ເພງ “ສາວໜ້າໜາວ”

ເນື້ອຮ້ອງ & ທຳນອງ : ຄຳຫລ້າ ໜໍ່ແກ້ວ (1965)
ນັກຮ້ອງຕົ້ນສະບັບ : ແກ້ວມະນີຄອນ

ວິດີໂອດົນຕຣີບັນເລງເພງ “ສາວໜ້າໜາວ”

1) ເມື່ອເວລາ ໜ້າໜາວ
ເອິກສາວ ໜາວຮ້ອນນອນສັ່ນ
ໜາວຈົນ ສະບັ້ນ
ເມື່ອເຫມັນ ກັບຫັນພັດມາ

2) ຢູ່ຜູ່ດຽວ ປ່ຽວເຫງົາ
ໜາວ ໆ ໜາວຈວນຈຽນບ້າ
ໜາວຍາມ ນິທຣາ
ປ່ຽວອຸຣາ ສຸດຫາໃດແກ້ໜາວ

• ໜາວລົມ ຫົ່ມຜ້າ
ໃຜວ່າ ຈະອຸ່ນເອິກສາວ
ໜາວຫຼາຍ ໃຈເສົ້າ
ຄອຍບ່າວ ບໍ່ມາຈັກທີ

3) ຫາກໄດ້ຍິນ ເພງຫວນ
ຂໍຊວນ ເຊີນມາທາງພີ້
ສົງສານ ຂ້າທີ
ຊ່ອຍນ້ອງທີ ວິວາກັນແກ້ໜາວ…

ໂນຕເພງ “ສາວໜ້າໜາວ”
ວິດີໂອໂນຕບັນເລງເພງ “ສາວໜ້າໜາວ”

ເພງ “ຢ່າເຊື່ອຜູ່ຊາຍ”

ເນື້ອຮ້ອງ & ທຳນອງ : ຄຳຫລ້າ ໜໍ່ແກ້ວ (~1970)
ນັກຮ້ອງຕົ້ນສະບັບ : ນະຣຽມ

ວິດີໂອດົນຕຣີບັນເລງເພງ “ຢ່າເຊື່ອຜູ່ຊາຍ”

1) ຢ່າເຊື່ອຜູ່ຊາຍ ໜ້າໄຫວ້ຫຼັງຫຼອກ
ຍາມຮັກກໍບອກ ແຕ່ຄວາມຫວານໆ
ຜູ່ຊາຍຜູ່ຊາຍ ນັ້ນແຫຼະຍອດທໍຣະມານ
ສຸດແສນລຳຄານ ຈົນຄ້ານຈະພັນລະນາ

2) ຢ່າເຊື່ອຜູ່ຊາຍ ເສັຽດາຍລີ້ນລົມ
ຈະຊໍ້າຈະຕຣົມ ຈະເສັຽນໍ້າຕາ
ຜູ່ຊາຍຜູ່ຊາຍ ລ້ວນແຕ່ໃຊ້ກົນມານຍາ
ແສນເບື່ອລະອາ ໜັງໜ້າຜູ່ຊາຍ

• ຕໍ່ໜ້າ ສັນຍາສາບານ
ທັງໄຫວ້ທັງວານ ຢາກສົມໃຈໝາຍ
ສັນຍາຈະລົ້ມ ຈົມຫາຍບໍ່ທັນເທົ່າໃດ
ຍາມເຂົາຫ່າງໄກ ຫາໃໝ່ເຊີຍຊົມ

3) ຢ່າເຊື່ອຜູ່ຊາຍ ເຫັນຫຼາຍພາຍມາກ
ຄຳຫວານທີ່ປາກ ຈະພາຂື່ນຂົມ
ຢ່າເຊື່ອຜູ່ຊາຍ ເຂົາຫຼອກໃຫ້ຊໍ້າພຽງຊົມ
ທັງເຈັບທັງຕຣົມ ລົມປາກຜູ່ຊາຍ…

