ເພງ “ອົກຫັກ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງ (1969)
ນັກຮ້ອງຕົ້ນສະບັບ : ຈ. ປະຈັກໃຈ

ວິດີໂອດົນຕຣີບັນເລງເພງ “ອົກຫັກ”

1) ໂອ້ຍ… ອົກຫັກ
ຖືກຄົນຮັກ ເຂົາມາລວງລໍ້
ຫົວໃຈຂ້າ ເປັນບ້າເປັນບໍ
ເໝືອນຄົນບໍ່ພໍ ເພາະຜູ່ຍິງເຂົາລວງ

2) ໂອ້ຍ… ອ່ອນຈິດ
ເຝົ້າແຕ່ຄິດ ເມື່ອມາຖືກບ້ວງ
ຫຼົງຄິດວ່າ ຈະບໍ່ຖືກລວງ
ສັນໃດພຸ່ມພວງ ລວງຈົນອົກພັງ

• ນັບຕັ້ງແຕ່ ນີ້ຕໍ່ໄປ
ຈະບໍ່ກ່ຽວຍິງໃດ ບໍ່ສົນໃຈຈັກຄັ້ງ
ຫາກຜູ່ຍິງ ຈະລວງຂ້າໃຫ້ອົກພັງ (ຊໍ້າ)
ຢ່າຫວັງ ຢ່າຫວັງ ບໍ່ເໝືອນດັ່ງທີ່ເຄີຍເປັນມາ

3) ໂອ້ຍ… ອົກຫັກ
ບອກວ່າຮັກ ເປັນຫຍັງລວງຂ້າ
ບໍ່ຮັກແທ້ ຢ່າເອີ່ຍວາຈາ
ຢ່າເປັນໂມຣາ ຂ້າຄົນທັງເປັນ…

ໂນຕເພງ “ອົກຫັກ”
ວິດີໂອໂນຕບັນເລງເພງ “ອົກຫັກ”

ເພງ “ຄຶດຮອດເຈົ້າ”

ເນື້ອຮ້ອງ & ທຳນອງ : ຄຳແພງ ຈຸນລະມະນີ (1970)
ນັກຮ້ອງຕົ້ນສະບັບ : ຈ. ປະຈັກໃຈ

ວິດີໂອດົນຕຣີບັນເລງເພງ “ຄຶດຮອດເຈົ້າ”

(ສອຍ)
ຄຶດຮອດເຈົ້າ ກືນເຂົ້າບໍ່ລົງຄໍ
ໂອ້ລະນໍ ສາວເອີຍຈົ່ງເຫັນໃຈ
ຫຼັບບໍ່ລົງ ພະວົງແຕ່ຫ່ວງໃຍ
ຈວນຈະຕາຍ ຢູ່ແລ້ວສາວເອີຍ

1) ນັບແຕ່ຈາກເຈົ້າໄປ ຄິດເຖິງຂວັນໃຈຢູ່ທຸກແລງທຸກເຊົ້າ
ເມື່ອໄດ້ຈາກເຈົ້າມາ ໃນອຸຣາມີແຕ່ງຽບເຫງົາ
ຄວາມສຸກໃຈ ບໍ່ເຄີຍບັນເທົາ
ບໍ່ເຄີຍແບ່ງເບົາ ເໝືອນຢູ່ໃກ້ນາງ…

(ສອຍ)

2) ຄິດວີ່ໆວອນໆຫວນເຖິງ ບັງອອນກ່ອນຫຼັບນອນທຸກຄັ້ງ
ແກ້ວນົກກາອັ່ນຄອນ ໃຈສະທ້ອນຫວນເຖິງເບື້ອງຫຼັງ
ຄາວພວກເຮົາ ເວົ້າສູ່ກັນຟັງ
ກ່ຽວກັບຄວາມຫວັງ ສອງເຮົາສ້າງມາ…

(ສອຍ)

3) ນອນຫຼັບຢູ່ກໍຝັນ ຝັນເຫັນແຈ່ມຈັນໄດ້ມາຢືນຕໍ່ໜ້າ
ເມື່ອໃດຕື່ນຈາກຝັນ ໃຈສະທ້ານບໍ່ເຫັນແກ້ວຕາ
ຢາກຈະນອນ ຢູ່ທຸກເວລາ
ໃຫ້ຝັນເຫັນໜ້າ ນ້ອງທຸກຍາມ…

