ເພງ “ຄົນໄຮ້ຮັກ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1969)
ນັກຮ້ອງຕົ້ນສະບັບ : ໄຊຊະນະ ທານະດາບຸດ

ວິດີໂອດົນຕຣີບັນເລງເພງ “ຄົນໄຮ້ຮັກ”
  1. ເມກໝອກບັງຟ້າ ນະພາມືດມົວ
    ທ້ອງຟ້າສລົວ ໃຈຂ້າມົວດັ່ງຟ້າ
    ນໍ້າຝົນໄຫຼຫຼັ່ງ ອັ່ງເອີ່ລົ້ນທາຣາ
    ດັ່ງເຊັ່ນນໍ້າຕາ ຫຼັ່ງມາຈາກຫົວໃຈ

  2. ໄຮ້ເພື່ອນຊີວິດ ຊິດຄຽງອຸຣາ
    ນ້ອຍວາສນາ ໂຊກຊາຕາຂີດໄວ້
    ຊູ້ເມີນໜີໜ້າ ສຸດກູ່ຫາຟ້າໄກ
    ບາບເວນຫົນໃດ ທຳໄວ້ຕາມສນອງ

  3. ແສນເສົ້າໃຈໜັກ ຮັກເອີຍເຄີຍຊື່ນໃຈ
    ກັບມາສລາຍໄປ ຫົວໃຈຈຶ່ງໝົ່ນໝອງ
    ຄົງເຫຼືອພຽງພິມ ພາບຮຽງຄຽງຄອງ
    ເກາະກິນໃຈໝອງ ຣະທົມທຸກນາທີ

  4. ຄິດຢາກຈະຕາຍ ເສັຽໃຫ້ພົ້ນກັມ
    ໜີເວັ້ນຄວາມຊໍ້າ ພົ້ນເວນກັມທີ່ມີ
    ແສນທົນທຸກຍິ່ງ ຂາດຍອດຍິງປຣານີ
    ຢາກຕາຍເຫຼືອດີ ຢາກໜີຈາກໂລກາ…
ວິດີໂອໂນຕບັນເລງເພງ “ຄົນໄຮ້ຮັກ”

ເພງ “ບອກຮັກຈັກຄຳ”

ເນື້ອຮ້ອງ & ທຳນອງ : …?…
ນັກຮ້ອງຕົ້ນສະບັບ : ນະຣຽມ (1970)

ວິດີໂອດົນຕຣີບັນເລງເພງ “ບອກຮັກຈັກຄຳ”
  1. ຈົ່ງບອກວ່າຮັກ ນ້ອງຈັກຄຳ
    ຢ່າເກັບງຳ ຫຼືອຳໄວ້ເອງ
    ຖ້າຮັກແທ້ຈາກໃຈ ຂໍຈົ່ງໄຂໃຫ້ຮູ້
    ຮູ້ເຖິງ ຄວາມໃນ…

  2. ຢ່າມົວແຕ່ຄິດ ຄິດປິດບັງ
    ຫາກນ້ອງຊັງ ແລ້ວຈະເສັຽໃຈ
    ຢ່າມົວຫວງຫ່ວງເລີຍ ຂໍຈົ່ງເຜີຍເອີ່ຍໄຂ
    ໄຂຄຳ ຮັກມາ…

  3. ນ້ອງເປັນ ຜູ່ຍິງ
    ຮັກລວງຫຼືຈິງ ກໍຢູ່ໃນໃຈ
    ເຖິງຈະຮັກ ຖ້ວມລົ້ນອຸຣາ
    ຜູ່ໃດຈະກ້າ ບອກກ່ອນຜູ່ຊາຍ…

  4. ອອກປາກວ່າຮັກ ນ້ອງຈັກຄຳ
    ຢ່າມົວທຳ ອໍ້າອຶ້ງໜຽວໜັກ
    ເມື່ອນ້ອງຄິດສົງສານ ຂໍຈົ່ງຫານເປີດໃຈ
    ໄຂຄວາມ ຮັກຈິງ…
ວິດີໂອໂນຕບັນເລງເພງ “ບອກຮັກຈັກຄຳ”

