ເພງ “ຢາກຈະບອກ”

ເນື້ອຮ້ອງ & ທຳນອງ : ຄຳຫລ້າ ໜໍ່ແກ້ວ (1964)
ນັກຮ້ອງຕົ້ນສະບັບ : ບຸນທົງ ວົງສາລີ

ວິດີໂອດົນຕຣີບັນເລງເພງ “ຢາກຈະບອກ”

1) ຢາກຈະບອກ ຈັກຄຳວ່າຮັກ
ບອກໃຫ້ຮູ້ຈັກ ວ່າຮັກພຽງໃດ
ອ້າຍອົດມານານປີ ທີ່ເກັບຂັງບັງໄວ້
ຫົວໃຈອ້າຍ ປາກບໍ່ເປັນ

2) ຮັກອີ່ຫຼີ ບໍ່ຫຼອນຫຼອກລວງ
ອ້າຍຫວງອ້າຍຫ່ວງ ຊວງແທບກະເດັນ
ຍາມນ້ອງປາກກັບໃຜ ຫົວໃຈເກືອບຢຸດເຕັ້ນ
ເໝືອນຄົນເປັນ ບ້າຈິດຄອນ

• ດວງໃຈອາວອນ ກິນນອນລຳເພິງ
ເຝົ້າແຕ່ຄິດເຖິງ ນວນນ້ອງບັງອອນ
ພຽງເຫັນໜ້ານ້ອງ ຈອບມອງມິຖອນ
ຫົວໃຈອຸທອນ ຮ້ອນສຸດທົນໄຫວ

3) ຢາກຈະບອກ ວ່າຮັກວ່າຮັກ
ມັນຊ່າງຍາກໜັກ ຮັກຊ້ອນໃນໃຈ
ແມ່ນນ້ອງຄິດສົງສານ ຂໍໃຫ້ທານຮັກໄວ້
ຂໍຕາຍຢູ່ ແນບອົກນາງ…

ໂນຕເພງ “ຢາກຈະບອກ”
ວິດີໂອໂນຕບັນເລງເພງ “ຢາກຈະບອກ”

ເພງ “ຍອດຊູ້ຄູ່ໃຈ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ນິດ ວິຈິຕຕະວົງ

ວິດີໂອດົນຕຣີບັນເລງເພງ “ຍອດຊູ້ຄູ່ໃຈ”

(ຊາຍ) ໂອ້ສຸດທີ່ຮັກ ອ້າຍຮັກເຈົ້າດັ່ງດວງໃຈ
ອ້າຍຍອມຍົກໃຫ້ ທັງກາຍແລະດວງວິນຍາ
(ຍິງ) ເວົ້າແທ້ຫຼືຫຼອກ ຢ່າບອກແຕ່ພຽງວາຈາ
ຫົວໃຈໃຫ້ຈິງເໝືອນວ່າ ຢ່າພາໃຫ້ຫຼົງຕາຍໃຈ

(ຍິງ) ໂອ້ສຸດທີ່ຮັກ ນ້ອງຮັກອ້າຍດັ່ງຊີວີ
ຮັກດຽວເທົ່ານີ້ ມິມີໃຈອື່ນຈະໝາຍ
(ຊາຍ) ແທ້ຫວະນ້ອງແກ້ວ ບອກແລ້ວຢ່າລືມລາລັຍ
ຮັກດຽວໃຈດຽວມອບໃຫ້ ແຕ່ອ້າຍຜູ່ດຽວເດີ້ນາງ

(ຊາຍ) ນ້ອງເປັນຍອດຊູ້ (ຍິງ) ອ້າຍຄືຄູ່ໃຈ
ຢ່າໄດ້ ລ່ວງເກີນເມີນມາງ
(ຊາຍ) ຟ້າຍັງຄູ່ດາວ (ຮ່ວມ) ສອງເຮົາຢ່າຫ່າງ
(ຍິງ) ຢ່າຫ່າງ ຢ່າຮ້າງໄປໄກ

