ເພງ “ຮັກເຈົ້າສຸດຫົວໃຈ” (ຊາຍ)

ເນື້ອຮ້ອງ & ທຳນອງ : ສົມລິຕ ພັນນະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ສົມລິຕ ພັນນະວົງສ໌

ວິດີໂອດົນຕຣີບັນເລງເພງ “ຮັກເຈົ້າສຸດຫົວໃຈ” (ຊາຍ)

1) ຮັກເຈົ້າສຸດ ຫົວໃຈ
ບໍ່ເຄີຍເຫັນໃຜ ວິໄລເໝືອນເຈົ້າ
ໝາຍຮັກໝາຍຊື່ນ ວັນຄືນມິເບົາ
ທຸກວັນຄໍ່າເຊົ້າ ຮັກເຈົ້າຢູ່ທຸກເວລາ

2) ຮັກເຈົ້າສຸດ ຝືນທົນ
ດັ່ງວ່າຖືກມົນ ຮັກລົ້ນເຫຼືອຄະນາ
ອ້າຍຮັກນ້ອງຍິ່ງ ມິ່ງຂວັນຊີວາ
ສຸດປຣາຖນາ ແກ້ວຕາມາຮຽງຄຽງສອງ

• ຟ້າຢູ່ສູງ ດິນຕໍ່ານັ້ນຈິງ
ໂອ້… ຍອດຍິງ ຄູ່ອ້າຍເຖີດນ້ອງ
ໄພ່ຜູ່ດີ ຈົນມີຮີດຄອງ
ຈຳເປັນຫຼືນ້ອງ ໃຫ້ສອງເຮົາເຊົາຮັກກັນ

3) ຮັກເຈົ້າສຸດ ຫົວໃຈ
ຫ້າມກໍບໍ່ໄຫວ ດວງໃຈຍຶດໝັ້ນ
ຂໍນ້ອງຈົ່ງໂປຣດ ເຖີດດວງຊີວັນ
ຢ່າໄດ້ແບ່ງຊັ້ນ ປຣະຫານຮັກດ້ວຍປຣະເພນີ…

ໂນຕເພງ “ຮັກເຈົ້າສຸດຫົວໃຈ” (ຊາຍ)
ວິດີໂອໂນຕບັນເລງເພງ “ຮັກເຈົ້າສຸດຫົວໃຈ” (ຊາຍ)

ເພງ “ຢ່າຫ້າມໃຈ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ຢ່າຫ້າມໃຈ”

1) ຢ່າຫ້າມຫົວໃຈ ຫົວໃຈຄົນຈະຮັກກັນ
ຢ່າກີດຢ່າກັ້ນ ຖານະຈະສູງຫຼືຕໍ່າ
ຄົນຈະຮັກກັນ ກ້າບຸກຫ້ວຍໜອງຄອງທາມ
ເຫວເລິກພູຜາກ້າຂ້າມ ເຖິງຍາມໃຈຮໍ່າຮຽກຮ້ອງ…

2) ຢ່າຫ້າມຫົວໃຈ ຫົວໃຈຄົນທີ່ຮັກກັນ
ໂລກແຫ່ງຄວາມຝັນ ເຂົາມີປຣະທີບໃສສ່ອງ
ຮັກຢູ່ທີ່ໃຈ ບໍ່ໄດ້ເຫັນຊັບເປັນກອງ
ວິມານໝັ້ນໝາຍຜຸດຜ່ອງ ຫວັງປອງຮັກຊື່ນຊູໃຈ…

• ຄວາມຮັກຄວາມຫວັງ ມີອານຸພາບ
ທັງສອງໃຈຮັບ ເອົາຄວາມຮັກນັ້ນເປັນໃຫຍ່
ຈະຂຶ້ນບົນຟ້າ ດິ່ງພະສຸທາບຸກນໍ້າລຸຍໄຟ
ຄົນຮັກໄປເຖິງກັນໄດ້ ດ້ວຍໃຈເຂົາປຣາຖນາ…

