ເພງ “ຫຼີກໄປ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (1970)
ນັກຮ້ອງຕົ້ນສະບັບ : ພົມມາ ສົມສຸທິ

ວິດີໂອດົນຕຣີບັນເລງເພງ “ຫຼີກໄປ”

1) ຍັງຕາມມາ ມາເຢີ້ຍຫຍັນກັນຮອດໃສ
ເທົ່ານີ້ໃຈ ກໍຊໍ້າພໍແລ້ວໜາ
ຢູ່ກໍເໝືອນ ເສດຄົນສິ້ນວິນຍາ
ຄິດຈະຂ້າ ຄວນຂ້າໃຫ້ດັບສູນ

2) ເຈົ້າຂ້າຮັກ ຍັງບໍ່ຄັກຍັງກັບຫວນ
ທ່ຽວລາມລວນ ຫາລໍ້ກໍ່ອາດູນ
ຄົນອື່ນຄິດ ປຣານີໃຫ້ອົບອຸ່ນ
ເຈົ້າກັບຫວຸ້ນ ສີກໜ້າຂ້າໃຫ້ອາຍ

• ເມື່ອຄາວຫຼົງ ພະວົງຮັກເຈົ້າຢູ່
ໃຜເປັນຜູ່ ວາງແຜນຫັກຮັກສລາຍ
ເຈົ້າເປັນຍິງ ທີ່ຊາມນໍ້າໃຈງ່າຍ
ເຈົ້າຫຼາຍໃຈ ຮັກບໍ່ໄດ້ຮັກບໍ່ລົງ

3) ແມ່ນຈະຮັກ ຈົນສຸດໃຈກໍຈະທົນ
ບໍ່ຮັກຄົນ ໃຈງ່າຍໃຫ້ໃຫຼຫຼົງ
ຈະທົນຊໍ້າ ເມື່ອກັມຍູ້ນຳສົ່ງ
ຊາບແລ້ວຈົ່ງ ຫຼີກໄປຢ່າຕາມມາ…

ໂນຕເພງ “ຫຼີກໄປ”
ວິດີໂອໂນຕບັນເລງເພງ “ຫຼີກໄປ”

ເພງ “ເປັນມິດກັນດີກວ່າ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ເປັນມິດກັນດີກວ່າ”

1) ເພາະນ້ອງເປັນຍິງ ສູງສັກ
ຫົນທາງແຫ່ງຮັກ ຈຶ່ງບໍ່ແຈ່ມໃສ
ເຖິງເຮົາຮັກກັນ ຈົນແທບຂາດໃຈ
ກໍບໍ່ມີຫວັງໄດ້ ຢູ່ຮຽງຄຽງໝອນນິທຣາ

2) ເພາະນ້ອງເລີດລອຍ ສູງສົ່ງ
ຫົວໃຈອ້າຍຄົງ ຕ້ອງຕິດອາຍາ
ແມ່ນຄວາມຮັກເປັນ ດັ່ງຫວັງຕັ້ງຕາ
ກໍບໍ່ຫານວິວາ ບໍ່ກ້າຈະໃຝ່ເກີນຕົວ

• ຫົງຄວນຄູ່ຫົງ ເຫີນຟ້າ
ກາຄວນຄູ່ກາ ສງ່ຽມຈຽມຕົວ
ບໍ່ຢາກໃຫ້ນ້ອງ ມີທຸກໝອງມົວ
ເຮົາເປັນມິດກັນດີກວ່າ ດີກວ່າທົນໝອງຊີວີ

3) ເພາະອ້າຍເປັນຄົນ ຕ້ອຍຕໍ່າ
ມິຄວນຈະທຳໃຫ້ນ້ອງ ເສື່ອມສີ
ຕັ້ງໃຈໄວ້ພົບ ຫາກຊາດໜ້າມີ
ຢ່າໄດ້ເໝືອນຊາດນີ້ ຮັກມີກຳແພງກີດກັນ…

ໂນຕເພງ “ເປັນມິດກັນດີກວ່າ”
ວິດີໂອໂນຕບັນເລງເພງ “ເປັນມິດກັນດີກວ່າ”

