ເພງ “ຊຽງຂວາງແຫ່ງຄວາມຫຼັງ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ
ນັກຮ້ອງຕົ້ນສະບັບ : ພົມມາ ສົມສຸທິ

ວິດີໂອດົນຕຣີບັນເລງເພງ “ຊຽງຂວາງແຫ່ງຄວາມຫຼັງ”
  1. ຄັ້ງນຶ່ງເຄີຍມາ ເພິ່ງພາຍັງຖິ່ນ
    ຊຽງຂວາງວຽງທອງທານິນ ຖິ່ນອັນສວຍງາມທຽມຫຼ້າ
    ແຕ່ມາບັດນີ້ ຕ້ອງຈຳພາກໄປໄກຕາ
    ຄົງຄິດເຖິງດວງໜ້າ ບໍ່ເລືອນລາຈາກໃຈ

  2. ພາບແຫ່ງຄວາມຫຼັງ ຍຶດຝັງໃຈໝັ້ນ
    ທີ່ຂົວຫົວຊຽງສາຍັນ ແອບຂວັນນ້ອງນາງຄຽງໃກ້
    ສຸກໃຈຍິ່ງລໍ້າ ອອດຄຳຫວານຊຶ້ງຕຣຶງໃຈ
    ລົມເຢັນພັດມາຄັ້ງໃດ ກອດນ້ອງໄວ້ໃຫ້ອຸ່ນນິທຣາ

  3. ຊຽງຂວາງ ເຈົ້າຍັງຄົງເຕືອນໃຈພີ່
    ເຂົາໂຂດຫ້ວຍທານວາຣີ ຫຼາກເດັ່ນສີສວຍງາມນັຍຕາ
    ເຫັນໄຜ່ລູ່ໂອນ ຍອດສົນຕ້ອງລົມຍິ່ງຊໍ້າໜັກໜາ
    ດັ່ງສ້ຽນໜາມທິ່ມແທງອຸຣາ ຈຳຈາກລາດັ່ງສາຍນະທີ

  4. ຕ້ອງຈາກໄປແລ້ວ ແກ້ວເອີຍລາກ່ອນ
    ຍັງຝັງຮັກໃນບັງອອນ ຈຳຈອນເພາະກັມຂອງພີ່
    ຫາກບຸນສ້າງສົມ ເຄີຍທຳຮ່ວມບາຣະມີ
    ຄົງຄືນຄອບຄອງເທວີ ເປັນສີແມ່ເຮືອນຂອງຮຽມ…
ວິດີໂອໂນຕບັນເລງເພງ ” ຊຽງຂວາງແຫ່ງຄວາມຫຼັງ”

ເພງ “ຫ່ວງວຽງຈັນ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຫ່ວງວຽງຈັນ”

ລາ… ລາ ລາ… ລາ ລາ…ລາ ລາ…

  1. ວຽງຈັນ ແດນວິໄລ
    ຈາກໄກ ໃຈຄະນຶງ
    ອາລັຍ ຫ່ວງຄິດເຖິງ
    ນໍ້າຕາ ຕົກຝັງໃນ

  2. ວຽງຈັນ ຂ້ານີ້ຕຣົມ
    ຣະບົມ ໃນຣຶທັຍ
    ເທວີ ຍອດຂວັນໃຈ
    ຢູ່ດີ ຫຼືຮ້ອນຮົນ

  3. ວຽງຈັນ ຂ້າຂໍວອນ
    ເທວາ ຢູ່ເບື້ອງບົນ
    ໄດ້ໂປຣດ ມາຊ່ວຍດົນ
    ໃຫ້ໜ້າມົນ ຂ້າສົດຊື່ນ

  4. ວຽງຈັນ ແດນວິມານ
    ບໍ່ນານ ຄົງຫວນຄືນ
    ຄົນດີ ຢ່າສະອື້ນ
    ແນ່ນອນ ຄົງພົບກັນ…
ວິດີໂອໂນຕບັນເລງເພງ ” ຫ່ວງວຽງຈັນ”

