ເພງ “ຫົວໃຈລຳພັນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1966)
ນັກຮ້ອງຕົ້ນສະບັບ : ສຸມຸນທາ ສີຣິມະໂນທັມ

ວິດີໂອດົນຕຣີບັນເລງເພງ “ຫົວໃຈລຳພັນ”
  1. ຫົວໃຈຮອມຊິຂາດ ແລ້ວເອີຍ
    ຮັກເຫຼືອຈະເອີ່ຍ ໃຫ້ນ້ອງໄດ້ຟັງຄຳຂາດ
    ຄໍ່າຄືນໃຝ່ຝັນ ອະນາດ
    ກິນເດີນນັ່ງເຫັນ ຮູບວາດ
    ລອຍອາດຢູ່ທຸກ ນາທີ…

  2. ສາຍຕາເຫັນແລຈ້ອງ ທຸກວັນ
    ສັມພັນໃຈຢູ່ ບໍ່ຮູ້ລືມເລືອນຈາກທີ່
    ຢາກໃຫ້ຄວາມຝັນ ເປັນຈິງ
    ຢູ່ແນບແອບຂວັນ ນອນອິງ
    ພິງຄູ່ສູ່ສົມ ໃຫ້ສົມໃຈ…

  3. ອິນພຣົມ ຍົມມະນາ
    ຈົ່ງເຫັນໃຈຂ້າ ຮັກມາດັ່ງໝາຍ
    ສຽງເພງຮ້ອງນີ້ ອອກຈາກໃຈ
    ຮັກແທ້ຮັກນາງ ເໜືອສິ່ງໃດ
    ໄດ້ໂປຣດຟັງໄວ້ ຢ່າລືມ…

  4. ສຽງເພງດັງອ້ອຍອິ່ນ ຍາມໃດ
    ນັ້ນຄືສຽງຈົ່ມ ຈາກຂົ້ວຫົວໃຈດູດດື່ມ
    ຢ່າລືມວ່າໃຜ ຜູ່ນຶ່ງ
    ເຝົ້າຫຼົງພໍ່າເພີ້ ຣຳພຶງ
    ຂໍໃຫ້ຈອມຂວັນ ຈົ່ງເຫັນໃຈ…
ໂນຕເພງ “ຫົວໃຈລຳພັນ”
ວິດີໂອໂນຕບັນເລງເພງ “ຫົວໃຈລຳພັນ”

ເພງ “ນ້ອຍໃຈ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ນ້ອຍໃຈ”
  1. ຄິດ ໆ ແລ້ວຄິດ
    ໂທ້ຊີວິດ ຂອງຄົນ
    ເມື່ອເກີດ ມາຈົນ
    ຕ້ອງທົນ ສູ້ຄວາມນ້ອຍໃຈ…

  2. ຫວັງ ໆ ຂ້າຫວັງ
    ຕັ້ງໃຈຫວັງ ສິ່ງໃດ
    ກໍພັງ ທະລາຍ
    ບໍ່ເຄີຍ ສົມໝາຍຈັກທີ…

  3. ຫວັງຕໍ່ ຄວາມຮັກ
    ຄົນຮັກ ກໍຫ່າງໜີ
    ຫວັງສ້າງ ຄວາມດີ
    ກໍເກີດມີ ອັນເປັນໄປ…

  4. ຄິດ ໆ ຍິ່ງຄິດ
    ຈິດຍິ່ງຄ້ອຍ ນ້ອຍໃຈ
    ອີກຈັກ ເມື່ອໃດ
    ຈະສົມ ຄວາມໝາຍດັ່ງປອງ…
ໂນຕເພງ “ນ້ອຍໃຈ”
ວິດີໂອໂນຕບັນເລງເພງ “ນ້ອຍໃຈ”

ເພງ “ນໍ້າຕົກເຊລະບຳ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1968)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ນໍ້າຕົກເຊລະບຳ”
  1. ແສນສຸກໃຈເຫຼືອຂົ່ມ ຊື່ນຊົມ ເມື່ອຍາມໄດ້ມາ
    ເຫັນນໍ້າໂຕນຕົກຜາ ຫຼັ່ງລົງງາມຕາ ຊັກພາໃຫ້ຝັນ
    ສາຍລົມໂຊຍແຜ່ວຜິວ ນໍ້າໂຕນແຕກປີວ ຄ້າຍຄວັນ
    ໂອ້ເຊລະບຳ ງາມດັ່ງສວັນ ເສກສັນໄວ້ໃຫ້…