ໂນຕເພງ “ຄຶດຮອດເຈົ້າ”
ວິດີໂອໂນຕບັນເລງເພງ “ຄຶດຮອດເຈົ້າ”

ເພງ “ບໍ່ລືມວຽງຈັນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1968)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ບໍ່ລືມວຽງຈັນ”

1) ແມ່ນຢູ່ແສນໄກ ສຸດແດນດິນຟ້ານັ້ນ
ເຖິງມີສຸກສັນ ກໍລືມວຽງຈັນບໍ່ໄດ້
ຈາກນານແສນນານ ຍັງຫ່ວງ
ຍາດມິດທັງປວງ ຂ້າສຸດອາລັຍ
ດວງໃຈຄະນຶງ ທຸກວັນ…

2) ເມື່ອຢູ່ຜູ່ດຽວ ຍິ່ງປ່ຽວຍິ່ງຄິດເສົ້າ
ເໝືອນນົກທີ່ເຫງົາ ຢູ່ໃນກົງທອງອັດອັ້ນ
ສຸກກາຍທຸກໃຈ ເມື່ອຈາກ
ເມື່ອຍາມໄດ້ພາກ ແຄວ້ນຖິ່ນວຽງຈັນ
ຖິ່ນຖານນະຄອນ ຂອງລາວ…

• ຈາກໄປສູ່ໃຕ້ຟ້າ ປະເທດອື່ນ
ຫ່າງມິດທີ່ເຄີຍສົດຊື່ນ ຫ່າງລຸງປ້ານ້າອາວ
ເຖິງມີສຸກຢູ່ວັງທອງ ບໍ່ເໝືອນເຫັນໜ້າພີ່ນ້ອງລາວ
ຄິດມາແສນເສົ້າ ຫ່ວງໃຍ…

3) ມິອາດຫຼົງລືມ ພາບແຫ່ງຄວາມຫຼັງນັ້ນ
ເຖິງຟ້າປ່ຽນຜັນ ກໍລືມວຽງຈັນບໍ່ໄດ້
ເມື່ອຍາມຫວນມາ ຢ້ຽມຖິ່ນ
ໃຕ້ຟ້າເໜືອດິນ ລາວນີ້ເມື່ອໃດ
ສຸກໃຈເຫຼືອຄຳ ກ່າວຂານ…

ໂນຕເພງ “ບໍ່ລືມວຽງຈັນ”
ວິດີໂອໂນຕບັນເລງເພງ “ບໍ່ລືມວຽງຈັນ”

ເພງ “ຄຶດເຖິງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ຄຶດເຖິງ”

1) ອ້າຍຄົງຈະຕາຍ ຍ້ອນຄວາມຄຶດເຖິງນ້ອງ
ຄຶດຫາແຕ່ນ້ອງ ຄຶດຮອດແຕ່ນ້ອງຜູ່ດຽວ
ຄວາມຮັກຝັງປັກ ຊວງເລິກ
ຫົວຄໍ່າຍາມເດິກ ສຸດແລຫຼຽວ
ຮັກນ້ອງຄົນດຽວ ຄົນດຽວສເມີມາ

2) ເຖິງຕົວຢູ່ໄກ ຫົວໃຈຍັງໂຫຍຫວນ
ເຊົ້າຄໍ່າບ່າຍຄວນ ຫານວນຢູ່ທຸກເວລາ
ຢ້ານຮັກຈະໜ່າຍ ໜ່າຍແໜງ
ຣະແວງໃຈຢູ່ ຢາກກູ່ຫາ
ຄຶດແລ້ວນໍ້າຕາ ອ້າຍຫຼັ່ງໂລມໃຈ

• ເວລານາທີ ທີ່ອ້າຍຫ່າງນ້ອງ ຮື…
ອ້າຍທຸກໝົ່ນໝອງ ຢ້ານນ້ອງປ່ຽນໃຈ
ຫາກສຸດທີ່ຮັກ ຮັກຈິງຈາກໃຈ ຮື…
ອ້າຍຂໍມາຕາຍ ຕໍ່ໜ້າຕັກນາງ

