ເພງ “ຮັກກໍບອກບໍ່ຮັກກໍບອກ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຮັກກໍບອກບໍ່ຮັກກໍບອກ”
  1. ຢ່າ… ຢ່າຢອກອ້າຍເລີຍ
    ທຳຄວາມຄຸ້ນເຄີຍ ຄ້າຍດັ່ງຈະຮັກ
    ພໍອ້າຍສົນໃຈ ນ້ອງບອກບໍ່ຈັກ
    ຄວາມຮັກເອີຍ ຄວາມຮັກນາງ
    ຈິງຫຼື ພຽງຮັກຫຼິ້ນ

  2. ຢ່າ… ຢ່າບອກອ້າຍເລີຍ
    ວ່າໃຈນ້ອງຍັງ ຮັກອ້າຍສຸດດິ້ນ
    ຍັງຄອງຮັກດຽວ ນັ້ນຢູ່ບໍ່ສິ້ນ
    ໂອ້ຟ້າດິນ ເມື່ອສອງວັນ
    ໃຜຍ່າງຄຽງ ນ້ອງໄປ

  3. ຮັກກໍບອກ ບໍ່ຮັກກໍບອກໃຫ້ຮູ້
    ຢ່າມາຫາຂູ່ ໃຫ້ໃຈອ້າຍຫຼົງລະອາຍ

  4. ຢ່າ… ຢ່າຫຼອກອ້າຍເລີຍ
    ເຖິງອ້າຍເປັນຊາຍ ໃຈງ່າຍກວ່າໃຜ
    ຍັງຄອງຮັກດຽວ ໄດ້ຢ່າງສົດໃສ
    ພໍແລ້ວເອີຍ ຄວາມຮັກລວງ ຂືນຮັກໄປ ກໍຕຣົມ…
ໂນຕເພງ “ຮັກກໍບອກບໍ່ຮັກກໍບອກ”
ວິດີໂອໂນຕບັນເລງເພງ “ຮັກກໍບອກບໍ່ຮັກກໍບອກ”

ເພງ “ອ້າຍອາດມາຊ້າໄປ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ອ້າຍອາດມາຊ້າໄປ”
  1. ອ້າຍອາດມາຊ້າ ໄປແລ້ວນີ້
    ຣຶດີນ້ອງຄົງ ບໍ່ຫວ່າງພໍໃຫ້ຄອງ
    ແຕ່ອ້າຍຈະຂໍ ອ້າຍຈະຂໍບອກກັບນ້ອງ
    ວ່າໃຈອ້າຍປອງ ປຣະຄອງນ້ອງເຕັມອຸຣາ

  2. ນ້ອງອາດບໍ່ຫຼຽວ ຟັງຮັກອ້າຍ
    ສັນໃດອ້າຍຍັງ ຈະຕ້ອງຫວັງບໍ່ລະ
    ຂໍພຽງແຕ່ນ້ອງ ພຽງແຕ່ນ້ອງເປີດອຸຣາ
    ໃຫ້ຄຳສັນຍາ ວ່າຈະຮັກອ້າຍເໝືອນກັນ

  3. ແມ່ນດວງໃຈຈະຕ້ອງ ເກີດຄວາມໄຫວຫວັ່ນສັ່ນສະທ້ານ
    ອ້າຍກໍຄົງຍອມທົນ ດ້ວຍໃຈແສນກັ້ນ
    ທຸກຄືນວັນແສນປ່ຽວ ຮື…ຮື…ຮື…

  4. ອ້າຍອາດຈະຮັກ ນ້ອງໄດ້ແໜ້ນ
    ຫຼາຍແຟນແສນຄົນ ບໍ່ຕ້ອງການຈະຫຼຽວ
    ຫາກນ້ອງເອີ່ຍຮັກ ອ້າຍຈະຮັກບໍ່ຄົດລ້ຽວ
    ໝັ້ນໃນຮັກດຽວ ຂໍກ່ຽວຮັກນ້ອງເຖິງຕາຍ
ວິດີໂອໂນຕບັນເລງເພງ “ອ້າຍອາດມາຊ້າໄປ”