ເພງ “ຮັກແອ໋ມ”

ເນື້ອຮ້ອງ & ທຳນອງ : ສົມເພັຊ ເພັຊວິນຍານ (1972-73)
ນັກຮ້ອງຕົ້ນສະບັບ : ສົມເພັຊ ເພັຊວິນຍານ

ວິດີໂອດົນຕຣີບັນເລງເພງ “ຮັກແອ໋ມ”

1) ເໝືອນນຶ່ງນາງຟ້າ ພຣະພົມສວັນສັນສ້າງ
ແອ໋ມງາມທຸກຢ່າງ ທົ່ວສາຣະພາງນອກໃນ
ງາມພຽບພ້ອມ ດ້ວຍກິຣິຍາອ່ອນໄຫວ
ແອ໋ມເອີຍເຈົ້າງາມ ບາດໃຈຫາຍິງໃດໜໍປຽບປານ

2) ໃຜຫາກໄດ້ເຫັນ ຄົງເປັນບຸນເຫຼືອຫຼາຍຍິ່ງ
ດຸດເຫັນທຸກສິ່ງ ດິນແດນແຄວ້ນເມືອງວິມານ
ລືມຂຸ່ນໝອງ ຣຶທັຍຕ້ອງຊົມຊື່ນບານ
ແອ໋ມເອີຍເຈົ້າງາມ ຕຣະການດັ່ງຈ້ນແຂເດືອນຫົກເພັງ

• ແອ໋ມເອີຍ ແອ໋ມເຄີຍຮັກໃຜຫຼືຍັງ
ຂ້າຂໍຝາກຝັງ ຄວາມຫວັງມາພ້ອມສຽງເພງ
ຮັກແອ໋ມແນ່ແລ້ວ ແຕ່ແຮກວັນພົບໜ້າແອ໋ມເອງ
ທັງໆທີ່ໃຈກົວເກງ ແອ໋ມເຢີ້ຍປຣະນາມຕົວຂ້າ

3) ແມ່ນແອ໋ມຈະຄິດ ເມດຕາສົງສານຮັກນີ້
ຈະເອົາຣຶດີ ດວງດຽວນີ້ອຸທິດມາ
ພຽນຖນອມ ຮັກແອ໋ມຊົ່ວດິນແລະຟ້າ
ຊົ່ວນິດນິຣັນຊົ່ວຟ້າ ບໍ່ເລືອນຫຼົງລືມແອ໋ມເລີຍ

ແອ໋ມເອີຍ… ແອ໋ມເອີຍ… ອ່ຽວແອ໋ມຍຽວຫຼໍ້າ…

ໂນຕເພງ “ຮັກແອ໋ມ”
ວິດີໂອໂນຕບັນເລງເພງ “ຮັກແອ໋ມ”

ເພງ “ຢາກຈະລອງຮັກ”

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌ (1967)
ນັກຮ້ອງຕົ້ນສະບັບ : ຈັນຫອມ ປັນຈະພາຣົມຍ໌

ວິດີໂອດົນຕຣີບັນເລງເພງ “ຢາກຈະລອງຮັກ”

1) ຢາກຈະລອງ ຢາກຈະລອງຫຼິ້ນຮັກ
ຢາກຮູ້ຮັກໆ ນັ້ນເປັນຢ່າງໃດ
ບາງຄົນວ່າຮັກ ຮ້ອນແຮງເໝືອນໄຟ
ແມ່ນຖືກຜູ່ໃດ ຈະໄໝ້ເຜົາຜານ

2) ຢາກຈະລອງ ຢາກຈະລອງຫຼິ້ນໄຟ
ຈະເອົາຫົວໃຈ ໄວ້ເປັນປະກັນ
ລຸຍໄຟຮັກຫຼິ້ນ ເປັນທີ່ສຳຣານ
ບໍ່ນຶກບໍ່ຢ້ານ ບໍ່ຫວັ່ນໄຟຜານອຸຣາ