ເພງ “ຄິດຄະນຶງເຖິງບ້ານ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ
ນັກຮ້ອງຕົ້ນສະບັບ : ສ. ແສງສິຣິວັນ

ວິດີໂອດົນຕຣີບັນເລງເພງ “ຄິດຄະນຶງເຖິງບ້ານ”
  1. ຄິດ ຄະນຶງເຖິງບ້ານ
    ສຸດສະທ້ານ ສະທ້ານໃນຊວງ
    ລົມ ພັດມາຍິ່ງຫ່ວງ
    ຫ່ວງອາລັຍ ເຖິງວຽງຈັນ

  2. ຄິດ ເຖິງຄົນຮັກຂ້າ
    ແຕ່ຈາກລາ ຝັນຫາທຸກວັນ
    ໃຈ ນ້ອງຄົງໂສກສັນ
    ຄົງຕື້ນຕັນ ເຝົ້າຄອຍຫາ

  3. ຍາມ ຂ້ານີ້ຫວນກັບ
    ຈົ່ງມາຮັບ ຄອຍຍິ້ມຖ້າ
    ຢ່າ ໃຫ້ເຫັນນໍ້າຕາ
    ຢ່າໂສກາ ເຖີດດວງໃຈ

  4. ຄິດ ຄະນຶງທຸກວັນ
    ຈາກມານານ ຢາກຫວນຄືນໄປ
    ລົມ ພັດມາຄັ້ງໃດ
    ພາຫົວໃຈ ໃຫ້ລອຍຕາມ…
ວິດີໂອໂນຕບັນເລງເພງ ” ຄິດຄະນຶງເຖິງບ້ານ”

ເພງ “ທາງຊີວິດ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ທາງຊີວິດ”
  1. ເໝີ່ມອງ ສາຍນໍ້າຫຼັ່ງ
    ໄຫຼລ່ອງໄປ ມິຮູ້ສະຖານທີ່
    ຫຼັ່ງຫຼາກໄຫຼ ເລື້ອຍໄປແຮມປີ
    ຄົງບໍ່ມີ ມື້ຮູ້ກັບມາ

  2. ປຽບຊີວິດ ຂອງຄົນ
    ຈຳດິ້ນຮົນ ຫາທາງຂ້າງໜ້າ
    ສູ່ຈຸດໝາຍ ທີ່ປາຍເວລາ
    ເຮົາເກີດມາ ເພື່ອໃຊ້ໜີ້ກັມ

  3. ອັນຫົນທາງ ແຫ່ງຊີວິດ
    ໃຜລິຂິດ ໃຜເປັນຜູ່ນຳ
    ບໍ່ເພາະຕົວເອງ ຫຼືທີ່ກະທຳ
    ອັນບາບແລະກັມ ຄວາມດີຄວາມຊົ່ວ

  4. ຊົ່ວສັງຂານ ຍັງທ່ຽງ
    ຈົ່ງຫຼີກລ່ຽງ ລະເວັ້ນກັມຊົ່ວ
    ຢ່າໃຫ້ໃຈ ນັ້ນຕ້ອງຂຸ່ນມົວ
    ຈະຕິດຕົວ ໃນຊາດຕໍ່ໄປ…
ວິດີໂອໂນຕບັນເລງເພງ ” ທາງຊີວິດ”

ເພງ “ວິມານວຽງທອງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ວິມານວຽງທອງ”
  1. ຄໍ່າລົງແສງຈັນ ສອດສ່ອງນະພາ
    ທຸກວັນທິວາ ຣາຕຣີແສນງາມ
    ດົນຕຣີບັນເລງ ສຽງເພງກ່ອມຂວັນ
    ດັ່ງນຶ່ງສວັນ ວິມານຂ້າຢູ່

