ເພງ “ຝາກເພງແທນໃຈ”

ເນື້ອຮ້ອງ & ທຳນອງ : ປຣີຊາ ມຸທະໄລ (1965)
ນັກຮ້ອງຕົ້ນສະບັບ : ອາກາດຕຣີ ມະນີວອນ

ວິດີໂອດົນຕຣີບັນເລງເພງ “ຝາກເພງແທນໃຈ”

1) ຂໍຝາກເພງນີ້ ໄວ້ແທນດວງໃຈ
ແມ່ນຕົວຫ່າງໄກ ໃຫ້ນ້ອງໄດ້ຟັງ
ເພງນີ້ອ້າຍຂໍຝາກຝັງ ແທນຕົວເມື່ອຍາມໄກຫ່າງ
ເພື່ອນ້ອງນາງ ໄດ້ຟັງແກ້ເຫງົາ

2) ແມ່ນເຈົ້າຟັງເພງ ທີ່ອ້າຍຮ້ອງມາ
ຂໍໃຈເຈົ້າຢ່າ ໄປຄິດໂສກເສົ້າ
ອ້າຍນີ້ຢູ່ດົງປ່າເຂົາ ອ້າຍໄປເພື່ອຊາດຂອງເຮົາ
ຈຶ່ງຂໍວອນເຈົ້າ ດ້ວຍເພງຈາກໃຈ

• ຍາມ… ອ້າຍຈາກເຈົ້າມາ
ຄຳໝັ້ນສັນຍາ ຍັງຈຳຝັງດວງໃຈ
ເຖິງວັນໝຸນວຽນ ປ່ຽນໄປ
ອ້າຍຍັງບໍ່ປ່ຽນໃຈ ໃຫ້ຮັກເຮົາຕ້ອງແປຜັນ

3) ແມ່ນໄດ້ຍິນເພງ ທີ່ອ້າຍຮ້ອງມາ
ຂໍນາງເຈົ້າຢ່າ ໄປຄິດໄຫວຫວັ່ນ
ຂໍນ້ອງຈົ່ງນອນຫຼັບຝັນ ບໍ່ນານຄົງໄດ້ພົບກັນ
ຄວາມຮັກເຮົານັ້ນ ຈະຕ້ອງສົມຫວັງ…

ໂນຕເພງ “ຝາກເພງແທນໃຈ”
ວິດີໂອໂນຕບັນເລງເພງ “ຝາກເພງແທນໃຈ”

ເພງ “ປຣານີດ້ວຍເຖີດ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1973)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ປຣານີດ້ວຍເຖີດ”

1) ຂໍທານພຽງນ້ອຍ ນຶ່ງຄວາມປຣານີ
ໂປຣດເອື້ອອາຣີ ດ້ວຍເຖີດຈັກຄົນ
ຂ້າເກີດແລ້ວມາ ອາພັບ
ເໝືອນດັ່ງຟ້າສາບ ໃຫ້ໝອງໝົ່ນ
ຊໍ້າຍັງຖືກຄົນ ອິດສາ

2) ຄິດມາຂື່ນຂົມ ຣະທົມດວງໃຈ
ເມື່ອຮັກສລາຍ ໃຜບໍ່ຫົວຊາ
ຂ້າຢູ່ເໝືອນຄົນ ສິ້ນຫວັງ
ເໝືອນມີຄົນຊັງ ທຸກທົ່ວໜ້າ
ໄຮ້ຄົນເມຕຕາ ສົງສານ

• ສິ້ນຄົນ… ປຣານີແລ້ວຫຼື
ຂ້າຂໍຍໍມື ໄຫວ້ວອນສວັນ
ຂໍໃຫ້ພົບຄົນ ຮັກແທ້
ຮັກແລ້ວບໍ່ແປ ປ່ຽນຜັນ
ຊື່ຕຣົງຕໍ່ກັນ ເຖິງຕາຍ

3) ຂ້າທົນເຈັບແຄ້ນ ຢູ່ຢ່າງທາຣຸນ
ຜູ່ມີພຣະຄຸນ ຊໍ້າຕັດຫ່າງໄກ
ຂ້າຜິດເຣື່ອງໃດ ກັນໜໍ
ຟ້າດິນຈຶ່ງບໍ່ ຄິດເຫັນໃຈ
ປຣານີໄວ້ເຖີດ ຈັກຄົນ…