ເພງ “ອ້າຍຍັງຈະຫວນຄືນມາ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ພະນົມສິນ

ວິດີໂອດົນຕຣີບັນເລງເພງ “ອ້າຍຍັງຈະຫວນຄືນມາ”
  1. ຈາກໄປແລ້ວເອີຍ ຈາກໄປແສນໄກໄກສຸດຕາ
    ຟາກຝັ່ງນະພາ ຢູ່ໄກລັບຕາພາເສົ້າ
    ວອນນ້ອງເຈົ້າ ຈົ່ງຢ່າເຫງົາ
    ຈົ່ງຄອງຮັກເຮົາ ຕາມສັນຍາໃຫ້ໄວ້

     

  2. ຈະຢູ່ແສນໄກ ຈະນານເທົ່າໃດໃຈສຸດຫວງ
    ຍິງອື່ນທັງປວງ ບໍ່ເຄີຍຄິດປອງຝັນໃຝ່
    ເພາະຄວາມຮັກ ອ້າຍຈຶ່ງໄດ້
    ຈາກນວນນ້ອງໄປ ໃນບໍ່ຊ້າຄົງກັບຄືນ

     

  3. ອ້າຍຈາກໄປຄາວນີ້ ນ້ອງກໍຮູ້
    ໂປຣດເຖີດຍອດຊູ້ ຢ່າໃຫ້ຮັກເຮົາເປັນອື່ນ
    ສອງເຮົາຄົງຊື່ນ ເມື່ອຍາມອ້າຍຫວນຄືນມາ

     

  4. ໂປຣດເຖີດແກ້ວຕາ ໂປຣດເຖີດຂວັນໃຈຈົ່ງຢູ່ດີ
    ຢ່າໃຫ້ຮັກເຮົາ ມີຮອຍຣາຄີເໝືອນວ່າ
    ຈົບຮຽນເມື່ອໃດ ອ້າຍຈະມາຫາ
    ຄູ່ຄອງຂວັນຕາ ຕລອດຟ້າດິນສລາຍ…
ໂນຕເພງ "ອ້າຍຍັງຈະຫວນຄືນມາ"
ໂນຕເພງ “ອ້າຍຍັງຈະຫວນຄືນມາ”
ວິດີໂອໂນຕບັນເລງເພງ “ອ້າຍຍັງຈະຫວນຄືນມາ”

ເພງ “ອ້າຍບໍ່ຢາກບອກ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ອ້າຍບໍ່ຢາກບອກ”
  1. ອ້າຍບໍ່ຢາກບອກ ນ້ອງເລີຍ
    ອ້າຍຢາກຈະເສີຍ ເສີຍເສີຍໄປຢ່າງນີ້
    ໂທ້ເທບເທວີ ອ້າຍສຸດໂສກີ
    ຍາມນ້ອງ ໜີໜ້າຫ່າງໄກ

  2. ອ້າຍບໍ່ຢາກກັ້ນ ນໍ້າຕາ
    ໃຫ້ມັນໄຫຼມາ ໄຫຼມາໄຫຼມາຖ້ວມຫົວໃຈ
    ໂອ້ຍອດຊາມວັຍ ອ້າຍບໍ່ຢາກໄປ
    ຈາກນ້ອງ ແມ່ນວິນາທີ

  3. ຫົວໃຈອ້າຍແທບ ຈະຢຸດເຕັ້ນ
    ເມື່ອເຫັນນ້ອງ ມາຫ່າງໜີ
    ອີກຍັງຈັກເດືອນ ຫຼືຍັງຈັກປີ
    ນ້ອງຈຶ່ງຈະມາ ອີກຫົນ

  4. ແມ່ນນ້ອງໝົດຄວາມ ເຫັນໃຈ
    ນ້ອງໂປຣດຈົ່ງໄປ ໄປໜີໄປໃຫ້ພົ້ນ
    ໂທ້ເອີຍໜ້າມົນ ແມ່ນບໍ່ກັງວົນ
    ຢ່າງນ້ອຍ ກໍຄິດປຣານີ…
ວິດີໂອໂນຕບັນເລງເພງ “ອ້າຍບໍ່ຢາກບອກ”