• ໂອ້… ຮັກ ໆ ໆ
ຢາກຮູ້ຈັກ ຄວາມຮັກຍອດສເນຫາ
ຈະຫຼິ້ນຮັກ ເປັນເກມກີລາ
ໄດ້ເສັຽບໍ່ວ່າ ບໍ່ກ້າບໍ່ມາທ້າທາຍ

3) ຢາກຈະລອງ ຢາກຈະລອງຫຼິ້ນຮັກ
ຢາກຮູ້ຮັກໆ ຮ້ອນເຢັນປານໃດ
ບາງຄົນວ່າຮັກ ຫວານຊຶ້ງທວງໃນ
ຮັກຢູ່ຫົນໃດ ຢາກລອງຢາກຈະທົດລອງ
ຮັກຢູ່ຫົນໃດ ຢາກລອງຢາກຈະທົດລອງ…

ໂນຕເພງ “ຢາກຈະລອງຮັກ”
ວິດີໂອໂນຕບັນເລງເພງ “ຢາກຈະລອງຮັກ”

ເພງ “ໄປໃສມາ?”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1961)
ນັກຮ້ອງຕົ້ນສະບັບ : ບັງອອນ

ວິດີໂອດົນຕຣີບັນເລງເພງ “ໄປໃສມາ”

1) ໄປ… ໃສມາ?
ຈົນສຸຣິຍາ ຟ້າໃໝ່
ຄືນນີ້ໄປນອນ ຄ້າງຄືນຢູ່ໃສ
ບອກມາໄວໆ ໄວໆດຽວນີ້

2) ພໍ່… ທູນຫົວ
ອ້າຍຫຼົງເມົາມົວ ແລ້ວນີ້
ຕິດໄພ້ຕິດຢາ ສຸຣານາຣີ
ອີກບໍ່ເຖິງປີ ຄົງຕິດກັນຊາ

• ລືມແລງລືມງາຍ ລືມລູກລືມເມັຽ
ການງານກໍເສັຽ ຂາຍໜ້າ
ຍາມກິນຍາມນອນ ອ້າຍບໍ່ຫົວຊາ
ປ່ອຍພັນລະຍາ ນ້ອຍໃຈ

3) ບອກ… ມາຊະ
ດຽວນີ້ອ້າຍມາ ແຕ່ໃສ
ນອນແລ້ງມາດົນ ນ້ອງທົນບໍ່ໄຫວ
ຫຼືວ່າເສືອກໄປ ມີນ້ອຍອີກຄົນ…

ໂນຕເພງ “ໄປໃສມາ?”
ວິດີໂອໂນຕບັນເລງເພງ “ໄປໃສມາ”

ເພງ “ໄປຄ້າຍມາ!”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1962)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ໄປຄ້າຍມາ”

1) ໄປ… ຄ້າຍມາ!
ຮັກສາຫາຄວາມ ປອດພັຍ
ບໍ່ໄດ້ໄປນອນ ຄ້າງຄືນຢູ່ໃສ
ອຶດນອນຈິຕາຍ ຈິຕາຍເຕັມທີ

2) ໂທ້… ທູນຫົວ
ບໍ່ໄດ້ເມົາມົວ ຫຍັງນີ້
ເຣື່ອງໄພ້ເຣື່ອງຢາ ສຸຣານາຣີ
ບໍ່ເຄີຍໃຍດີ ບໍ່ມີດອກໜາ

• ເຮືອນຊານແລງງາຍ ທັງລູກທັງເມັຽ
ການງານບໍ່ເສັຽ ຫາວ່າ
ສັງສັນເພື່ອນມິດ ຈົນຜິດເວລາ
ບໍ່ລືມແກ້ວຕາ ແກ້ວໃຈ

3) ຟັງ… ອ້າຍນະ
ດຽວນີ້ອ້າຍມາ ແຕ່ຄ້າຍ
ທັງຫິວທັງວິນ ມືດໜ້າຕາລາຍ
ຢ່າມາຫວຸ້ນວາຍ ໄປໆໄປນອນ…

