ເພງ “ອ້າຍມາທີຫຼັງ”

ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ & ສ. ບົວລະພັນ (1971)
ນັກຮ້ອງຕົ້ນສະບັບ : ກ. ແກ້ວກໍ່າພ້າ

ວິດີໂອດົນຕຣີບັນເລງເພງ “ອ້າຍມາທີຫຼັງ”

1) ເສັຽດາຍ ທີ່ອ້າຍມາທີຫຼັງ
ຄົງບໍ່ມີຫວັງ ຈະໄດ້ເປັນເຈົ້າຫົວໃຈ
ໄດ້ພຽງເຫັນໜ້າ ແກ້ວຕາເຈົ້າງາມກວ່າໃຜ
ໂອ້ຍ ເຈົ້າຊູ້ຫຼາຍ ເຈົ້າຊູ້ຫຼາຍແທ້ນໍ

2) ບໍ່ເຄີຍ ບໍ່ເຄີຍເຫັນໃຜດີງາມ
ເທົ່າກັບນົງຣາມ ງາມຫຼາຍກະດັດກະດໍ້
ຫຼືເປັນນາງຟ້າ ລົງມາບໍ່ແມ່ນຍົກຍ້ອງ
ມັກເຈົ້າແທ້ນໍ ຢາກຈະຂໍເປັນຄູ່ຄອງ

• ໄດ້ຍິນເຂົາເວົ້າ ວ່າເຈົ້າມີແຟນແມ່ນບໍ່?
ເຖິງມີແລ້ວກໍ ອ້າຍຂໍເປັນຕົວສຳຣອງ
ຖ້າແຟນນ້ອງຕາຍ ຢ່າລືມບອກອ້າຍເດີ້ນ້ອງ
ອ້າຍຈະມາຈັບຈອງ ເປັນເຈົ້າຂອງຈົນຕາຍ

3) ຖ້າອ້າຍ ໄດ້ນ້ອງມາເປັນມາດາມ
ເຊື່ອເຖີດຄົນງາມ ຈະໃຫ້ຢູ່ສຸກສະບາຍ
ກິນອ້າຍຈະປ້ອນ ຍາມນອນອ້າຍຈະກອດໄວ້
ບໍ່ໃຫ້ອຸກໃຈ ເຖິງອ້າຍຈະມາທີຫຼັງ…

ໂນຕເພງ “ອ້າຍມາທີຫຼັງ” “ອ້າຍມາທີຫລັງ”
ວິດີໂອບັນເລງເພງ “ອ້າຍມາທີຫຼັງ”

ເພງ “ແຄ້ນ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ແຄ້ນ”

1) ຢາກຄວັກຫົວໃຈ ນ້ອງອອກມາດູ
ເພື່ອຈະໄດ້ຮູ້ ວ່າມັນທຳດ້ວຍສິ່ງໃດ
ສີແດງຫຼືເຂັ້ມ ຫຼືເຕັມໄປດ້ວຍເຫຼັກໄຫຼ
ຫຼືທຳດ້ວຍຫິນແນວໃດ ຈຶ່ງໂຫດຮ້າຍໂຫດຮ້າຍເຫຼືອທົນ

2) ຢາກຄວັກຫົວໃຈ ນ້ອງສັບເປັນຕອນ
ສັບເປັນທ່ອນໆ ໃຫ້ແພດພິສູດໃຈຄົນ
ຊ່ວຍສັນນະສູດ ວ່າຍັງມີເລືອດເຈືອປົນ
ຫຼືໃຈນັ້ນດ້ານເຫຼືອທົນ ເລືອດຂອງຄົນນັ້ນສູນໄປສິ້ນ

• ຈຶ່ງຕັດຮັກໄດ້ ຢ່າງເລືອດເຢັນ
ຂ້າຄົນທັງເປັນ ຖືຄວາມຮັກເປັນເກມຫຼິ້ນ
ຮ້າຍຈິງຮ້າຍຈິງ ຮ້າຍຍິ່ງກວ່າໂຈນທະມິນ
ນໍ້າຄຳກິ້ງກອກປອກປີ້ນ ຢາກຕັດລີ້ນນັ້ນໃຫ້ຫຼຸດໄປ

3) ຢາກຄວັກຫົວໃຈ ຍິງໂຫດໃຈຫິນ
ສັບເປັນຊິ້ນໆ ທັງເອົາເຂັມສຽບປັກໃນ
ເອົາຢາດນໍ້າກົດ ຄ່ອຍເທຄ່ອຍຫົດລົງໄປ
ໃຫ້ສາໃຫ້ສົມແກ່ໃຈ ທີ່ທຳລາຍຄວາມຮັກໄດ້ລົງ…