(ຊາຍ) ໂອ້ສຸດທີ່ຮັກ (ຍິງ) ທີ່ຮັກຈົ່ງໃຫ້ສັນຍາ
(ຊາຍ) ຮັກກັນຈົນກວ່າ ຟ້າດິນຈະສິ້ນສລາຍ
(ຮ່ວມ) ຜົນບຸນເຄີຍສ້າງ ຮ່ວມກັນຊາດກ່ອນຫຼືໃດ
ຍອດຊູ້ຈຶ່ງຢູ່ຄູ່ໃຈ ເທບໄທ້ຂໍຈົ່ງຄຸ້ມຄອງ…

ໂນຕເພງ “ຍອດຊູ້ຄູ່ໃຈ”
ວິດີໂອໂນຕບັນເລງເພງ “ຍອດຊູ້ຄູ່ໃຈ”

ເພງ “ຄອຍຮັກ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ນິດ ວິຈິຕຕະວົງ

ວິດີໂອດົນຕຣີບັນເລງເພງ “ຄອຍຮັກ”

1) ມອງເຫັນອາທິດ ໃກ້ອັສດົງ
ຕາວັນຕໍ່າລົງ ຈວນລັບຂອບຟ້າ
ປານນີ້ທີ່ຮັກ ຍັງບໍ່ເຫັນມາ
ນ້ອງເມີນໜີໜ້າ ໄປຢູ່ຫົນໃດ

2) ທີ່ຮັກ ທີ່ຮັກ ອ້າຍສຸດຄະນຶງ
ອ້າຍສຸດຄິດເຖິງ ນ້ອງແທບຂາດໃຈ
ຄອຍແລ້ວຄອຍແລ້ວ ຄອຍແກ້ວຂວັນໃຈ
ຫຼົງຄອຍເມື່ອໃດ ນ້ອງຈຶ່ງຈະມາ

• ກາລເວລາໝຸນໄປ ໝຸນໄປ ໆ
ກັບອີກດວງໃຈ ທີ່ເຝົ້າຄອຍຫາ
ອີກປານໃດໜໍ ນ້ອງຈຶ່ງຈະມາ
ຈະມາ ຈະມາ ຮັບຂວັນດວງໃຈ

3) ທີ່ຮັກ ທີ່ຮັກ ອ້າຍສຸດຫ່ວງຫາ
ຢ່າທໍຣະມາ ອ້າຍເລີຍແກ້ວໃຈ
ມາຕິທີ່ຮັກ ມາຢູ່ຊິດໃກ້
ມາຕິດວງໃຈ ອ້າຍຍັງເຝົ້າຄອຍ…

ໂນຕເພງ “ຄອຍຮັກ”
ວິດີໂອໂນຕບັນເລງເພງ “ຄອຍຮັກ”

ເພງ “ແສງເດືອນເຕືອນໃຫ້ເສົ້າ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1973)
ນັກຮ້ອງຕົ້ນສະບັບ : ນິດ ວິຈິຕຕະວົງ

ວິດີໂອດົນຕຣີບັນເລງເພງ “ແສງເດືອນເຕືອນໃຫ້ເສົ້າ”

1) ແສງອາທິດ ສູນດັບລັບໂລກ
ໃຈອ້າຍໂສກ ສຸດພັລນາ
ເຫັນເດືອນເພັງ ຂຶ້ນສູ່ນະພາ
ຍິ່ງໂສກາ ຄະນຶງເຖິງດວງໃຈ

2) ຄິດເຖິງຄັ້ງ ເຄີຍມີນ້ອງຢູ່
ເຄີຍແນບຄູ່ ນັ່ງຊົມເດືອນຫງາຍ
ສອງເຮົາເຄີຍ ໝັ້ນຈິດໝັ້ນໃຈ
ຈະຮ່ວມຕາຍ ມອບກາຍໄວ້ແກ່ກັນ

• ພໍ… ນ້ອງມາຈາກໄປ
ໃຈ… ນ້ອງກໍເລີຍແປຜັນ
ຜີສາງຕົນໃດ ສິງໃຈເຈົ້ານັ້ນ
ໂຫດຮ້າຍເຫຼືອປະມານ ສັງຫານອ້າຍທັງເປັນ