ໂນຕເພງ “ໄປຄ້າຍມາ!”
ວິດີໂອໂນຕບັນເລງເພງ “ໄປຄ້າຍມາ”

ເພງ “ສົ່ງສຽງເພງເຖິງເມືອງລາວ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (1980)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ສົ່ງສຽງເພງເຖິງເມືອງລາວ”

1) ຫຼຽວມອງຂອບຟ້າ ຍິ່ງຜວາພາໃຈສັ່ນ
ແສນຈະໂສກສັນ ສຸດຕື້ນຕັນຊວນໃຫ້ເສົ້າ
ເຫງົາໃນດວງຈິດ ເມື່ອຫວນຄິດເຖິງເມືອງລາວ
ໃຈສຸດຈະເຫງົາ ເມື່ອຫ່າງເຈົ້າໂອ້ວຽງຈັນ

2) ນໍ້າຕາຫຼັ່ງໄຫຼ ເມື່ອຫ່າງໄກຄົນຮັກຂ້າ
ຫຼຽວມອງຂອບຟ້າ ຍິ່ງໂສກາພາໃຈສັ່ນ
ສວັນທີ່ເຄີຍສ້າງ ຕ້ອງໝົດທາງຫ່າງໄກກັນ
ໄດ້ແຕ່ຄອຍຝັນ ເຖິງນ້ອງນັ້ນທຸກນາທີ

• ໄກສຸດໄກ ຫ່າງໄກກັນສຸດຂອບຟ້າ
ແຕ່ວັນເວລາ ຄົງຈະຫວນມາ
ໃຫ້ເຮົາ ພົບກັນອີກທີ

3) ຂໍລາກ່ອນແລ້ວ ລາແລ້ວດວງໃຈຂ້າ
ເພາະວາສນາ ທີ່ສ້າງມາມີພຽງນີ້
ຕ້ອງຈຳໃຈຫ່າງ ເຝົ້າໝົ່ນໝາງໃນຊີວີ
ເຫຼືອພຽງເທົ່ານີ້ ຄືສຽງເພງເຖິງເມືອງລາວ…

ໂນຕເພງ “ສົ່ງສຽງເພງເຖິງເມືອງລາວ”
ວິດີໂອໂນຕບັນເລງເພງ “ສົ່ງສຽງເພງເຖິງເມືອງລາວ”

ເພງ “ບອກຄັ້ງສຸດທ້າຍ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (1980)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ບອກຄັ້ງສຸດທ້າຍ”

1) ສຽງຈາກເພງນີ້ ມອບໃຫ້ຂວັນໃຈ
ຈົ່ງຟັງເອົາໄວ້ ເປັນອະນຸສອນ
ເປັນຄັ້ງສຸດທ້າຍ ທີ່ມີຄວາມໝາຍອັນແນ່ນອນ
ມອບໃຫ້ຈອມຂວັນ ຈົ່ງຟັງ

2) ຖ້າຫາກຟັງແລ້ວ ຈົ່ງຢ່ານ້ອຍໃຈ
ຈົ່ງລືມໄປເສັຽ ພາບແຫ່ງຄວາມຫຼັງ
ລືມຮັກລືມແຄ້ນ ລືມຫຶງລືມຫວງລືມທຸກຢ່າງ
ແລ້ວມາແຍກທາງ ກັນໄປ

• ປ່ອຍທາງໃຫ້ນ້ອງ ເລືອກຄົນຮັກອື່ນ
ຂໍນ້ອງຈົ່ງຊື່ນ ແລະສຸກສົມໃຈ
ຈະຢູ່ຮ່ວມກັນ ຍິ່ງນານວັນຍິ່ງຈະເບື່ອໜ່າຍ
ເພາະຈິດໃຈເຮົາ ຕ່າງກັນ

3) ຈົ່ງລືມໄປເສັຽ ຫ້ອງນອນຫ້ອງເກົ່າ
ທີ່ສອງຄົນເຮົາ ວ່າເປັນສວັນ
ປິດສາກເສັຽທີ ເກມຮັກເກມນີ້ຈົ່ງສິ້ນກັນ
ທາງໃດເປັນສວັນ ຈົ່ງເລືອກເອົາ…