ໂນຕເພງ “ແຄ້ນ”
ວິດີໂອບັນເລງເພງ “ແຄ້ນ”

ເພງ “ຫົວໃຈດ້ານ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1972)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ຫົວໃຈດ້ານ”

1) ພໍກັນທີ ເຖີດໜາຟາກຟ້າ
ຢ່າທໍຣະມາ ຫົວອົກຂ້ານີ້ຕໍ່ໄປ
ຂ້າຊໍ້າຂ້າອຸກ ຂ້າທຸກຂ້າແຄ້ນເທົ່າໃດ
ໂປຣດຈົ່ງປະຫານຫົວໃຈ ຢ່າໄວ້ຊີວິດໃຫ້ຍັງ

2) ມີດວງໃຈ ກໍດ້ານເສັຽແລ້ວ
ບໍ່ມີວີ່ແວວ ຈະຊ່ວຍໃຫ້ຊີບຂ້າຫວັງ
ສິ້ນຮັກສິ້ນສຸກ ຂາດຊາຍເພື່ອນທຸກຄູ່ທາງ
ອຸກຈົນຫົວໃຈກະດ້າງ ບໍ່ຢາກຈະຫວັງຈະມີ

• ຢູ່ໄປ ທຸກວັນ
ກໍສຸດລຳຄານ ຫົວໃຈເຕັມທີ
ຢູ່ກໍຢູ່ຢ່າງ ຊໍ້າຣຶດີ
ຝືນຍິ້ມກັບຄວາມໂສກີ ແລະໂລກໂສກສັນ

3) ທໍຣະມານ ດວງໃຈສຸດຝືນ
ກ່ອນນອນທຸກຄືນ ເຝົ້າແຕ່ສະອື້ນໂສກສັນ
ທີ່ຮັກກໍຫ່າງ ຈືດຈາງໄປເສັຽຈາກກັນ
ໂອ້ຄົນຫົວໃຈຕາຍດ້ານ ຄອຍເຝົ້າວັນທີ່ຈະຕາຍ…

ໂນຕເພງ “ຫົວໃຈດ້ານ”
ວິດີໂອບັນເລງເພງ “ຫົວໃຈດ້ານ”

ເພງ “ກຸຫລາບປາກຊັນ”

ເນື້ອຮ້ອງ & ທຳນອງ : ສຸຣິວັດ ຣັຕນະສວັນ (1965)
ນັກຮ້ອງຕົ້ນສະບັບ : ສັນຕິ ພິມສຸວັນ

ວິດີໂອດົນຕຣີບັນເລງເພງ “ກຸຫລາບປາກຊັນ”

1) ແດນດິນຖິ່ນໄກ ເຫຼືອຕາ
ຢູ່ສຸດນະພາ ຍັງມີດອກຟ້າແສນງາມ
ຫາກໃຜໄດ້ເຫັນ ຈະມົວຫຼົງ
ເຝົ້າຝັນພະວົງ ຫຼົງຕິດຕາມ
ສາວເອີຍສາວງາມ ງາມເຫຼືອໃຈ…

2) ງາມຈິງດັ່ງຄຳ ເຂົາຊົມ
ຖ້າໄດ້ສູ່ສົມ ຊື່ນຊົມກັບນ້ອງສົມໃຈ
ຈະຂໍໃຝ່ຝັນ ແຕ່ນາງດຽວ
ບໍ່ຂໍຂ້ອງກ່ຽວ ຍິງອື່ນໃດ
ເຝົ້າແຕ່ຫຼົງໃຫຼ ໃຝ່ຝັນໃຈປອງ…

• ໂອ້… ກຸຫລາບສວັນ
ແຫ່ງເມືອງປາກຊັນ ໃຫ້ອ້າຍຝັນໝາຍປອງ
ໃຈຫວັງຢູ່ຄຽງປຣະຄອງ ກຸຫລາບເປັນສີດັ່ງທອງ
ເມື່ອຍາມແສງສ່ອງ ຈາກດວງສຸຣິ…

3) ຍາມແລງຄໍ່າລົງ ນໍ້າຊັນ
ໂອ້ບໍຣິຄັນ ນໍ້າຊັນໄຫຼຜ່ານໃສດີ
ໄດ້ເຫັນໝູ່ສາວ ເຈົ້າລ່ອງລອຍ
ໝູ່ປາໃຫຍ່ນ້ອຍ ລອຍເຫຼັ້ນຄີ
ສິ້ນແສງສຸຣີ ສາດສີແສງຈັນ…

