ເພງ “ບ້ານນາຜາສຸກ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (≲1970)
ນັກຮ້ອງຕົ້ນສະບັບ : ມະນີວັນ ວໍຣະວົງ

ວິດີໂອດົນຕຣີບັນເລງເພງ “ບ້ານນາຜາສຸກ”

1) ຜືນດິນຖິ່ນນາ ບ້ານປ່າຂາດອນແຫ່ງນີ້
ຊ່າງສວຍງາມດີ ເມື່ອແສງສຸຣີສາດສ່ອງ
ເຫັນເຂົ້າໃນນາອຣ່າມ ໄກວແກວ່ງຮວງງາມເມື່ອລົມຕ້ອງ
ງາມແທ້ຮວງທອງ ເມື່ອຍາມຫຼຽວມອງສຸກໃຈ

2) ນົກນ້ອຍກໍມາ ຫາບ່ອນທີ່ເຄີຍຊອກກິນ
ແຄມຫ້ວຍນໍ້າລິນ ຖິ່ນນີ້ຍິ່ງງາມສົດໃສ
ເຫັນນົກມີຄູ່ຄຽງຂ້າງ ດວງຈິດນ້ອງຊ່າງເກີດຫວັ່ນໄຫວ
ລົມພັດກໍໄຜ່ສຽງດັງ ກ່ອມໃຫ້ນ້ອງຍິ່ງຫຼົງໃຫຼອ່ອນຊວງ

• ເຫັນພໍ່ນາກ່ຽວເຂົ້າ ຊ່ວຍກັນ
ແດດກໍຮ້ອນຍັງອົດດັນ ເກັບກ່ຽວເຂົ້ານັ້ນຫວັງໃຫ້ໝົດຮວງ
ຫຼຽວໄປແຄມປ່າ ໂອ໋ນັ້ນຜະກາບານຢູ່ເປັນພວງ
ພໍຕາເວັນຈະສິ້ນດວງ ດອກໄມ້ທັງປວງສົ່ງກິ່ນຫອມມາ

3) ຟ້າຄົງເສກສັນ ປັ້ນແຕ່ງບ້ານນາແຫ່ງນີ້
ຊ່າງງາມເກີນທີ່ ຂ້ານີ້ຈະພັລນາ
ພໍເຖິງຄາວຈະໄກຈາກ ມາພາກໜີໄປອາລັຍຫາ
ລາແລ້ວບ້ານປ່າ ຂ້ານີ້ຄິດວ່າຈະກັບຄືນມາດັ່ງເຄີຍ…

ວິດີໂອໂນຕບັນເລງເພງ “ບ້ານນາຜາສຸກ”

ເພງ “ສັ່ງຍາດສູ່ແນວໜ້າ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ສັ່ງຍາດສູ່ແນວໜ້າ”

1) ຂໍສັ່ງລາ ລຸງຕາປ້າອາທັງຫຼາຍ
ຫຼານຂໍລາໄປ ລາໄປສູ້ເສິກສົງຄາມ
ດຽວນີ້ເມືອງລາວ ກຳລັງພັຍລາມ
ຍ້ອນການຄຸກຄາມ ຈຶ່ງຕ້ອງຈາກໄປ

2) ຂໍປ້າອາ ລຸງຕາເຖົ້າແກ່ທຸກຄົນ
ຢ່າຄິດກັງວົນ ກັງວົນໃຫ້ໝົ່ນໝອງໃຈ
ຄິດວ່າຫຼານເອງ ເກີດມາເປັນຊາຍ
ຢ່າຄິດນ້ອຍໃຈ ຫຼານໄປບໍ່ນານກັບມາ

• ຢູ່ທາງບ້ານ ຈົ່ງຊ່ວຍດູແລ
ນ້ອງນ້ອຍທັງພໍ່ແມ່ ຈົ່ງແລຊ່ວຍຫຼານເຖີດໜາ
ຊ່ວຍຄອບຄົວຫຼານ ຍາມຈົນແລ່ນຫາ
ຂໍຈົ່ງເມດຕາ ຍາມຍາກຂັດສົນ

