ເພງ “ເຫຼືອພຽງຮອຍຊໍ້າ”

ເນື້ອຮ້ອງ & ທຳນອງ : ມະ​ນັດ ລຳ​ລາ​ມັຍ (1970)
ນັກຮ້ອງຕົ້ນສະບັບ : ຄຳສອນ ພົມມະຈັນ

ວິດີໂອດົນຕຣີບັນເລງເພງ “ເຫຼືອພຽງຮອຍຊໍ້າ”

1) ດວງເດືອນ ເລື່ອນລອຍລາ ນະພາມືດໝົ່ນ
ອ້າຍສຸດທົນ ໝົ່ນໝອງ ນ້ອງຫ່າງໜີ
ເໝືອນສິ້ນຊາກ ພາກຮັກ ສິ້ນຄວາມປຣານີ
ດັ່ງອ້າຍນີ້ ສິ້ນຄວາມດີ ຂອງຄວາມເປັນຊາຍ

2) ດວງໃຈ ເຈົ້າຈາກໄກ ຫົວໃຈອ້າຍຫວັ່ນ
ສຸດຈະສັນ ຮ່ວນຫາ ນ້ອງຢູ່ໃສ
ຫຼືມີຄູ່ ຍອດຊູ້ ແລ້ວຫຼືດວງໃຈ
ປ່ອຍອ້າຍໄວ້ ໃຫ້ຣະທົມ ຂື່ນຂົມອຸຣາ

• ຍາມຮັກກັນ ສອງເຮົານັ້ນ ຮັກກັນດ້ວຍໃຈ
ຝັນສ້າງໄວ້ ວິມານໃຈ ຄູ່ກັນໃນຫຼ້າ
ມີ… ຮັກແທ້ ແນ່ໃນອຸຣາ
ແຕ່ຂວັນຕາ ລືມສັນຍາ ມາຈາກຈອນ

3) ວັນຄືນ ອ້າຍທົນຝືນ ຍິ້ມທັງນໍ້າຕາ
ປວດອຸຣາ ພາໃຈ ໃຫ້ສະທ້ອນ
ຮັກເຄີຍຊື່ນ ຣື່ມຣົມ ຮ່ວມໂສມບັງອອນ
ເຈົ້າມາຫຼອນ ຖອນດວງໃຈ ຂໍໃຫ້ເປັນທານ…

ໂນຕເພງ “ເຫຼືອພຽງຮອຍຊໍ້າ”
ວິດີໂອໂນຕບັນເລງເພງ “ເຫຼືອພຽງຮອຍຊໍ້າ”

ເພງ “ຄວາມຮັກຂອງນ້ອງຄົງໃຫ້ຊື້ດ້ວຍເງິນ”

ເນື້ອຮ້ອງ & ທຳນອງ : ນະຄອນຄຳ ຄຳສວັດ (1971)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ຄວາມຮັກຂອງນ້ອງຄົງໃຫ້ຊື້ດ້ວຍເງິນ”

1) ອ້າຍບໍ່ມີເງິນ ຈະຊື້ຮັກນ້ອງ
ອ້າຍບໍ່ມີທອງ ຈະໃຫ້ຂວັນໃຈ
ອ້າຍບໍ່ມີຄຳ ຈະໃຫ້ນ້ອງໃສ່
ຈຶ່ງປ່ອຍຮັກຫ່າງຫາຍ ຍ້ອນອ້າຍບໍ່ມີ

2) ອ້າຍບໍ່ມີເງິນ ຈະຊື້ຮັກເຈົ້າ
ເພາະນ້ອງມົວເມົາ ກັບຄວາມມັ່ງມີ
ອ້າຍບໍ່ມີຣົຖ ຈະໃຫ້ນ້ອງຂີ່
ບໍ່ໄດ້ເປັນເສດຖີ ມັ່ງມີເງິນຄຳ