3) ຮັກນາງບໍ່ລືມ ຮັກດຽວບໍ່ລືມຫຼົງ
ຫົວໃຈໝັ້ນຄົງ ຊື່ຕຣົງຕໍ່ນ້ອງບໍ່ຈາງ
ອ້າຍຮັກອ້າຍຫ່ວງ ຫ່ວງຫຼາຍ
ແທບທົນບໍ່ໄດ້ ເກືອບໃຈພັງ
ຫຼົງເພີ້ພະວັງ ຮັກນາງຜູ່ດຽວ…

ໂນຕເພງ “ຄຶດເຖິງ”
ວິດີໂອໂນຕບັນເລງເພງ “ຄຶດເຖິງ”

ເພງ “ຊາຍໃຈຊື່”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1965-66)
ນັກຮ້ອງຕົ້ນສະບັບ : ປ. ຕຣີຈັນ

ວິດີໂອດົນຕຣີບັນເລງເພງ “ຊາຍໃຈຊື່”

1) ວິເສດປານໃດ ຫົວໃຈຜູ່ຍິງ
ນ້ອງລືມທຸກສິ່ງ ເສັຽແລ້ວຫຼືນັ້ນ
ລືມທັງວາຈາ ທີ່ໃຫ້ຕໍ່ກັນ
ລືມຄວາມສຳພັນ ລືມກັນແລ້ວຫຼືດວງໃຈ

2) ວິເສດປານໃດ ຫົວໃຈເຈົ້ານັ້ນ
ຕັດຮັກສະບັ້ນ ບໍ່ເຫຼືອເຍື່ອໃຍ
ປ່ອຍໃຫ້ອ້າຍຕຣົມ ຣະທົມດຽວດາຍ
ຄວາມຫວັງທະລາຍ ລືມກາຍລືມໃຈໂສກຕຣົມ

• ຫຼາຍປີທີ່ຜ່ານ ໄປນັ້ນ
ເໝືອນເປັນຄວາມຝັນ ຣະທົມ
ຫຼົງຮັກຫຼົງປອງ ບໍ່ໃຫ້ຂື່ນຂົມ
ຫຼົງຫວັງຊື່ນຊົມ ຮັກແທ້ຈາກໃຈ

3) ວິເສດປານໃດ ຫົວໃຈເຈົ້ານີ້
ຊາດໜ້າຖ້າມີ ຂໍພົບນ້ອງໃໝ່
ຊາດນີ້ມີກັມ ຕ້ອງຈຳຈາກໄກ
ເພາະອ້າຍເປັນຊາຍ ເປັນຊາຍໃຈຊື່ເກີນໄປ…

ໂນຕເພງ “ຊາຍໃຈຊື່”
ວິດີໂອໂນຕບັນເລງເພງ “ຊາຍໃຈຊື່”

ເພງ “ມົນຮັກວັງວຽງ”

ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ & ສ. ບົວລະພັນ (1972)
ນັກຮ້ອງຕົ້ນສະບັບ : ກ. ແກ້ວກໍ່າພ້າ

ວິດີໂອດົນຕຣີບັນເລງເພງ “ມົນຮັກວັງວຽງ”

1) ວັງວຽງແຫ່ງນີ້ ເໝືອນມີອຳນາດມັດຈິດໃຈຝັງ
ພູຜາລ້ອມບັງ ວັງວຽງແສນງາມ
ຜາແດງຜາຕັ້ງງາມຕາ ເຂົາສູງສຽດຟ້າສີຄາມ
ເບິ່ງແລ້ວທຸກຍາມ ໃຫ້ແສນເພີນໃຈ

2) ແຄມລຳນໍ້າຊອງ ສອງເຮົາຄຽງຄູ່ໄດ້ຢູ່ໃກ້ກັນ
ກອດນ້ອງບໍ່ນານ ອ້າຍກໍຈາກໄປ
ລານ້ອງໄປສູ່ແນວຣົບ ເພື່ອຣົບສັຕຣູແດນໄກ
ໃຫ້ສົມເປັນຊາຍ ຊາດເຊື້ອຄົນລາວ

• ບໍ່ດົນປານໃດ ອ້າຍຈະກັບມາຫາ
ໄປແລ້ວບໍ່ແມ່ນໜີໜ້າ ຈະກັບມາຢູ່ຄູ່ນ້ອງສາວ
ບໍ່ລືມອ່ອນຊ້ອນ ຖໍ້ານອນເຄີຍໄປສອງເຮົາ
ແມ່ນວ່າຢູ່ໄກນ້ອງສາວ ນ້ອງເຈົ້າເຊື່ອໃຈເຖີດໜາ