3) ເຖິງຈາກໄປ ກໍໄປເພາະໜ້າທີ່ຫຼານ
ເມື່ອຊາດຕ້ອງການ ຕ້ອງການຊາຍໜຸ່ມທຸກຄົນ
ເພື່ອຊາດຂອງເຮົາ ຈຶ່ງຍອມສູ້ທົນ
ຫາກເຊົາຫວຸ້ນວົນ ບໍ່ດົນຄົງຫວນຕ່າວມາ…

ວິດີໂອໂນຕບັນເລງເພງ “ສັ່ງຍາດສູ່ແນວໜ້າ”

ເພງ “ສິ້ນສັ່ງຈາກໄປ”

ເນື້ອຮ້ອງ & ທຳນອງ : ສ. ບົວລະພັນ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ສິ້ນສັ່ງຈາກໄປ”

1) ຢູ່ດີເຖີດນ້ອງ ຢູ່ຄອງຄອຍອ້າຍ
ຂໍສັ່ງຂວັນໃຈ ລາໄປສູ້ຣົບສົງຄາມ
ບ້ານເມືອງເຮົາ ຖືກເຂົາລຸກລາມ
ຂໍຈາກຄົນງາມ ໄປສູ່ສນາມແນວໜ້າ

2) ເບິ່ງແຍງລູກນ້ອຍ ຈົ່ງຄອຍພຽນລ້ຽງ
ຂໍຢ່າລຳອຽງ ຊິງຊັງລູກເຖີດຂວັນຕາ
ອ້າຍຂໍວອນ ງາມງອນໂສພາ
ນ້ອງຈົ່ງຄອຍຖ້າ ຢ່າມີມາຍາໃນຫົວໃຈ

• ພໍ… ສິ້ນສັ່ງຂວັນຕາ
ຣົຖໂຕໂຍຕາ ແວ່ວມາຂໍລານ້ອງໄປ
ສິ້ນສົງຄາມ ລຸກລາມຍາມໃດ
ຈະຢູ່ຄຽງໃກ້ ແນບກາຍຈົນສິ້ນຊີວາ

3) ຢູ່ເຮືອນຄອຍອ້າຍ ດວງໃຈຢ່າເສົ້າ
ຂໍຢ່າງ່ວມເຫງົາ ຈົ່ງເຊົາໄວ້ກ່ອນຄົນດີ
ແມ່ນເທວັນ ອິນພຣົມປຣານີ
ພົ້ນຈາກພັຍຣີ ບຸນເຮົາມີຄົງໄດ້ພົບກັນ…

ວິດີໂອໂນຕບັນເລງເພງ “ສິ້ນສັ່ງຈາກໄປ”

ເພງ “ພຽງຜິດນັດ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ພຽງຜິດນັດ”

(ເວົ້າ) “ຊີວິດທະຫານ ບໍ່ຄືຂ້າຣາຊການພົລເຮືອນ
ຄໍ່າບໍ່ໄດ້ຢືນ ຄືນບໍ່ໄດ້ຢູ່ ນອນຄ້າຍເປັນປະຈຳ…”

1) ຢ່າທໍຣະມານ ຫົວໃຈກັນເລີຍ
ເຈົ້າຢ່າເມີນເສີຍ ລະເລີຍເໝືອນຄົນຊັງກັນ
ຂ້າຜິດສິ່ງໃດ ດວງໃຈຈຶ່ງລົງໂທດທັນ
ດ່ວນມາຕັດຮັກຂາດບັ້ນ ຫົວໃຈຈາບັນສຸດຝືນ