ເພງ “ສັ່ງຟ້າຫາຄູ່”

ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ
ນັກຮ້ອງຕົ້ນສະບັບ : ຄຳສອນ ພົມມະຈັນ
ສະບັບສຽງຂັບຮ້ອງໂດຍ : ຄົມເພັດ ໄຊຍະມາດ (ບັນທຶກສຽງຢູ່ສູນໜອງຄາຍ 1978)

ວິດີໂອດົນຕຣີບັນເລງເພງ “ສັ່ງຟ້າຫາຄູ່”
  1. ຄໍ່າຄືນນີ້ ມີແສງຈັນສ່ອງ
    ສ່ອງໄປທົ່ວ ທ້ອງນະພາ
    ເຫັນໝູ່ດາວຄຽງຈັນທຣາ ແສງດາຣາເລື່ອນລອຍມາ
    ສຸກອຸຣາ ຂ້າສົດໃສ…

  2. ພຽງໄດ້ພົບ ປຣະສົບເຫັນນາງ
    ຢາກຝາກຝັງ ໃນຣຶທັຍ
    ຂໍສວັນຈົ່ງດົນໃຈ ໃຫ້ຮັກນັ້ນມາແນບກາຍ
    ຢ່າເລືອນລັຍ ໜີຈາກລາ…

  3. ລົມ… ລົມ… ລົມເຢັນ
    ຈົ່ງຊ່ວຍ ເຫັນໃຈຂ້າ
    ໂປຣດນຳ ຊອກຫາ
    ຊົ່ວຊີວາ ຂ້າຈະຄອຍ…

  4. ມອງນະພາ ເບື້ອງຟ້າສົດໃສ
    ໝູ່ເມກໄມ້ ໄຫຼເລື່ອນລອຍ
    ຫົວໃຈອ້າຍນີ້ຍັງຄອຍ ຫຼົງເຝົ້າຊິດຈິດເອື້ອມສອຍ
    ໃຈເຫງົາຫງອຍ ຢາກຄຽງນາງ…
ວິດີໂອໂນຕບັນເລງເພງ “ສັ່ງຟ້າຫາຄູ່”

ເພງ “ສຸດທີ່ຮັກ”

ເນື້ອຮ້ອງ & ທຳນອງ : ສົມເພັຊ ເພັຊວິນຍານ (1975)
ນັກຮ້ອງຕົ້ນສະບັບ : ສົມເພັຊ ເພັຊວິນຍານ

ວິດີໂອດົນຕຣີບັນເລງເພງ “ສຸດທີ່ຮັກ”
  1. ສຸດທີ່ຮັກ ຂໍຢ່າຈາກອ້າຍໄປເລີຍ
    ຮັກຫວານຊື່ນເຊີຍ ບໍ່ເຄີຍຄິດລວງຫຼອກຫຼອນ…

  2. ຕື່ນກໍເພີ້ ລະເມີຫ່ວງຫາຍາມນອນ
    ຢ້ານນ້ອງລືມກ່ອນ ໄຫວ້ວອນຟ້າດິນຄຸ້ມຄອງ…

  3. ນາງຄືທຸກສິ່ງ ທີ່ອ້າຍຕ້ອງການ
    ນາງຄືສວັນ ທີ່ອ້າຍໝາຍປອງ
    ຖ້າຂາດນ້ອງ ຕ້ອງຂາດໃຈ…

  4. ສຸດທີ່ຮັກ ຂໍຝາກເພງນີ້ກ່ອມໃຈ
    ເຖິງໄກແສນໄກ ສົ່ງໃຈຄະນຶງເຖິງກັນ…
ວິດີໂອໂນຕບັນເລງເພງ “ສຸດທີ່ຮັກ”

ເພງ “ເຊໂດນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ເຊໂດນ”
  1. ລ່ອງມາ ຈາກວຽງຈັນ
    ທີ່ເຄີຍຝັນ ເຄີຍຄະເນ
    ລ່ອງລົງມາ ຈົນເຖິງປາກເຊ
    ງາມແທ້ເດ ແຂວງເຊໂດນ

