ເພງ “ຝົນເຈົ້າເອີຍ”

ເນື້ອຮ້ອງ & ທຳນອງ : …?…
ນັກຮ້ອງຕົ້ນສະບັບ : …?…

ວິດີໂອດົນຕຣີບັນເລງເພງ “ຝົນເຈົ້າເອີຍ”

1) ຝົນເຈົ້າເອີຍ ຝົນຕົກຍາມຄໍ່າ
ຟ້າຮ້ອງຮໍ່າ ຍາມຄໍ່າໜາວມາ
ລົມຟາດຝົນ ມືດມົນໜັກໜາ
ຄິດເຖິງແກ້ວຕາ ຄິດມາຕາມສາຍຝົນ

2) ຝົນເຈົ້າເອີຍ ຝົນຕົກເດືອນຫົກ
ຝົນຊ່າງຕົກ ທຸກວັນເຫຼືອທົນ
ຂ້າຕ້ອງເຫງົາ ເສົ້າໃຈໝອງໝົ່ນ
ຍ້ອນຄິດເຖິງຄົນ ຄົນຮັກທີ່ຈາກໄປ

• ນ້ອງຈາກໄປ ຂ້າແສນອາລັຍຫົວໃຈໝອງໝົ່ນ
ຂ້າຕ້ອງທົນ ທົນຄິດຢູ່ໃນໃຈ
ຄືນໃດຝົນຕົກ ທ້ອງຟ້ານັ້ນບໍ່ແຈ່ມໃສ
ຕ້ອງຈັບພາບນ້ອງທີ່ໃຫ້ ແນບກາຍຕອນຂ້າຄິດຫາ

3) ຄືນໃດຝົນ ນັ້ນຕົກຍາມຄໍ່າ
ຟ້າຮ້ອງໜໍ່າ ຍາມຄໍ່າຄິດຫາ
ມີແຕ່ຄອຍ ຄອຍນ້ອງກັບມາ
ຢາກເຫັນໃບໜ້າ ແກ້ວຕາຍາມຝົນລິນ…

ໂນຕເພງ “ຝົນເຈົ້າເອີຍ”
ວິດີໂອໂນຕບັນເລງເພງ “ຝົນເຈົ້າເອີຍ”

ເພງ “ຝົນມາຂ້າເສົ້າ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1969)
ນັກຮ້ອງຕົ້ນສະບັບ : ນິດ ວິຈິຕຕະວົງສ໌

ວິດີໂອດົນຕຣີບັນເລງເພງ “ຝົນມາຂ້າເສົ້າ”

1) ສາຍຝົນຫຼັ່ງລົງ ອີກແລ້ວ
ນ້ອງແກ້ວເຈົ້າລືມ ຫຼືໃດ
ຄືນທີ່ເຮົາສອງ ສຸກໃຈ
ຝາກຮັກໄວ້ ກັບສາຍຝົນ

2) ເຫັນຝົນຕົກມາ ຂ້ານີ້
ແສນເສົ້າໂສກີ ເຫຼືອທົນ
ເຝົ້າແຕ່ຄອຍຫາ ໜ້າມົນ
ຄອຍຈົນຝົນ ເຫືອດແຫ້ງໄປ

• ຝົນນີ້ບໍ່ມີ ນ້ອງຢູ່
ຮ່ວມຮຽງຊື່ນຊູ ຊິດໃກ້
ຝົນນີ້ກໍໝົດ ຄວາມໝາຍ
ສຸດທີ່ຮັກເຈົ້າຢູ່ໃສ ຢູ່ກັບໃຜຈຶ່ງບໍ່ມາ

3) ສາຍຝົນຜ່ານໄປ ຈິດຄ້ອຍ
ຄູ່ຮັກຂ້າພອຍ ຫາຍໜ້າ
ມີສຸກແລ້ວຫຼື ແກ້ວຕາ
ຈຶ່ງປ່ອຍຂ້າ ໂສກຣະທົມ…

ໂນຕເພງ “ຝົນມາຂ້າເສົ້າ”
ວິດີໂອໂນຕບັນເລງເພງ “ຝົນມາຂ້າເສົ້າ”

ເພງ “ຟ້າຫຼືຈະກັ້ນ”