3) ຮັກອ້າຍນີ້ ເລື່ອນລອຍສູນດັບ
ບໍ່ຫວນກັບ ຄືນມາໃຫ້ເຫັນ
ນ້ອງທຳລາຍ ອ້າຍຢ່າງເລືອດເຢັນ
ຂ້າທັງເປັນ ໂທ້ໃຈນ້ອງຊ່າງດຳ…

ໂນຕເພງ “ແສງເດືອນເຕືອນໃຫ້ເສົ້າ”
ວິດີໂອໂນຕບັນເລງເພງ “ແສງເດືອນເຕືອນໃຫ້ເສົ້າ”

ເພງ “ເງິນໜໍເງິນ”

ເນື້ອຮ້ອງ & ທຳນອງ : ກອບແກ້ວ ປ່ຽມມະໄລ (1967)
ນັກຮ້ອງຕົ້ນສະບັບ : ກອບແກ້ວ ປ່ຽມມະໄລ

ວິດີໂອດົນຕຣີບັນເລງເພງ “ເງິນໜໍເງິນ”

1) ເງິນໜໍເງິນ ຊ່າງຫາຍາກໜັກໜາ
ຄູ່ຮັກຂອງຂ້າ ເຂົາຈາກລາກໍເພາະເງິນ
ບໍ່ມີເງິນທອງ ຈະແຕ່ງດອງເຂົາກໍເມີນ
ຄູ່ຮັກຈຶ່ງໄດ້ຫ່າງເຫີນ ເມື່ອຂາດເງິນຂາດງານ

2) ເງິນໜໍເງິນ ຍາມເມື່ອເງິນບໍ່ມີ
ກຸ້ມໃຈເຫຼືອທີ່ ສຸດບໍ່ມີຄົນທີ່ສົງສານ
ບໍ່ມີເງິນທອງ ນ້ອງສາວກໍບໍ່ຕ້ອງການ
ສຸດແສນຈະທໍຣະມານ ເມື່ອຂາດງານຂາດເງິນ

• ເງິນຕົວດຽວ ທີ່ຝັນຫາ
ໃຜໆກໍປຣາຖນາ ເພາະເງິນຕຣາພາເພີນ
ຢາກໄດ້ນ້ອງສາວ ມາກອດແກ້ໜາວເຫຼືອເກີນ
ແຕ່ອ້າຍຂາດເງິນ ສາວຈຶ່ງເມີນໜ່າຍໜີ

3) ເງິນໜໍເງິນ ຍາມເມື່ອເງິນໝົດໄປ
ຄົນຮັກຄົນໃກ້ ກໍຫັກໃຈຫຼີກໜີ
ບໍ່ມີເງິນທອງ ຈະໃຫ້ນ້ອງຄົນດີ
ມີແຕ່ຫົວໃຈດວງນີ້ ມອບຊີວີນາງດຽວ…

ໂນຕເພງ “ເງິນໜໍເງິນ”
ວິດີໂອໂນຕບັນເລງເພງ “ເງິນໜໍເງິນ”

ເພງ “ບໍ່ເຄີຍ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1967)
ນັກຮ້ອງຕົ້ນສະບັບ : ສ. ແສງສິຣິວັນ

ວິດີໂອດົນຕຣີບັນເລງເພງ “ບໍ່ເຄີຍ”

1) ບໍ່ເຄີຍ ບໍ່ເຄີຍ ບໍ່ເຄີຍໄດ້ແຕ່ງງານ
ຕັ້ງແຕ່ເກີດມາ ອາຍຸສາມສິບເອັດ
ມີລູກຕັ້ງເຈັດ ມີເມັຽກໍແສນນານ
ແຕ່ຂ້າບໍ່ເຄີຍ ບໍ່ເຄີຍໄດ້ແຕ່ງງານ
ເພາະໜີຕາມ ກັນງານວິວາເລີຍບໍ່ມີ

2) ບໍ່ເຄີຍ ບໍ່ເຄີຍ ບໍ່ເຄີຍເປັນເສດຖີ
ພໍຂ້າຖືກຫວຍ ເລີຍລໍ່າລວຍເງິນລ້ານ
ຊື້ນາຊື້ບ້ານ ຊື້ໂຮງງານໂຮງສີ
ແຕ່ຂ້າບໍ່ເຄີຍ ບໍ່ເຄີຍເປັນເສດຖີ
ໝຸນເງິນບໍ່ດີ ເງິນທີ່ມີເລີຍໝົດໄປ