*/ ຢ່າເຊື່ອຜູ່ຊາຍ ຢ່າເຊື່ອຜູ່ຊາຍ

ໂນຕເພງ “ຢ່າເຊື່ອຜູ່ຊາຍ”
ວິດີໂອໂນຕບັນເລງເພງ “ຢ່າເຊື່ອຜູ່ຊາຍ”

ເພງ “ສວັນສລາຍ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1968)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ
ຮ້ອງປະສານສຽງໂດຍ : ນິດ ວິຈິຕວົງ ແລະ ພົງສວັນ ສ. ຜາບມີໄຊ

ວິດີໂອດົນຕຣີບັນເລງເພງ “ສວັນສລາຍ”

1) ອັນຄວາມຮັກໃດ ຈະໃຫຍ່ຍິ່ງໜັກ ເກີນຮັກຂອງເຮົາ
ເໜືອຄວາມຮັກເຮົາ ເໜືອໃຈຂອງເຮົາ ຈະມີຢູ່ໃສ
ເມື່ອຍາມເຮົາສອງ ຮ່ວມຄອງສາບານ ຮ່ວມສັນຍາໃຈ
ສຸກໃດຊື່ນໃດ ຫອມໃດຫວານໃດ ຈະທຽມທຽບທັນ…

2) ອ້າຍບອກຮັກນ້ອງ ນ້ອງຕອບຮັກອ້າຍ ໃຈຮັກລອຍລິ່ວ
ສອງໃຈພັດປິວ ສອງໃຈລອຍລິ່ວ ສູ່ສວງສວັນ
ລືມຄວາມໝົ່ນໝອງ ລືມຄວາມທຸກຕຣົມ ຂອງໂລກສິ້ນພລັນ
ເໝືອນໃນຍາມນັ້ນ ໂລກເປັນສວັນ ຂອງເຮົາສອງຄົນ…

• ນ້ອງໃຫ້ແຮງໃຈ ອ້າຍມຸ່ງແຮງຫວັງ ຕັ້ງມານະສູ້
ເພື່ອຊີວິດຄູ່ ເພື່ອຄວາມເປັນຢູ່ ຂອງເຮົາສອງຄົນ
ໂອ້ທາງສວັນ ທີ່ເຮົາຮ່ວມກັນ ວາດໄວ້ໃຫຍ່ລົ້ນ
ຕ້ອງມາມືດມົນ ສັບສົນວົນວຽນ ໃຜປ່ຽນຫົວໃຈ…

3) ໃຜຜິດສັນຍາ ຜິດຄຳວ່າຮັກ ວ່າຮັກໜຽວໝັ້ນ
ຮັກດຽວຊົ່ວກາລ ຊົ່ວດວງຊີວັນ ຈະແຫຼກສລາຍ
ຜູ່ໃດກັນໜໍ ທີ່ລືມນໍ້າຄຳ ລືມສັນຍາໃຈ
ທີ່ເຄີຍວ່າໄວ້ ຈະເປັນໂສ້ໃຈ ຂອງກັນແລະກັນ…

ໂນຕເພງ “ສວັນສລາຍ”
ວິດີໂອໂນຕບັນເລງເພງ “ສວັນສລາຍ”

ເພງ “ຫຼັງສາກ”

ເນື້ອຮ້ອງ & ທຳນອງ : ພູວາ ວໍຣະເທດ (≲1970)
ນັກຮ້ອງຕົ້ນສະບັບ : ສີເມືອງ ສຸວັນລາສີ

ວິດີໂອດົນຕຣີບັນເລງເພງ “ຫຼັງສາກ”

1) ພາຍໃນດວງຕາ ຂອງນາງນັ້ນບອກ ບອກກັບອ້າຍວ່າ
ຈະບໍ່ໃຝ່ຫາ ຍອດຊາຍ ຄົນອື່ນມາຄອງ
ນ້ອງເອງ ສາບານ ຈະບໍ່ມີສອງ
ອ້າຍຈຶ່ງ ປະຄັບປະຄອງ ເທີດທູນຂວັນໃຈ