  2. ໜຸ່ມສາວຄູ່ກັນ ເດີນຫຼິ້ນຮິມຂອງ
    ຮັກກັນສົມປອງ ຄຽງຄອງໝັ້ນຢູ່
    ດວງໃຈຊື່ຕຣົງ ຮັກດຽວຍອດຊູ້
    ຢູ່ຄູ່ຟ້າດິນ ຈົນສິ້ນແສງສຸຣິຍາ

  3. ຫາກໄດ້ມາແດນ ຖິ່ນແຄວ້ນແສນສຸກ
    ເໝືອນສິ້ນຄວາມທຸກ ສຸກສັນບານອຸຣາ
    ແມ່ນໄດ້ ຈາກລາ
    ແຕ່ປຣາຖນາ ຄະນຶງເຖິງຢູ່ທຸກວັນ

  4. ວຽງຈັນນີ້ໜໍ ງາມເດັ່ນໜັກໜາ
    ໂລກເຂົາລືຊາ ວ່າເມືອງສວັນ
    ຫາກໄດ້ມາເຢືອນ ເໝືອນເປັນຄວາມຝັນ
    ໂອ້ເມືອງວຽງຈັນ ຕິດພັນຫົວໃຈບໍ່ລືມ…
ວິດີໂອໂນຕບັນເລງເພງ ” ວິມານວຽງທອງ”

ເພງ “ຝົນມາຂ້າເສົ້າ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1969)
ນັກຮ້ອງຕົ້ນສະບັບ : ນິດ ວິຈິຕຕະວົງສ໌

ວິດີໂອດົນຕຣີບັນເລງເພງ “ຝົນມາຂ້າເສົ້າ”
  1. ສາຍຝົນຫຼັ່ງລົງ ອີກແລ້ວ
    ນ້ອງແກ້ວເຈົ້າລືມ ຫຼືໃດ
    ຄືນທີ່ເຮົາສອງ ສຸກໃຈ
    ຝາກຮັກໄວ້ ກັບສາຍຝົນ

  2. ເຫັນຝົນຕົກມາ ຂ້ານີ້
    ແສນເສົ້າໂສກີ ເຫຼືອທົນ
    ເຝົ້າແຕ່ຄອຍຫາ ໜ້າມົນ
    ຄອຍຈົນຝົນ ເຫືອດແຫ້ງໄປ

  3. ຝົນນີ້ບໍ່ມີ ນ້ອງຢູ່
    ຮ່ວມຮຽງຊື່ນຊູ ຊິດໃກ້
    ຝົນນີ້ກໍໝົດ ຄວາມໝາຍ
    ສຸດທີ່ຮັກເຈົ້າຢູ່ໃສ ຢູ່ກັບໃຜຈຶ່ງບໍ່ມາ

  4.  ສາຍຝົນຜ່ານໄປ ຈິດຄ້ອຍ
    ຄູ່ຮັກຂ້າພອຍ ຫາຍໜ້າ
    ມີສຸກແລ້ວຫຼື ແກ້ວຕາ
    ຈຶ່ງປ່ອຍຂ້າ ໂສກຣະທົມ…
ວິດີໂອໂນຕບັນເລງເພງ “ຝົນມາຂ້າເສົ້າ”

ເພງ “ພາສິດຮັກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1960)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ພາສິດຮັກ”
  1. ຍິງຊາຍເກີດມາ ເກີດມາຄູ່ກັນ ແທ້ຫຼື
    ໂລກເຂົາເລົ່າລື ວ່າຮັກຮັກນີ້ ເປັນສິ່ງສຸກເຫຼືອ
    ແຕ່ຮັກປົນເຈືອ ດ້ວຍຢາເບື່ອ ໂປຣດໄດ້ຣະວັງ
    ຢ່າຫຼົງຈີຣັງ ໃຫ້ຖລຳ ຈະຊໍ້າອຸຣາ…