3) ໄກພຽງແຕ່ຕົວ ຫົວໃຈຢູ່ໃກ້ອາລັຍເຈົ້າຫຼາຍ
ຖ້າອ້າຍບໍ່ຕາຍ ຄົງໄດ້ກັບມາ
ສາວເອີຍໂອ້ສາວວັງວຽງ ສຽງນີ້ຄືສຽງເພງລາ
ອ້າຍຈະກັບມາ ຖ້ານ້ອງບໍ່ລືມ…

ໂນຕເພງ “ມົນຮັກວັງວຽງ”
ວິດີໂອໂນຕບັນເລງເພງ “ມົນຮັກວັງວຽງ”

ເພງ “ອວດສາວ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ແຄນທອງ ພະກອນຄຳ

ວິດີໂອດົນຕຣີບັນເລງເພງ “ອວດສາວ”

1) ໜຸ່ມໆແໜ້ນໆ ນະນ້ອງ
ບໍ່ຢາກຈອງ ໄວ້ເປັນຜົວຫວະ
ປີນີ້ອ້າຍ ອາຍຸຊາວກວ່າ
ທຳໄຮ່ໄຖນາ ຫາປາລ້ຽງຕົວ

2) ຜາສາດອ້າຍກະ ມີສອງຫຼັງ
ແຕ່ໂປຣດຟັງ ອ້າຍໄດ້ຢູ່ເຮືອນຄົວ
ຣົຖໂດຍສານ ອ້າຍມີໄປທົ່ວ
ນ້ອງຢ່າຫວັ່ນກົວ ຢ່າມົວນ້ອຍໃຈ

• ເຫຼົ້າ ອ້າຍກະບໍ່ກິນ
ເຮໂຣອິນ ອ້າຍກະສູບບໍ່ໄດ້
ການພະນັນ ໂອ້ຍແຮ່ງບໍ່ໃກ້
ສາບານກະໄດ້ ບໍ່ເຄີຍບໍ່ເຄີຍ

3) ເປົ່າປ່ຽວດຽວດາຍ ໃຈເຫງົາ
ອ້າຍຢາກເອົາ ນ້ອງໄວ້ເປັນຄູ່ເຊີຍ
ມັກເຈົ້າຫຼາຍ ອົດບໍ່ໄຫວແລ້ວເອີຍ
ອ້າຍຢາກເປັນເຂີຍ ເປັນເຂີຍພໍ່ນາງ…

ໂນຕເພງ “ອວດສາວ”
ວິດີໂອໂນຕບັນເລງເພງ “ອວດສາວ”

ເພງ “ຄົນລວງ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ວິຈິຕ ແສງຈັນທຣ໌

ວິດີໂອດົນຕຣີບັນເລງເພງ “ຄົນລວງ”

1) ສຸດຊໍ້າ ຣະກັມຣຶທັຍໝອງເສົ້າ
ເຊື່ອເຂົາ ຮັກເຮົາຈຶ່ງເສົ້າໜັກໜາ
ຫຼົງລົມລວງ ລີ້ນຍິງມານຍາ
ຫຼົງວາຈາ ທີ່ເພີນໂນ້ມໃຈ

2) ທີ່ແທ້ ເຂົາເປັນເໝືອນເຊັ່ນຜີສາດ
ໂຫດຮ້າຍ ບັງອາດຟາດຟັນຈິດໃຈ
ແກ້ງຮັກຈິງ ແລ້ວທຳໃຫ້ຮ້ອງໄຫ້
ຊໍ້າເທົ່າໃດ ບໍ່ສົນໃຈຍິ່ງຊອກຊໍ້າ

• ຄົນລວງໂທ້ຄົນລວງ ໂທ້ຄົນລວງ
ເກີດມາກໍຄົງເພື່ອລວງ ໃຫ້ຊາຍໂສກຊໍ້າ
ຄົນລວງຕ້ອງຈັກວັນ ຄົງຣະກັມ
ຊອກຊໍ້າບາບກັມ ຄົງຕາມສນອງ