2) ພຽງນາງຄົນດຽວ ທີ່ຊາຍມອບຈິດ ຊີວິດຍຶດໝັ້ນ
ຈະບໍ່ແປຜັນ ຮັກນາງ ຊົ່ວຊີບມະລາຍ
ວິ່ງວອນ ຮັກເຮົາ ຈົ່ງຢ່າສລາຍ
ກ່ອນທີ່ ອ້າຍຈະຈາກໄປ ຕ່າງແດນຈະກັບມາ

• ສຽງສັ່ງຂອງອ້າຍ ເໝືອນບອກ ໃຫ້ນາງມີໃໝ່
ຍາມເມື່ອ ອ້າຍຢູ່ຫ່າງໄກ ນ້ອງນາງກໍລືມສັນຍາ
ນ້ອງຄົງ ສິ້ນຮັກ ສິ້ນຄວາມເມດຕາ
ອ້າຍຈຶ່ງ ຊອກຊໍ້າອຸຣາ ກາຍາໝອງຊວງ

3) ພຽງນາງຄົນດຽວ ທີ່ຊາຍຄິດວ່າ ຈະບໍ່ຜັນແປ
ແຕ່ເຫດຈິງແທ້ ນ້ອງນາງ ນັ້ນແຫຼະຈອມລວງ
ເພື່ອນາງ ອ້າຍເອງ ຈະບໍ່ຂັດຂວາງ
ແຕ່ຢ່າໃຫ້ຄົນ ເຂົາລວງເໝືອນ ນາງລວງອ້າຍເຖີດເອີຍ…

ໂນຕເພງ “ຫຼັງສາກ”
ວິດີໂອໂນຕບັນເລງເພງ “ຫຼັງສາກ”

ເພງ “ຢ່າເຊື່ອ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ຢ່າເຊື່ອ”

1) ຢ່າໄປເຊື່ອ ຄວາມຄົນເຂົາເຢີ້ຍ
ເຮັດເສີຍໆ ຕໍ່ຄວາມນິນທາ
ຢ່າໄປເຊື່ອ ຄວາມເຂົາກ່າວຫາ
ເຂົາຢາກວ່າ ເຊີນວ່າເຊີນໂມ້

2) ໂລກທັງໂລກ ມີແນວສັບສົນ
ຟັງຄວາມຄົນ ຈະຈົນໃຈໂຕ
ຢ່າໃຈງ່າຍ ໃຈເບົາໂມໂຫ
ໂຕເພິ່ງໂຕ ປະເສີດໜັກໜາ

• ໃຫ້ເຫັນກັບຕາ ດັງມາໃສ່ຫູ
ສຶກສາໃຫ້ຮູ້ ເຖິງຄວາມເປັນມາ
ຢູ່ບໍ່ຢູ່ ໄດ້ຍິນເຂົາວ່າ
ແລ້ວຢ່າເກັບມາ ໃຫ້ເປືອງສມອງ

3) ຢ່າໄປໂງ່ ແນວໂຕບໍ່ມັກ
ຄຶດຄັກໆ ຈຶ່ງປັກໃຈພອງ
ໃຜມາພົບ ກໍຄົງຍົກຍ້ອງ
ຄົນທັງຜອງ ໝາຍປອງທຳຕາມ…

ໂນຕເພງ “ຢ່າເຊື່ອ”
ວິດີໂອໂນຕບັນເລງເພງ “ຢ່າເຊື່ອ”

ເພງ “ໜຸ່ມໜ້າໜາວ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1966)
ນັກຮ້ອງຕົ້ນສະບັບ : ເມຕຕາ ດາຣາສຸກ
(ສະບັບສຽງຂັບຮ້ອງຂອງ ອາຈານ ຄຳຫຼ້າ ໜໍ່ແກ້ວ)

