ເພງ “ຕຶກຕັກ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (≲1966)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ຕຶກຕັກ”

(ສອຍ)
ຕຶກຕັກ ຕຶກຕັກ ມີໃຜຮູ້ຈັກວ່າສຽງຈາກອີ່ຫຍັງ
ສົນໃຈກະເອົາຫູເຂົ້າມາຟັງ (ຊໍ້າ)
ສຽງນີ້ມັນດັງ ເກືອບຫົວໃຈຊິຫັກ

1) ຢູ່ດຽວປ່ຽວເອກາ ໄປທຽວຊອກຫາຜູ່ຊິມາຮ່ວມຮັກ
ເມື່ອສອງສາມມື້ຜ່ານມາ ອ້າຍເຫັນແກ້ວຕາຢູ່ທ່າເຮືອບັກ
ໂທ້ສວຍ… ສວຍງາມບາດໃຈແທ້ ນ້ອງບໍ່ຫຼຽວແລ ອ້າຍກໍຄົງອົກຫັກ

(ສອຍ)

2) ຄໍ່າຄືນຂ້ອຍນອນໜາວ ຄຶດເຖິງເຈົ້າໂລດບໍ່ມີຍາມພັກ
ເອິກບ່າວມັນເສົ້າອີ່ຫຼີ ກໍເພາະບໍ່ມີຜູ່ໃຫ້ນອນໝູນຕັກ
ໂອ້ຍໜາວ… ເຫັນເຈົ້າແຕ່ມື້ນັ້ນ ອ້າຍເກັບໄປຝັນ ຈົນໜາວສັ່ນງັກໆ

(ສອຍ)

3) ວ່າຮັກຄືຢາພິດ ແຕ່ອ້າຍພໍຈິດຈະລອງຊີມພິດຮັກ
ຂໍພຽງໄດ້ແນບເອິກສາວ ຊີວິດບໍ່ຍືນຍາວອ້າຍກໍຂໍສມັກ
ໄດ້ຫອມ… ໄດ້ອີງໄດ້ພີງຂວັນ ຕາຍກະຊ່າງມັນ ເພາະວ່າໃຈອ້າຍມັກ

(ສຸດທ້າຍ)
ຕຶກຕັກ ຕຶກຕັກ ມີໃຜຮູ້ຈັກວ່າສຽງຈາກອີ່ຫຍັງ
ສົນໃຈກະເອົາຫູເຂົ້າມາຟັງ ສົນໃຈກະຈິເວົ້າໃຫ້ເຈົ້າຟັງ
ຮັກເຈົ້າຈິງຈັງ ຈັ່ງສຽງດັງຕຶກຕັກ
ຕຶກຕັກ…ຕຶກຕັກ…ຕຶກຕັກ…

ໂນຕເພງ “ຕຶກຕັກ”
ວິດີໂອບັນເລງເພງ “ຕຶກຕັກ”

ເພງ “ພໍ່ຕູ້ເຜີຍ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (19??)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ພໍ່ຕູ້ເຜີຍ”

(ສອຍ)
ເດືອນດວງງາມ ລອຍແວວວັບຢູ່ບົນທ້ອງຟ້າ
ໝູ່ດາຣາລອຍນະພາ ໃນຄືນວັນເພັງ
ລອຍນະພາ ໃນຄືນວັນເພັງ

1) ພໍ່ຕູ້ເຜີຍນັ່ງຢູ່ປາຍຊານ ໄກວອູ່ຫຼານເຮັດສຽງອ້ອຍອີ່ແອ່ງ
ເດິກໄປລົມມັນກໍເລີຍພັດ ໃຈນຶກໜາວເລີຍລຸກມະກ່ອງມະແກ່ງ
ພໍລຸກໄປກໍເລີຍ ໄປຢຽບເອົາແອ່ງ ລົ້ມລົງທາງແຄງ ໂອ້ຍ! ຕາຍກູ ຕາຍກູ…

(ສອຍ)

2) ເມັຽຕູ້ເຜີຍຜູ່ນອນຢູ່ເທິງຕຽງ ພໍໄດ້ຍິນສຽງກໍເລີຍລຸກອອກມາດູ
ຕົກກະໃຈຄິດວ່າເປັນຄົນລຶກລັບ ຄວ້າເອົາໄມ້ຂະມັບເອົາລະບໍ່ມຶງກະກູ
ຈອບເຂົ້າໄປ ພໍແນມເຫັນໜ້າພຸ່ມພູ່ ໂດດເຂົ້າໄປສ່ອງດູ ເອົາລະບໍ່ກູກະມຶງ…

(ສອຍ)

3) ສ່ວນຕູ້ເຜີຍຜູ່ກຳລັງອ່ອນແຮງ ນອນຕະແຄງມອງເຫັນເລີຍຕົກຕະລຶງ
ເອ໋ະເມັຽກູເປັນຫຍັງຖືໄມ້ຂະມັບ ລຸກປຶບປັບຂະມັບວືມາພໍດີ
ຟັງສຽງດັງເກີນວ່າ ກ໊ອກໄດ້ກ໊ອກດີ ໜໍ່າຕັ້ງສິບຊາວທີ ສຽງມັນດີພໍຟັງ…

(ສອຍ)

4) ພໍສິ້ນຣົບເລີຍພິກເອົາສົບມາດູ ອ້າວຕາຍ! ຜົວກູຊູຂຶ້ນມາລຸກນັ່ງ
ທາງຕູ້ເຜີຍຍັງແຄ້ນໃຫ້ແກ່ເມັຽຮັກ ກໍເລີຍພລັກເອົາຈົນເມັຽກົ້ນທັ່ງ
ຢ່າງອົກຕຶງ ທຳໜ້າບຶ້ງຂຶງຂັງ ກູຕົກຊານກໍຍັງ ເອົາຂະມັບມາໃຫ້ກິນ…

(ສອຍ)

ໂນຕເພງ “ພໍ່ຕູ້ເຜີຍ”
ວິດີໂອບັນເລງເພງ “ພໍ່ຕູ້ເຜີຍ”