2) ຢ່າທໍຣະມານ ຫົວໃຈກັນເຫຼັ້ນ
ຂ້າບໍ່ຢາກເຫັນ ນ້ອງເປັນຂອງຊາຍຄົນອື່ນ
ກ້າຕັດສິນໃຈ ລືມໄດ້ປ່ອຍອ້າຍຂົມຂື່ນ
ເປັນຫຍັງບໍ່ສົ່ງຮັກຄືນ ຄືນອ້າຍກ່ອນຈະປ່ຽນໃຈ

• ຄວນຫຼືໃຈໂຫດ ລົງໂທດລົງທັນ
ຜິດພຽງເທົ່ານັ້ນ ຫາກຄົນຮັກກັນຄວນໃຫ້ອະພັຍ
ຂ້າພຽງຜິດນັດ ຄັ້ງດຽວເທົ່ານັ້ນ
(ເວົ້າ) “ນ້ອງເອງກໍຮູ້ຢູ່ແລ້ວວ່າ ວຽກການຂອງອ້າຍປະມືບໍ່ໄດ້ ໂທ້…”
ຈຳເປັນໄປຫາບໍ່ໄດ້ ເທົ່ານີ້ຫຼືຈຶ່ງປ່ຽນໃຈ
ຊ່າງໂຫດຊ່າງຮ້າຍ ເຫຼືອທົນ

3) ຢ່າທໍຣະມານ ຫົວໃຈກັນເຫຼັ້ນ
ຂ້າບໍ່ຢາກເປັນ ເປັນເພັຊຄາດຂ້າຄົນ
ຂໍເຈົ້າຈົ່ງໄປ ຕາມທາງແສນໄກໃຫ້ພົ້ນ
ຢ່າທໍຣະມານໃຈຄົນ ເຫຼືອທົນເຈົ້າອາດຈະຕາຍ…

ວິດີໂອໂນຕບັນເລງເພງ “ພຽງຜິດນັດ”

ເພງ “ໃຜລວງໃຜ”

ເນື້ອຮ້ອງ & ທຳນອງ : ສ. ບົວລະພັນ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ໃຜລວງໃຜ”
  1. ໃຜລວງໃຜຫຼອກ ໃຜບອກວ່າຮັກແທ້ນັ້ນ
    ໃຜຕັດສັມພັນ ໃຜບັ່ນທາງເດີນ
    ສັນຍາ ວ່າຈະບໍ່ໝາງເມີນ
    ໃຜໜໍລ່ວງເກີນ ສັນຍາກ່ອນໃຜ

  2. ໃຜລວງໃຜແທ້ ໃຜແກ້ໂສ້ຮັກກ່ອນນັ້ນ
    ໃຜຖິ້ມຄຳໝັ້ນ ແກ້ງກັ່ນລືມລັຍ
    ຫົນທາງ ທີ່ເຮົາເຄີຍສຸກໃສ
    ແຕ່ແລ້ວຂາດໄປ ຍ້ອນໃຜຫວັງລວງຫຼອກກັນ

  3. ສ່ວນອ້າຍນີ້ ບໍ່ເຄີຍລະເມີດສັນຍາ
    ຕັ້ງໝັ້ນສັດຈະວາຈາ ບໍ່ເຄີຍຫາທາງຫ່າງຫັນ
    ເມື່ອເຫັນນ້ອງເມີນ ຈຶ່ງເມີນໄປຕາມໆກັນ
    ຢ້ານເຂົາກ່າວຂວັນ ວ່າຊາຍງໍ້ຍິງ

  4. ໃຜລືມໃຜກ່ອນ ໃຜອ້ອນຄວາມຮັກໃຫ້ໝັ້ນ
    ໃຜຫຼີກສາບານ ປີ້ນປັ່ນຄວາມຈິງ
    ຫົວໃຈ ຊ່າງໂຫດຮ້າຍເໝືອນປີງ
    ດູດເລືອດເຊືອດຄີງ ບໍ່ຫຼິງບໍ່ແລຕໍ່ກັນ…
ວິດີໂອໂນຕບັນເລງເພງ “ໃຜລວງໃຜ”