ໂນຕເພງ “ປຣານີດ້ວຍເຖີດ”
ວິດີໂອໂນຕບັນເລງເພງ “ປຣານີດ້ວຍເຖີດ”

ເພງ “ຮັກເຈົ້າດອກຈຶ່ງຢອກຫຼິ້ນ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1971)
ນັກຮ້ອງຕົ້ນສະບັບ : ກົງສວາດ ສຸດທິພົງ

ວິດີໂອດົນຕຣີບັນເລງເພງ “ຮັກເຈົ້າດອກຈຶ່ງຢອກຫຼິ້ນ”

1) ຮັກເຈົ້າດອກ ຈຶ່ງຢອກເຈົ້າຫຼິ້ນ
ພຽງຢອກຫຼິ້ນ ເທົ່ານັ້ນດອກໜາ
ເຫັນເຈິ້າງາມ ຕິດອົກຕິດຕາ
ຂໍຖາມແດ່ວ່າ ມີແຟນແລ້ວຫຼືຍັງ

2) ຮັກເຈົ້າດອກ ຈຶ່ງຢອກເຈົ້າຫຼິ້ນ
ພຽງຢອກຫຼິ້ນ ກໍຢ່າກຽດຊັງ
ຂໍຖາມແດ່ ວ່າເຈົ້າຊື່ຫຍັງ
ຫົວໃຈຍັງຫວ່າງ ຢູ່ບໍ່ໜໍຄົນງາມ

• ຂໍຮ່ວມທາງ ໄດ້ບໍ່ນ້ອງສາວ
ຫວັງວ່າຈົ້າ ຄົງບໍ່ໃຈດຳ
ໃຫ້ຂ້ອຍນີ້ ເປັນຜູ່ຕິດຕາມ
ເຈົ້າເປັນຄົນງາມ ຄົງບໍ່ຄິດໜ່າຍແໜງ

3) ຮັກເຈົ້າດອກ ຈຶ່ງຢອກເຈົ້າຫຼິ້ນ
ພຽງຢອກຫຼິ້ນ ຢ່າຫາວ່າແກ້ງ
ເຫັນເຈິ້າງາມ ເປັນຕາໜ້າແພງ
ໃຫ້ຂ້ອຍຂໍແຍງ ອິກຈັກນ້ອຍຄ່ອຍໄປ…

ໂນຕເພງ “ຮັກເຈົ້າດອກຈຶ່ງຢອກຫຼິ້ນ”
ວິດີໂອໂນຕບັນເລງເພງ “ຮັກເຈົ້າດອກຈຶ່ງຢອກຫຼິ້ນ”

ເພງ “ຈູບຝັງຮອຍ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1973)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ຈູບຝັງຮອຍ”

1) ຈູບພຽງນ້ອຍດຽວ ແກ້ມຄົງບໍ່ຊໍ້າ
ໂທ່ຊ່າງຫວ່ານຄຳ ຫອມໄວ້ອອຍໃຈ
ໃຫ້ນ້ອງຫຼົງລົມ ດ້ວຍຫວັງພຽງໄດ້
ຈູບຍ່ອມເສັຽຫາຍ ສຳລັບນ້ອງຍິງ

2) ຈູບພຽງນ້ອຍດຽວ ຍ່ອມມີຄວາມໝາຍ
ແມ່ນຮັກຖ້ວມໃຈ ອ້າຍເຕັມປ່ຽມຈິງ
ອ້າຍຂໍຂະມາ ແລ້ວຂໍທຸກສິ່ງ
ຂໍຈູບຈາກຍິງ ນີ້ຫຼືບູຊາ

• ຖ້ານ້ອງໜ້າຮັກ ແລະໜ້າຖນອມ
ເຖິງຈົນຍິນຍອມ ໃຫ້ນ້ອງເຂັ່ນຂ້າ
ອ້າຍຄົງຄອຍໄດ້ ໄວ້ເມື່ອວິວາ
ຕ້ອງສົມອຸຣາ ຂອງອ້າຍແນ່ໆ

