ເພງ “ຂາດຮັກ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1973)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌
ນັກຮ້ອງ ປີ 1980 : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຂາດຮັກ”

1) ຄູ່ນົກ ໂບກບິນ
ຟ້າວບິນຂຶ້ນລົງ ເລາະຫຼິ້ນກັບລົມ
ສົ່ງສຽງ ກ້ອງດັງຣະງົມດ້ວຍຄວາມສຸກສັນ

2) ຂ້ານີ້ ສຸດເຫງົາ
ຫາຄົນຮັກມາ ເວົ້າຈາຕໍ່ກັນ
(ເຝົ້າມອງຫາຄົນ ເວົ້າຈາຕໍ່ກັນ)
ກໍໄຮ້ ເໝືອນຄົນພິການຮັກມາແຕ່ເຍົາ

• ຍິງໃດໜໍ ຈະເຫັນໃຈ
ນຳຄວາມຮັກ ມາໃຫ້ເຮົາ
ເໝືອນຄູ່ນົກເຂົາ ທີ່ລອຍກາງຫາວຮັກກັນສເມີໄປ

3) ໂອ້ນົກ ເຈົ້າເອີຍ
ຊ່ວຍມອງຫາ ຄົນຮັກຂ້າຢູ່ໃສ
ບອກເຂົາ ເຈົ້າຍັງເຫັນຊາຍທີ່ຍັງຂາດຮັກ

* ບອກເຂົາ ເຈົ້າຍັງເຫັນຊາຍທີ່ຍັງຂາດຮັກ
ບອກເຂົາ ເຈົ້າຍັງເຫັນຊາຍທີ່ຍັງຂາດຮັກ
… …

ໂນຕເພງ “ຂາດຮັກ”
ວິດີໂອໂນຕບັນເລງເພງ “ຂາດຮັກ”

ເພງ “ເອື້ອມບໍ່ເຖິງ”

ເນື້ອຮ້ອງ : ສີລາວົງ ແກ້ວ / ທຳນອງ : ສຸສາຄອນ ວໍຣະວົງ (1968)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ເອື້ອມບໍ່ເຖິງ”

1) ລູກນາຍພັນ ຫຼານສາວນາຍພົນ
ງາມເຫຼືອລົ້ນ ງາມຈົນຕິດຕາ
ເຈົ້າເປັນຍິງທີ່ໂສພາ ເຈົ້າເປັນຍິງທີ່ໂສພາ
ເໝືອນນາງຟ້າ ຢູ່ບົນສວັນ

2) ລູກນາຍພັນ ຫຼານສາວນາຍພົນ
ງາມເຫຼືອລົ້ນ ສົມຄຳກ່າວຂານ
ບໍ່ມີຍິງໃດທຽບທັນ ບໍ່ມີຍິງໃດທຽບທັນ
ລູກນາຍພັນ ຊ່າງງາມຈັບໃຈ

• ຄິດ… ຢູ່ບໍ່ເວັ້ນວາຍ
ຢາກບອກຂວັນໃຈ ວ່າອ້າຍນີ້ຮັກ
ອ້າຍນີ້ຮັກ ຮັກນ້ອງຈິງຍິ່ງອື່ນໃດ

3) ລູກນາຍພັນ ຫຼານສາວນາຍພົນ
ງາມເຫຼືອລົ້ນ ງາມຈົນຕິດໃຈ
ໄດ້ແຕ່ຄິດຫຼົງຝັນໃຝ່ ໄດ້ແຕ່ຄິດຫຼົງຝັນໃຝ່
ຢູ່ດຽວດາຍ ເພາະເອື້ອມບໍ່ເຖິງ…

ໂນຕເພງ “ເອື້ອມບໍ່ເຖິງ”
ວິດີໂອໂນຕບັນເລງເພງ “ເອື້ອມບໍ່ເຖິງ”

ເພງ “ຈະຮັກໃຜດີ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ຈະຮັກໃຜດີ”