  2. ນໍ້າເຊ ແລະນໍ້າຂອງ
    ຫຼາກໄຫຼນອງ ລອຍລ່ອງວົນ
    ດັ່ງເມືອງຟ້າ ເມືອງແຖນບັນດົນ
    ໂອ້! ເຊໂດນ ແສນງາມວິລັຍ

  3. ຍາມນີ້ ຂ້າຈາກບ້ານມາ
    ດ້ວຍປຣາຖນາ ທ່ຽວຊົມສົມໃຈ
    ງາມແທ້ເມືອງນີ້ ງາມກວ່າເມືອງໃດ
    ທີ່ຂ້າເຄີຍໄດ້ ໄປເຫັນມາ

  4. ໜຸ່ມສາວ ຊາວເຊໂດນ
    ປາກອ່ອນໂຍນ ດົນໃຫ້ມາ
    ບໍ່ຢາກໜີ ຈາກໄປໄກຕາ
    ສຸກຈິງໜາ ໄດ້ມາເຊໂດນ…
ວິດີໂອໂນຕບັນເລງເພງ “ເຊໂດນ”

ເພງ “ຕ້ອງການແຟນ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ສວ່າງຈິຕ ອຸ່ນວົງສ໌

ວິດີໂອດົນຕຣີບັນເລງເພງ “ຕ້ອງການແຟນ”
  1. ຫົວໃຈຫ້ອງນີ້ ບໍ່ມີໃຜຈອງ
    ຊາຍໃດຈະຈອງ ເຊີນລອງແວະມາທາງນີ້
    ຕ້ອງການຊາຍໂສດ ອາຍຸບໍ່ເກີນຊາວປີ
    ເປັນຄູ່ຊີວີ ເຊີນຕິນ້ອງນີ້ຍັງສາວ

  2. ຫົວໃຈຫ້ອງນ້ອຍ ລໍຄອຍຫາຄູ່
    ຊາຍໃດຢາກຮູ້ ບ້ານນ້ອງຢູ່ຕລາດເຊົ້າ
    ເລກທີ່ສິບສີ່ ປີນີ້ອາຍຸສິບເກົ້າ
    ນ້ອງນີ້ເປັນສາວ ເບິ່ງແມະກຳລັງພໍດີ

  3. ຕ້ອງການຫາແຟນ ຮ້ອງເພງປະກາດ
    ໃຜຈະສັມພາດ ຂໍເຊີນບໍຣິການຟຣີ
    ເອິກສາມສິບຫົກ ກະໂພກພໍດີພໍດີ

    ແອວໄດ້ຊາວສີ່ ຂນາດນີ້ແລ້ວຈະເອົາສໍ່າໃດ

  4. ຫົວໃຈຫ້ອງໃນ ໃຜຈະມາຄອງ
    ຊາຍໃດຈະຈອງ ມາເປັນເຈົ້າຂອງເຖີດອ້າຍ
    ອາຍຸສິບເກົ້າ ກຳລັງໜາວຈິດໜາວໃຈ
    ຮີບເຊີນມາໄວ ຈະໄດ້ກິນໄຂ່ແດງໆ…
ວິດີໂອໂນຕບັນເລງເພງ “ຕ້ອງການແຟນ”

ເພງ “ຕົກແຂ່ງແກ່ງລອຍ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1961)
ນັກຮ້ອງຕົ້ນສະບັບ : ຄຳພຸດ ເຄນກິດຕິສັກ

ວິດີໂອດົນຕຣີບັນເລງເພງ “ຕົກແຂ່ງແກ່ງລອຍ”
  1. ຝົນຕົກ ອ້າຍກໍຍັງກ້າແຂ່ງ
    ເຖິງນໍ້າເປັນແກ່ງ ອ້າຍກໍລອຍມາຫາ
    ແບກເອົາຄວາມຮັກ ຜ່ານລົມຜ່ານຟ້າ (ຊໍ້າ)
    ຢາກພົບແກ້ວຕາ ປານນີ້ນິທຣາຫຼືວ່າຈັ່ງໃດ