ເນື້ອຮ້ອງ & ທຳນອງ : ສຸຣິວັດ ຣັຕນະສວັນ (1965)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ຟ້າຫຼືຈະກັ້ນ”

1) ຄວາມຮັກກຳເນີດ ເກີດມາຈາກໃສ
ມີໃຜຕອບຄຳນີ້ໄດ້ ເປັນດ້ວຍເຫດໃດຄວາມຮັກນີ້ໜາ
ເກີດຈາກຫົວໃຈ ຫຼືຈະເປັນໄປດ້ວຍສາຍຕາ
ຫຼາຍຄົນກ່າວຂານກັນວ່າ ຄວາມຮັກມີຄ່າກວ່າສິ່ງໃດ…

2) ຄວາມຮັກເລີ່ມກໍ່ ຕໍ່ເປັນບັນຫາ
ພູຜາກີດກັນຂວາງໜ້າ ພື້ນພະສຸທາຫຼືຈະກັ້ນໄຫວ
ກ່ອນຈະຮັກກັນ ເຂົາຜູກພັນກັນວິທີໃດ
ເຖິງມີຄວາມຮັກກັນໄດ້ ຫຼືວ່າຫົວໃຈເຂົາມີເໝືອນກັນ…

• ເຖິງໃຫ້ແຜ່ນຟ້າ ມາປິດບັງກາງກັ້ນ
ໃຫ້ໂລກນີ້ສິ້ນແສງຈັນ ແຕ່ຫ້າມຮັກກັນນັ້ນຍາກສຸດແສນ
ແມ່ນຫາກຫ່າງກັນ ຈະໄກແສນໄກຢູ່ຄົນລະແດນ
ຄວາມຮັກຕິດຝັງໃຈແໜ້ນ ຍິ່ງກວ່າກຳແພງແຜ່ນເຫຼັກໄຫຼ…

3) ຄວາມຮັກມີຄ່າ ຢ່າງມະຫາສານ
ຖືກໃຜໃຈຕ້ອງໄຫວຫວັ່ນ ໃຜຈະກີດກັນກາງກັ້ນບໍ່ໄຫວ
ຖືກປັກຮັກລົງ ໃຜກໍຄົງຈະຮູ້ເຖິງໃຈ
ເຫຼືອແຮງຕັດຮັກອອກໄດ້ ເພາະວ່າຫົວໃຈຝັນໃຝ່ທຸກວັນ…

ໂນຕເພງ “ຟ້າຫຼືຈະກັ້ນ”
ວິດີໂອໂນຕບັນເລງເພງ “ຟ້າຫຼືຈະກັ້ນ”

ເພງ “ນ້ອງຂໍເປັນຄົນເຫັນໃຈ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌
ນັກຮ້ອງຕົ້ນສະບັບ : ວອນສວັດ (1972-73)
ສະບັບສຽງຂັບຮ້ອງຂອງ : ເກດສນາ ວິໄລລັກ (1992)

ວິດີໂອດົນຕຣີບັນເລງເພງ “ນ້ອງຂໍເປັນຄົນເຫັນໃຈ”

1) ຄູ່ນົກ ໂບກບິນ
ຟ້າວບິນຂຶ້ນລົງ ເລາະຫຼິ້ນກັບລົມ
ສົ່ງສຽງ ກ້ອງດັງຣະງົມດ້ວຍຄວາມສຸກສັນ

2) ນ້ອງນີ້ ສຸດເຫງົາ
ເມື່ອຟັງນົກເລົ່າ ວ່າຕົວອ້າຍນັ້ນ
ປຽບເໝືອນ ດັ່ງຄົນພິການຮັກມາແຕ່ເຍົາ

• ນ້ອງຂໍເປັນ ຄົນເຫັນໃຈ
ນຳຄວາມຮັກ ມາໃຫ້ເຈົ້າ
ເໝືອນຄູ່ນົກເຂົາ ທີ່ລອຍກາງຫາວຮັກກັນສເມີໄປ

3) ໂອ້ນົກ ເຈົ້າເອີຍ
ຊ່ວຍບອກເຂົາດ້ວຍ ວ່າຂ້າຫ່ວງໃຍ
ບອກເຂົາ ຂໍພຽງເຂົານັ້ນຮັກຂ້າແທ້ຈິງ