• ເອື້ອຍກໍງາມ ນ້ອງກໍງາມ ຈະຮັກໃຜດີ

1) ເອື້ອຍນັ້ນງາມ ງາມແທ້ ງາມມີສເນ
ງາມແທ້ເດ່ ຍາມຍິ້ມ ກໍຫວານຈັບໃຈ
ສອງພວງແກ້ມ ເບັ່ງບານ ເໝືອນດວງດອກໄມ້
ໜ້າຮັກໄຄ່ ໜ້າເຊີຍຊົມ ດົມແກ້ມນັ້ນ
ໄດ້ແຕ່ຄິດ ຄໍ່າຄວນ ເພີ້ຣຳພັນ
ໂອ້ຈອມຂວັນ ເຈົ້າຊ່າງງາມ ງາມທັງນໍ້າໃຈ

2) ນ້ອງກໍງາມ ເໝືອນເອື້ອຍ ງາມບໍ່ມີຜິດ
ໄດ້ແຕ່ຄິດ ບໍ່ຮູ້ ຈະຕັດສິນໃຈ
ສອງນ້ອງເອື້ອຍ ຊ່າງງາມ ງາມຄູ່ກັນໄປ
ຮັກເອື້ອຍໃຫຍ່ ຍັງນາງນ້ອຍ ຜູ່ໂສພາ
ອຸກໃຈໜັກ ເມື່ອຮັກ ມີບັນຫາ
ຍາກໜັກໜາ ເພາະສອງຄົນ ນັ້ນງາມເໝືອນກັນ

• ເອື້ອຍກໍງາມ ນ້ອງກໍງາມ ຈະຮັກໃຜດີ

ໂນຕເພງ “ຈະຮັກໃຜດີ”
ວິດີໂອໂນຕບັນເລງເພງ “ຈະຮັກໃຜດີ”

ເພງ “ດ້ວຍເຫດໃດນ້ອງຈຶ່ງລືມ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ດ້ວຍເຫດໃດນ້ອງຈຶ່ງລືມ”

1) ບໍ່ເຄີຍຈະຄິດຝັນ ວ່ານ້ອງຈະລືມ
ລືມ… ລືມງ່າຍຢ່າງນີ້
ນ້ອງເຄີຍບອກໄວ້ ວ່າຈະຮັກສຸດຊີວີ
ບໍ່ມີວັນຈະໜ່າຍໜີ ບໍ່ມີວັນຈະຈືດຈາງ

2) ໝົ່ນໃຈສຸດທົນຝືນ ກວ່າໄຟໄໝ້ສຸມ
ເຜົາ… ລົນໃຫ້ອົກຮ້າງ
ນ້ອງມາປ່ອຍອ້າຍ ໃຫ້ໂສກຕຣົມດັບຊີວັນ
ດັ່ງທາຣາຂາດເວີນວັງ ດັ່ງໂລກາຂາດອາທິດ

• ດ້ວຍເຫດໃດ ດ້ວຍເຫດໃດ ນ້ອງຈຶ່ງລືມ
ຫຼືມີຮັກໃໝ່ ເຊີຍຊິດ ຫຼືອ້າຍທຳຜິດ ໃຫ້ໝອງ
ອ້າຍຢາກຮູ້ ອ້າຍຢາກຮູ້ ອ້າຍຢາກເຫັນ…

3) ແຕ່ໃຈກໍຍັງຫວງ ຫ່ວງນ້ອງສເມີ
ເຖິງ… ຄວາມຮັກຫ່າງເວັ້ນ
ນ້ອງຄວນໃຫ້ຮູ້ ຖ້າບໍ່ຮັກບໍ່ຄິດເຫັນ
ອ້າຍຄົງຍັງບໍ່ສິ້ນເວນ ຫາກນວນນາງໃຝ່ລືມລາ…

ໂນຕເພງ “ດ້ວຍເຫດໃດນ້ອງຈຶ່ງລືມ”
ວິດີໂອໂນຕບັນເລງເພງ “ດ້ວຍເຫດໃດນ້ອງຈຶ່ງລືມ”

ເພງ “ດົງຮັກດົງສລາຍ”

