ເພງ “ລາກ່ອນຈາກ”

ເນື້ອຮ້ອງ & ທຳນອງ: ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ລາກ່ອນຈາກ”

1) ຈາກກັນໄປ ຫົວໃຈອາລັຍຫາ
ຈຳຈາກໄປ ໄກຕາຂໍລາກ່ອນ
ຢ່າໂສກເສົ້າ ຢ່າຫ່ວງໃຍຢ່າອາວອນ
ຄົງບໍ່ນານ ຈະຫວນຢ້ອນມາພົບກັນ

2) ຈາກກັນໄປ ຣຶທັຍຢ່າລືມຫຼົງ
ຈາກວັນນີ້ ກໍຄົງພົບວັນນັ້ນ
ຫາກຄິດເຖິງ ເບິ່ງດາຣາເບິ່ງດວງຈັນ
ສາຍຕາເຮົາ ຈະພົບກັນໃນຈັນທຣາ

• ໂອ້… ຮື… ຂໍລາ ຂໍລາ ຂໍລາ
ຈົ່ງຢູ່ດີ ມີຄວາມສຸກສິ້ນທຸກນາໆ

3) ສຸດຄະນຶງ ເຖິງກັນຢູ່ບໍ່ຫາຍ
ໂສກໃຈເຫຼືອ ເມື່ອໃດໜໍພົບໜ້າ
ຈາກພຽງກາຍ ສ່ວນດວງໃຈແລະວິນຍານ
ທຸກນາທີ ທຸກເວລາມິໄກກັນ

ໂອ້…ໂອ… ໂອ້…ໂອ…
ລາ… ຂໍລາໄປກ່ອນເອີຍ
ລາ… ຂໍລາໄປກ່ອນເອີຍ…

ໂນຕເພງ “ລາກ່ອນຈາກ”
ວິດີໂອໂນຕບັນເລງເພງ “ລາກ່ອນຈາກ”