* ບອກເຂົາ ຂໍພຽງເຂົານັ້ນຮັກຂ້າແທ້ຈິງ
ບອກເຂົາ ຂໍພຽງເຂົານັ້ນຮັກຂ້າແທ້ຈິງ

ໂນຕເພງ “ນ້ອງຂໍເປັນຄົນເຫັນໃຈ”
ວິດີໂອໂນຕບັນເລງເພງ “ນ້ອງຂໍເປັນຄົນເຫັນໃຈ”

ເພງ “ຣາຕຣີພາຝັນ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1965)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ຣາຕຣີພາຝັນ”

1) ເດືອນຫງາຍ ສາຍລົມພັດມາແຕ່ໄກ
ດວງເດືອນ ລອຍໄປທົ່ວທ້ອງນະພາ
ສາຍນໍ້າ ໄຫຼໄປບໍ່ກັບຄືນມາ
ເໝືອນນ້ອງ ຈາກລາໄປແສນໄກ

2) ຄິດເຖິງ ເມື່ອກ່ອນນ້ອງຈະຈາກຈອນ
ອ້ອນວອນ ໃຫ້ອ້າຍຄອງຮັກເອົາໄວ້
ພາຍໃຕ້ ແສງຈັນຄືນນັ້ນຈຳໄດ້
ດວງໃຈ ລາລັບບໍ່ກັບຄືນມາ

• ໂອ້ດວງຈັນ ເຈົ້າຢູ່ສູງມອງເຫັນທົ່ວຟ້າ
ຈົ່ງກະຣຸນາ ມອງຫາໃຫ້ດີມີນ້ອງແຫ່ງໃດ
ໄກຫຼືໃກ້ ບອກໃຫ້ກັບມາ
ອ້າຍຍັງຄອຍຖ້າ ວ້າເຫວ່ດວງໃຈ

3) ຣາຕຣີ ມີຈັນພາໃຫ້ອ້າຍຝັນ
ທຸກຄືນ ລຳພັນລະເມີເພີ້ໄປ
ລົມໜາວ ພັດມາໜາວສັ່ນທົ່ວກາຍ
ແມ່ນໄດ້ ຄູ່ຄຽງໜາວຄົງຫາຍໄປ…

ໂນຕເພງ “ຣາຕຣີພາຝັນ”
ວິດີໂອໂນຕບັນເລງເພງ “ຣາຕຣີພາຝັນ”

ເພງ “ເພັດໃນຕົມ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (1969)
ນັກຮ້ອງຕົ້ນສະບັບ : ພອນເທພ ເທພພິທັກສ໌

ວິດີໂອດົນຕຣີບັນເລງເພງ “ເພັດໃນຕົມ”

1) ນາງເຄີຍຜ່ານຊາຍ ມາແລ້ວມາກມາຍຫຼາຍໜ້າ
ຈົນຖືກຂນານນາມວ່າ ຍອດຍິງແມ່ນົກຣາຕຣີ
ສັງຄົມກີດກັນ ແບ່ງຊັ້ນຄົນລະນາຣີ
ມີຮອຍດ່າງພ້ອຍຣາຄີ ນາງເປັນສະຕຣີສິ້ນຄົນບູຊາ

2) ຕົວນາງຈະຊາມ ແຕ່ໃຈນາງງາມເຫຼືອລົ້ນ
ງາມກວ່າຜູ່ຍິງໝື່ນຄົນ ທີ່ຂ້າເຄີຍພົ້ນຜ່ານມາ
ໃຜຈະປະນາມ ຢຽດຫຍາມກໍຕາມເຖີດໜາ
ນາງເປັນເພັດທີ່ສູງລໍ້າຄ່າ ທີ່ຝັງກາຍາຢູ່ໃນເຮືອນຕົມ