  2. ຍິງຊາຍເກີດມາ ເກີດມາຄູ່ກັນ ພຽງໃດ
    ຈຶ່ງຮັກມັກໄຄ່ ສ່ອງເຫັນຫົວໃຈ ເປັນໜັກເປັນໜາ
    ຫ່າງເຫີນພຽງວັນ ຝັນເຫັນດວງໜ້າ ຫຼັບຕາກໍເພີ້
    ເຝົ້າຫຼົງລະເມີ ໄດ້ຄຽງສອງ ສຸກສົມຊື່ນໃຈ…

  3. ອັນ… ຮັກນີ້ ເໝືອນມົນປລາດ
    ຈັງໃຈອະນາດ ສຸດມາດໃຈໝາຍ
    ຫາກສົມຫົວໃຈ ແມ່ນຕາຍກໍຍອມ ຖນອມເຈົ້າ
    ຜິດຫວັງນັ່ງເສົ້າ ເຫງົາບໍ່ສິ້ນ ອົດກິນນໍ້າຕາ…

  4. ຍິງຊາຍເກີດມາ ເກີດມາຄູ່ກັນ ໝັ້ນໝາຍ
    ໜຸ່ມສາວຄາວວັຍ ຈະຮັກຈະໄຄ່ ຟັງກ່ອນເຖີດໜາ
    ຢ່າເຫັນໃຈຕົນ ນັ້ນດີວິເສດ ກວ່າໃດໃນຫຼ້າ
    ຢ່າຫຼົງມານຍາ ວ່າຄວາມຮັກ ຈະຈິງແນ່ນອນ…
ວິດີໂອໂນຕບັນເລງເພງ ” ພາສິດຮັກ”

ເພງ “ຫົວໃຈໄຮ້ຄ່າ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ຫົວໃຈໄຮ້ຄ່າ”
  1. ຫາກສິ່ງໃດໆ ທີ່ນາງຫຼິງເຫັນ ວ່າເປັນຄວາມສຸກ
    ເປັນຂອງສນຸກ ຊື່ນສຸກສົມປອງ
    ກໍຈົ່ງຮີບທຳ ກະທຳໄປເສັຽ ໃຫ້ສົມໃຈນ້ອງ
    ໃຫ້ລືຊາກ້ອງ ໂລກາ…

  2. ອີກເຈັບໃດໆ ທີ່ໃນໂລກນີ້ ວ່າເປັນທີ່ເຈັບ
    ຂໍນ້ອງຈົ່ງເນັບ ຄວາມເຈັບນັ້ນມາ
    ເມື່ອຫາກນ້ອງຕີ ຣາຄາໃຈນີ້ ວ່າມັນໄຮ້ຄ່າ
    ຈະຂັງຈະຂ້າ ກໍເຊີນ…

  3. ອ້າຍໄຮ້ ດວງໃຈ
    ຈະທຳສັນໃດ ເອົາຕິຂໍເຊີນ
    ເອົາຈົນປົ່ນປີ້ ຈົນຍັບຈົນເຍີນ
    ໃຫ້ມັນເພີດເພີນ ສາໃຈ…

  4. ຝາກຈິດກຳນັນ ໃຫ້ທານນາງນ້ອງ ເພື່ອທົດລອງຫຼິ້ນ
    ພລີແລ້ວຊີວິນ ພລີໝົດຫົວໃຈ
    ຈະຢຽບຫຼືຍໍ່າ ຈະທຳໃຫ້ໝອງ ໃຫ້ແສນໝອງໄໝ້
    ພລີແລ້ວເຮືອນກາຍ ມອບນາງ…
ວິດີໂອໂນຕບັນເລງເພງ ” ຫົວໃຈໄຮ້ຄ່າ”

ເພງ “ຢ່າລືມຄົນທີ່ເຂົາຄອຍ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1968-1969)
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ຢ່າລືມຄົນທີ່ເຂົາຄອຍ”
  1. ພໍໄດ້ຍິນຂ່າວ ຂອງນາງ
    ສຸດອ້າງວ້າງ ຣຶທັຍໝອງເສົ້າ
    ຮູ້ວ່າ ຄົນຮັກຈະຈາກເມືອງລາວ
    ຍິ່ງອຸກເອົ້າ ຫງ່ວມເຫງົາເສົ້າໃນຊວງ