ເພງ “ໂປຣດອຸ່ນອົກອ້າຍດ້ວຍຈູບຮັກ”

ເນື້ອຮ້ອງ : ວໍຣະເດດ ດິດທະວົງສ໌ (1970)
ທຳນອງ : Rafael Gastón Pérez
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ໂປຣດອຸ່ນອົກອ້າຍດ້ວຍຈູບຮັກ”
  1. ເຮົາເຄີຍເທີດທູນຮັກມາ ຕັ້ງນານແສນນານ
    ເຮົາເຄີຍໃຫ້ຄຳສາບານ ຈະຮັກຍັ້ງຍືນ
    ພຽນຖນອມດ້ວຍໃຈ ບໍ່ເຄີຍຫານຈະຂັດຂືນ
    ຈະລ່ວງເກີນ ໃຫ້ຄວາມຮັກດັບສລາຍ…

  2. ນົງຄານນ້ອງຈົ່ງເຫັນໃຈ ໃຫ້ຄວາມຮັກອ້າຍ
    ມີທາງພົບຄວາມວິໄລ ດັ່ງຟືນພົບໄຟ
    ຄອງຄວາມຮັກໃດໆ ບໍ່ມີວັນຈະສລາຍ
    ຈະອັບເສົາເສົ້າຊວງໃນ ໝົ່ນວິນຍາ
    ໂປຣດອຸ່ນອົກອ້າຍ ດ້ວຍຈູບຮັກ…
ວິດີໂອໂນຕບັນເລງເພງ “ໂປຣດອຸ່ນອົກອ້າຍດ້ວຍຈູບຮັກ”

ເພງ “ຫາກໂລກນີ້ມີເຮົາສອງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ຫາກໂລກນີ້ມີເຮົາສອງ”
  1. ຢາກໃຫ້ໂລກນີ້ ມີເຮົາສອງຄົນ
    ເຮົາຄົງຈະພົ້ນ ຈາກການຕິສິນ
    ຄວາມຮັກຄວາມຫວັງ ເຮົານັ້ນ
    ຄົງຈິງດັ່ງຝັນຢູ່ອາຈິນ ສົມດັ່ງຖວິນ ຝັນໃຝ່

  2. ຫາກໃນໂລກນີ້ ມີເຮົາສອງຄົນ
    ເຮົາຄົງສຸກລົ້ນ ຍິ່ງກວ່າສຸກໃດ
    ໃຈນ້ອງໃຈອ້າຍ ໝັ້ນເໝາະ
    ມີພຽງສະເພາະບໍ່ເພື່ອໃຜ ຕັ້ງຈິດໝັ້ນໝາຍແນ່ນອນ

  3. ແຕ່ໃນໂລກນີ້ ຍັງມີມະນຸດສຸດພັນລະນາ
    ຄອຍເຕືອນຄອຍວ່າ ຄອຍຫຼອກຄອຍຫຼອນ
    ຢູ່ໃສມີຮັກຢູ່ຫັ້ນມີທຸກ ສຸດແສນອາວອນ
    ໄດ້ຍິນຄຳສອນ ວ່າວອນສອນມາ

  4. ຫາກແມ່ນໂລກນີ້ ມີເຮົາສອງຄົນ
    ໂລກາຈະພົ້ນ ຈາກພັຍນາໆ
    ຄວາມໂລບຄວາມຫຼົງ ຄວາມໂກດ
    ຄົງເບົາແຮງລົດກວ່າເຄີຍມາ ສິ້ນຄວາມອິດສາສົມປອງ…
ວິດີໂອໂນຕບັນເລງເພງ “ຫາກໂລກນີ້ມີເຮົາສອງ”

ເພງ “ບົດເພງຊີວິດ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ບົດເພງຊີວິດ”
  1. ຟ້າຮຸ່ງອະຣຸນ ແສງທອງ ສ່ອງຜິວທານີ
    ມື້ໃໝ່ແລ້ວນີ້ ທົ່ວປັຕພີ ດູງາມແຈ່ມໃສ
    ເມກໝອກຄ່ອຍເລື່ອນ ຈາງຫາຍ ຈາກຂອບຟ້າໄປ
    ຖິ້ມຄວາມຫຼັງໄວ້ ໃຫ້ເປັນພາບຖ່າຍ ອະດີດຕຣະການ