• ໂອ… ໂອ້ ໂອ
ວາສນາ ອ້າຍນີ້ມັນຕໍ່າ
ເກີດເປັນຄົນ ກໍຈົນເຫຼືອລໍ້າ
ຮັກຈຶ່ງຣະກັມ ຊໍ້າເຕີມທຸກເວລາ

3) ອ້າຍມີແຕ່ໃຈ ຈະມອບໃຫ້ນ້ອງ
ອ້າຍເຝົ້າໝາຍປອງ ຮັກນ້ອງເລື້ອຍມາ
ອ້າຍມີຮັກດຽວ ເປັນອະມະຕະ
ນ້ອງຈົ່ງຄິດເມຕຕາ ເຫັນໃຈຄົນຈົນ…

ຄວາມຮັກຂອງນ້ອງຄົງໃຫ້ຊື້ດ້ວຍເງິນ
ວິດີໂອໂນຕບັນເລງເພງ “ຄວາມຮັກຂອງນ້ອງຄົງໃຫ້ຊື້ດ້ວຍເງິນ”

ເພງ “ເພາະອ້າຍນີ້ລືມນ້ອງບໍ່ລົງ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງ (1970)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງ

ວິດີໂອດົນຕຣີບັນເລງເພງ “ເພາະອ້າຍນີ້ລືມນ້ອງບໍ່ລົງ”

1) ເພາະອ້າຍນີ້ ລືມນ້ອງບໍ່ລົງ
ໃຈພະວົງ ຢູ່ທຸກເວລາ
ຮູ້ຕົວດີວ່າ ນ້ອງນັ້ນຊັງນໍ້າໜ້າ
ແຕ່ດ້ວຍວ່າ ອ້າຍນີ້ຮັກນ້ອງເຫຼືອເກີນ

2) ຮູ້ວ່ານ້ອງ ຊັງອ້າຍເທົ່າໃດ
ແຕ່ຫົວໃຈ ຂອງອ້າຍຍັງເພີນ
ແມ່ນນ້ອງດ່າ ອ້າຍຍັງສຸກໃຈເຫຼືອເກີນ
ເຖິງນ້ອງເມີນ ອ້າຍຍິ່ງຮັກນ້ອງຂຶ້ນໄປ

• ກ່ອນນີ້ອ້າຍເຄີຍຮັກ ກັບນ້ອງມາຄັ້ງນຶ່ງ
ຄວາມຮັກອ້າຍຄົງບໍ່ຊຶ້ງ ນ້ອງຈຶ່ງຫັນປ່ຽນໄປ
ປ່ອຍໃຫ້ອ້າຍຕ້ອງຊໍ້າ ຣະກັມໃນດວງໃຈ
ໃນດວງໃຈ… ໃນດວງໃຈ…

3) ແຕ່ອ້າຍນີ້ ລືມນ້ອງບໍ່ລົງ
ຄົງທຸກຕຣົມ ຢ່າງນີ້ເລື້ອຍໄປ
ຮູ້ຕົວດີວ່ານ້ອງ ໝົດຄວາມສົນໃຈ
ຕ້ອງທົນອາຍ ເພາະອ້າຍລືມນ້ອງບໍ່ລົງ

ລາລ່າລາ… ລາລ່າລາລາ…

ໂນຕເພງ “ເພາະອ້າຍນີ້ລືມນ້ອງບໍ່ລົງ”
ວິດີໂອໂນຕບັນເລງເພງ “ເພາະອ້າຍນີ້ລືມນ້ອງບໍ່ລົງ”

ເພງ “ໄທດຳລຳພັນ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງສ໌ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ໄທດຳລຳພັນ”

1) ສິບຫ້າປີ ທີ່ໄຕເຮົາຫ່າງແດນດິນ
ຈົ່ງອິນດູ ຝູງຂ້ານ້ອຍທີ່ພອຍພາກບ້ານ
ເຮົາຄົນໄຕ ຢາຍກັນໄປທຸກຖິ່ນທຸກຖານ
ຈົ່ງຮັກກັນເນີ ໄຕດຳເຮົາໜາ