3) ບໍ່ເຄີຍ ບໍ່ເຄີຍ ບໍ່ເຄີຍສົດຊື່ນໃຈ
ພໍໝົດເງິນທອງ ເລີຍຕ້ອງນັ່ງໜ້າເສົ້າ
ຫົວໃຈແສນເອົ້າ ຄິດມານໍ້າຕາຕົກໃນ
ເສັຽເສັ້ນຈິງໜໍ ຂ້າບໍ່ເຄີຍຈະດີໃຈ
ຢາກຜູກຄໍຕາຍຢ້ານ ເມັຽເປັນໝ້າຍເລີຍທົນເອົາ

4) ບໍ່ເຄີຍ ບໍ່ເຄີຍ ບໍ່ເຄີຍຂີ່ເຮືອບິນ
ພໍຂຶ້ນໄປນັ່ງ ສຽງຍົນດັງໃບພັດປິ່ນ
ຍົນຂຶ້ນເສັດສິ້ນ ຂ້າກໍເປັນວິນຈົນໜ້າຂາວ
ເພາະຂ້າບໍ່ເຄີຍ ຂີ່ເລີຍກໍຈຶ່ງເມົາ
ພໍຍົນຈອດເຊົາ ຟ້າວເອົາຂອງເກົ່າໄປເທ

5) ບໍ່ເຄີຍ ບໍ່ເຄີຍ ບໍ່ເຄີຍທ່ຽວໂລເລ
ພໍເບີກເງິນເດືອນ ເພື່ອນເລີຍຊວນກິນເຫຼົ້າປຸກ
ກິນແລ້ວໄປບຸກ ບຸກຈົນເດີນໂຊເຊ
ຍ້ອນເຫຼົ້າດອກໜາ ຂ້າຈຶ່ງທ່ຽວໂລເລ
ຕ້ອງເດີນຂາເຄ ເພາະສິ່ງໂລເລອາສັຍເຮົາ…

ໂນຕເພງ “ບໍ່ເຄີຍ”
ວິດີໂອໂນຕບັນເລງເພງ “ບໍ່ເຄີຍ”

ເພງ “ສາວໂພນໂຮງ”

ເນື້ອຮ້ອງ & ທຳນອງ : ຈອມຄຳ (1969)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ສາວໂພນໂຮງ”

1) ພຽງຄັ້ງນຶ່ງ ທີ່ຂ້າໄດ້ເຫັນ
ສົນໃຈບໍ່ເວັ້ນ ໄດ້ເຫັນສາວເມືອງໂພນໂຮງ
ນ້ອງງາມໂສພາ ຄົງສ້າງບຸນມາຈຶ່ງນຳຍູ້ສົ່ງ
ຖ້າປຽບນ້ອງແລ້ວດັ່ງຫົງ ນາງງາມສູງສົ່ງວົງພັກໜ້າຊົມ

2) ພຽງຄັ້ງນຶ່ງ ທີ່ຂ້າໄດ້ໄປ
ຊາບຊຶ້ງຕຣຶງໃຈ ຣຶທັຍຂອງຂ້າຊື່ນຊົມ
ຢາກຈະມາຢູ່ ຢາກເປັນເນື້ອຄູ່ຊື່ນຊູພິຣົມ
ບຸນອ້າຍສ້າງມາບໍ່ສົມ ຈຶ່ງຫຼົງໂງ່ງົມພຽງນ້ອງຄົນງາມ

• ໂອ້… ນໍ້າໃຈສາວເມືອງໂພນໂຮງ
ແສນງາມເລີດແລ້ວສູງສົ່ງ ອົງອາດພ້ອມວັທນະທັມ
ນ້ອງສ້າງບຸນມາ ທຳຜລາກຸສົນມາກລໍ້າ
ຊາດນີ້ນ້ອງຈຶ່ງງາມຂຳ ສວຍເລີດລໍ້າຍິງກວ່າຈັນທຣາ