ໂນຕເພງ “ກຸຫລາບປາກຊັນ”
ວິດີໂອບັນເລງເພງ “ກຸຫລາບປາກຊັນ”

ເພງ “ເຫັນພຽງຊາຍຄາ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1968-1969)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ເຫັນພຽງຊາຍຄາ”

1) ອ້າຍຄົງບ້າ ບ້າຮັກເສັຽແລ້ວ
ຢາກເຫັນນ້ອງແກ້ວ ບໍ່ແລ້ວບໍ່ເລົ່າ
ຫົວໃຈ ອ້າຍຮ້ອນຮ້ອນດັ່ງໄຟເຜົາ
ທັງໆທີ່ເຮົາ ເຫັນກັນເກືອບທຸກວັນ

2) ອ້າຍຢາກເຫັນ ຈົນທົນບໍ່ໄຫວ
ຢາກເຫັນຈອມໃຈ ຈຶ່ງໄດ້ມາຜ່ານ
ເຫັນພຽງ ເຄຫາອ້າຍກໍສຸກສັນ
ທຸກໆຄືນວັນ ໃຝ່ຝັນຢາກເຫັນນ້ອງນາງ

• ຍາມຣາຕຣີ ມີແສງສວ່າງສ່ອງມາ
ງາມໜັກໜາ ສີຟ້າຫ້ອງນອນຂອງນາງ
ເຈົ້າຂອງ ຫ້ອງນອນຄົງຈະອ້າງວ້າງ
ຈຶ່ງຄວນຄາງ ຮ້ອງເພງໂສກໆອອກມາ

3) ຫາກວັນໃດ ອ້າຍບໍ່ໄດ້ເຫັນ
ສຸດແສນລຳເຄັນ ຫົວໃຈຈຽນບ້າ
ເຖິງນອນ ອ້າຍນີ້ກໍບໍ່ຫຼັບຕາ
ເພາະຢາກເຫັນໜ້າ ແກ້ວຕາຂວັນໃຈຜູ່ດຽວ…

ໂນຕເພງ “ເຫັນພຽງຊາຍຄາ”
ວິດີໂອບັນເລງເພງ “ເຫັນພຽງຊາຍຄາ”

ເພງ “ອ້າຍຂໍເວລາສອງປີ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ອ້າຍຂໍເວລາສອງປີ”

1) ອ້າຍຂໍ ເວລາສອງປີ
ຄົນດີ ນ້ອງຄົງຄອຍໄດ້
ສອງປີ ທີ່ອ້າຍຈາກໄປ
ຈາກໄປ ເພື່ອການສຶກສາ

2) ອ້າຍຂໍ ເວລາສອງປີ
ຄົນດີ ນ້ອງຈົ່ງຄອຍຖ້າ
ສອງປີ ອ້າຍຈະກັບມາ
ກັບມາ ຫາຍອດຊີວີ

• ອະນາຄົດ ຈະກ້າວໄປໄກ
ເມື່ອເຮົາໄດ້ ມີການສຶກສາດີ
ຫາກວັນໃດ ອ້າຍຮຽນຈົບສອງປີ
ແລ້ວເຮົາຈະມີ ຊີວິດອັນແຈ່ມໃສ

3) ອ້າຍຂໍ ເວລາສອງປີ
ຄົນດີ ນ້ອງຢ່າມີໃໝ່
ທີ່ຮັກ ນ້ອງຢ່າທຳລາຍ
ປ່ຽນໃຈ ຈາກທາງຮັກເຮົາ…

ໂນຕເພງ “ອ້າຍຂໍເວລາສອງປີ”
ວິດີໂອບັນເລງເພງ “ອ້າຍຂໍເວລາສອງປີ”

ເພງ “ຢ່າມາອໍ້ແອ້”

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌ (1968)
ນັກຮ້ອງຕົ້ນສະບັບ : ຈັນຫອມ ປັນຈະພາຣົມຍ໌

ວິດີໂອດົນຕຣີບັນເລງເພງ “ຢ່າມາອໍ້ແອ້”

1) ຢ່າມາຍົວະເຍົ້າ ເຈົ້າຊູ້ເໝືອນໄກ່ແຈ້
ຢ່າມາອໍ້ແອ້ ຫຼິ້ນລົ້ວຫົວແກ້ງຢອກ
ຢ່າມາປາກຫວານ ເພື່ອຫວັງລວງຫຼອກ
ເລ່ກົນປີ້ນປອກ ຮູ້ດອກພໍ່ຍອດຊາຍ

