ເພງ “ທ່າເດື່ອແຫ່ງຄວາມຫຼັງ”

ເນື້ອຮ້ອງ & ທຳນອງ : ຄຳແຫວນ ປ້ອງພິມຄຳ & ສີລາວົງ ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ແສນສັກດາ

ວິດີໂອດົນຕຣີບັນເລງເພງ “ທ່າເດື່ອແຫ່ງຄວາມຫຼັງ”

1) ຄິດເຖິງທ່າເດື່ອ ເມື່ອຍາມຈາກມາ
ມີທັງນໍ້າຕາ ອຸຣາສະອື້ນອ່ອນໃຈ
ທົບທວນ ຄໍ່າຄວນເພາະຢູ່ຫ່າງໄກ
ແສນເສົ້າຣຶທັຍ ສຸດອາລັຍເຖິງຂວັນຕາ

2) ຄິດເຖິງເຮົາສອງ ນັ່ງມອງນໍ້າໄຫຼ
ແສນເພີນສຸກໃຈ ທີ່ໄດ້ຄູ່ຄຽງຂວັນຕາ
ສາຍລົມ ໂບກໂບຍໂຊຍແຜ່ວພັດມາ
ຊາບຊຶ້ງຕຣຶງຕາ ຊັກພາໃຫ້ໃຈໃຝ່ຝັນ

• ຄ້ອຍຄໍ່າ ນໍ້າໄຫຼລົງສູ່ເວີນວັງ
ຮິມສອງຟາກຝັ່ງ ຊ່າງງາມດັ່ງແດນສວັນ
ເມື່ອແລມອງ ພາໃຫ້ສອງເຮົາສຸກສັນ
ໂອ້ຈອມຂວັນ ພາບນັ້ນອ້າຍຍັງຈຳໄດ້

3) ຄິດເຖິງທ່າເດື່ອ ເມື່ອຍາມຈາກມາ
ແສນເສົ້າໜັກໜາ ດັ່ງຟ້າຜ່າລົງຫົວໃຈ
ຄິດມາ ນໍ້າຕາອ້າຍຫຼັ່ງລິນໄຫຼ
ບໍ່ຢາກຫ່າງໄກ ສຸດອາລັຍສຸດຄໍ່າຄວນ…

ໂນຕເພງ “ທ່າເດື່ອແຫ່ງຄວາມຫຼັງ”
ວິດີໂອບັນເລງເພງ “ທ່າເດື່ອແຫ່ງຄວາມຫຼັງ”

ເພງ “ຫ່າງຮັກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ບັງອອນ

ວິດີໂອດົນຕຣີບັນເລງເພງ “ຫ່າງຮັກ”

1) ຫ່າງກັນພຽງໜ້ອຍ ຄອຍແຕ່ເສົ້າເຫງົາໃຈ
ຄົນຮັກຫ່າງໄກ ໂອ້ໃຈເຝົ້າແຕ່ຫ່ວງຫາ
ຄຶດເຖິງຄຶດເຖິງ ຄຶດເຖິງຢູ່ທຸກເວລາ
ໂທ້ປານນີ້ດວງຊີວາ ແກ້ວຕາໄປຢູ່ຫົນໃດ

2) ນັ່ງຫຼືນອນຝັນ ໜໍຈອມຂວັນຄົນດີ
ເຫັນຟ້າປ່ຽນສີ ຢ່າມີທີ່ປອງສອງໃຈ
ທີ່ຮັກທີ່ຮັກ ທີ່ຮັກຄົງບໍ່ລືມລັຍ
ຝາກຄວາມຫວັງມອບໄວ້ໃຫ້ ຍອດຊາຍຈົ່ງໄດ້ປຣານີ

• ຍາມໃດ ໄດ້ຢູ່ຮຽງຄຽງຄູ່
ເໝືອນນ້ອງໄດ້ຢູ່ ສວັນວິມານສິມພລີ
ຍາມໃດ ຢູ່ໄກຍອດຂວັນຊີວີ
ດັ່ງໄຟສຸມໃນຣຶດີ ດັ່ງຕົກອະເວຈີທັງເປັນ

3) ຫາກໄດ້ຍິນສຽງ ເພງທີ່ຮ້ອງສົ່ງໄປ
ຂໍວອນແກ້ວໃຈ ຈົ່ງປະກົດກາຍໃຫ້ເຫັນ
ຢ່າໜີໜ້ານ້ອງ ຂ້ານ້ອງໃຫ້ຕາຍທັງເປັນ
ຫາກແມ່ນອ້າຍໝາຍຫຼີກເວັ້ນ ຂໍໃຫ້ມີເວນຕາມມາ…