• ຫົວໃຈ ອ້າຍນີ້ຫວ່າງທັງສີ່ຫ້ອງ
ຈະມອບໃຫ້ນ້ອງ ໄດ້ຄອງຮັກອັນສຸກສົມ
ມີວັງນໍ້າໃຈ ໃຫ້ລ້າງກິ່ນສາບຄາວຕົມ
ມີອ້ອມແຂນໄວ້ແທນຜ້າຫົ່ມ ເມື່ອສາຍລົມພັດຜິວເຮືອນກາຍ

3) ນາງເຄີຍຜ່ານຊາຍ ມາແລ້ວມາກມາຍກໍຊ່າງ
ກໍຈະຂໍຮັກແຕ່ນາງ ຝາກຝັງຊີວິດຈົນຕາຍ
ເຣື່ອງຫຼັງຜ່ານມາ ລົບລ້າງມັນເສັຽໃຫ້ຫາຍ
ມາເປັນເພັດຄົນດຽວຂອງອ້າຍ ມາຮັກກັນໄປຊົ່ວນິຣັນດອນ…

ໂນຕເພງ “ເພັດໃນຕົມ”
ວິດີໂອໂນຕບັນເລງເພງ “ເພັດໃນຕົມ”

ເພງ “ຄິດຮອດຄວາມຮັກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ຄິດຮອດຄວາມຮັກ”

1) ຄິດຮອດຄວາມຮັກ ແລ້ວນອນບໍ່ຫຼັບ
ໄດ້ແຕ່ນັ່ງນັບ ເວລານາທີ
ຈັກອີກຈັກເດືອນ ຈັກອີກຈັກປີ
ຈະຮອດຣຶກດີ ພິທີວິວາມຸງຄຸນ

2) ຄິດຮອດຄວາມຮັກ ແລ້ວນອນບໍ່ໄດ້
ຮູ້ສຶກຄັນຄາຍ ກາຍໃຈເຫຼືອທົນ
ຈັກອີກຈັກແລ້ງ ຈັກອີກຈັກຝົນ
ໜາວນີ້ຄົງທົນ ຕໍ່ໄປບໍ່ໄຫວຕາຍແນ່

• ລົມແລ້ງລົມຝົນ ລົມໜາວລົມຮ້ອນ
ພັດວີ່ພັດວອນ ພັດຈອນລັບແລ
ລົມປາກລົມໃຈ ໃຜຈິງຈັງແດ່
ຂໍທານຂໍແຜ່ ຈັກຄົນແດ່ເດ

3) ຄິດຮອດຄວາມຮັກ ຫົວໃຈຕຶກຕັກ
ໃຈເຕັ້ນຄຶກຄັກ ເໝືອນຈັກຣົຖເພ
ຢ້ານແຕ່ຄວາມຮັກ ຊັກຕົກທະເລ
ຢ້ານຫົວໃຈເພ ຢ້ານເຊລົງເຫວເຖິງຕາຍ…

ໂນຕເພງ “ຄິດຮອດຄວາມຮັກ”
ວິດີໂອໂນຕບັນເລງເພງ “ຄິດຮອດຄວາມຮັກ”

ເພງ “ພຽງແຕ່ຄຶດ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ພຽງແຕ່ຄຶດ”

1) ອ້າຍພຽງແຕ່ຄຶດ ເທົ່ານັ້ນ
ບໍ່ເຄີຍລັ່ນປາກ ກັບໃຜ
ທ້ອນໂຮມຄວາມຄຶດ ອັດໄວ້ໃນໃຈ
ເຫັນນ້ອງເທື່ອໃດ ຫົວໃຈມັນເຕັ້ນຕຶກຕັກ ໆ

2) ອ້າຍພຽງແຕ່ຄຶດ ເທົ່ານັ້ນ
ບໍ່ເຄີຍຝັນວ່າ ຈະຮັກ
ຢ້ານນ້ອງຕອບມາ ວ່າບໍ່ຮູ້ຈັກ
ຄວາມນັ້ນມັນຍາກ ມັນແສນລຳບາກຈະບອກໃຫ້ຟັງ

• ແບກຄວາມຄຶດໄວ້ ໃນໃຈດົນແລ້ວ
ລຽນກັນເປັນແຖວ ຢູ່ໃນຄວາມຫວັງ
ຄຶດໄປຄຶດມາ ຢ້ານບໍ່ມີທາງ
ຫົວໃຈມັນຄວນຄາງ ຮື… ຄຶດຢາກກືນກິນເສັຽເລີຍ