  2. ເຫັນໜຸ່ມສາວລ່ອງລອຍ ພ່ອງງອຍ ສີລາຢືນຫຼິ້ນ
    ມວນນົກກໍເຈີດບິນ ເສາະແສ່ວຫາກິນ ທ່າມກາງນໍ້າໄຫຼ
    ສຽງນໍ້າເຊຕົກຜາ ຄ້າຍສຽງສັ່ງລາ ຮ້າງໄກ
    ປຽບຊີວິດຄົນ ພົ້ນຜ່ານເລີຍໄປ ຫາໃດແນ່ນອນ…

  3. ແຄມຝັ່ງເຊນັ້ນມີ ພຶກສາຂະຈີ ເດັຽຣະດາດ
    ງາມບຸບຜາຊາດ ສົ່ງກິ່ນຫອມ ເຜິ້ງຕອມເກສອນ
    ເງົາໄມ້ແຜ່ຄຸມບັງ ເຢືອກເຢັນທົ່ວຝັ່ງ ໜ້າເອນຫຼັງນອນ
    ສຸດອອນຊອນ ປາບ້ອນກິນເຫຍື່ອ ເມື່ອມອງເພີນໃຈ…

  4. ແມ້ນຈາກເຊນີ້ໄປ ຈະໄກ ແສນໄກກໍຕາມ
    ໃຈຂ້າຍັງຈົດຈຳ ພາບເຊລະບຳ ຝັງຈິດບອກໄວ້
    ທັມມະຊາດດູດດຶງ ຣຶທັຍຄະນຶງ ເລື້ອຍໄປ
    ຫາກຊີວິດຍັງ ຫວັງວ່າຄົງໄດ້ ຫວນໄປທ່ຽວຊົມ…
ໂນຕເພງ “ນໍ້າຕົກເຊລະບຳ”
ວິດີໂອໂນຕບັນເລງເພງ “ນໍ້າຕົກເຊລະບຳ”

ເພງ “ພໍນຶກໄດ້”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ແກ້ວມະນີຄອນ

ວິດີໂອດົນຕຣີບັນເລງເພງ “ພໍນຶກໄດ້”
  1. ນ້ອງ ພໍນຶກໄດ້
    ຕັ້ງຫຼາຍປີ ທີ່ພົບກັນ
    ຫຼາຍຄືນ ຫຼາຍວັນ
    ຄວາມສັມພັນ ເກືອບຈາງຫາຍ…

  2. ນ້ອງ ພໍນຶກອອກ
    ອ້າຍຢາກບອກ ບອກບໍ່ໄດ້
    ທັງຫານ ທັງອາຍ
    ເກັບຫຍັງໄວ້ ບອກມາເລີຍ…

  3. ສາມຄຳ ກໍໄດ້
    ນ້ອງພໍໃຈ ຈົ່ງສເລີຍ
    ຢ່າອາຍ ໄປເລີຍ
    ຂໍຢ່າເຢີ້ຍ ໃຫ້ຫຼົງປອງ…

  4. ຫົວໃຈ ນ້ອງຫວ່າງ
    ຮີບຫາທາງ ເປັນເຈົ້າຂອງ
    ຮັກດຽວ ແຕ່ນ້ອງ
    ຢ່າມີສອງ ຢ້ານໝອງໃຈ…
ໂນຕເພງ “ພໍນຶກໄດ້”
ວິດີໂອໂນຕບັນເລງເພງ ” ພໍນຶກໄດ້”

ເພງ “ສຽງສັ່ງຄົນຊໍ້າ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1967)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ສຽງສັ່ງຄົນຊໍ້າ”
  1. ສຽງນີ້ ສັ່ງຈາກຄົນຊໍ້າໃນ
    ຈາກຄົນປວດຣ້າວດວງໃຈ ຈາກຣຶທັຍຄົນເສົ້າ
    ຂໍສັ່ງລາ ດ້ວຍຄວາມຫງອຍເຫງົາ
    ເມື່ອນ້ອງລືມຄົນຮັກເກົ່າ ປ່ອຍຮັກເຮົາສລາຍ…