ໂນຕເພງ “ຫ່າງຮັກ”
ວິດີໂອບັນເລງເພງ “ຫ່າງຮັກ”

ເພງ “ເບື່ອຜູ່ຊາຍ” (ເອົາຄວາມຮັກຖິ້ມລົງນໍ້າຂອງ)

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1970)
ນັກຮ້ອງຕົ້ນສະບັບ : ນະຣຽມ

ວິດີໂອດົນຕຣີບັນເລງເພງ “ເບື່ອຜູ່ຊາຍ”

1) ຢາກເອົາຜູ່ຊາຍ ຖິ້ມລົງນໍ້າຂອງໃຫ້ໝົດ
ຢາກເອົານໍ້າກົດ ຢົດລົງຫົວໃຈຊາຍຈິງ
ຊາຍເກີດມາຫຍັງ ເກີດມາທຳລາຍໃຈຍິງ
ທຳລາຍທຸກສິ່ງ ແມ້ແຕ່ຍິງເພດອ່ອນແອ

2) ຢາກເອົາຄວາມຮັກ ຖິ້ມລົງກົ້ນເຫວກວ້າງໃຫຍ່
ຢາກເອົາໝາມໄຜ່ ຈິ້ມໃສ່ຫົວໃຈຈິງແທ້
ຊາຍຫຼອກຊາຍລວງ ບໍ່ຄວງບໍ່ຂໍຕໍແຍ
ຜູ່ຊາຍບໍ່ແທ້ ບໍ່ຂໍຫຼຽວແລໃຫ້ມີຣາຄີ

• ຫາກປ່ອຍໃຫ້ຍິງ ຢູ່ດ້ວຍກັນໃນໂລກ
ຄົງບໍ່ມີເສົ້າ ມີໂສກຈັກທີ
ບໍ່ມີນິນທາ ບໍ່ມີອິດສາບໍ່ມີສຽດສີ
ບໍ່ມີຣາຄີ ຈາກຊາຍໃຈຜີຕົນໃດ

3) ຢາກເອົາຄວາມຊັງ ຖິ້ມລົງໃສ່ໜອງໂສໂຄກ
ຢາກເອົາຄວາມໂສກ ຖິ້ມລົງໃນໂຄກກວ້າງໃຫຍ່
ແລ້ວເອົາຜູ່ຊາຍ ທັງຫຼາຍໂຍນທັບລົງໄປ
ເອົາໄຟກອງໃຫຍ່ ຈູດໃສ່ໃຫ້ສູນສິ້ນໄປ…

ໂນຕເພງ “ເບື່ອຜູ່ຊາຍ”
ວິດີໂອບັນເລງເພງ “ເບື່ອຜູ່ຊາຍ”

ເພງ “ເນື້ອຄູ່ຢູ່ໃສ”

ເນື້ອຮ້ອງ & ທຳນອງ : ສິນ ວຽງໄຊ (1970)
ນັກຮ້ອງຕົ້ນສະບັບ : ດາວມະນີວອນ

ວິດີໂອດົນຕຣີບັນເລງເພງ “ເນື້ອຄູ່ຢູ່ໃສ”

1) ໂອ້ຊີວິດ ຂ້ານ້ອຍຕັ້ງແຕ່ເກີດມາ
ເໝືອນກັບວ່າ ມີມົນຈາກສວງສວັນ
ຢູ່ໃຕ້ສາຍຄາ ຖານະມີທຸກສິ່ງອັນ
ຊີວິດມີແຕ່ສຸກສັນ ພັຍພານບໍ່ມີມາຕ້ອງ

2) ສ້າງກຸສົນ ມາກລົ້ນເກີນຈະປະມານ
ມິເຄີຍຫວັ່ນ ດວງໃຈບໍ່ໄດ້ໝົ່ນໝອງ
ແຕ່ວ່າຄວາມຫວັງ ນັ້ນຍັງບໍ່ໄດ້ສົມປອງ
ຫົວໃຈຍັງຮໍ່າຮຽກຮ້ອງ ຄູ່ຄອງໄວ້ຊື່ນສຸກສົມ

• ເວລາ ນາທີ ເດືອນປີຜ່ານໄປ
ຈວນຈະເກີນວັຍ ແລ້ວໃຜຈະມານິຍົມ
ເຈົ້າແຫ່ງຄວາມຮັກ ບໍ່ຈັກບໍຂ້າຂື່ນຂົມ
ເທວະດາພຣະອິນພຣະພຣົມ ຂ້າຕຣົມເພາະຕຣົມເຫຼືອທົນ