ເພງ “ນີ້ຫຼືຮັກຈິງ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງ (1969)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ນີ້ຫຼືຮັກຈິງ”
  1. ນີ້ຫຼືນີ້ຫຼື ຄົນຮັກກັນ
    ບໍ່ທັນຂ້າມວັນ ຮັກຜັນເປັນອື່ນ
    ບໍ່ມີເຍື່ອໃຍ ເຫຼືອໄວ້ໃຫ້ຊື່ນ
    ຮັກບໍ່ຍັ້ງຍືນ ສຸດຝືນຫົວໃຈອາວອນ

  2. ນີ້ຫຼືນີ້ຫຼື ຄືສັນຍາ
    ເຫດໃດນ້ອງມາ ວິວາໄປກ່ອນ
    ບໍ່ຄິດເຖິງວັນ ສັມພັນເກົ່າກ່ອນ
    ຮັກບໍ່ແນ່ນອນ ຫຼອກຫຼອນປ່ຽນຄຳສັນຍາ

  3. ກ່ອນເຄີຍ ສາບານ
    ຮັກຍັ້ງຍືນນານ ດັ່ງຈັນຄຽງຄູ່ຟ້າ
    ຈະຖືຮັກນັ້ນ ເໝືອນດັ່ງສັນຍາ
    ຮັກກັນຈົນກວ່າ ດິນຟ້າມະລາຍ

  4. ນີ້ຫຼືນີ້ຫຼື ຄືຮັກຈິງ
    ຫຼອກກັນເໝືອນລີງ ໃຈຍິງລືມງ່າຍ
    ບໍ່ເຫຼືອນໍ້າຄຳ ດັ່ງສັນຍາໄວ້
    ຮັກບໍ່ໝັ້ນໝາຍ ຢູ່ໃສນໍ້າຄຳສັນຍາ…
ວິດີໂອໂນຕບັນເລງເພງ “ນີ້ຫຼືຮັກຈິງ”

ເພງ “ພິສວາດເມືອງຫລວງ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (≈1970)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ພິສວາດເມືອງຫລວງ”
  1. ເມືອງຫລວງນີ້ສ້າງ ຈາກສວງສວັນຫຼືໃດ
    ຈຶ່ງງາມວິລັຍ ປຽບໄປດັ່ງແດນວິມານ
    ພູສີສວຍງາມອາຣາມສງ່າ ວຽງວັງຕຣະການ
    ຊວນໃຫ້ຝັນ ພູທ້າວພູນາງ

  2. ຕົກເດືອນຫ້າແຫ່ ສິງໂຂນປູ່ເຍີຍ່າເຍີ
    ຝູງຊົນຕາມເຫີ່ ແຫ່ແຫນໄປຕາມຫົນທາງ
    ເມື່ອຍາມຄໍ່າລົງຫົດສົງບູຊາ ໄຫວ້ອົງພຣະບາງ
    ນ້ອມຈິດຫວັງ ໃຫ້ບຸນຈຸນເຈືອ

  3. ພໍເຖິງເດືອນເກົ້າ ຫໍ່ເຂົ້າປຣະດັບດິນ
    ຊາວເມືອງເລາະຫຼິ້ນ ເບິ່ງບຸນຊ່ວງເຮືອ
    ເປັນປຣະເພນີມີມາບໍ່ເບື່ອ ໜຸ່ມສາວງາມເຫຼືອ
    ເລາະຕາມແຄມ ສາຍນໍ້າຄານ

  4. ສຸດພິສວາດດິນແດນ ເມືອງຫລວງພຣະບາງ
    ດ້ວຍມີທຸກຢ່າງ ຈັບໃຈຊົ່ວນິດນິຣັນ
    ຈາກໄກແສນໄກໃຈນີ້ຍັງຫ່ວງ ຢາກມາທຸກວັນ
    ແດນແຫ່ງຝັນ ຂ້າສຸດອາລັຍ…
ວິດີໂອໂນຕບັນເລງເພງ “ພິສວາດເມືອງຫລວງ”