2) ສິບຫ້າປີ ໄຕດຳເຮົາເສັຽດາຍເດ່
ເມືອງເຮົາເພ ແສນເສັຽດາຍ “ອູ໋ເຈົ່າເຊິນລ່າ”
ເຮືອນເຄີຍຢູ່ ອູ່ເຄີຍນອນຕ້ອງຈອນຈຳລາ
ປະໄຮ່ປະນາ ນໍ້າຕາໄຕໄຫຼ

3) ສິບຫ້າປີ ທີ່ໄຕເຮົາເສັຽແດນເມືອງ
ເຄີຍຮຸ່ງເຮືອງ ຝູງຂ້ານ້ອຍຢູ່ສຸກສະບາຍ
ລຸງແກ່ນຕາ ໄດ້ສ້ງສາບ້ານເມືອງໄວ້ໃຫ້
ບັດນີ້ຈາກໄກ ໄຕເສັຽດາຍເດ່

(ເວົ້າ) ຫງຳມາ ນໍ້າຕາໄຕໄຫຼ
ຍາມເມື່ອ“ຈະ”ໄກ “ອູ໋ເຈົ່າເຊິນລ່າ”
ອົພຍົບຫຼົບໜີ “ໄຟຣີມາ”
ໄຕດຳທົ່ວໜ້າ “ຫງຳຫາຈູ່ມື້ຈູ່ວັນ”…

ໂນຕເພງ “ໄທດຳລຳພັນ”
ວິດີໂອໂນຕບັນເລງເພງ “ໄທດຳລຳພັນ”

ເພງ “ຊຽງຂວາງແດນງາມ”

ເນື້ອຮ້ອງ & ທຳນອງ : ສ. ບົວລະພັນ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ຊຽງຂວາງແດນງາມ”

1) ຊຽງຂວາງ ດິນແດນວິມານ
ໜາວກາຍສະທ້ານ ໜາວສັ່ນສະເທືອນ
ພູຈົງ ເປັນວົງແສງເດືອນ (ຊໍ້າ)
ເມກນ້ອຍລອຍເຄື່ອນ ຍາມເມື່ອຄືນຈັນເພັນ

2) ໝູ່ນາງ ນາກນ້ອຍນາຣີ
ລອຍກາງນະທີ ເປັ່ງຣາສີສວຍເດັ່ນ
ນໍ້າງີ້ວ ໄຫຼລິນບໍ່ເວັ້ນ (ຊໍ້າ)
ຍາມຄໍ່າແລເຫັນ ສາວເນື້ອເຢັນລ່ອງລອຍ

• ໂອ້… ຊຽງຂວາງນີ້ເອີຍ
ກ່ອນນີ້ບໍ່ເຄີຍ ເຫັນເຈົ້າງາມຢາດຍ້ອຍ
ດຽວນີ້ ທັມມະຊາດຈອມດອຍ (ຊໍ້າ)
ເຊົ້າຄໍ່ານັ່ງຄອຍ ພູຈອງວອງງາມຕຣະການ

3) ໄຫຫິນ ມິ່ງຂວັນຊຽງຂວາງ
ສາຍລົມໄຫຼລ່ວງ ອ້າຍສຸດຫ່ວງເມື່ອຝັນ
ພູພຽງ ເປັນລອນກ່າຍກັນ (ຊໍ້າ)
ໃຫ້ອ້າຍສຸກສັນ ກັບຄວາມງາມຊຽງຂວາງ…

ໂນຕເພງ “ຊຽງຂວາງແດນງາມ”
ວິດີໂອໂນຕບັນເລງເພງ “ຊຽງຂວາງແດນງາມ”

ເພງ “ປຣະທີບແຫ່ງທັມ”