3) ຢ່າຫ້າມຫົວໃຈ ເຂົາມີຄວາມຮັກຕໍ່ກັນ
ຢ່າເພຄວາມຝັນ ວິມານອັນສູງສງ່າ
ແມ່ນຢາກຫ້າມໃຈ ຫ້າມໄຟເຜົາສຸມອຸຣາ
ຫ້າມນໍ້າບໍ່ໄຫຼດີກວ່າ ຄ່ອຍມາຫັກຫ້າມໃຈຄົນ…

ໂນຕເພງ “ຢ່າຫ້າມໃຈ”
ວິດີໂອໂນຕບັນເລງເພງ “ຢ່າຫ້າມໃຈ”

ເພງ “ທີ່ຮັກຈົ່ງລືມກັນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1972)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ທີ່ຮັກຈົ່ງລືມກັນ”

1) ຕໍ່ແຕ່ນີ້ ຂໍຢ່າມີໄມຕຣີກັນອີກ
ຈົ່ງຢູ່ຄົນລະຊີກ ຂອງໂລກແຫ່ງຄວາມຫວັງ
ອ້າຍໝາຍສິ່ງໃດ ນ້ອງຂໍໄກບໍ່ຂໍຮ່ວມທາງ
ແມ່ນອ້າຍຫາກສົມຫວັງ ນ້ອງຂໍໝົດຫວັງຊົ່ວນິດນິຣັນ

2) ຕໍ່ແຕ່ນີ້ ຂໍຢ່າມີເຍື່ອໃຍດີກວ່າ
ໂປຣດຈົ່ງຄິດເສັຽວ່າ ນ້ອງດັບສິ້ນຊີວັນ
ແມ່ນພົບຈົ່ງເມີນ ຂໍຈົ່ງເດີນຫຼີກທາງໃຫ້ກັນ
ຢ່າຍິ້ມຢ່າທັກທ້ວງກັນ ຈົ່ງເວັ້ນກັນໃຫ້ມັນແສນໄກ

• ນ້ອງຊໍ້ານ້ອງເຈັບ ພໍແລ້ວ
ຫົວໃຈຈົນແປ້ວ ເປື່ອຍເປັນແຜຝັງໃນ
ອ້າຍຄອງຮັກອື່ນ ກໍຄົງຊື່ນສຸກສົມໃຈ
ແຕ່ວັນນີ້ແຕ່ຍາມນີ້ໄປ (ເວົ້າ) ທີ່ຮັກຈົ່ງລືມກັນ…

3) ໂອ້ບຸນນ້ອຍ ນ້ອງຈຶ່ງພອຍໄຮ້ຄົນເມດຕາ
ຈຶ່ງຍອມຕຣົມກົ້ມໜ້າ ເສັຽສລະຮັກນັ້ນ
ອ້າຍເອີຍຈົ່ງລືມ ຂໍຈົ່ງລືມຢ່າຄິດເຖິງກັນ
ຕັດເສັຽຊຶ່ງຄວາມສັມພັນ ຢ່າເຫັນກັນຊົ່ວຊີວິດເອີຍ…

ໂນຕເພງ “ທີ່ຮັກຈົ່ງລືມກັນ”
ວິດີໂອໂນຕບັນເລງເພງ “ທີ່ຮັກຈົ່ງລືມກັນ”

ເພງ “ຄະນຶງຮັກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1965)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ຄະນຶງຮັກ”

1) ປານນີ້ ອ້າຍຢູ່ຫົນໃດ
ຢູ່ໃສ ກັບໃຜໜໍນີ້
ສຸກສັນ ຫຼືເສົ້າໂສກີ
ອ້າຍນອນຝັນດີ ຫຼືຢ່າງໃດ

2) ຄໍ່ານີ້ ຣຶດີແສນເສົ້າ
ຂາດເຈົ້າ ມາເລົ້າໂລມໃຈ
ນັ່ງຄິດ ຄະນຶງມິວາຍ
ແມ່ນຮັກມະລາຍ ຄົງຕາຍແນ່

• ອົດນິທຣາ ຜວາຂຶ້ນມາໄດ້
ລະເມີເພີ້ໄປ ດວງໃຈປ່ອຍໃຫ້ດຽວແດ
ຮັກຈິງຫຼືບໍ່ ຫຼົງເຝົ້າລໍບໍ່ເຫັນມາແລ
ຮັກລວງຫຼືວ່າແນ່ແທ້ ປ່ຽນແປຫຼືຍັງພັກດີ

