງເພງ “ໝົດທາງຮັກ”

ເພງ “ດອກບົວທອງ”

ເນື້ອຮ້ອງ & ທຳນອງ : Pierre ESPANET (~1945-46)
ນັກຮ້ອງຕົ້ນສະບັບ : ວັນນະເຣດ ຣາຊໂພ

ວິດີໂອດົນຕຣີບັນເລງເພງ “ດອກບົວທອງ”

1) ໂອ້ດອກບົວທອງ ບານໃນໜອງນໍ້າໃສ
ເກີດຫົວໃບໃນຕົມ ແກມສນົມຕົມຫຍ້າ
ແຕ່ເປັນດວງບຸບຜາ ທີ່ສງ່າໜ້າດູ
ເມື່ອຍາມເຊົ້າຕຣູ່ ໝູ່ແມງສແວງຕອມ

ຫວັງດົມດອກຫອມ ໃຫ້ຣະບົມຣະບອມ…

2) ບົວທອງຂອງໃຜ ຖ້າໄດ້ເປັນເຈົ້າຂອງ
ຈະປະຄັບປະຄອງ ໃຫ້ບົວທອງບານຊື່ນ
ຍິ່ງກວ່າຣົດອື່ນໆ ໃນພື້ນໂລກເຮົານີ້
ຮັກພຽງຊີວາ ປະດຸດດວງຕາເຮົາ
ໂອ້ເຈົ້າບົວຫຼວງ ດວງມາລາໜ້າຊົມ…


3) ຖ້າໄດ້ເດັດດົມ ເຊີຍຊົມສົມຈິດປອງ
ຈະເອົາໃສ່ພານທອງ ບໍ່ໃຫ້ໝອງຫ່ຽວແຫ້ງ
ຖ້າແມງພູ່ຕຣູຕອມ ຈະຖນອມທອມເຈົ້າ
ທຸກເຊົ້າວັນເຢັນ ໃຫ້ເປັນຂວັນໃຈ
ໂອ້ບົວບັງໃບ ໜ້າຮັກໄຄ່ເສັຽຈິງ…

ໂນຕເພງ “ດອກບົວທອງ”
ວິດີໂອໂນຕບັນເລງເພງ “ດອກບົວທອງ”

ເພງ “ງາມເຫຼືອເກີນ”

ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ (1968)
ນັກຮ້ອງຕົ້ນສະບັບ : ກ. ແກ້ວກໍ່າພ້າ

ວິດີໂອດົນຕຣີບັນເລງເພງ “ງາມເຫຼືອເກີນ”

1) ງາມ… ງາມເຫຼືອເກີນນ້ອງສາວ
ຂາວ… ຜິວຂາວຄືກັບສຳລີ
ໜ້າກໍຫວານ ຄີ້ວກໍກົ່ງຄືສະຣະອີ
ສຽງຫວານປານສອນຄີຣີ ໂອ້ຄົນດີໜ້າຮັກໜ້າຮັກ

2) ງາມ… ງາມເໝືອນເດືອນວັນເພັນ
ເຫັນ… ໃຜເຫັນແລ້ວຢາກຮູ້ຈັກ
ຕາເຈົ້າຊູ້ ດູເປັນນຶ່ງບາດໃຈຍິ່ງໜັກ
ໃຜເຫັນແລ້ວຕ້ອງຫຼົງມັກ ສມັກເປັນແຟນແກ້ວຕາ

• ຂໍຖາມ ຫົວໃຈຫວ່າງບໍ່ໜ້າມົນ
ນັກຮ້ອງຄົນຈົນ ທີ່ຊື່ ກ. ແກ້ວກໍ່າພ້າ
ຢາກຈະຮູ້ຈັກ ຢາກຈະຝາກຮັກນ້ອງຊົ່ວຊີວາ
ຖ້າຫາກນ້ອງເມຕຕາ ຈະຄອຍຮ້ອງເພງກ່ອມນອນ

3) ງາມ… ງາມນ້ອງງາມບາດໃຈ
ທົນ… ບໍ່ໄຫວຫົວໃຈມັນອ່ອນ
ພຽງນ້ອງຍິ້ມ ຫົວໃຈອ້າຍມັນສັ່ນມັນຄອນ
ຢາກໄດ້ມາເປັນຄູ່ນອນ ໄຫວ້ວອນໃຫ້ນ້ອງເຫັນໃຈ…

ໂນຕເພງ “ງາມເຫຼືອເກີນ”
ວິດີໂອໂນຕບັນເລງເພງ “ງາມເຫຼືອເກີນ”

ເພງ “ຜິດຫວັງ”

ເນື້ອຮ້ອງ ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ຊານໄຊ

ວິດີໂອດົນຕຣີບັນເລງເພງ “ຜິດຫວັງ”

1) ຜິດຫວັງ ແລ້ວເຈົ້າຈັ່ງຮູ້ເມື່ອ
ບອກບໍ່ເຊື່ອ ແລ້ວເສືອເປັນຈັ່ງໃດ
ຈະຫັນໜ້າ ກັບໄປຫາຜູ່ໃດ
ເຂົາຄົງຈະບໍ່ສົນໃຈ ແລ້ວໃຜຈະທໍຣະມາ

2) ຜິດຫວັງ ແລ້ວມານັ່ງຮ້ອງໄຫ້
ຈະໂທດໃຜ ໝາຍໃຜລົງອາຍາ
ເມື່ອຫຼົງຜິດ ທາງຊີວິດນານມາ
ເສັຽຕົວເສັຽທີເສັຽທ່າ ນໍ້າຕາເຈົ້າຕ້ອງຫຼັ່ງນອງ

• ກັບໂຕ ກັບໃຈເສັຽໃໝ່ກໍດີ
ມາຊຸບຊີວີ ຢ່າໃຫ້ມີອັບສີເສົ້າໝອງ
ຮັກຄົນທີ່ເຂົາ ຮັກເຮົາຢ່າຫວັງເງິນທອງ
ຫົວໃຈບໍ່ແມ່ນສິ່ງຂອງ ຕໍ່ຮອງຊື້ໄດ້ຂາຍກັນ

3) ຜິດຫວັງ ແລ້ວມາຕັ້ງໂຕໃໝ່
ທີ່ແລ້ວໄປ ນັ້ນໃຫ້ເປັນຄວາມຝັນ
ຊີວິດໃໝ່ ຄົງສົດໃສລາວັນ
ຟ້າຄົງຈະລົງໂທດທັນ ສາບານທີ່ເຂົາແກ້ງລືມ…

ໂນຕເພງ “ຜິດຫວັງ”
ວິດີໂອໂນຕບັນເລງເພງ “ຜິດຫວັງ”