ວິດີໂອດົນຕຣີບັນເລງເພງ “ໜຸ່ມໜ້າໜາວ”

1) ເມື່ອລົມໜາວ ພັດຫວິວມາ
ແລ້ວພາດວງໃຈ ໃຫ້ໄຫວຫວັ່ນ
ຂາດຄູ່ຄຽງ ກ່ອມຂວັນ
ຫວນຄິດ ຈິດເຝົ້າໃຝ່ຫາ

2) ໄດ້ແຕ່ນອນ ນອນໜາວໃຈ
ຫາໃຜມາຮຽງ ບໍ່ເຫັນໜ້າ
ແຕ່ກຳເນີດ ເກີດມາ
ໜາວອຸຣາ ມາຕລອດການ

• ແລບົນຟ້າ ດາຣາຄູ່ຄຽງເດືອນ
ຍິ່ງເຕືອນໝອງ ດວງໃຈສຸດທໍຣະມານ
ຍິງໃດໜໍ ຈະເຫັນໃຈຂໍໄຫວ້ວານ
ໂປຣດສົງສານ ນົງຄານໃຫ້ແນບໜຸນ

3) ຫາກມີຄົນ ຊື່ນຊິດກາຍ
ໜາວມະລາຍ ກາຍອົບອຸ່ນ
ຫາກໄດ້ມີ ຄູ່ໜຸນ
ແນບນອນ ຄົງຈະສຸກເອີຍ…

ໂນຕເພງ “ໜຸ່ມໜ້າໜາວ”
ວິດີໂອໂນຕບັນເລງເພງ “ໜຸ່ມໜ້າໜາວ”

ເພງ “ລົມໜາວສາວຈົ່ມ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ລົມໜາວສາວຈົ່ມ”

1) ນານເຫຼືອທົນ ແລ້ວເຈົ້າ
ຄອຍເຂົາ ມາຕັ້ງຫຼາຍປີ
ຈິງເໝືອນຄຳຫຼືບໍ່ ລໍເຝົ້າລໍແສນນານ
ຢ້ານອ້າຍລວງ ໃຫ້ໝອງ

2) ຄົນເໝືອນກັນ ນະອ້າຍ
ມິໄດ້ ເປັນເຄື່ອງທົດລອງ
ລົມໜາວມາແລ້ວນີ້ ຄວນຈະມີຄູ່ຄອງ
ອ້າຍປ່ອຍນ້ອງ ຢູ່ດຽວ

• ຮັກຈິງໃຫ້ບອກ ຮັກຫຼອກບໍ່ມີຫວັງ
ຢ່າມາຫາທາງ ໃຫ້ໃຈແຫ້ງຫ່ຽວ
ຜູ່ຊາຍສມັຍໃໝ່ ຫົວໃຈມັກບິດບ້ຽວ
ຊົມແລ້ວບໍ່ກ່ຽວ ບໍ່ຫຼຽວພຽງຕາ

3) ໜາວນີ້ມາ ນະອ້າຍ
ດົນຫຼາຍ ນ້ອງອາຍວິວາ
ລືມຫຼືໃດໜໍນີ້ ຄຳສັກຂີສັນຍາ
ໂທ້! ອະນິຈາ ຜູ່ຊາຍ…

ໂນຕເພງ “ລົມໜາວສາວຈົ່ມ”
ວິດີໂອໂນຕບັນເລງເພງ “ລົມໜາວສາວຈົ່ມ”

ເພງ “ລັກມັກ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (∼1970)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ລັກມັກ”

1) ລັກມັກເຈົ້າແລ້ວ ມັກເຈົ້າແລ້ວ
ຂ້ອຍມັກເຈົ້າແລ້ວ ຂ້ອຍຫຼົງເຈົ້າແລ້ວຄົນງາມ
ພຽງແຕ່ໄດ້ເຫັນ ຂ້ອຍຫຼົງຕິດຕາມ
ເຈົ້ານາມໃດໜໍ ນ້ອງສາວ