ເພງ “ກ່ອນຈາກ”

ເນື້ອຮ້ອງ & ທຳນອງ : ສ. ສີເມືອງຊອງ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ກ່ອນຈາກ”
  1. ອ້າຍຈຳຈາກໄປ ແດນໄກແນວໜ້າ
    ນ້ອງເອີຍຟັງອ້າຍສັ່ງລາ ຢ່າຫຼັ່ງນໍ້າຕາຊົມຊານ
    ອ້າຍເປັນຊາຍ ໄວ້ລາຍຊາຍຊາດທະຫານ
    ລ້ຽງລູກໄວ້ນະນົງຄານ ລໍການກັບຂອງອ້າຍນີ້

  2. ລູກເອີຍຢ່າໄຫ້ ຢ່າແອ່ວມານດາ
    ຢ່າໄຫ້ຮໍ່າຮ້ອງຄວນຫາ ກວນແມ່ເຈົ້ານະຄົນດີ
    ໂອ້… ເມັຽເອີຍ ຢ່າເມີນເສີຍພຽນລູກໃຫ້ດີ
    ຫາກຜິດນິດນ້ອຍຢ່າຕີ ປຣານີລູກເຖີດດວງໃຈ

  3. ກ່ອນນ້ອງເຂົ້ານອນ ຢ່າລືມໄຫວ້ວອນເທວາ
    ດອກໄມ້ທູບທຽນບູຊາ ຄຸນພຣະຊ່ວຍຮັກສາອ້າຍ
    ຫາກສິ້ນພັຍຣີ ອ້າຍນີ້ຈະຄືນມາໄວ
    ມາຄູ່ຄອງດວງໃຈ ຈົນຕາຍບໍ່ຂໍຈາກຈອນ

  4. ນ້ອງເອີຍຢ່າໄຫ້ ຈົ່ງເຊັດນໍ້າຕາ
    ອ້າຍຈາກໄປບໍ່ນານຈະມາ ລໍຖ້າອ້າຍນະບັງອອນ
    ຈວນແຈ້ງແລ້ວ ນ້ອງແກ້ວອ້າຍຂໍລາກ່ອນ
    ຢ່າໄຫ້ນໍ້າຕາປຽກໝອນ ອ້າຍຈອນຈາກແລ້ວແກ້ວເອີຍ…
ວິດີໂອໂນຕບັນເລງເພງ “ກ່ອນຈາກ”

ເພງ “ທັມມະຊາດເມືອງສຸ້ຍ”

ເນື້ອຮ້ອງ & ທຳນອງ : ສ. ບົວລະພັນ (1969)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ທັມມະຊາດເມືອງສຸ້ຍ”
  1. ທິວທັດແຫ່ງນີ້ ຊ່າງມີແຕ່ຄວາມງາມວິໄລ
    ຊົມແລ້ວເປັນໜ້າຈັບໃຈ ງາມເໜືອຖິ່ນໃດໃນເລົ່າ
    ງາມທັມມະຊາດ ຕາມພູຜາປ່າດົງໂຂດເຂົາ
    ຖິ່ນໃດຈະມາງາມເທົ່າ ສ່ອງເປັນເງົາຍາມແສງເມກບັງ

  2. ສຽງນົກຮ້ອງກູ່ ຍາມເຊົ້າຕຣູ່ໜ້າອອນຊອນ
    ຟັງແລ້ວເປັນໜ້າສະອອນ ສຽງນົກມັນວອນຮ້ອງສັ່ງ
    ຍາມສາຍລົມແຫວກ ສຽງໃບແປກລີງຮ້ອງກ້ອງດັງ
    ໜ້າຜາລຽບຮິມໜອງຕັ່ງ ໝູ່ນົກຍາງຈອບບິນກິນປາ