ເນື້ອຮ້ອງ : ສີລາວົງ ແກ້ວ / ທຳນອງ : ບຸນສວັດ ເມກສວັນ (1971)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ດົງຮັກດົງສລາຍ”

1) ໃຈຂ້າ ສຸດຣະທົມ
ໂສກຕຣົມ ເໝືອນຄົນສິ້ນຫວັງ
ເມື່ອຄົນຮັກ ມາເຫີນຫ່າງ
ເມື່ອຄວາມຮັກ ມາຈືດຈາງ
ບໍ່ມີເຫຼືອ ເຍື່ອໃຍ

2) ຄິດເຖິງ ເມື່ອເຮົາສອງ
ປຣະຄອງ ຮັກກັນດ້ວຍໃຈ
ບໍ່ເຄີຍຄິດ ຈະແໜງໜ່າຍ
ຖນອມຮັກ ຍິ່ງອື່ນໃດ
ເທີດທູນ ເໜືອດວງຊີວາ

• ບໍ່ຄິດ ບໍ່ຄາດບໍ່ຝັນ
ຮັກນັ້ນ ຈະມາຮ້າງລາ
ຂ້າທົນ ຝືນກືນນໍ້າຕາ
ອຸຣາ ຣະບົມ

3) ລາແລ້ວ ດົງໂດກເອີຍ
ບ່ອນເຄີຍ ໃຫ້ຄວາມສຸກສົມ
ກັບທຳໃຫ້ ຂ້າຊໍ້າຕຣົມ
ເຈົ້າມີຄົນ ອື່ນເຊີຍຊົມ
ຂ້າຕ້ອງ ຂົ່ມໃຈລາ…

ໂນຕເພງ “ດົງຮັກດົງສລາຍ”
ວິດີໂອໂນຕບັນເລງເພງ “ດົງຮັກດົງສລາຍ”

ເພງ “ກັບມາຮັກກັນໃໝ່ເຖີດທີ່ຮັກ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ກັບມາຮັກກັນໃໝ່ເຖີດທີ່ຮັກ”

1) ເມື່ອວາໂຍ ໂຊຍຜ່ານມາ
ຍິ່ງໂນ້ມໃຈ ໃຫ້ຮຽກຫາ
ແຕ່ນ້ອງ ສຸດໝາຍປອງ
ນ້ອງຢູ່ໃສ ຢູ່ໃສ ລີ້ຢູ່ໃສ

2) ຍິ່ງຄິດໄປ ໃຈໂສກສັນ
ເມື່ອສັມພັນ ມາຈືດຈາງ
ຫ່າງຫາຍ ສຸດສາຍໃຈ
ແລ້ວເມື່ອໃດ ເມື່ອໃດ ນ້ອງຈະໃຫ້ຄວາມຫວັງ

• ກັບມາເຖີດ ທີ່ຮັກ
ຄືນຮັກ ກັນໃໝ່
ເຣື່ອງແລ້ວໄປ ເປັນພຽງຄວາມຫຼັງ
ອ້າຍນີ້ຍັງ ຍັງຮັກນ້ອງ ຢ່າງເຄີຍມີ

3) ຫາກເມື່ອໃດ ນ້ອງກັບຫັນ
ຜູກສັມພັນ ໝັ້ນດັ່ງເຄີຍ
ອ້າຍນີ້ ຈະຂໍມີ
ມີແຕ່ຮັກ ຖນອມນ້ອງບໍ່ໃຫ້ເສົ້າໝອງ…

ໂນຕເພງ “ກັບມາຮັກກັນໃໝ່ເຖີດທີ່ຮັກ”
ວິດີໂອໂນຕບັນເລງເພງ “ກັບມາຮັກກັນໃໝ່ເຖີດທີ່ຮັກ”

ເພງ “ລືມເສັຽເຖີດ” (ຍິງ)

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ລືມເສັຽເຖີດ”