  2. ເໝືອນສາກລະຄອນ ວັກຕອນ ຜ່ານພົ້ນຕາມໄປ
    ກ້າວໃໝ່ວັກໃໝ່ ຍ່າງຕິດຕາມໄປ ຈຸດອະວະສານ
    ເຫຼືອພຽງບົດຮຽນ ແນວຄິດ ອະດີດຂອງມັນ
    ໃຫ້ເຮົາທ່ານນັ້ນ ຄຸ້ນຄິດເຖິງມັນ ເຖິງວັນສຸດທ້າຍ

  3. ອະຣຸນສົ່ງແສງ ສີແດງ ສ່ອງວັນໃໝ່ແລ້ວ
    ສຽງມົນແຜ່ວໆ ຈາກໂບດແວ່ວມາ ວ່າຕັ້ງຕົ້ນໃໝ່
    ທຸກສິ່ງນັ້ນເປັນ ພຽງຝັນ ໃຫ້ຜ່ານພົ້ນໄປ
    ທຳຈິດຜ່ອງໃສ ຕັ້ງຈິດຕັ້ງໃຈ ຕໍ່ຄຸນຄວາມດິ

  4. ເພື່ອແຜ່ນໂລກາ ທີ່ເຮົາ ທ່ານນັ້ນກຳເນີດ
    ເພື່ອສັດປຣະເສີດ ທີ່ສັພທຸກ ຢູ່ໃນໂລກນີ້
    ເພື່ອກຽດຂອງຕົວ ເຮົາທ່ານ ຈົ່ງໝັ່ນສ້າງດີ
    ວ່າໃນຊາດນີ້ ບໍ່ຕ້ອງເສັຽທີ ທີ່ໄດ້ເກີດມາ…
ວິດີໂອໂນຕບັນເລງເພງ “ບົດເພງຊີວິດ”

ເພງ “ປູ່ສອນຫຼານ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ປູ່ສອນຫຼານ”

(ສອຍ)

ຟັງ ຟັງ ຟັງ ຂໍເຊີນທ່ານຟັງນີ້ກ່ອນ
ເມື່ອຍໜັກ ກ່ອນຈະພັກຜ່ອນ (ຊໍ້າ)
ໂປຣດຟັງເພງນີ້ກ່ອນ ແລ້ວເອົາໄປສອນກັນຕໍ່ໄປ

  • ຍັງໜຸ່ມນ້ອຍ ຈົ່ງສຶກສາຮໍ່າຮຽນ
    ຈົ່ງອົດສາພາກພຽນ ຮຽນເອົາໄວ້ຫຼາຍໆ
    ມີຜຍາບໍ່ແມ່ນ ໃສ່ບ່າແບກໄວ້ (ຊໍ້າ)
    ຈົ່ງຟັງເອົາໄວ້ ຢ່າລືມຢ່າລືມນະຫຼານເອີຍ…

(ສອຍ)

  • ເມື່ອຮຽນມາ ຈົ່ງຮັກສາໃຫ້ດີ
    ຢ່າສ້າງຄວາມອັບປີ ຄວາມບັດສີເອົາໄວ້
    ອະນາຄົດບ້ານເມືອງ ຈິຢູ່ກັບໃຜ (ຊໍ້າ)
    ນອກຈາກຫຼານທັງຫຼາຍ ຈຳໄວ້ຈຳໄວ້ໃຫ້ດີ…

(ສອຍ)

  • ຜູ່ໃຫຍ່ເຮົາ ເຈົ້າກະຊວງສຶກສາ
    ໄດ້ຂົນຂວາຍຊອກຫາ ຈະພັທນາເລື້ອຍໄປ
    ຢາກຈະເຫັນ ຊົນໃນຊາດທັງຫຼາຍ (ຊໍ້າ)
    ໄດ້ສຶກສາສົມໃຈ ຟັງໄວ້ຈຳໄວ້ຢ່າລືມ…

(ສອຍ)