  2. ເຫັນເຂົາຈະຈາກ ພາກໄປ
    ເກີດຫວັ່ນໄຫວ ຫົວໃຈເປັນຫ່ວງ
    ຢ້ານຍິງ ຄົນຮັກຈະຖືກຫຼອກລວງ
    ຄິດເປັນຫ່ວງ ຈົນຊວງຂ້າສັ່ນສາຍ

  3. ຢູ່ຕ່າງແດນ ເມືອງແມນແຫ່ງຄວາມຈະເຣີນ
    ເຈົ້າຢ່າເພີດເພີນ ຈົນເກີນຂອບເຂດເກີນໄປ
    ຫາກເກີດພາດພັ້ງ ບາງທີອາດເຈັບຊໍ້າໃນ
    ຂ້າຢ້ານແຕ່ໜຸ່ມໄວໄຟ ທຳໃຫ້ເຈົ້າຫຼັ່ງນໍ້າຕາ

  4. ທີ່ຮັກເຈົ້າຈົ່ງ ໄປດີ
    ຈົ່ງສຸຂີ ເທວີຂອງຂ້າ
    ຢ່າລືມ ຄົນທີ່ເຂົາເຝົ້າຄອຍຫາ
    ຈົ່ງກັບມາ ຫາຄົນທີ່ເຂົາຄອຍ…
ວິດີໂອໂນຕບັນເລງເພງ “ຢ່າລືມຄົນທີ່ເຂົາຄອຍ”

ເພງ “ເພື່ອກຽດນ້ອງ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (~1970)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ເພື່ອກຽດນ້ອງ”
  1. ອ້າຍເອງຮູ້ວ່າ ອ້າຍນີ້ມັນຕໍ່າ
    ບໍ່ກ້າຖລຳ ໄປເດັດດອກຟ້າມາຄອງ
    ເພາະນ້ອງເປັນເຈົ້າ ອ້າຍເກງນ້ອງຈະມົວໝອງ
    ຫາກອ້າຍໄດ້ນ້ອງມາຄອງ ຄົນຕ້ອງດູໝິ່ນນິນທາ

  2. ທັງທີ່ອ້າຍນີ້ ຮັກນ້ອງຖ້ວມໃຈ
    ເພາະອ້າຍເປັນໄພ່ ຮັກໄປຕ້ອງກືນນໍ້າຕາ
    ຖ້າອ້າຍຂືນຮັກ ອຸປສັກຄົງຈະຕາມມາ
    ຢ່າເສົ້າໄປເລີຍດອກຟ້າ ອ້າຍລາໄປກ່ອນຄົນດີ

  3. ເປັນບຸນອ້າຍແລ້ວ ຟ້າເອີຍອ້າຍຂໍຂອບໃຈ
    ທີ່ຟ້າຍັງໃຫ້ ຄວາມຮັກເມດຕາປຣານີ
    ຜູ່ໃຫຍ່ຂອງນ້ອງ ທ່ານຄົງຈະບໍ່ເຫັນດີ
    ເພາະວ່າຮັກສອງເຮົານີ້ ມັນມີສັກສີຕ່າງກັນ

  4. ອ້າຍຂໍລາແລ້ວ ຟ້າເອີຍລາກ່ອນ
    ຫາກເຂົ້າຫ້ອງນອນ ເຫັນໝອນແລ້ວຢ່າຕື້ນຕັນ
    ນ້ອງສລັກຊື່ອ້າຍ ເອົາໄວ້ກັບໝອນດວງນັ້ນ
    ເພື່ອກຽດນ້ອງດອກຈອມຂວັນ ອ້າຍຈຶ່ງຫຼີກທາງຮັກໄປ…
ວິດີໂອໂນຕບັນເລງເພງ “ເພື່ອກຽດນ້ອງ”