  2. ນອນແລ້ວ ຫຼືຍັງ
    ຫຼືວ່ານ້ອງນັ່ງ ນັ່ງລົມກັບໃຜ
    ສົ່ງສຽງ ມາຫາກ່ອນກາຍ (ຊໍ້າ)
    ກ່ອນຂາດໃຈຕາຍ ຂໍໃຫ້ໄດ້ເຫັນໜ້ານາງ

  3. ຝົນຕົກ ອ້າຍກໍຍັງກ້າແຂ່ງ
    ເຖິງນໍ້າເປັນແກ່ງ ອ້າຍຍັງລອຍມາໄຫວ
    ມັນຊັກມັນເຊືອນ ຢູ່ເຮືອນບໍ່ໄດ້ (ຊໍ້າ)
    ບຸກມາຫາຈົນໄດ້ ຂໍຈົ່ງເຫັນໃຈອ້າຍກ່ອນເຖີດໜາ

  4. ຈິງຫຼື ບໍ່ຈິງ
    ນ້ອງຫຍັງມານິ້ງ ບໍ່ປາກບໍ່ຈາ
    ນັ່ງເສີຍ ບາດເຫັນອ້າຍມາ (ຊໍ້າ)
    ແລ້ວໄຮ່ແລ້ວນາ ອ້າຍຂໍວິວາກັບນ້ອງ…
ໂນຕເພງ “ຕົກແຂ່ງແກ່ງລອຍ”
ວິດີໂອໂນຕບັນເລງເພງ “ຕົກແຂ່ງແກ່ງລອຍ”

ເພງ “ລີເຊ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ລີເຊ”

ລີເຊ ລີເຊ ລີເຊ… ລີເຊ ລີເຊ ລີເຊ…

  • ແສນຊື່ນໃຈສຸກສຳຣານ ຍາມເມື່ອເຮົາໄດ້ພົບກັນ
    ໂອ້… ແມ່ສາວລີເຊ
    ນ້ອງຊ່າງງາມຈັບໃຈໝັ້ນ ພາໃຫ້ຝັນທຸກຄືນວັນ
    ງາມແທ້ໜໍງາມຈັບໃຈ

  • ໂອ໊ ໂອ່ ໂອ້… ພຽງຍິ້ມນາງກໍສຸກໃຈ
    ສວັນ… ຫຼືສ້າງນ້ອງມາ
    ລີເຊ ລີເຊ ລີເຊ… ລີເຊ ລີເຊ ລີເຊ…

  • ອ້າຍນີ້ໜາຢາກເຫັນໜ້າ ພົບແກ້ວຕາທຸກເວລາ
    ໂອ້… ແມ່ສາວລີເຊ
    ຂໍພຽງນ້ອງຈົ່ງເຫັນໃຈ ຄອງຄວາມຮັກຂອງອ້າຍໄວ້
    ດ້ວຍຄວາມຮັກຈາກຫົວໃຈ

  • ໂອ໊ ໂອ່ ໂອ້… ພຽງຍິ້ມນາງກໍສຸກໃຈ
    ສວັນ… ຫຼືສ້າງນ້ອງມາ
    ລີເຊ ລີເຊ ລີເຊ… ລີເຊ ລີເຊ ລີເຊ…

  • ແມ່ນຄວາມຮັກເຮົາສົມປອງ ອ້າຍຈະຂໍຄູ່ປຣະຄອງ
    ຮັກ… ແຕ່ສາວລີເຊ
    ຂໍພຽງນ້ອງຢ່າຄິດທຳ ພາໃຈອ້າຍທົນຣະກັມ
    ແລະຊອກຊໍ້າດ້ວຍນໍ້າຕາ

  • ໂອ໊ ໂອ່ ໂອ້… ພຽງຍິ້ມນາງກໍສຸກໃຈ
    ສວັນ… ຫຼືສ້າງນ້ອງມາ
    ລີເຊ ລີເຊ ລີເຊ… ລີເຊ ລີເຊ ລີເຊ…
    ລີເຊ ລີເຊ ລີເຊ… ລີເຊ ລີເຊ ລີເຊ…
    ລີເຊ ລີເຊ ລີເຊ… ລີເຊ ລີເຊ ລີເຊ…
ໂນຕເພງ “ລີເຊ”
ວິດີໂອໂນຕບັນເລງເພງ “ລີເຊ”