1) ຈົ່ງລືມເສັຽທີ ວ່າມີນ້ອງຢູ່
ໂປຣດເຖີດຍອດຊູ້ ໂປຣດຈົ່ງຈຳໃຈ
ຈົ່ງຕັດຄວາມຮັກໃຫ້ຫ່າງ ຂີດຊື່ຂອງນ້ອງຈາກໃຈ
ຢ່າຫ່ວງອາລັຍ ຫ່ວງໃຍສັມພັນ

2) ເມື່ອເຮົາສອງຄົນ ຝັນຄົນລະຢ່າງ
ກໍສຸດໃຈຫວັງ ຕ້ອງຫ່າງໄກກັນ
ຢູ່ໄປຄົງຊໍ້າຣະທົມ ຂື່ນຂົມຈົນຊົ່ວຊີວັນ
ຈະທໍຣະມານ ຫົວໃຈໄຮ້ຄ່າ

• ແຕ່ຈົ່ງຟັງສຽງ ຂອງນ້ອງນີ້ກ່ອນ
ກ່ອນຈະຈາກຈອນ ພາກໄກຫາຍໜ້າ
ໂປຣດຈົ່ງມອງນ້ອງ ດ້ວຍແວວເມດຕາ
ເຖິງຈະຈາກລາ ກໍຈົ່ງດ້ວຍດີ

3) ຫາກມີເມື່ອໃດ ຫົວໃຈກົງກັນ
ຫາກເທບສວັນ ນັ້ນໂປຣດປຣານີ
ຈຶ່ງຄ່ອຍມາຮັກກັນໃໝ່ ຮ່ວມໃຈຮ່ວມກັນຝັນດີ
ຊົ່ວນາຕາປີ ຊີບນີ້ມະລາຍ…

ໂນຕເພງ “ລືມເສັຽເຖີດ”
ວິດີໂອໂນຕບັນເລງເພງ “ລືມເສັຽເຖີດ”

ເພງ “ຣະທົມເມື່ອລົມໜາວ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1973)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຣະທົມເມື່ອລົມໜາວ”

1) ລົມໜ້າໜາວ ໂບກໂບຍເຂົ້າມາ
ໂອ້ອຸຣາອ້າຍ ສຸດລຳເຄັນ
ເຝົ້າຄິດເຖິງນ້ອງ ຢູ່ທຸກເວັນ
ບໍ່ມີເວັ້ນ ມິວາຍຫ່ວງຫາ

2) ຮູ້ບໍ່ໜໍ ອ້າຍສຸດຣະທົມ
ສຸດຂື່ນຂົມ ດ້ວຍຫ່ວງແກ້ວຕາ
ຍິ່ງລົມໜາວພັດ ຜ່ານເຂົ້າມາ
ວາສນານ້ອງ ມາທຳເວນ

• ອ້າຍຍອມຮັບ ຄວາມອ່ອນແອ
ຮັກລວງ ຮັກລືມບໍ່ເປັນ
ເຝົ້າພຽງ ຄິດເຫັນ
ພາບນວນນ້ອງ ຢູ່ທຸກວັນ

3) ນ້ອງບໍ່ໜາວ ຫຼືລົມຢ່າງນີ້
ໂອ້ຄົນດີ ອ້າຍສຸດສະທ້ານ
ຢ້ານຄວາມໜາວ ຈະໝົດຄວາມຫວານ
ຢ້ານຮັກນ້ອງ ໜີໄປຕາມລົມ…

ໂນຕເພງ “ຣະທົມເມື່ອລົມໜາວ”
ວິດີໂອໂນຕບັນເລງເພງ “ຣະທົມເມື່ອລົມໜາວ”

ເພງ “ຈັນຄູ່ຟ້າ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງ
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ຈັນຄູ່ຟ້າ”

1) ຈັນຄູ່ຟ້າ ດາຣາໃສສ່ອງ
ດັ່ງອ້າຍແລະນ້ອງ ປຣະຄອງຄວາມຮັກຄູ່ກັນ
ຕຣາບຊົ່ວຊີວັນ ສັນຍາຮັກນີ້ຜູກພັນ
ນ້ອງກໍວ່າຮັກອ້າຍໝັ້ນ ດຸດດັ່ງຈັນຄຽງຄູ່ດາຣາ