2) ລັກມັກອີ່ຫຼີ ມັກອີ່ຫຼີ
ຂ້ອຍມັກອີ່ຫຼີ ຂ້ອຍຫຼົງອີ່ຫຼີແລ້ວເຈົ້າ
ຕັ້ງແຕ່ມື້ນັ້ນ ນອນຝັນບໍ່ເຊົາ
ພາບນາງຍັງເຍົ້າ ບໍ່ເວັ້ນ

• ປາກງາມຍາມຍິ້ມ ນັ້ນມີສເນ
ມັກຫຼາຍແທ້ເດ ເມື່ອເຫັນ
ໃບໜ້າຜ່ອງພັນ ໃສກວ່າຈັນເພັນ
ຕາຄູ່ນັ້ນເປັນ ແວວແຫ່ງໄມຕຣີ

3) ມັກເຈົ້າໝົດໃຈ ມັກໝົດໃຈ
ຂ້ອຍມັກກວ່າໃຜ ຂ້ອຍມັກລົ້ນໃຈແລ້ວນີ້
ຖ້າຫາກຮູ້ຕົວ ຍິ້ມຫົວອີກທີ
ຈະເກັບເປັນສີ ແຫ່ງໃຈ…

* ລັກມັກເຈົ້າແລ້ວ ມັກເຈົ້າແລ້ວ
ຂ້ອຍມັກເຈົ້າແລ້ວ…

ໂນຕເພງ “ລັກມັກ”
ວິດີໂອໂນຕບັນເລງເພງ “ລັກມັກ”

ເພງ “ພົ້ນເຄາະເພາະຈົນ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (∼1969)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ & ພົມມາ ສົມສຸທິ

ວິດີໂອດົນຕຣີບັນເລງເພງ “ພົ້ນເຄາະເພາະຈົນ”

1) ແມ່ຜູ່ຍິງ ຍິງເຮືອຂ້າເບື່ອເຕັມທີ
ໂປຣດຟັງທາງນີ້ ຢ່າຫາວ່າຂ້າໃສ່ໄຟ
ຖ້າຢາກມີເມັຽສວຍໆ ຕ້ອງມີກະເປົາໃຫຍ່ໆ
ອອກຈາກເຮືອນກ້າວໃດ ຂີ່ຣົຖເກັງ

2) ຫາກເຈົ້າຈົນ ເຮິເຮີ້ຍ! “ແອ່ມຊໍ່ຣີ່”
ຢ່າງຂ້າກ່ອນນີ້ ເສດຖີກໍບໍ່ຫວັ່ນເກງ
ເຄີຍຈ່າຍເງິນເປັນລ້ານໆ ແຖມຂັບຣົຖ”ເບັ້ນ”ເບັ່ງໆ
ແນ້! ຜູ່ຍິງກ້ຽວເອງ ບໍ່ຕ້ອງຄຸຍ

• ເກາະ ກ້ຽວກ່ຽວແຂນ
ດັ່ງຍູງຣຳແພນ ອວດອົ່ງສາຍສຸຍ
ຊື້ຂອງບໍ່ອັ້ນ ເອົານີ້ເອົານັ້ນ ເອົານັ້ນເອົານີ້
ຕະລຸຍຫຍຸ້ງກັນແທ້ໆເວີ້ຍ ຊື້ໄດ້ຊື້ດີ…

3) ຕື່ນຂຶ້ນມາ ລ້າງໜ້າດ້ວຍ “ມົ່ງຕາກູ່”
ຕົກບ່າຍຫາດູ ຊື້ແພຊື້ຜ້າຢ່າງດີ
ພໍຄໍ່າຍໍ່າແດນ”ໄນຄລັບ” ສັ່ງກັບມາແກ້ມ”ວິສກີ້”
ແຕ່ລະທີຈ່າຍເງິນ ຈົນໜ້າເຫີຍ