3) ເຈົ້າຢູ່ໃສ ຄົນຮັກເນື້ອຄູ່ຢູ່ໃສ
ສຽງຮ້ອງໄຫ້ ຈາກໃຈອາພັບຂັດສົນ
ຢ່າປ່ອຍໃຫ້ຫວນ ຄໍ່າຄວນເສົ້າໂສກໝອງໝົ່ນ
ປຣານີຂ້າເຖີດຈັກຄົນ ຈະໂອນກາຍໃຈໃຫ້ຄອງ…

ໂນຕເພງ “ເນື້ອຄູ່ຢູ່ໃສ”
ວິດີໂອບັນເລງເພງ “ເນື້ອຄູ່ຢູ່ໃສ”

ເພງ “ຮັກສລາຍ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ຮັກສລາຍ”

1) ເໝືອນຟ້າຜ່າລົງ ໃນກາງດວງໃຈ
ເໝືອນດັ່ງມີໄຟ ໄໝ້ເຜົາອຸຣາ
ມັນເຈັບມັນຊໍ້າ ຫົວໃຈໜັກໜາ
ເມື່ອຄວາມຮັກຂ້າ ນັ້ນມາສລາຍ

2) ເຮົາສອງກ່ອນເຄີຍ ເຝົ້າຮັກກັນມາ
ຫວັງຮ່ວມວິວາ ສຸກສົມດັ່ງໝາຍ
ຫວັງສ້າງຊີວິດ ຮ່ວມກັນສເມີໄປ
ບໍ່ມີແໜງໜ່າຍ ຮັກກັນຊົ່ວຟ້າດິນ

• ເຫດໃດ ຜູ່ໃຫຍ່ຈຶ່ງຕັດຮັກເຮົາ
ສ້າງຄວາມປວດຣ້າວ ໃຫ້ເຮົານໍ້າຕາໄຫຼລິນ
ໂທ້ດວງໃຈ ຮັກເຮົາຕ້ອງມາສູນສິ້ນ
ໂທ້ຟ້າດິນ ອິນພຣົມຊ່າງບໍ່ເຫັນໃຈ

3) ຊາດນີ້ເຮົາສອງ ມີມານຜະຈົນ
ອ້າຍຈຶ່ງຈຳທົນ ຫຼີກທາງນ້ອງໄປ
ນ້ອງຢ່າມີທຸກ ເສົ້າໂສກເສັຽໃຈ
ຫາກມີຊາດໃໝ່ ຂໍໃຫ້ຮັກເຮົາສົມປອງ..

ໂນຕເພງ “ຮັກສລາຍ”
ວິດີໂອບັນເລງເພງ “ຮັກສລາຍ”

ເພງ “ພຽງເງົາ”

ເນື້ອຮ້ອງ : ສິລ ເມືອງໃຕ້ / ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ພຽງເງົາ”

1) ວັນໃດຖ້າຫາກ ບໍ່ເຫັນນວນນາງ
ວັນນັ້ນກໍດັ່ງ ເປັນວັນຣະທົມຂອງຂ້າ
ວັນນັ້ນຈະເປັນອະເວຈີ ວັນນັ້ນຈະມີແຕ່ນໍ້າຕາ
ວັນເສົ້າໂສກາ ແຫ່ງໃຈ

2) ວັນໃດຕ້ອງຜ່ານ ບ້ານນ້ອງຫຼາຍຄາວ
ພໍຫາຍຄາຍເສົ້າ ຄາຍຄວາມຣະທົມໝອງໄໝ້
ບໍ່ພົບໜ້ານາງຍັງພົບເຮືອນ ເປັນສຸກດັ່ງເໝືອນພົບຂວັນໃຈ
ເຫັນຜ້າຕາກໄວ້ ຫາຍຕຣົມ

• ໃນຊີວິດ ທີ່ມືດນີ້
ຫວັງໃຫ້ຄົນດີ ເປັນແສງສວ່າງໃຫ້ຊົມ
ແຕ່ຢູ່ສຸດເອື້ອມ ຫຼືໄກເກີນໝາຍພິຣົມ
ກໍຂໍໄດ້ຊົມ ແມ່ນພຽງແຕ່ເງົາ