2) ຄວາມຮັກນີ້ ພວກເຮົາສ້າງມາ
ຫາກໃຜໜີໜ້າ ດິນຟ້າຈົ່ງລົງໂທດທັນ
ເພາະຂ້າທັງສອງ ໝາຍປອງຮັກນີ້ຜູກພັນ
ປຽບເໝືອນວ່າຈັນຄູ່ຟ້າ ບໍ່ຈາກລາໜີໜ້າກັນເລີຍ

• ຈັນຄູ່ຟ້າດາຣາ ຄຽງຄູ່ຄະເນີຍ
ບໍ່ຜິດກັນເລີຍ ກັບຄວາມຮັກເຄີຍມີມາ
ຫາກວ່າຮັກ ເຮົາສອງບໍ່ຍອມຈາກລາ
ຄົງສິ້ນທຸກຊື່ນສຸກອຸຣາ ຂໍບູຊາຮັກນ້ອງຄົນດຽວ

3) ຂໍຮັກໝັ້ນ ພັນປີແໜ້ນໜຽວ
ອ້າຍຂໍໂນ້ມໜ່ຽວ ໃຈດຽວຮັກດຽວເທົ່ານີ້
ຈົນຊີບຈະດັບ ຈາກໂລກລາລັບໄກໜີ
ຂໍແຕ່ຍອດຍິງຄົນດີ ໂປຣດປຣານີມີໃຈຮັກຈິງ…

ໂນຕເພງ “ຈັນຄູ່ຟ້າ”
ວິດີໂອໂນຕບັນເລງເພງ “ຈັນຄູ່ຟ້າ”

ເພງ “ຜູ່ຊາຍລວງ”

ເນື້ອຮ້ອງ & ທຳນອງ : ສຸຣິວັດ ຣັຕນະສວັນ (1970)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ຜູ່ຊາຍລວງ”

1) ບໍ່ເຄີຍນຶກຝັນ ວ່າອ້າຍຈະເປັນໄປ
ໂອ້ນໍ້າໃຈຊາຍ ນັ້ນໝາຍແຕ່ພຽງລວງ
ບໍ່ເຄີຍໄດ້ຄິດ ວ່າເຮົາເປັນຫ່ວງ
ເຝົ້າຮັກເຝົ້າຫວງ ມາລວງໃຫ້ເຮົາໝອງໃຈ

2) ໂອ້ໃຈຜູ່ຊາຍ ຄືນໍ້າກິ່ງໃບບອນ
ບໍ່ມີແນ່ນອນ ເໝືອນບອນຖືກລົມໄກວ
ນໍ້າເທິງໃບບອນ ຈະກິ້ງລົງໄປ
ປຽບດັ່ງຜູ່ຊາຍ ບໍ່ມີຫົວໃຈແນ່ນອນ

• ປາກບອກວ່າ ຮັກເຮົາຈິງ
ພໍໄດ້ແອບອິງ ປ່ອຍໃຫ້ຍິງຕ້ອງອາວອນ
ໂອ້ໃຈຊາຍເອີຍ ບໍ່ເຄີຍມີຮັກແນ່ນອນ
ມີແຕ່ຫຼອກຫຼອນ ພໍຈາກຈອນແລ້ວກໍໜ່າຍ

3) ບໍ່ເຄີຍນຶກຝັນ ວ່າອ້າຍຈະລືມຄຳ
ຈະຂໍຈື່ຈຳ ເອົາໄປຮອດວັນຕາຍ
ຈະບໍ່ພະວົງ ຫຼົງຄຳຂອງຊາຍ
ຂໍຈຳຈົນຕາຍ ຜູ່ຊາຍທີ່ໝາຍແຕ່ລວງ

ຜູ່ຊາຍທີ່ໝາຍແຕ່ລວງ ຜູ່ຊາຍທີ່ໝາຍ…ແຕ່ລວງ

ໂນຕເພງ “ຜູ່ຊາຍລວງ”
ວິດີໂອໂນຕບັນເລງເພງ “ຜູ່ຊາຍລວງ”