ເພງ “ຮັກສາວນາຊາຍທອງ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1967)
ນັກຮ້ອງຕົ້ນສະບັບ : ປ. ຕຣີຈັນ

ວິດີໂອດົນຕຣີບັນເລງເພງ “ຮັກສາວນາຊາຍທອງ”
  1. ໂອ້… ສາວນາຊາຍທອງ
    ນ້ອງເປັນດອກໄມ້ປ່າ ງາມສງ່າງາມຊຶ້ງຣຶທັຍ
    ສາຍຕາ ຄົມກ້າບາດໃນຫົວໃຈ
    ກິຣິຍາອ່ອນໄຫວ ນ້ອງເປັນຂວັນໃຈຂອງໃຜແລ້ວໜາ

  2. ໂອ້… ສາວນາຊາຍທອງ
    ຜິວຂາວງາມຜຸດຜ່ອງ ຂໍຮັກນ້ອງນ້ອງສາວບ້ານນາ
    ໝາຍໃຈ ໝາຍໄວ້ແນບໃນອຸຣາ
    ຈາກວຽງຈັນຊອກຫາ ອ້າຍດັ້ນດົ້ນມາເພື່ອຫວັງໄມຕຣີ

  3. ໂອ້… ນວນນ້ອງເອີຍ ຢ່າເລີຍຢ່າຕັດໄມຕຣີ
    ອ້າຍຂໍຝາກຊີວີ ຝາກຄວາມຫວັງດີກັບນາຊາຍທອງ
    ຍາມເຊົ້າ ອ້າຍຈະໄປໄຖນາ
    ພໍຕົກແລງມາ ອ້າຍຈະຫາປາມາໃຫ້ນ້ອງ

  4. ໂອ້… ສາວນາຊາຍທອງ
    ຂໍນ້ອງຈົ່ງເອັນດູ ໃຫ້ອ້າຍຢູ່ເປັນຄູ່ຄຽງຄອງ
    ນ້ອງເອີຍ ຂໍຈົ່ງໄດ້ຮັບວາຈາ
    ອ້າຍຈະມາສູ່ຂໍ ຕາມປຣະເພນີນ້ອງຈົ່ງເຫັນໃຈ…
ໂນຕເພງ “ຮັກສາວນາຊາຍທອງ”
ວິດີໂອໂນຕບັນເລງເພງ “ຮັກສາວນາຊາຍທອງ”

ເພງ “ຮັກແທ້”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ຮັກແທ້”
  1. ອ້າຍຮັກນ້ອງປານ ຈະກືນກິນ
    ລວມຟ້າລວມດິນ ບໍ່ເໝືອນໄດ້
    ຫ່າງນ້ອງໄປຢູ່ ແຫ່ງຫົນໃດ
    ໃຈຍັງຮໍ່າຮ້ອງ ຮຽກຫານ້ອງ…

  2. ບໍ່ເຫັນຍິງໃດ ອີກແລ້ວເໝືອນ
    ບໍ່ຂໍລືມເລື່ອນ ຫຼອກເນື້ອທອງ
    ລວມຮັກລວມຫ່ວງ ຮ່ວມທັງຜອງ
    ມອບແດ່ນາງນ້ອງ ພຽງຜູ່ດຽວ…

  3. ແມ່ນມີນາງຟ້າ ຈາກບົນສວງ
    ສາວງາມທັງປວງ ບໍ່ຂໍກ່ຽວ
    ມອບກາຍໃຈພັກ ພຽງນຶ່ງດຽວ
    ບໍ່ແລບໍ່ຫຼຽວ ໃຜອີກແລ້ວ…

  4. ສຸດຮັກນ້ອງເກີນ ກວ່າຊີວາ
    ສຸດຫວັງຕັ້ງຕາ ແຕ່ນ້ອງແກ້ວ
    ສຸດຮັກແສນຊື່ນ ດວງໃຈແລ້ວ
    ສຸດພຽງນີ້ແລ້ວ ສຸດແກ້ວໃຈ…
ໂນຕເພງ “ຮັກແທ້”
ວິດີໂອໂນຕບັນເລງເພງ “ຮັກແທ້”