ເນື້ອຮ້ອງ & ທຳນອງ : ສົມລິດ ອ້ວນສວັດດີ (1965)
ນັກຮ້ອງຕົ້ນສະບັບ : ຈັນສມອນ ສິນບັນດິດ

ວິດີໂອດົນຕຣີບັນເລງເພງ “ປຣະທີບແຫ່ງທັມ”

1) ອະຣຸໂນທັຍ ຟ້າສີທອງ ສ່ອງພະສຸທາ
ໝາຍສັນຍະລັກ ປຣະຈັກແຈ້ງ ແສງສຸຣິຍາ
ແວ່ວຣະຄັງ ຫວນລະລ່ອງ ທົ່ວທ້ອງຟ້າ
ເປັນສັນຍາ ໃຫ້ເຮົາຮູ້ແຈ້ງ ວ່າແສງແຫ່ງບຸນ

2) ພຸດທະສາ ສະນິກະຊົນ ທົ່ວຈັນບຸຣີ
ຈິດຜ່ອງສີ ຕັ້ງໃຈໃສ່ບາດ ດ້ວຍໃຈເກື້ອກູນ
ສ້າງແຕ່ບຸນ ສິນກິນທານ ແກ່ສັງຄະເຈົ້າ
ເປັນຮີດຄອງ ປະເພນີເຮົາ ນີ້ດັ້ງເດີມມາ

• ພໍ ເຖິງເດືອນຫົກແລ້ວ
ປະຊາເມືອງແກ້ວ ຈູດທູບທຽນບູຊາ
ບຸນ ວິສາຂະບູຊາ
ຮີດຄອງມີມາ ຈິດເລີງລ່າຈິງເຫຼືອ

3) ສິ້ນວະສັນ ພັນສາສູນ ປະວໍຣະນາ
ວ່າປະເພນີ ທັມນຽມລາວນີ້ ມີບຸນຊ່ວງເຮືອ
ເລີ່ມຈະໜາວ ລາວເຮົາຕ້ອງ ສລອງບໍ່ເບື່ອ
ຄອຍເຈືອຈຸນ ບຸນທາດຫຼວງເດັ່ນ ເປັນມິ່ງຂວັນລາວເອີຍ…

ໂນຕເພງ “ປຣະທີບແຫ່ງທັມ”
ວິດີໂອໂນຕບັນເລງເພງ “ປຣະທີບແຫ່ງທັມ”

ເພງ “ຊັງຄົນຫຼາຍໃຈ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງສ໌ (1969)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ຊັງຄົນຫຼາຍໃຈ”

1) ຊັງຄົນຫຼາຍໃຈ ຊັງຄົນຫຼາຍໃຈ
ຈະຮັກຜູ່ໃດ ຮັກໃຜແທ້ນີ້
ຮັກຈິງກໍບອກ ຢ່າຫຼອກໃຫ້ຊໍ້າຣຶດີ
ຫາກແມ່ນບໍ່ຄິດປຣານີ ຈົ່ງຕັດໄມຕຣີຢ່າມີເຍື່ອໃຍ

2) ຊັງຄົນຫຼອກລວງ ຊັງຄົນຫຼອກລວງ
ບໍ່ຮັກບໍ່ຫ່ວງ ທຳຫວງຫ່ວງໃຍ
ຈັບປາສອງມື ແລ້ວຈະຖືໄດ້ຢ່າງໃດ
ບໍ່ຮັກຈົ່ງຫຼີກທາງໄປ ແນວຄົນຫຼາຍໃຈບໍ່ປຣາຖນາ

• ຜູ່ນີ້ກໍຊູ້ ຜູ່ນັ້ນກໍຊູ້
ບໍ່ຮູ້ເມື່ອໃດ ຈະໄຂປະຕູວິວາ
ຈະຢູ່ລວງໂລກ ຫຼືຢູ່ເປັນເຖົ້າຄໍ້າຟ້າ
ຫຼືຄູ່ວິວາ ຫາບໍ່ພົບພານ