ໂນຕເພງ “ບອກຄັ້ງສຸດທ້າຍ”
ວິດີໂອໂນຕບັນເລງເພງ “ບອກຄັ້ງສຸດທ້າຍ”

ເພງ “ສວນມອນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1958)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ສວນມອນ”

1) ສວນມອນແຫ່ງນີ້ ນີ້ເປັນຖານຖິ່ນສົດໃສ
ຊົມແລ້ວວິລັຍ ເຫັນໄກສຸດຕາພາຝັນ
ທ້ອງຖິ່ນລຳເນົາຍາວຢຽດ ຢຽດໄດ້ຕັ້ງສາມກິໂລນັ້ນ
ເປັນເຂດມະຫັນ ຢູ່ໃນນະຄອນ

2) ຫົນທາງກ້ຽງງາມ ຜູ່ຄົນທຽວທ່ອງໄປມາ
ແມ່ຂອງຄົງຄາ ເລື່ອນລາຫຼາກໄຫຼສູ່ຄອນ
ເຫັນໜຸ່ມສາວລົງລອຍເຫຼັ້ນ ອາບເຢັນຢອກເຍົ້າໜ້າອອນຊອນ
ນົກຜິນກັບຄອນ ເມື່ອຍາມຄ້ອຍຄໍ່າ

• ຄືນວັນເພັງ ແສງເດືອນແສງດາວສ່ອງມາ
ສຸກອຸຣາ ນະພາພາໃຈຊື່ນຊໍ່າ
ເດິກຂ້ອນຄືນ ສຽງແຄນຂັບໂອ້ໂອ່ລຳ
ສຽງຂຸ່ຍຊໍ້າເຕີມເຂົ້ານຳ ສຸກເຫຼືອລໍ້າສວນມອນແຫ່ງນີ້

3) ໃຜເຄີຍໄດ້ມາ ຕິດຕາຝັນເພີ້ເພີ້ຫາ
ເມືອແລ້ວຫວນມາ ບໍ່ເລືອນເລີກລາຫຼີກໜີ
ແມ່ນເກີດຊາດໃດຂໍຈົ່ງ ເກີດໃນຖິ່ນຖານບ້ານແຫ່ງນີ້
ເຖິງສູນຊີບພລີ ຈະບໍ່ຂໍຫ່າງ…

ໂນຕເພງ “ສວນມອນ”
ວິດີໂອໂນຕບັນເລງເພງ “ສວນມອນ”

ເພງ “ເງິນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1962)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ເງິນ”

1) ເງິນ… ໄດ້ເປັນເສດຖີກໍເພາະເງິນ
ຕົກເປັນຂໍທານ ກໍເພາະເງິນ
ເງິນ… ເງິນ ເງິນ
ເປັນໂຈນຜູ່ຮ້າຍ ກໍເພາະເງິນ

2) ເງິນ… ຕື່ນອອກຈາກບ້ານໄປຫາເງິນ
ແກ່ດຶງແບກຫາມ ຢາກໄດ້ເງິນ
ເງິນ… ເງິນ ເງິນ
ໜີ້ສິນຖ້ວມຫົວ ກໍແມ່ນເງິນ

• ເງິນເປັນພຣະເຈົ້າ ມະນຸດທັງຫຼາຍ
ເກີດຂ້າກັນຕາຍ ກໍເພາະເງິນ
ຮັກກັນຊັງກັນ ກໍເພາະເງິນ
ເປັນສຸກກໍເພາະເງິນ ເປັນທຸກຊິຕາຍກໍເພາະເງິນ

3) ເງິນ… ເກີດເປັນມະນຸດຢາກໄດ້ເງິນ
ຢ່າສໍ້ຢ່າໂກງ ຢ່າລັກເງິນ
ເງິນ… ເງິນ ເງິນ
ຈະພາສຸກລົ້ນ ຈົນໝົດເງິນ…

ໂນຕເພງ “ເງິນ”
ວິດີໂອໂນຕບັນເລງເພງ “ເງິນ”