3) ຊ່າງຮ້າຍ ເຫຼຶອທົນໂທ້ຄົນໃຈໂຫດ
ຫຼອກລວງ ລົງໂທດໃຫ້ຊາຍຮໍ່າຮ້ອງ
ແສນເສັຽດາຍ ຮູບຊົງວາດຄ່ຽມຄ່ອງ
ໃຈນ້ອງໂຫດ ໂກດສາມານຍິ່ງກວ່າໃຜ…

ໂນຕເພງ “ຄົນລວງ”
ວິດີໂອໂນຕບັນເລງເພງ “ຄົນລວງ”

ເພງ “ຟ້າລືມດິນ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1970)
ນັກຮ້ອງຕົ້ນສະບັບ : ປ. ຕຣີຈັນ

ວິດີໂອດົນຕຣີບັນເລງເພງ “ຟ້າລືມດິນ”

1) ວາສນາ ຊາຕາຂອງເຮົາ
ແສນໂສກເສົ້າ ເຫງົາໃຈເຫຼືອທົນ
ຮັກແສນຫວານ ມານເຂົ້າຜະຈົນ
ໂທ້ຈົນແສນຈົນ ທຸກຄົນເມີນສິ້ນ

2) ແຕ່ດວງໃຈ ອ້າຍຍັງບໍ່ລືມ
ຮັກດູດດື່ມ ຟ້າຢ່າລືມດິນ
ພາວະນາ ໄຫວ້ພົມມະຣິນ
ຟ້າລືມແລ້ວດິນ ຕ້ອງສິ້ນໝົ່ນໝອງດວງໃຈ

• ຫຼືຟ້າມີຊາຍອື່ນ ຊິດເຊີຍ
ໂທ້ດິນນີ້ເອີຍ ຍັງຮັກບໍ່ວາຍ
ຫຼົງລະເມີ ເພີ້ເຝົ້າຄອຍຫາຍ
ຫົວໃຈຕ້ອງຕຣົມ ຣະທົມທຸກຍິ່ງໜັກໜາ

3) ຊາດໃດໜາ ຟ້າຈະປຣານີ
ຮັກອ້າຍນີ້ ດ້ວຍໃຈເມດຕາ
ແມ່ນຟ້າລືມ ດິນສິ້ນເໝືອນວ່າ
ຈຳຕ້ອງຂໍລາ ຈົນກວ່ານິດນິຣັນດອນ…

ໂນຕເພງ “ຟ້າລືມດິນ”
ວິດີໂອໂນຕບັນເລງເພງ “ຟ້າລືມດິນ”

ເພງ “ປີໃໝ່ແລ້ວແກ້ວຕາ”

ເນື້ອຮ້ອງ & ທຳນອງ : ຄຳໃບ ຄຳຊະນະ (1969)
ນັກຮ້ອງຕົ້ນສະບັບ : ແສງອາຣຸນ ສິດທິພັນ

ວິດີໂອດົນຕຣີບັນເລງເພງ “ປີໃໝ່ແລ້ວແກ້ວຕາ”

1) ປີໃໝ່ແລ້ວ ແກ້ວຕາ
ສົດຊື່ນເຖີດໜາ ຢ່າໂສກສັນ
ລືມຄວາມຂຸ່ນຂ້ອງ ໝອງໃຈກັນ
ໃຫ້ປີເກົ່ານັ້ນ ຫອບພາໄປ

2) ປີໃໝ່ແລ້ວ ຄົນດີ
ຂໍຈົ່ງສຸຂີ ຈິດແຈ່ມໃສ
ມີຄວາມຄິດ ຕ້ອງການສິ່ງໃດ
ກໍຂໍໃຫ້ໄດ້ ດັ່ງໃຈປອງໃຈ

• ອາຍຸ ຍືນຍາວໝັ້ນ
ວັນນະ ນັ້ນຂາວຜ່ອງ
ສຸຂະ ສຸກສົມປອງ
ພະລະ ຫ່າງໂພຍພັຍ

3) ປີໃໝ່ແລ້ວ ແກ້ວຕາ
ຮັກເຮົານັ້ນໜາ ຈົ່ງແຈ່ມໃສ
ເດືອນປີຜ່ານ ຄົນໝຸນວົນໄປ
ຮັກເຮົາຢ່າໄດ້ ປ່ຽນໄປຕາມ…

ໂນຕເພງ “ປີໃໝ່ແລ້ວແກ້ວຕາ”
ວິດີໂອໂນຕບັນເລງເພງ “ປີໃໝ່ແລ້ວແກ້ວຕາ”