3) ຄືນນີ້ ແສງຈັນໃສສ່ອງ
ແຕ່ນ້ອງ ໝົ່ນໝອງເຕັມທີ
ຍອດຮັກ ຍອດຂວັນຊີວີ
ຫວນຄືນມາທີ ທີ່ຮັກເອີຍ…

ໂນຕເພງ “ຄະນຶງຮັກ”
ວິດີໂອໂນຕບັນເລງເພງ “ຄະນຶງຮັກ”

ເພງ “ຄືນນັ້ນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌ / ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ຄືນນັ້ນ”

(ເວົ້າ)
ສຸດທີ່ຮັກ ເວລານີ້ເຈົ້າຢູ່ໃສ ແລະກໍຢູ່ຈັ່ງໃດ
ຈື່ໄດ້ບໍ່ ຄືນນຶ່ງ ທີ່ເຮົາພົບກັນ…

1) ຄືນນັ້ນ ຢູ່ເງົາແສງຈັນໃສສ່ອງ
ເຮົາສອງ ຄຽງຄູ່ປຣະຄອງຊຶ້ງໃຈ

2) ຄືນນັ້ນ ຫວັງວ່ານ້ອງນັ້ນຈຳໄດ້
ວ່າໃຜ ອິງແອບແນບກາຍຈົນຂ້ອນຄືນ

• ຈະຮັກກັນຈົນຊົ່ວຟ້າ ສັນຍາບໍ່ຂໍລືມເຈົ້າ
ຮັກເຮົາ ບໍ່ເຫງົາຂົມຂື່ນ
ເຮົາສອງເປັນຄູ່ດວງໃຈ ຮັກໃດຄົງບໍ່ຫອມລື່ນ
ບໍ່ຫວານບໍ່ຊື່ນ ບໍ່ຍືນເໝືອນເຮົາ

3) ຄືນນີ້ ສຸດແສນໂສກີໝອງເສົ້າ
ຂາດເຈົ້າ ຈຶ່ງເຝົ້າຣະທົມຕຣົມອຸຣາ

ໂອ້…ໂອ… ໂອ້…ໂອ…
ໂອ້…ໂອ… ໂອ້…ໂອ…

ໂນຕເພງ “ຄືນນັ້ນ”
ວິດີໂອໂນຕບັນເລງເພງ “ຄືນນັ້ນ”

ເພງ “ໜາມຊີວິດ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (1968)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ໜາມຊີວິດ”

1) ໂອ້ໜາມຊີວິດ ໃຜລິຂິດມາ
ຈາກໂຊກຊາຕາ ຂອງເຮົາຫຼືນີ້
ຈຶ່ງໂດນຄວາມຊໍ້າ ຣະກັມເກີດມີ
ຈາກອະເວຈີ ຫຼືມີພຣະພຣົມປັ້ນແຕ່ງ

2) ຂ້າທຳກັມດີ ສ້າງດີແກ່ຕົນ
ແຕ່ກັບມີຄົນ ຖືຜິດຄິດແກ້ງ
ຄົນເຄີຍຮ່ວມຮັກ ກໍມາຖືກແຍ່ງ
ໂທ້…ໃຜກັນແຕ່ງ ຊີວິດຂ້າໃຫ້ເກີດມາ

• ໜາມຊີວິດ ພິດສວາດ
ຕາມພິຄາດ ຢູ່ທຸກເວລາ
ຂ້າທຳຜິດ ສິ່ງໃດແລ້ວໜາ
ຈຶ່ງໄດ້ຕາມມາ ລ້າງຜານກັນບໍ່ຮູ້ເບື່ອ

3) ບໍ່ເຄີຍກະທຳ ສ້າງກັມກໍ່ເວນ
ຖ້າຈະຍາກເຂັນ ຂໍໄກທຸກເມື່ອ
ອິນພຣົມເຈົ້າເອີຍ ຂ້າຊໍ້າສຸດເຫຼືອ
ຂໍພຽງຊ່ວຍເກື້ອ ຖອດໜາມຊີວິດຈາກໃຈ…

ວິດີໂອໂນຕບັນເລງເພງ “ໜາມຊີວິດ”