3) ຈູບພຽງນ້ອຍໆ ຝາກຮອຍຣາຄີ
ເມື່ອອ້າຍຜີກໜີ ແລະບໍ່ຫຼຽວແລ
ຈູບທີ່ມັດຈຳ ນັ້ນຄົງອາຍແນ່
ຈະຕິດເປັນແຜ ຕາມນ້ອງຈົນຕາຍ…

ໂນຕເພງ “ຈູບຝັງຮອຍ”
ວິດີໂອໂນຕບັນເລງເພງ “ຈູບຝາກຮັກ”

ເພງ “ຈູບຝາກຮັກ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1973)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ຈູບຝາກຮັກ”

1) ຈູບພຽງນ້ອຍດຽວ ເຈົ້າຢ່າໃຈດຳ
ແກ້ມຄົງບໍ່ຊໍ້າ ຫຼືມີບາດແຜ
ເພາະຮັກນ້ອງຈິງ ໝາຍປອງນ້ອງແນ່
ຈູບຈາກໃຈແທ້ ເຈົ້າຢ່ານ້ອຍໃຈ

2) ຈູບພຽງນ້ອຍດຽວ ເຈົ້າຢ່າຂັດຂວາງ
ຮັກລົ້ນຖ່ວມຊວງ ອ້າຍທົນບໍ່ໄຫວ
ໃຫ້ຂໍຂະມາ ອ້າຍຍັງທົນໄດ້
ຂໍຢູ່ພາຍໃຕ້ ບັງຄັບບັນຊາ

• ເພາະນ້ອງໜ້າຮັກ ແລະໜ້າຖນອມ
ອ້າຍຈຶ່ງຈຳຍອມ ແມ່ນນ້ອງເຂັ່ນຂ້າ
ເພາະແຮງສວາດ ນ້ອງບາດນັຍຕາ
ໂນ້ມດຶງອຸຣາ ອ້າຍໃຫ້ໄຫວຫວັ່ນ

3) ຈູບພຽງນ້ອຍດຽວ ເຈົ້າຢ່າຜລັກໄສ
ຮັກລົ້ນຖ່ວມໃຈ ນ້ອງຈົ່ງສົງສານ
ຈູບນ້ອງມັດຈຳ ໄວ້ແທນຄຳໝັ້ນ
ຂໍຈູບຈອມຂວັນ ຕອບຮັກອ້າຍທີ…

ໂນຕເພງ “ຈູບຝາກຮັກ”
ວິດີໂອໂນຕບັນເລງເພງ “ຈູບຝາກຮັກ”

ເພງ “ເຖິງຍອດຮັກທີ່ຊຽງຂວາງ”

ເນື້ອຮ້ອງ & ທຳນອງ : ພູວາ ວໍຣະເທດ & ສິດ ດົງໂດກ (1973)
ນັກຮ້ອງຕົ້ນສະບັບ : ແສງອາຣຸນ ສິດທິພັນ

ວິດີໂອດົນຕຣີບັນເລງເພງ “ເຖິງຍອດຮັກທີ່ຊຽງຂວາງ”

1) ເຖິງເຮົາຫ່າງກັນ ໄດ້ນານຫຼາຍປີ
ແຕ່ໃຈອ້າຍນີ້ ຍັງຄິດເຖິງນ້ອງຢູ່ຊຽງຂວາງ
ຄໍ່າຝັນເພີ້ຄືນລະເມີ ແທບເປັນບ້າປ່ວງ
ດ້ວຍຫ່ວງນ້ອງຈົນໝົດຊວງ ໂທ້ນາງຈະເປັນຢ່າງໃດ

2) ສົງຄາມແຍກເຮົາ ໃຫ້ຫ່າງເຫີນກັນ
ແຕ່ໃຈອ້າຍນັ້ນ ຍັງຊື່ຕຣົງຕໍ່ເຈົ້າບໍ່ຫາຍ
ຈຶ່ງວອນຟ້າຍົມມະນາ ຄຸ້ມຄອງຂວັນໃຈ
ສິ້ນຄວາມຣະທົມເສົ້າໃຈ ໂຣກພັຍຈົ່ງໄດ້ຫ່າງຫາຍ