3) ພຽງຄັ້ງນຶ່ງ ບໍ່ຂໍລືມຫຼົງ
ຄິດວ່າອ້າຍຄົງ ໄດ້ຮັບຄວາມຮັກກະຣຸນາ
ຫາກນ້ອງປຣານີ ບໍ່ຂໍໜ່າຍໜີຮັກນ້ອງເທົ່າຟ້າ
ຈະເຊີດຊູບູຊາ ຖ້ານ້ອງແກ້ວຕາຮັກຂ້າເຖີດເອີຍ…

ວິດີໂອໂນຕບັນເລງເພງ “ສາວໂພນໂຮງ”

ເພງ “ເມືອງຊຳລຳລຶກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1964)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ເມືອງຊຳລຳລຶກ”

1) ເມືອງຊຳແດນເໜືອ ງາມເຫຼືອສຸດພັນລະນາ
ທິວທັດທ້ອງນາ ປ່າດົງທົ່ງກວ້າງງາມຍິ່ງ
ນໍ້າຊຳໄຫຼຜ່ານ ພູຜາໜ້າເພີນພັກພິງ
ງາມແທ້ຊວນຊົມທຸກສິ່ງ ງາມຈິງຈັບໃຈບໍ່ຫາຍ

2) ເມືອງຊຳເຈົ້າເອີຍ ກ່ອນເຄີຍສຸກສົມຮົ່ມເຢັນ
ຊຳເໜືອນັ້ນເປັນ ຖິ່ນຖານສຳຣານຫົວໃຈ
ສາຍັນຄ້ອຍຄໍ່າ ຢູ່ຕາມລຳນໍ້າສ່ອງໃສ
ໜຸ່ມສາວອາບເຢັນຊື່ນໃຈ ຫາໃສຈະເທົ່າເມືອງຊຳ

• ອຸດົມສົມບູນ ໄປດ້ວຍຊັບຢູ່ໃນດິນ
ຊາວເມືອງຢູ່ກິນ ກັນດ້ວຍສິນຢູ່ໃນນໍ້າ
ຄໍ່າຄືນແວ່ວແຄນ ແອ່ວແຟນນ້ອງສາວເມືອງຊຳ
ທົບທວນແລ້ວຍິ່ງສຸກລໍ້າ ໂອ້…ທັມມະຊາດເມືອງເໜືອ

3) ເມືອງຊຳເຈົ້າເອີຍ ເຖິງເຈົ້າຢູ່ແດນກັນດານ
ຍັງເໝືອນວິມານ ຕຣະການບໍ່ມີຮູ້ເບື່ອ
ເຖິງຄາວຈຳຈາກ ຈຳພາກຈາກຖິ່ນເມືອງເໜືອ
ຄິດເຖິງເມືອງຊຳທຸກເມື່ອ ບຸນເຫຼືອຈະຫວນກັບມາ…

ໂນຕເພງ “ເມືອງຊຳລຳລຶກ”
ວິດີໂອໂນຕບັນເລງເພງ “ເມືອງຊຳລຳລຶກ”

ເພງ “ບ້ານແມ້ວ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ບ້ານແມ້ວ”

(ສອຍ) ກູ່ລາມູ່ກີ່ວກະຈຳ ກູ່ລາມູ່ກີ່ວກະຈຳ
ເພາະມີເວນກັມ ຂໍລາໄປກ່ອນ
ລາແລ້ວ ບ້ານແມ້ວຈາກຈອນ
ຂໍລາໄປກ່ອນ ບ້ານແມ້ວຂອງເຮົາ

1) ຖິ່ນຖານບ້ານພູເຂົາ ບ້ານແມ້ວຂອງເຮົາແສນເສົ້າລາແລ້ວ
ບັດນີ້ຈຳພາກຈາກແກ່ວ ພວກເຮົາລາແລ້ວກ່ອນເຄີຍຢູ່ນຳ
ລາແລ້ວ ບ້ານກີ່ວກະຈຳ (ຊໍ້າ)
ຍ້ອນເສິກສົງຄາມ ຈຶ່ງຕ້ອງຫ່າງໄກ