ເພງ “ອ້າຍຊົ່ວຢ່າງໃດ”

ເນື້ອຮ້ອງ & ທຳນອງ : ສ ແສງສິຣິວັນ (1968)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ອ້າຍຊົ່ວຢ່າງໃດ”

1) ຢູ່ຫ່າງພຽງໃດ ອ້າຍກໍໄປເຖິງນາງ
ເພາະຢາກພົບນາງ ເພາະຄວາມຮັກນາງໜັກໜາ
ແຕ່ເຫດໃດໜໍ ນາງຈຶ່ງຫຼົບໜ້າ
ປ່ອຍອ້າຍເສົ້າອຸຣາ ໄຮ້ຄ່າຊີວິດ

2) ບຸກປ່າຂ້າມເຂົາ ອ້າຍກໍອົດສາໄປ
ໂທ້ໜ້ານ້ອຍໃຈ ເຫັນນາງໜີໄກໃຫ້ຄິດ
ຈວບຈົນບັດນີ້ ຕ້ອງທົນເຈັບຈິດ
ເມື່ອຮູ້ວ່າຫຼົງຜິດ ຮັກນາງຂ້າງດຽວ

• ອ້າຍຈົນຍາກໄຮ້ ຫຼືຊົ່ວຢ່າງໃດ
ນາງຈຶ່ງໄດ້ ໜີໄກບໍ່ກ່ຽວ
ປ່ອຍອ້າຍຕຣົມ ຣະທົມຄົນດຽວ
ສິ້ນຄວາມຮັກ ສິ້ນຄວາມກົມກຽວ
ນາງບໍ່ຫຼຽວ ບໍ່ແລອ້າຍເລີຍ

3) ເມື່ອນາງບໍ່ຮັກ ກໍຄວນເປັນມິດກັນ
ສາຍສື່ສັມພັນ ກໍຄວນໃຫ້ມັນຢ່າງເຄີຍ
ເມື່ອຍາມພົບເຫັນ ຢ່າທຳໜ້າເສີຍ
ຢ່າງນ້ອຍກໍຄວນ ຈະເອີ່ຍທັກທາຍຈັກຄຳ…

ໂນຕເພງ “ອ້າຍຊົ່ວຢ່າງໃດ”
ວິດີໂອໂນຕບັນເລງເພງ “ອ້າຍຊົ່ວຢ່າງໃດ”

ເພງ “ຫົວໃຈຊາຍໂສດ”

ເນື້ອຮ້ອງ & ທຳນອງ : ສ ແສງສິຣິວັນ (1970)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ຫົວໃຈຊາຍໂສດ”

1) ນ້ອງສາວ ອ້າຍນີ້ຍັງເປັນໂສດ
ແລະກໍຍັງສົດໆ ມົດແມງບໍ່ຕອມໄຕ່
ເຣື່ອງຜູ່ຍິງ ອ້າຍນີ້ຍັງອ່ອນໄປ
ເພາະເປັນຄົນຂີ້ອາຍ ຈຶ່ງບໍ່ມີຄູ່ຄອງ

2) ນ້ອງເອີຍ ອ້າຍບໍ່ເຄີຍຮູ້ຈັກ
ຊື່ນຊົມຫຼືອົກຫັກ ເຣື່ອງຮັກບໍ່ເຄີຍປອງ
ຢ້ານຜູ່ຍິງ ພາຫົວໃຈໝົ່ນໝອງ
ແຕ່ພໍພົບໜ້ານ້ອງ ເຫດໃດຈຶ່ງຢາກລອງຮັກ

• ອາດເປັນ ເພາະນ້ອງງາມດັ່ງນາງຟ້າ
ອາດເປັນເພາະ ສາຍຕານ້ອງຄົມສຽບແທງໃຈໜັກ
ອາດເປັນເພາະ ຍິ້ມຂອງນາງຫວານໜ້າຮັກ
ຫົວໃຈອ້າຍຈຶ່ງຢາກ (ຮື… ບໍ່ຈັກວ່າຢາກຫຍັງ)
… ຢາກຝາກຮັກນາງ