  2. ສຽງນີ້ ສຸດຈົ່ງຢຸດຮັກພລັນ
    ຈົ່ງລືມຖ້ອຍຄຳສາບານ ຕັດສັມພັນທີ່ໃຫ້
    ລືມສິ້ນເສັຽ ສັນຍາຈາກໃຈ
    ຢ່າເຫັນກັນຈົນວັນຕາຍ ເກີດຊາດໃດໄກຫ່າງກັນ…

  3. ນ້ອງ… ເປັນຍິງຫຼາຍໃຈ
    ຝືນຮັກອີກຕໍ່ໄປ ຄົງຕາຍດ້ວຍຄວາມໂສກສັນ
    ສາບຮັກເຮົາ ໄວ້ພຽງເທົ່ານັ້ນ
    ຢ່າຄິດອາລັຍຕໍ່ກັນ ແຕ່ວັນນີ້ໄປ…

  4. ຂໍລາ ຫ່າງຈາກຄົນລໍ້ລວງ
    ຕັດຮັກສາບແລ້ວທັງປວງ ຈະຊໍ້າຊວງທົນໄດ້
    ສູນສິ້ນຮັກ ຂ້າຄົງບໍ່ຕາຍ
    ແຕ່ຖ້າຍັງຮັກກັນໄປ ຄົງຊໍ້າໃນຕາຍກ່ອນເອີຍ…
ໂນຕເພງ “ສຽງສັ່ງຄົນຊໍ້າ”
ວິດີໂອໂນຕບັນເລງເພງ ” ສຽງສັ່ງຄົນຊໍ້າ”

ເພງ “ເຮົາຕ້ອງຮັກກັນໄດ້”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1973)
ນັກຮ້ອງຕົ້ນສະບັບ : ກາຍະສິດ ສຸລິສັກ

ວິດີໂອດົນຕຣີບັນເລງເພງ “ເຮົາຕ້ອງຮັກກັນໄດ້”
  1. ເຖິງເຮົາຈະມີ ຖານະຕ່າງກັນ
    ບໍ່ເຫັນສຳຄັນ ເຣື່ອງຊັ້ນວັນນະສັກສີ
    ຈະເປັນນາງຟ້າ ທິດາເສດຖີ
    ຢ່າງໃດກໍດີ ເຮົາກໍຮັກກັນໄດ້…

  2. ເຖິງເຮົາຈະມີ ສັກສີຕ່າງກັນ
    ບໍ່ເຫັນສຳຄັນ ສອງເຮົາກໍຮັກກັນໄດ້
    ຂໍແຕ່ເຮົານັ້ນ ຮັກໝັ້ນຈິງໃຈ
    ອອກຈາກຫົວໃຈ ອອກຈາກດວງຣຶດີ…

  3. ເຮົາອາດຈະຮັກ ເຮົາຮັກກັນໄດ້
    ເຮົາອາດຈະຮັກ ເຮົາຮັກກັນໄປໄດ້ນານປີ
    ເຮົາອາດຈະຮັກ ເຮົາຮັກກັນໄປຊົ່ວຊີວີ
    ຖ້າຫາກເຮົາມີ ຈິດໃຈນິສັຍກົງກັນ…

  4. ຂໍພຽງແຕ່ເຮົາ ຮັກກັນດ້ວຍໃຈ
    ຈະຢູ່ແຫ່ງໃດ ຫົນໃດກໍບໍ່ສຳຄັນ
    ຈະຢູ່ນະຣົກ ຫຼືບົນສວັນ
    ຄວາມຮັກຜູກພັນ ເຮົາຮັກກັນຈົນຕາຍ…
ໂນຕເພງ “ເຮົາຕ້ອງຮັກກັນໄດ້”
ວິດີໂອໂນຕບັນເລງເພງ “ເຮົາຕ້ອງຮັກກັນໄດ້”