2) ຢ່າມາຄໍ່າຄວນ ວ່າຮັກຮັກອີ່ຫຼີ
ຢ່າມາຊູຊີ ອອດອ້ອນຂໍວອນໄຫວ້
ຢ່າມາອວດອ້າງ ຖືກຫວຍລວຍໃຫຍ່
ຣົຖເກ໋ງຄັນໃໝ່ ນັ້ນຄົງຢືມເຂົາມາ

• ເຄີຍພົບເຫັນ ມາກແລ້ວ
ຜູ່ຊາຍແມວໆ ເຜີຕົວເປັນເສັຽທ່າ
ປາກເວົ້າ ມືໄວໄຂວ່ຄວ້າ
ຮ້ອຍເລ່ມານຍາ ເກີນເປັນຕາຊັງແທ້ໆ

3) ຢ່າມາຄຸຍໂມ້ ອວດທ້າວ່າບໍ່ຢ້ານ
ຕິດຕາມໄປບ້ານ ມີຫວັງຮ້ອງຄາງແນ່
ບໍ່ຈັກແມ່ເສືອ ເອົາໄມ້ມາແຍ່
ຂືນທຳອໍ້ແອ້ ຣະວັງຈະຫົວໂນ…

ຂືນທຳອໍ້ແອ້ ຣະວັງຈະຫົວໂນ…
ຢ່າມາອໍ້ແອ້!

ໂນຕເພງ “ຢ່າມາອໍ້ແອ້”
ວິດີໂອບັນເລງເພງ “ຢ່າມາອໍ້ແອ້”

ເພງ “ອໍ້ແອ້ເພາະຮັກ”

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌ (1968)
ນັກຮ້ອງຕົ້ນສະບັບ : ຈ. ປະຈັກໃຈ

ວິດີໂອດົນຕຣີບັນເລງເພງ “ອໍ້ແອ້ເພາະຮັກ”

1) ຢ່າປຽບອ້າຍນັ້ນ ເຈົ້າຊູ້ເໝືອນໄກ່ແຈ້
ທີ່ມາອໍ້ແອ້ ກໍເພາະຮັກນ້ອງດອກ
ຢ່າຄິດວ່າອ້າຍ ມຸ່ງຫວັງລວງຫຼອກ
ຮັກຈິງຈຶ່ງຢອກ ນະເຈົ້າດອກບົວທອງ

2) ອ້າຍມີຄວາມຮັກ ຕໍ່ນ້ອງແນ່ອີ່ຫຼີ
ເຊື່ອເຖີດຄົນດີ ແມ່ສີເນື້ອນວນຜ່ອງ
ຕ້ອງການທີ່ດິນ ຫຼືຕຶກຮາມບ້ານຊ່ອງ
ເຣື່ອງເງິນເຣື່ອງທອງ ນ້ອງເອີຍຈົ່ງບອກມາ

• ຮັກນ້ອງ ດົນນານແລ້ວ
ແມ່ນຈະຂາແປ້ວ ອ້າຍນີ້ກໍບໍ່ວ່າ
ຈະເປັນສາວ ຫຼືພວມຖືພາ
ປະຮ້າງຜົວມາ ແຮ່ງເປັນຕາຮັກແທ້ໆ

3) ຕໍ່ໃຫ້ໝາຮ້າຍ ແສນຮ້າຍອ້າຍບໍ່ຢ້ານ
ຈະນຳໄປບ້ານ ສູ່ຂໍນຳພໍ່ແມ່
ເພື່ອພິສູດຮັກ ຮັກນ້ອງຈິງແນ່
ຈຶ່ງຕາມອໍ້ແອ້ ຫົວໂນອ້າຍກໍຍອມ…

ຈຶ່ງຕາມອໍ້ແອ້ ຫົວໂນອ້າຍກໍຍອມ…
ອໍ້ແອ້ເພາະຮັກ!