3) ນ້ອງສາວ ເຈົ້າເມດຕາຫຼືບໍ່
ແມ່ນເຫັນໃຈແລ້ວກໍ ຍິ້ມພໍເປີດຫົນທາງ
ຈິດໃຈອ້າຍ ຈະມອບໃຫ້ແກ່ນາງ
ຈະບໍ່ຍອມຢ່າຮ້າງ ຫາກນາງນ້ອງບໍ່ປ່ຽນໃຈ…

ໂນຕເພງ “ຫົວໃຈຊາຍໂສດ”
ວິດີໂອໂນຕບັນເລງເພງ “ຫົວໃຈຊາຍໂສດ”

ເພງ “ຫາກອ້າຍມີໃໝ່”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ດາວມະນີວອນ

ວິດີໂອດົນຕຣີບັນເລງເພງ “ຫາກອ້າຍມີໃໝ່”

1) ຫາກອ້າຍມີ ໃໝ່ແລ້ວ
ຢ່າຫາແນວ ມາຫຍຸ້ງ
ເອົາຄວາມຮັກກັບໄປ ຢ່າຫວຸ້ນວາຍໝາຍມຸ່ງ
ຄົນທົ່ວກຸງ ຈະນິນທາ

2) ຫາກອ້າຍມີ ໃໝ່ຊ້ອນ
ຢ່າພໍ່າວອນ ດີກວ່າ
ຢ່າມາລໍ້ຕໍ່ເຕີມ ຢ່າແກ້ງເສີມຂາຍໜ້າ
ຢ່າວຽນມາ ຂວາງຂັດໃຈ

• ໜີໄປໃຫ້ພົ້ນ ໃຫ້ພົ້ນສາຍຕາ
ຮີບໄປຫາ ຄົນຮັກໃໝ່
ຍິງດຽວບໍ່ພໍ ຫາອີກເລື້ອຍໄປ
ກວ່າຊີບຈະວາຍ ຄົງໄດ້ເປັນພັນ

3) ຫາກອ້າຍເອົາ ອີກຄົນ
ປະນຶ່ງຄົນ ເສັຽນັ້ນ
ຄືນຄວາມຮັກໜ້າຊັງ ຄືນຄວາມຫວັງໄວ້ນັ້ນ
ແຍກທາງກັນ ເສັຽເຖີດເອີຍ…

ໂນຕເພງ “ຫາກອ້າຍມີໃໝ່”
ວິດີໂອໂນຕບັນເລງເພງ “ຫາກອ້າຍມີໃໝ່”

ເພງ “ຫາກນ້ອງມີໃໝ່”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ຫາກນ້ອງມີໃໝ່”

1) ຫາກນ້ອງມີ ໃໝ່ແລ້ວ
ຢ່າຫາແນວ ມາຫຍຸ້ງ
ເອົາຄວາມຮັກກັບໄປ ຢ່າຫວຸ້ນວາຍໝາຍມຸ່ງ
ຄົນທົ່ວກຸງ ຈະນິນທາ

2) ຫາກນ້ອງມີ ໃໝ່ຊ້ອນ
ຢ່າພໍ່າວອນ ດີກວ່າ
ຢ່າມາລໍ້ຕໍ່ເຕີມ ຢ່າແກ້ງເສີມຂາຍໜ້າ
ຢ່າວຽນມາ ຂວາງຂັດໃຈ

• ໜີໄປໃຫ້ພົ້ນ ໃຫ້ພົ້ນສາຍຕາ
ຮີບໄປຫາ ຄົນຮັກໃໝ່
ຊາຍດຽວບໍ່ພໍ ຫາອີກເລື້ອຍໄປ
ກວ່າຊີບຈະວາຍ ຄົງໄດ້ເປັນພັນ

3) ຫາກນ້ອງເອົາ ອີກຄົນ
ປະນຶ່ງຄົນ ເສັຽນັ້ນ
ຄືນຄວາມຮັກໜ້າຊັງ ຄືນຄວາມຫວັງໄວ້ນັ້ນ
ແຍກທາງກັນ ເສັຽເຖີດເຮົາ…

ໂນຕເພງ “ຫາກນ້ອງມີໃໝ່”
ວິດີໂອໂນຕບັນເລງເພງ “ຫາກນ້ອງມີໃໝ່”