3) ອ້າຍພຽງແຕ່ຄຶດ ເທົ່ານັ້ນ
ບໍ່ຕ້ອງໄຫວຫວັ່ນ ຫຍັງເລີຍ
ຄຶດຫຼິ້ນຄຶດຫົວ ໃຫ້ໃຈສະເບີຍ
ແທ້ຈິງບໍ່ເຄີຍ ຈິເວົ້າຈິເອີ່ຍໄດ້ພຽງແຕ່ຄຶດ…

ໂນຕເພງ “ພຽງແຕ່ຄຶດ”
ວິດີໂອໂນຕບັນເລງເພງ “ພຽງແຕ່ຄຶດ”

ເພງ “ຢ່າກວນໃຈ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1963)
ນັກຮ້ອງຕົ້ນສະບັບ : ບັງອອນ

ວິດີໂອດົນຕຣີບັນເລງເພງ “ຢ່າກວນໃຈ”

1) ຢ່າກວນ ໃຈນະ
ຢ່າຫາ ວ່າຍິງໃຈອ່ອນ
ຜູ່ຍິງ ເຂົາງາມເຂົາງອນ
ເພື່ອໃຫ້ຊາຍວອນ ມາງໍ້ມາງໍ້

2) ຢ່າຫວັງ ລວຍນະ
ເບິ່ງໜ້າ ບໍ່ຄືໜ້າພໍ່
ຜູ່ຊາຍ ບໍ່ມີເມືອງພໍ
ມາຫຼອກມາລໍ້ ບໍ່ພໍຈັກທີ

• ຣະວັງ ຈະຖືກຂອງແຂງ
ຢ່າລວນ ຫາແຫຼ່ງເວົ້າກັນດີໆ
ມາຈັບມື ຖືແຂນແບບນີ້
ຜິດປະເພນີ ອັບປີສີກະບານ

3) ຢ່າຫວັງ ລວຍນະ
ຖ້າຮັກ ໃຫ້ຂໍແຕ່ງງານ
ຢ່າທຳ ສິ່ງອະນາຈານ
ໜ້າອາຍຊາວບ້ານ ຈະກ່າວຂວັນນິນທາ…

ໂນຕເພງ “ຢ່າກວນໃຈ”
ວິດີໂອໂນຕບັນເລງເພງ “ຢ່າກວນໃຈ”

ເພງ “ຢອກບໍ່ໄດ້ເບາະ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1963)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ຢອກບໍ່ໄດ້ເບາະ”

1) ຢ່າເວົ້າ ແຮງຫຼາຍ
ແມ່ນໃຜ ວ່າເຈົ້າໃຈອ່ອນ
ເຈົ້າງາມ ແລ້ວຍັງທຳງອນ
ຂ້ອຍເມື່ອຍມາວອນ ມາງໍ້ແທ້ໆ

2) ຢ່າຄຸຍ ຫຼາຍນະ
ເບິ່ງໜ້າ ບໍ່ຄືໜ້າແມ່
ຂຶ້ນສຽງ ຮ້ອງປານສຽງແກ
ໂອ້ຍ… ຄ່ອຍໆແດ່ ອີ່ແມ່ຄົນງາມ

• ຍ້ອນຮັກ ຍ້ອນປາຖນາ
ບໍ່ແມ່ນຕັ້ງໜ້າ ຫາລວຍລວນລາມ
ພຽງຈັບມື ຖືແຂນຊັກຖາມ
ຫາວ່າອ້າຍທຳ ອັບປີສີກະບານ

3) ຢອກກະ ບໍ່ໄດ້ເນາະ
ໜ້າງໍ ເຂົ້າແລ້ວແຈ່ມຈັນ
ຮັກດອກ ຈຶ່ງຢອກຈອມຂວັນ
ເອົ້ານີ້ແຫວນໝັ້ນ ມາດີກັນເຖີດເອີຍ…

ໂນຕເພງ “ຢອກບໍ່ໄດ້ເບາະ”
ວິດີໂອໂນຕບັນເລງເພງ “ຢອກບໍ່ໄດ້ເບາະ”