• ຫາກອ້າຍນີ້ ມີປີກເໝືອນກາ
ຈະບິນຂ້າມດົງປ່າໜາ ດັ້ນມາຫານາງໃຫ້ໄດ້
ມິໃຫ້ນວນນ້ອງ ຕ້ອງຕຣົມຣະທົມຣຶທັຍ
ຈະຂໍເປັນຄູ່ຂວັນໃຈ ຊີບວາຍບໍ່ຂໍຫ່າງໜີ

3) ຂໍນາງຈົ່ງຄອຍ ຢ່າໄດ້ນ້ອຍໃຈ
ຢ່າຄິດຫວັ່ນໄຫວ ຫາກເມື່ອໃດບ້ານເມືອງເຮືອງສີ
ຈະດ່ວນຫາດວງແກ້ວຕາ ທີ່ຫ່າງຫຼາຍປີ
ພົບກັນແລ້ວຄົງສຸຂີ ຊາດນີ້ບໍ່ຂໍຫ່າງກັນ…

ໂນຕເພງ “ເຖິງຍອດຮັກທີ່ຊຽງຂວາງ”
ວິດີໂອໂນຕບັນເລງເພງ “ເຖິງຍອດຮັກທີ່ຊຽງຂວາງ”

ເພງ “ຂອບໃຈ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ຂອບໃຈ”

1) ຂອບໃຈ ເຫຼືອເກີນທີ່ເມີນຜ່ານພົ້ນ
ຂອບໃຈ ທີ່ຄົນບໍ່ປຣາຖນາ
ຂອບໃຈ ທີ່ລືມກັນໄດ້ຕໍ່ໜ້າ
ຂອບໃຈ ແກ້ວຕາທີ່ຄິດຕັດຮອນ

2) ຂອບໃຈ ນະຄົນຂ້າຂໍຂອບໃຈ
ຂອບໃຈ ທີ່ໄປບໍ່ກັບມາວອນ
ຂອບໃຈ ທີ່ຄົນລືມສັນຍາກ່ອນ
ຂອບໃຈ ທີ່ຖອນເອົາຮັກກັບຄືນ

• ຂອບໃຈ ຂໍຈົ່ງໄປດີມີຊັຍ
ພົບຄົນຮັກໃໝ່ ສົມໃຈໃນຮັກຫວານຊື່ນ
ຕັດຂາດສະບັ້ນ ລືມກັນແລ້ວຜັນເປັນອື່ນ
ສຸກສົມເຊີຍຊື່ນ ສົ່ງຄືນຮັກເດີມເສັຽທີ

3) ຂອບໃຈ ຮີບໄປຢ່າຫວນກັບມາ
ຂອບໃຈ ເທວາຊ່ວຍພາເຂົາໜີ
ຂອບໃຈ ທີ່ໄດ້ຜິດຫວັງຊາດນີ້
ຂອບໃຈ ຄົນດີຂ້າຂໍຂອບໃຈ…

ໂນຕເພງ “ຂອບໃຈ”
ວິດີໂອໂນຕບັນເລງເພງ “ຂອບໃຈ”

ເພງ “ນໍ້າຂອງຍາມແລງ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌
ນັກຮ້ອງ ປີ 1980 : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ນໍ້າຂອງຍາມແລງ”

1) ຫຼຽວເຫຼືອດ ລົງລຳນໍ້າຂອງ
ເມື່ອຍາມແລງ ແສງທອງພວມຈາກລາ
ເຫັນໝູ່ນາວາ ລ່ອງລອຍ
ຖືກຄື້ນຟອງ ພັດໄກວຕາມປະສາ
ຫຼຽວເບິ່ງໝູ່ ມວນນົກກາ
ຕ່າງກໍພາກັນ ບິນຂ້ຽວບິນໄປແສນໄກ

2) ສາວຈາກ ວຽງວັງໂສມງາມ
ຍ່າງເປັນແພ ເລາະຕາມແຄມຫາດຊາຍ
ສຽງໂຫ່ໂຮ ນອງກ້ອງດັງ
ປຽບກັບພິນ ເມື່ອຟັງພາຫຼັບໃຫຼ
ສາວເຈົ້າຄົງ ບໍ່ລໍ່າໄລ
ບໍ່ສົນໃຈວ່າຍັງ ມີໃຜເສົ້າໂສກາ