ໂນຕເພງ “ອໍ້ແອ້ເພາະຮັກ”
ວິດີໂອບັນເລງເພງ “ອໍ້ແອ້ເພາະຮັກ”

ເພງ “ໃຈໜໍໃຈ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1970)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ໃຈໜໍໃຈ”

(ສອຍ)
ໃຈໜໍໃຈ ເຫດອັນໃດນ້ອງຈຶ່ງມາປ່ຽນ
ໃຈໝຸນວຽນ ດັ່ງກົງກວຽນທີ່ໝຸນຕາມທາງ

1) ຄັ້ງແຣກນ້ອງບອກ ວ່າຮັກ ອ້າຍຫຼົງສມັກ ເຝົ້າຮັກເຝົ້າຫວັງ
ປັກຈິດ ໄວ້ພຽງນ້ອງ ໄດ້ແຕ່ໝາຍປອງ ນ້ອງມາຄຽງຂ້າງ
ຍາມນອນອ້າຍຝັນ ເຫັນເຈົ້າ ຢິກຢອກເຢົ້າ ຊື່ນຊົມທຸກຢ່າງ
ຕື່ນແລ້ວ ເລີຍບໍ່ມີນາງ ພຽງຝັນຄ້າງ ໂອ້ຍ ! ເຈັບດວງໃຈ

(ສອຍ)

2) ຮັກແທ້ນ້ອງບອກ ຊອກຫາ ຜູ່ໃຫຍ່ມາ ຂໍຕາມແນວທາງ
ປີນັ້ນ ອ້າຍສູ່ຂໍ ນ້ອງກໍບອກໃຫ້ລໍ ແລ້ວຕຽມທຸກຢ່າງ
ອ້າຍເອງກໍຕຽມ ເຕັມທີ່ ແຕ່ເວນມີ ຕ້ອງໜີໄກຫ່າງ
ປີນີ້ ອ້າຍມາພົບນາງ ອຸ໋ຍ ! ນ້ອງຊ່າງ ຕຸ້ຍກາງແທ້ເອີຍ ໂອ້ຍ!

(ສອຍ)

• ໃຈໜໍໃຈ ເຫດອັນໃດນ້ອງຈຶ່ງມາປ່ຽນ
ໃຈໝຸນວຽນ ດັ່ງກົງກວຽນທີ່ໝຸນຕາມທາງ…

ໂນຕເພງ “ໃຈໜໍໃຈ”
ວິດີໂອບັນເລງເພງ “ໃຈໜໍໃຈ”

ເພງ “ກຸຫລາບແທນກາຍ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ກຸຫລາບແທນກາຍ”

1) ກຸຫລາບດອກນີ້ ຊ່າງງາມດີ ນ້ອງນີ້ຂໍມອບໃຫ້
ເພື່ອເປັນຂວັນໃຈ ແດ່ຍອດຊາຍ ທີ່ປຣາຖນາ
ກຸຫລາບກິ່ນຫອມ ນ້ອງຖນອມ ຢູ່ທຸກວັນເວລາ
ແຕ່ເພື່ອອ້າຍດອກໜາ ນ້ອງຈຶ່ງເດັດມາ ມອບໃຫ້ແທນກາຍ

2) ກຸຫລາບດອກນີ້ ປຽບຊີວີ ນ້ອງຖອດແຝງສະຖິດ
ເມື່ອໃດໝອງຈິດ ໂປຣດຢ່າຄິດ ຢຽບຍໍ່າທຳລາຍ
ຂໍຈົ່ງຮັກສາ ແມ່ນບຸບຜາ ຈະເສົ້າສີແຫ້ງໄປ
ແຕ່ອ້າຍຢ່າປ່ຽນໃຈ ຢ່າຄິດແໜງໜ່າຍ ຊັງເຈົ້າຂອງກຸຫລາບ

• ບຸບຜາປ່ຽນໄປ ປຽບຮ່າງກາຍ ຂອງຄົນເຮົານີ້
ໜຸ່ມແໜ້ນຕຶງດີ ເຖົ້າແກ່ເສັຽສີ ປ່ຽນແປງສະພາບ
ເວັ້ນແຕ່ຫົວໃຈ ມິປ່ຽນໄປ ເໝືອນດັ່ງກຸຫລາບ
ຍິ່ງນານຮັກ ຊຶມຊາບຊວງໃນ ຫາກໃຜມີຮັກຈິງ

3) ກຸຫລາບດອກດຽວ ປຽບຮັກດຽວ ນ້ອງຝາກຝັງຕໍ່ອ້າຍ
ບໍ່ມີສອງໃຈ ປະກັນໄວ້ ດ້ວຍກຽດຂອງຍິງ
ຂໍແຕ່ຕົວອ້າຍ ນັ້ນຢ່າໝາຍ ພຽງຫວັງຊົມແນບອິງ
ຈົ່ງຮັກຈາກໃຈຈິງ ແລ້ວທຸກໆສິ່ງ ຈະເປັນຂອງອ້າຍເລີຍ…

ໂນຕເພງ “ກຸຫລາບແທນກາຍ”
ວິດີໂອບັນເລງເພງ “ກຸຫລາບແທນກາຍ”