ວິດີໂອໂນຕບັນເລງເພງ “ປູ່ສອນຫຼານ”

ເພງ “ວອນຮັກເກົ່າ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ວອນຮັກເກົ່າ”

(ສອຍ)

ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ
ເບິ່ງເຫັນຟ້າອື່ມຄື້ມ ຮັກເກົ່າບໍ່ລືມຍັງບໍ່ລືມບໍ່ລືມ

  • ໂອ້… ນ້ອງເອີຍ
    ບຸນສອງເຮົາເຄີຍ ຮ່ວມກິນຮ່ວມທານ
    ຈາກໄປຢູ່ໄກມິ່ງຂວັນ ອ້າຍຍັງຊື່ຕຣົງຄົງໝັ້ນ
    ນອນຝັນນັ່ງຝັນ ແທ້ລະເນີແທ້ລະເນີ

(ສອຍ)

  • ໂອ້… ນ້ອງສາວ
    ຢ່າຫຼົງຄົນເວົ້າ ກ່າວສິນນິນທາ
    ຈາກໄປແຕ່ກາຍດອກໜາ ຮອດໃສອ້າຍຍັງຄືນມາ
    ໃຈຮ້ອງໄຫ້ຫາ ຢູ່ວ້ອນວອນວ້ອນວອນ

(ສອຍ)

  • ໂອ້… ນ້ອງເອີຍ
    ຮັກເຮົານັ້ນເຄີຍ ຫວານມັນເຕັມທີ
    ຈາກໄປບໍ່ທັນເຖິງປີ ມື້ນັ້ນບໍ່ຄືມື້ນີ້
    ຍາມໜາວຍາມນີ້ ມາຄືນດີກັນເຖີດເອີຍ

(ສອຍ)

ຮັກເກົ່າບໍ່ລືມຍັງບໍ່ລືມບໍ່ລືມ ຮັກເກົ່າບໍ່ລືມຍັງບໍ່ລືມບໍ່ລືມ
ຮັກເກົ່າບໍ່ລືມຍັງບໍ່ລືມ ຍັງບໍ່ລືມ…

ວິດີໂອໂນຕບັນເລງເພງ “ວອນຮັກເກົ່າ”

ເພງ “ຖິ່ນແກ້ວ”

ເນື້ອຮ້ອງ & ທຳນອງ: ທ່ອນໃບ (1970)
ນັກຮ້ອງຕົ້ນສະບັບ : ທ່ອນໃບ

ວິດີໂອດົນຕຣີບັນເລງເພງ “ຖິ່ນແກ້ວ”
  1. ຖານຖິ່ນ ດິນຖິ່ນແກ້ວ
    ເຫັນແລ້ວ ອຸດົມສົມບູນ
    ສາວງາມ ກຳລັງວັຍລຸ້ນ (ຊໍ້າ)
    ຢາກໄດ້ເດ້ອຸ່ນ ຜູ່ງາມເດ້ ງາມເດ

  2. ຄິ້ວຕໍ່ ຄໍກໍກົມ
    ງາມສົມ ອາຣົມໂກ໋ເກ໋
    ອ້າຍເຫັນ ຫົວໃຈຈົນເຫວ່ (ຊໍ້າ)
    ມັກອ້າຍບໍ່ເດ ຂົນຕາງອນຕາງອນ

  3. ຍິ້ມນາງ ມີສເນ່
    ງາມເດ ແຂວນເປອໍຣະຊອນ
    ອ້າຍຂໍຮັກ ແນ່ເດີ້ເນື້ອອ່ອນ (ຊໍ້າ)
    ຖ້າໄດ້ກອດນອນ ກໍສົມໃຈສົມໃຈ

  4. ອ້າຍນີ້ ຈາກວຽງມາ
    ຕັ້ງໜ້າ ມາຫາຊາມວັຍ
    ນ້ອງສາວ ຊາວດົງພົງພັຍ (ຊໍ້າ)
    ເຖິງອ້າຍຢູ່ໄກ ໃຈອາລັຍອາວອນ…
ວິດີໂອໂນຕບັນເລງເພງ “ຖິ່ນແກ້ວ”