ເພງ “ພຽງນ້ອງຈາກ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ພຽງນ້ອງຈາກ”
  1. ພຽງນ້ອງຈາກລານໍ້າຕາຂ້າຕົກ
    ເຈັບຊໍ້າຣະກຳໃນອົກ ດັ່ງໄຟນະຣົກເຜົາໃຈ
    ເຫັນໜ້າທຸກວັນ ນ້ອງກໍຈາກໄປ
    ສູ່ຖິ່ນແຄວ້ນອັນແສນໄກ ຂ້ານີ້ອາລັຍອາວອນ…

  2. ຍິນສຽງອ່ອນຫວານ ນ້ອງນັ້ນເອີ້ນສັ່ງ
    ວ່ານ້ອງຂໍລາໄກຫ່າງ ຂ້າສຸດອ້າງວ້າງເພັຽອ່ອນ
    ນ້ອງຈົ່ງໂຊກດີ ເຖີດໜາງາມງອນ
    ຈາກໄປແລ້ວຢ່າລືມຂ້າກ່ອນ ຈົ່ງສັງວອນວ່າຂ້າຫ່ວງໃຍ…

  3.  ໂປຣດຄິດ ເມດຕາຂ້ານີ້ນ້ອຍນຶ່ງ
    ຈົ່ງມອງໃຈຂ້າໃຫ້ຊຶ້ງ ວ່າຫຼົງຄະນຶງພຽງໃດ
    ຄິດຢາກບອກ ວ່າຮັກກໍເກງໃຈ
    ເກັບຄວາມລັບຊ້ອນເອົາໄວ້ ດ້ວຍຂ້າອາຍຂ້າອາຍ…

  4. ສິ້ນສຽງສັ່ງລາ ນ້ອງຂ້າກໍຫ່າງ
    ສູ່ທ້ອງນະພາແສນກວ້າງ ຂ້າແລມອງຄ້າງນ້ອຍໃຈ
    ກົ້ມໜ້ານໍ້າຕາ ກໍລິນຕົກໃນ
    ໝົດທາງແລ້ວທີ່ຂ້າຈະໄດ້ ເປີດຫົວໃຈວ່າຮັກແກ້ວຕາ…
ໂນຕເພງ “ພຽງນ້ອງຈາກ”
ວິດີໂອໂນຕບັນເລງເພງ “ພຽງນ້ອງຈາກ”

ເພງ “ທາງຮັກທາງຮ້າງ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ທາງຮັກທາງຮ້າງ”
  1. ຫົນທາງເສັ້ນນັ້ນ ທີ່ເຮົາສັນສ້າງ
    ທຸ່ມເທກຳລັງ ທຸ່ມເທພະລັງເຫື່ອແຮງໃຈ
    ຮ່ວມຈິດສ້າງສັນ ຫວັງເດີນຄຽງຄູ່ກັນໄປ
    ຊົ່ວດິນແລະຟ້າມະລາຍ ຈະຕາຍບົນເສັ້ນທາງນັ້ນ

  2. ໂອ້ທາງສວັນ ທີ່ເຮົາຝັນໃຝ່
    ທີ່ຈະຮ່ວມໃຈ ໄດ້ໄປບົນຈຸດດຽວກັນ
    ເໝືອນມີມານຮ້າຍ ຫຼືໃຜກັ່ນແກ້ງລົງທັນ
    ແຍກເຮົາໃຫ້ພາກໄກກັນ ໃຫ້ໂສກສັນທຸກວັນເສົ້າໝອງ

  3.  ໄດ້ແຕ່ເພີ້ກູ່ ຍອດຊູ້ບໍ່ຮູ້ຢູ່ໃສ
    ຈະຢູ່ຢ່າງໃດ ສຸກສົມໃຈຫຼືຈະເສົ້າໝອງ
    ສຸດຫວງຫ່ວງຫາ ທຸກໆເວລາຮໍ່າຮ້ອງ
    ຮັກເອີຍເຄີຍຄອງ ຕ້ອງຫ່າງກັນເສັຽແລ້ວຫຼືໃດ

  4. ແມ່ນອຸປສັກຮັກ ພາກເຮົາໃຫ້ຫ່າງ
    ໃຫ້ຕ່າງຮັກຮ້າງ ກໍຍັງບໍ່ອາດປ່ຽນໃຈ
    ຂໍພຽງໄດ້ຮັກ ແມ່ນເຮົາຈະພາກກັນໄກ
    ຈະຢູ່ຂອບຟ້າແດນໃດ ໃຫ້ດວງໃຈນັ້ນຈົ່ງໝັ້ນຄົງ…
ໂນຕເພງ “ທາງຮັກທາງຮ້າງ”
ວິດີໂອໂນຕບັນເລງເພງ “ທາງຮັກທາງຮ້າງ”