• ເງິນ ກ້ຽງກະເປົາ
ຂ້າເລີຍຊົມເຊົາ ເພື່ອນຍິງເພີກເສີຍ
ເຫັນບໍ່ລະ ເຫັນບໍ່ລະໆໆ ເພື່ອນຊາຍເອີ້ຍ
ຫວາງແທ້ໆເວີ້ຍ ພົ້ນເຄາະເພາະຈົນ…

4) ຫາກມີເງິນ ຄົງມາຫາຫຍຸ້ງສຸງສິງ
ເປັນສຸກຈິງໆ ຜູ່ຍິງໜີໜ້າຍາມຈົນ
ຈະໄດ້ບໍ່ມີເຣື່ອງງໍ້ ໃຫ້ໃຈມີຂໍ້ໝົ່ນໆ
ສິ້ນກັງວົນ ພົ້ນເຄາະເພາະອັບຈົນ…

ໂນຕເພງ “ພົ້ນເຄາະເພາະຈົນ”
ວິດີໂອໂນຕບັນເລງເພງ “ພົ້ນເຄາະເພາະຈົນ”

ເພງ “ລາກ່ອນດອກຟ້າ”

ເນື້ອຮ້ອງ & ທຳນອງ : ສົມເພັຊ ເພັຊວິນຍານ (~1970)
ນັກຮ້ອງຕົ້ນສະບັບ : ສົມເພັຊ ເພັຊວິນຍາ

ວິດີໂອດົນຕຣີບັນເລງເພງ “ລາກ່ອນດອກຟ້າ”

1) ຈົນ… ແສນຈົນເຫຼືອດີ
ຟ້າບໍ່ປຣານີ ຈຶ່ງມີແຕ່ຄວາມຊໍ້າ
ສິ້ນຮັກເຮົາ ງຽບເຫງົາສຸດແສນຣະກັມ
ຟ້າຊ່າງໃຈດຳ ຟ້າທຳຈົນດິນເສົ້າໝອງ

2) ໄກ… ຂໍໄກຄົນງາມ
ອ້າຍຊົ່ວເລວຊາມ ບໍ່ຄວນຄູ່ຄຽງນ້ອງ
ດອກຟ້າແພງ ເຫຼືອເກີນປຽບເໝືອນເງິນທອງ
ຊາວໄພ່ຢ່າປອງ ຕັດໃຈລືມນ້ອງເສັຽທີ

• ບຸນອ້າຍບໍ່ມີ ຊາດນີ້ນ້ອຍວາສນາ
ເປັນຄົນທັມມະດາ ຟ້າຍິງເຄີຍຮູ້ດີ
ຫາກຍັງຝືນຮັກ ຄົງຂວາງປຣະເພນີ
ຈົ່ງເຊົາຮັກທີ່ມີ ຮັກນີ້ຕ່າງສັກດາ

3) ລາ… ຂໍລາເຫີນຫ່າງ
ດ້ອຍຄ່າທຸກຢ່າງ ບໍ່ສົມຄູ່ນາງຟ້າ
ເຈັບແລ້ວຈຳ ຂໍຈຳຕຣາບສູນຊີວາ
ລາກ່ອນດອກຟ້າ ຊາດໃດຢ່າໄດ້ພົບກັນ…

(ເວົ້າ) “ເຂົາຄືຊາວຟ້າ ຍອດປຣາຖນາ ຂອງຊາວດິນ
ຂໍລາແລ້ວ ແກ້ວຕາ ຢ່າອາວອນ
ຂໍລາກ່ອນ ຍອດຮັກ ຮັກແທ້ຈິງ
ຂໍລາພາກ ຈາກກັນ ສິ້ນກັນພຽງນີ້
ຂໍລາທີ ຮັກທີ່ຫຼົງ ຈົ່ງສລາຍ…”

ໂນຕເພງ “ລາກ່ອນດອກຟ້າ”
ວິດີໂອໂນຕບັນເລງເພງ “ລາກ່ອນດອກຟ້າ”