3) ຊັງຄົນຫຼາຍໃຈ ຊັງຄົນຫຼາຍໃຈ
ບໍ່ຮັກບໍ່ໄຄ່ ແລ້ວຢ່າລວງກັນ
ແມ່ນບໍ່ຮັກແທ້ ຈົ່ງແກ້ໂສ້ສາຍສັມພັນ
ໃຫ້ຄາຍບ້ວງອອກຈາກກັນ ຕຣາບຊົ່ວຊີວັນຢ່າພົບກັນເລີຍ…

ໂນຕເພງ “ຊັງຄົນຫຼາຍໃຈ”
ວິດີໂອໂນຕບັນເລງເພງ “ຊັງຄົນຫຼາຍໃຈ”

ເພງ “ຊັງຄົນລໍ່າໄລ”

ເນື້ອຮ້ອງ : ຄຳຫຼ້າ ໜໍ່ແກ້ວ / ທຳນອງ : ສນອງ ອຸ່ນວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ຊັງຄົນລໍ່າໄລ”

1) ຊັງຄົນລໍ່າໄລ ຊັງຄົນລໍ່າໄລ
ໂກດແຄ້ນຜູ່ໃດ ແຕ່ໃສໜໍນີ້
ຮ້ອງໃສ່ຜູ່ຍິງ ວ່າບໍ່ຈິງໃຈເຫຼືອດີ
ຕົວເອງນັ້ນແຫຼະຄືຜີ ຢ່າມາອວດດີເລີຍນະຜູ່ຊາຍ

2) ຊັງຄົນສໍພໍ ຊັງຄົນສໍພໍ
ບໍ່ຮັກບໍ່ງໍ້ ທ່ຽວຂໍຜູ່ໃດ
ຖ້າເກ່ງກໍເຊີນ ຂໍເຊີນໄປເຖີດຍອດຊາຍ
ຂືນຮັກກັນອີກຕໍ່ໄປ ຄົງຕຣົມຫົວໃຈບໍ່ປຣາຖນາ

• ບໍ່ແນ່ຢ່າທ້າ ບໍ່ກ້າຢ່າຕີງ
ຮູ້ບໍ່ວ່າຍິງ ຜູ່ຍິງເຂົາມີຣາຄາ
ເຂົາຢູ່ສ້າງໂລກ ສ້າງຄົນຈົນທົ່ວໂລກາ
ຈົ່ງຮູ້ເສັຽວ່າ ຍິງເກ່ງເໜືອຊາຍ

3) ຊັງຄົນອວດດີ ຊັງຄົນອວດດີ
ທົ່ວທັງໂລກີ ຄົນມີມາກມາຍ
ອອກຈາກຜູ່ຍິງ ຫຼືວ່າອອກຈາກຜູ່ຊາຍ
ຢາກຫົວໃຫ້ໂລກທະລາຍ ຢາກຫົວຜູ່ຊາຍທຳທ່າອວດດີ…

ໂນຕເພງ “ຊັງຄົນລໍ່າໄລ”
ວິດີໂອໂນຕບັນເລງເພງ “ຊັງຄົນລໍ່າໄລ”

ເພງ “ສອງຝັ່ງຂອງ”

ເນື້ອຮ້ອງ & ທຳນອງ : ສຸຣິວັດ ຣັຕນະສວັນ (1965)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ສອງຝັ່ງຂອງ”

1) ສາຍນະທີ ລິນຫຼັ່ງຈາກຟ້າ
ແບ່ງພະສຸທາ ເປັນຊ້າຍແລະຂວາສອງຝັ່ງ
ຫາກນໍ້າກັ້ນຂວາງ ກໍບໍ່ສຳຄັນ
ແຕ່ຄວາມສັມພັນ ຂອງເຮົາໝັ້ນຄົງເລື້ອຍໄປ…