  3. ເມືອງສຸ້ຍ… ໃຜໆກໍຍັງຕ້ອງການ
    ຍິນແລ້ວຢາກໄປພົບພານ ຢາກຈະເຫັນໄວ້ເປັນຂວັນຕາ
    ເປັນຮອຍສລັກ ປັກດວງໃຈຍາມເມື່ອລືມລາ
    ໜອງຕັ່ງຄຳເຂົາລືຊາ ອາບເຢັນກາຍາຍາມລົງແລງ

  4. ນັ່ງຈອມພູໂສ ຫຼຽວໂງໂງ້ງຄືນຕ່າວກັບມາ
    ເມືອງສຸ້ຍແສນງາມສງ່າ ດັ່ງເທບເທວາປັ້ນແຕ່ງ
    ໜຸ່ມສາວເດີນເຫຼັ້ນ ຍາມຕາເວັນໃກ້ຈະລັບແສງ
    ເຝື້ອໄຫຼໃຕ້ຟ້າຍາມແລງ ສຸກສົມທຸກແຫ່ງເມືອງສຸ້ຍນີ້ເອີຍ…
ວິດີໂອໂນຕບັນເລງເພງ “ທັມມະຊາດເມືອງສຸ້ຍ”

ເພງ “ວອນນ້ອງກັບຄືນ”

ເນື້ອຮ້ອງ & ທຳນອງ : ສ. ບົວລະພັນ & ສັນຕິ ພິມສຸວັນ (1968)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ວອນນ້ອງກັບຄືນ”
  1. ຫຼຽວສຸດຂອບຟ້າ ບໍ່ເຫັນໜ້ານ້ອງມາຄຽງໃກ້
    ນານປີທີ່ນ້ອງຈາກໄປ ດວງໃຈອ້າຍສຸດຂັດສົນ
    ອ້າຍຄອຍນ້ອງຢູ່ ດ້ວຍໃຈສຸດແສນກັງວົນ
    ຈາກອ້າຍໄປຫຼາຍປີຜ່ານພົ້ນ ໂທ້ເອີຍໜ້າມົນປານໃດຈະມາ

  2. ຫຼືໄປພົບຊູ້ ຫຼືມີຄູ່ຜູ່ໃໝ່ຄຽງຊ້ອນ
    ອ້າຍນີ້ສຸດຈະອາວອນ ບັງອອນຊ່າງບໍ່ເມດຕາ
    ຂໍນ້ອມວອນໄຫວ້ ເທວັນທັງເຈົ້າອິນທຣາ
    ໂປຣດຈົ່ງໄດ້ສົງສານຕົວຂ້າ ໃຫ້ຍອດຊີວາໄດ້ກັບຄືນ

  3. ອ້າຍນີ້ ຄອຍນ້ອງຢູ່ທຸກວັນ
    ປານນີ້ຍັງບໍ່ກັບຫັນ ຄືນວັນອ້າຍສຸດກໍ້າກືນ
    ແສນເວທນາ ລູກນ້ອຍຮ້ອງແອ່ວຂັດຝືນ
    ຍາມເຂົ້ານອນລູກເຮົາສະອື້ນ ນ້ອງຍັງບໍ່ຄືນຊ່າງໃຈດຳ

  4. ຮີບມາເຖີດນ້ອງ ອ້າຍຂໍຮ້ອງເປັນຄຳສຸດທ້າຍ
    ຍິນແລ້ວຈົ່ງຟ້າວຮ້ອນໃຈ ຢ່າໄປປ່ອຍຕົວຖລຳ
    ເຫັນໃຈອ້າຍກ່ອນ ຍາມນອນສຸດແສນຣະກຳ
    ຫາກມີນ້ອງຄຽງຄອງຍາມຄໍ່າ ອ້າຍຄົງຫາຍຊໍ້າອົກຕຣົມ…
ວິດີໂອໂນຕບັນເລງເພງ “ວອນນ້ອງກັບຄືນ”