• ງາມແທ້ເມື່ອມາເຫັນ ຍາມເຢັນຊື່ນຢ່າງນີ້
ນະພາຮຸ່ງສົດສີ ນະທີຫຼັ່ງງາມຕາ (ຮື…)

3) ແສງຈາກ ສຸຣີຄ້ອຍເບົາ
ດັ່ງບອກເຕືອນ ໃຫ້ເຮົາຄືນເຄຫາ
ຄຶດບໍ່ຢາກລາ ນໍ້າຂອງ
ຢາກນັ່ງຊົມ ຄື້ນຟອງຄູ່ມັດສາ
ສາວເຈົ້າຄົງ ບໍ່ຫວນມາ
ກ່ອມສາຍຕາຄົນ ທີ່ຂັດສົນຄວາມຮັກເອີຍ…

ໂນຕເພງ “ນໍ້າຂອງຍາມແລງ”
ວິດີໂອໂນຕບັນເລງເພງ “ນໍ້າຂອງຍາມແລງ”

ເພງ “ອ້າຍຈະຄອຍ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ພະນົມສິນ
ນັກຮ້ອງ ປີ 1980 : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ອ້າຍຈະຄອຍ”

1) ຄຶດເຖິງຄຳ ນ້ອງບອກໃຫ້ຄອຍ
ອ້າຍຄອຍ ຄອຍແລ້ວຄອຍອີກ
ຈົນນໍ້າຂອງ ແຫ້ງໄຫຼລົງສິ້ນ
ແມ່ນເງົາ ບໍ່ເຫັນນ້ອງມາ

2) ຄຶດເຖິງຄຳ ນ້ອງພໍ່າວ່າຮັກ
ອ້າຍຮັກ ຮັກນ້ອງແທບບ້າ
ເປັນສັນໃດນໍ ດວງແກ້ວຕາ
ສັນຍາໄວ້ ແລ້ວບໍ່ເຫັນ

• ອ້າຍຈະຄອຍ ຈະຄອຍ ຄອຍເນື້ອເຢັນ
ແມ່ນພັນເວັນ ພັນຄືນ ອ້າຍກໍຈະຄອຍ
ເຖິງນໍ້າຂອງ ຈະຂຶ້ນ ລົ້ນຄອງ
ຖ້ວມນອງ(ຮັກນ້ອງ) ອ້າຍກໍ ຈະຄອຍ(ຕ້ອງຄອຍ)
ຂໍນ້ອງ ຄຶດເຖິງ ອ້າຍພຽງນ້ອຍ
ເຖິງນານ ອ້າຍກໍ ຈະທົນ…

ໂນຕເພງ “ອ້າຍຈະຄອຍ”
ວິດີໂອໂນຕບັນເລງເພງ “ອ້າຍຈະຄອຍ”

ເພງ “ບາງທີ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ບາງທີ”

1) ບາງທີ ບາງທີ ບາງທີ
ເຮົາອາດ ຮັກກັນໄດ້
ແມ່ນວ່າ ນ້ອງແລະອ້າຍ
ຈະຕ່າງກັນ ຄົນລະຣາສີ…

2) ບາງທີ ບາງທີ ບາງທີ
ເຮົາອາດ ສົມຣຶດີ
ແມ່ນຫາກ ສອງເຮົາມີ
ພະລັງໃຈ ເທົ່າທຽມກັນ…

• ຟ້າຫຼືຈະກັ້ນ ຜູ່ໃຫຍ່ຫຼືຈະຫານ ຄວາມຮັກນັ້ນ
ກໍບໍ່ສຳຄັນ ຫາກເຮົາຮັກກັນ ຮັກກັນທ່ຽງແທ້

3) ບາງທີ ບາງທີ ບາງທີ
ເຮົາຈະ ຫາຫຍັງແນ່
ໂລກຍັງ ຮູ້ປ່ຽນແປ
ຮັກທ່ຽງແທ້ ອາດໝົດຄວາມໝາຍ…

ໂນຕເພງ “ບາງທີ”
ວິດີໂອໂນຕບັນເລງເພງ “ບາງທີ”