2) ບ້ານແມ້ວເປັນຖິ່ນຖານ ຫົວໃຈສະທ້ານຍາມຕ້ອງຈາກໄກ
ເພາະວ່າສັດຕຣູໄພຣີ ມາຈູ່ໂຈມຕີຈຶ່ງພ່າຍໜີໄກເຈົ້າ
ໄປຄາວນີ້ຫົວໃຈ ຂ້ອຍແສນເສົ້າ (ຊໍ້າ)
ບ້ານແມ້ວຂອງເຮົາ ສູນເສົ້າມົວໝອງ

(ສອຍ)

3) ພວກເຮົາຕ້ອງພ່າຍໜີ ເພາະມານຮາວີຕີປຸ້ນພີ່ນ້ອງ
ຊາວເຂົາຕັ້ງເປັນກອງ ພັດຖິ່ນລຳພອງບໍ່ມີເຮືອນຢ້າວ
ຖືວ່າແມ້ວ ກໍແມ່ນຊາດລາວ (ຊໍ້າ)
ຈະເປັນແມ້ວຫຼືຢ້າວ ກໍລາວດຽວກັນ

4) ຂໍສິ່ງສັກສິດມາຄຸ້ມຄອງ ຢ່າໄດ້ໝົ່ນໝອງໂສກເສົ້າລຳພັນ
ລາກ່ອນຕູບນ້ອຍຕັ້ງຢູ່ ຈອມດອຍຕູບນ້ອຍເປັນຖັນ
ເມື່ອລົມພັດ ມາເຈົ້າຢ່າໄດ້ເຫຫັນ (ຊໍ້າ)
ຕູບນ້ອຍແດນສວັນ ບ້ານແມ້ວອ້າຍຂໍລາ
ລາ… ແລ້ວ… ບ້ານແມ້ວເອີຍ…

ໂນຕເພງ “ບ້ານແມ້ວ”
ວິດີໂອໂນຕບັນເລງເພງ “ບ້ານແມ້ວ”

ເພງ “ຫຼົງຮັກເມັຽເຂົາ”

ເນື້ອຮ້ອງ & ທຳນອງ: ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ສ. ແສງສິຣິວັນ

ວິດີໂອດົນຕຣີບັນເລງເພງ “ຫຼົງຮັກເມັຽເຂົາ”

ວັນນີ້ໂຊກດີ ພົບນາຣີນຶ່ງນັ້ນ…
ໂສພາຜ່ອງພັນ ຍິ່ງກວ່າຈັນວັນເພັນ…

1) ນ້ອງງາມບາດໃຈ ເທວາອົງໃດສ້າງສັນນ້ອງມາ
ໃຫ້ເລີດຕາ ດັ່ງດາຣາຢາດຟ້າມາດິນ
ຜິວຜ່ອງໃສ ຄ້າຍກັບນິນ
ເນື້ອກາຍຫອມກິ່ນ ດັ່ງບຸບຜາສວັນ…

2) ຍິງໃນໂລກນີ້ ຫາໃດຈະມີທຽບທຽມແກ້ວຕາ
ອ້າຍຈົນຫຼົງ ຕິດຕາມມາຜູກມິດສັມພັນ
ຫຼົງຮັກນາງ ແຕ່ວັນນັ້ນ
ບໍ່ໄດ້ພົບພານ ອ້າຍແທບສິ້ນຊີວັງ…

• ແຕ່ພໍພົບນາງ ມາກັບຊາຍແສນງາມ
ເລີຍເຂົ້າໄປຖາມ ນຶກວ່າອ້າຍຂອງນາງ
ນ້ອງຕອບອາຍໆ ໃບໜ້າຈືດຈາງ
ນີ້ຄືຜົວນາງ ເອີ່ ! ອ້າຍເກືອບເປັນລົມ…

3) ໂອ້ຍອາຍຍິ່ງລໍ້າ ທັງເຈັບທັງຊໍ້າຫົວໃຈໝອງຕຣົມ
ເປີດເຂົ້າບາຣ໌ ດື່ມສຸຣາໃຫ້ຫາຍຣະທົມ
ນ້ອຍບໍ່ນານ ກໍສຸກສົມ
ເພາະດັບອາຣົມ ດ້ວຍຈັງຫວະ Twist !…

ໂນຕເພງ “ຫຼົງຮັກເມັຽເຂົາ”
ວິດີໂອໂນຕບັນເລງເພງ “ຫຼົງຮັກເມັຽເຂົາ”