2) ເຖິງໄກກັນ ຄົນລະຝັ່ງຂອງ
ຕ່າງໝາຍປອງດອງ ມຸ່ງຫວັງທັງສອງຈົນໄດ້
ດ້ວຍຄວາມໃຝ່ຝັນ ໝັ້ນສຸດຫົວໃຈ
ປັກຝັງຊວງໃນ ເໝືອນໃຈດຽວກັນ…

• ທັງສອງຝັ່ງ ກັ້ນກາງດ້ວຍສາຍນະທີ
ແຕ່ປຣະເພນີ ນັ້ນບໍ່ຕ່າງກັນ
ຊາດລາວແລະໄທ ກ່ອນນັ້ນເຄີຍໄດ້ສັມພັນ
ຮ່ວມສາຍໂລຫິດດຽວກັນ ພຽງນໍ້າເທົ່ານັ້ນມາກັ້ນແບ່ງກາງ…

3) ຂໍຟ້າດິນ ຊ່ວຍເປັນສັກຂີ
ໂປຣດຄິດປຣານີ ຈົ່ງຢ່າໄດ້ມີວັນຫ່າງ
ຢ່າໃຫ້ສັມພັນ ນັ້ນຕ້ອງຈືດຈາງ
ຝາກຝັງຊີວີ ເໜືອນະທີສອງຝັ່ງເອີຍ…

ໂນຕເພງ “ສອງຝັ່ງຂອງ”
ວິດີໂອໂນຕບັນເລງເພງ “ສອງຝັ່ງຂອງ”

ເພງ “ຮັກເຈົ້າສຸດຫົວໃຈ” (ຍິງ)

ເນື້ອຮ້ອງ : ຄຳຫຼ້າ ໜໍ່ແກ້ວ / ທຳນອງ : ສົມລິຕ ພັນນະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ບັງອອນ

ວິດີໂອດົນຕຣີບັນເລງເພງ “ຮັກເຈົ້າສຸດຫົວໃຈ” (ຍິງ)

1) ຮັກເຈົ້າສຸດ ຫົວໃຈ
ບໍ່ຮູ້ສິ່ງໃດ ດົນໃຈຮັກເຈົ້າ
ຫຼົງຮັກຫຼົງຊື່ນ ວັນຄືນມິເບົາ
ຄິດວ່າສອງເຮົາ ຮັກເຮົາຄົງສົມດັ່ງວ່າ

2) ຮັກເຈົ້າສຸດ ຝືນທົນ
ດັ່ງວ່າຖືກມົນ ຮັກລົ້ນເຫຼືອຄະນາ
ສົງສານອ້າຍຍິ່ງ ມິ່ງຂວັນຊີວາ
ສຸດປຣາຖນາ ຄວ້າມາຮ່ວມຮຽງຄຽງສອງ

• ຟ້າຢູ່ສູງ ສູງສຸດສາຍຕາ
ດິນສຸດຄວ້າ ດອກຟ້າດັ່ງປອງ
ກຽດສັກສີ ປຣະເພນີຮີດຄອງ
ກັ້ນກາງເຮົາສອງ ຈຶ່ງຕ້ອງໝົ່ນໝອງເລື້ອຍມາ

3) ຮັກເຈົ້າສຸດ ຫົວໃຈ
ແທບທົນບໍ່ໄຫວ ມິວາຍຄະນຶງຫາ
ເຊື່ອຟັງໂອວາດ ບິດອນມານດາ
ສັຕຣີນີ້ໜາ ເກີດມາເໝຶອນວ່າມີກັມ…

ໂນຕເພງ “ຮັກເຈົ້າສຸດຫົວໃຈ” (ຍິງ)
ວິດີໂອໂນຕບັນເລງເພງ “ຮັກເຈົ້າສຸດຫົວໃຈ” (ຍິງ)