ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (~1970)
ນັກຮ້ອງຕົ້ນສະບັບ : ແຊນ ສຸນັນທາ
- ທີ່ຮັກ…
ອ້າຍຢາກໃຫ້ນ້ອງ ພົບຄວາມສນຸກ
ຮັກຢູ່ກັບອ້າຍ ນ້ອງໄຮ້ຄວາມສຸກ
ນ້ອງເສົ້ານ້ອງເຫງົານ້ອງທຸກ ເໝືອນຄົນປ່ວຍໃຈ - ທີ່ຮັກ…
ອ້າຍຢາກໃຫ້ນ້ອງ ພົບຄົນຮັກໃໝ່
ນ້ອງອາດຈະສູນ ສິ້ນຄວາມໝອງໄໝ້
ເມື່ອພົບຄົນທີ່ຖືກໃຈ ພ້ອມທັງມັ່ງມີ - ອ້າຍຍອມຫຼີກທາງ ນ້ອງທັງນໍ້າຕາ
ອ້າຍຍອມສລະ ດ້ວຍຄວາມຫວັງດີ
ເພາະອ້າຍໝົດທາງ ຈະໃຫ້ນ້ອງນາງສຸຂີ
ໝົດທາງຈະໃຫ້ນ້ອງມີ ຄວາມຊື່ນເໝືອນຄົນອື່ນໄດ້ - ທີ່ຮັກ…
ອ້າຍຍາກຈົນໜັກ ຕ້ອງຈຳຮ້າງໄກ
ຂໍຢ່າໄປຄິດ ວ່າມີຮັກໃໝ່
ເພື່ອນ້ອງສົດຊື່ນແຈ່ມໃສ ອ້າຍຍອມຫຼີກທາງ…