ເພງ “ເມື່ອຮັກຕ້ອງສິ້ນ”

ເນື້ອຮ້ອງ : ວິລລ້ຽມ ດິດທະວົງສ໌ / ທຳນອງເພງສາກົນ
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ເມື່ອຮັກຕ້ອງສິ້ນ”
  1. ຄິດແລ້ວພາເສົ້າ ເຫງົາໃຈສຸດໝອງ
    ເມື່ອຄົນທີ່ປອງ ຕ້ອງມາພັດພາກ ໄປຈາກຄວາມຝັນ
    ເມື່ອຮັກສູນຫ່າງ ຍິ່ງພາຕື້ນຕັນ
    ຮັກນັ້ນມາ ແຜດເຜົາ
    ໄໝ້ສຸມອຸຣາ ນໍ້າຕາຕົກໃນ…

  2. ໂອ້ຟ້າ ເຈົ້າເອີຍ ບໍ່ເຄີຍ ເຫັນໃຈ
    ພາກຮັກ ຂ້າໄປ ໃຫ້ເສົ້າ ໂສກີ

  3. ເມື່ອຮັກຕ້ອງສິ້ນ ໄປຈາກໂລກນີ້
    ຄວາມຫວັງທີ່ມີ ກໍຕ້ອງທະລາຍ ໄປຈາກອຸຣາ
    ຂໍຟ້າໄດ້ໂປຣດ ສົງສານເຖີດໜາ
    ໃຫ້ຮັກຂ້າ ກັບມາ
    ພົບກັນອີກຄາ ໃນຊາດໜ້າເອີຍ…
ໂນຕເພງ “ເມື່ອຮັກຕ້ອງສິ້ນ”
ວິດີໂອໂນຕບັນເລງເພງ “ເມື່ອຮັກຕ້ອງສິ້ນ”

ເພງ “ອົດບໍ່ໄຫວ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ອົດບໍ່ໄຫວ”
  1. ອົດບໍ່ໄຫວ ບໍ່ໄຫວແລ້ວນ້ອງ
    ຄວາມຮັກມັນຈ່ອງ ຫົວໃຈໃຫ້ປຣາຖນາ
    ຄອຍຄວາມຫວັງ ຄອຍຄວາມສົງສານເມດຕາ
    ຫວັ່ນໃຈໜັກໜາ ຢ້ານຄວ້າລົມເປົ່າ…

  2. ອົດບໍ່ໄຫວ ຫວັ່ນໃຈບໍ່ຫາຍ
    ຢ້ານຮັກມາໜ່າຍ ຢ້ານຕາຍບໍ່ມີໄຟເຜົາ
    ສຸກສົມຫວັງ ຫຼືໃດກັນໜໍຮັກເຮົາ
    ຢ່າປ່ອຍອ້າຍເຫງົາ ເສົ້າໃຈ…

  3. ດວງໃຈດວງດຽວ ມອບໃຫ້ຍິງດຽວ
    ນາງຟ້າບໍ່ກ່ຽວ ບໍ່ຫຼຽວບໍ່ຫຼົງຝັນໃຝ່
    ຫາກສິ້ນຄວາມຫວັງ ໝົດທາງປອງໝາຍ
    ແມ່ນນ້ອງມີໃໝ່ ບອກອ້າຍຈັກຄຳ…

  4. ອົດບໍ່ໄຫວ ບໍ່ໄຫວທີ່ຮັກ
    ລົມໜາວພັດໜັກ ຊັກພາໃຫ້ຈິດວາບຫວາມ
    ບອກວ່າຮັກ ເອົາບຸນເຖີດໜາຄົນງາມ
    ຢ່າປ່ອຍໃຫ້ຊໍ້າ ຜູ່ດຽວ…
ໂນຕເພງ “ອົດບໍ່ໄຫວ”
ວິດີໂອໂນຕບັນເລງເພງ “ອົດບໍ່ໄຫວ”