3) ວັນໃດຖ້າຫາກ ບໍ່ພົບຍິ້ມນາງ
ວັນນັ້ນກໍດັ່ງ ເປັນວັນຣະທົມແສນເສົ້າ
ວອນນ້ອງເຈົ້າໂປຣດຈົ່ງເຫັນໃຈ ຢ່າລີ້ຫຼີກກາຍຫຼົບຊ້ອນເງົາ
ປະກົດກາຍເຈົ້າ ໃຫ້ຊົມ…

ໂນຕເພງ “ພຽງເງົາ”
ວິດີໂອບັນເລງເພງ “ພຽງເງົາ”

ເພງ “ບາບໃຈ”

ເນື້ອຮ້ອງ : ສິລ ເມືອງໃຕ້ / ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ບາບໃຈ”

1) ບາບໃຈ ທີ່ໄປຫຼົງຄົນມີຄູ່
ບາບໃຈ ທີ່ດູເຂົາຢ່າງອິດສາ
ບາບໃຈ ທີ່ໄປທຸ່ມເທສັດທາ
ບາບໃຈ ທີ່ພາປ່ອຍຕົວໃຫ້ຫຼົງ

2) ບາບໃຈ ທີ່ໄປລຸນຫຼັງຄົນອື່ນ
ບາບໃຈ ຕ້ອງກືນເກັບຄວາມປຣະສົງ
ບາບໃຈ ທີ່ໄປພະວ້າພະວົງ
ບາບໃຈ ໄປຫຼົງເຈົ້າຂອງເຂົາມີ

• ບາບໃຈ ບາບໃຈບາບແລ້ວຈິງໆ
ຍອດຍິງ ເໝືອນດາວບົນປະຖະພີ
ຮູບຊົງ ແອວອົງຄ້າຍດັ່ງມະນີ
ຄົນດີ ຄົນດີຂອງໃຜຜູ່ໃດ

3) ບາບໃຈ ອະພັຍເຈົ້າຂອງຫວງຫ້າມ
ບາບໃຈ ທີ່ຕາມຫຼຽວລໍ້າຄຳໝາຍ
ບາບໃຈ ທີ່ໄປລຸ່ມຫຼົງດຽວດາຍ
ບາບໃຈ ບາບໃນຄວາມຝັນລົມໆ…

ໂນຕເພງ “ບາບໃຈ”
ວິດີໂອບັນເລງເພງ “ບາບໃຈ”

ເພງ “ແກ້ວໃຈ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1969)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ແກ້ວໃຈ”

ແກ້ວໃຈ… ແກ້ວໃຈ… ແກ້ວໃຈ…
1) ແກ້ວໃຈ…
ນາມນີ້ໂນ້ມໃຈ ໃຫ້ໄຫວຫວັ່ນ
ພົບພຽງຄັ້ງດຽວ ເທົ່ານັ້ນ
ຕ້ອງເກັບໄປຝັນ ໃຝ່ຫາ

2) ແກ້ວໃຈ…
ງາມເໜືອຍິງໃດ ໃນຫຼ້າ
ເໝືອນນາງຟ້າ ຈຸຕິມາ
ໃຫ້ໂລກຄວນຫາ ໝັ້ນປອງ

• ນາງງາມພຽບພ້ອມ ກິຣິຍາ
ນັຍນາ ເໝືອນດາຣາຈ້ອງ
ມາຣະຍາດວາດຊົງ ຄ່ຽມຄ່ອງ
ງາມນວນນ້ອງ ຍ່າງຍ້າຍລີລາ

3) ແກ້ວໃຈ…
ນາມນີ້ໂນ້ມໃຈ ຂອງຂ້າ
ແມ່ນໄດ້ນ້ອງຄູ່ ອຸຣາ
ຈະເຝົ້າຮັກສາ ແກ້ວໃຈ..
(ຄົງສຸກຈິງໜາ ແກ້ວໃຈ…)
ແກ້ວໃຈ… ແກ້ວໃຈ… ແກ້ວໃຈ…

ໂນຕເພງ “ແກ້ວໃຈ”
ວິດີໂອບັນເລງເພງ “ແກ້ວໃຈ”

ເພງ “ຣາຕຣີໄຮ້ຈັນ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ
ນັກຮ້ອງປີ 1978 : ບັງອອນ

ວິດີໂອດົນຕຣີບັນເລງເພງ “ຣາຕຣີໄຮ້ຈັນ”

1) ຣາຕຣີໄຮ້ ຈັນກະຈ່າງ
ດາວເລືອນລາງ ຈາກອົກຟ້າ
ລົມເຢັນ ໆ ພັດຜ່ານມາ
ປ່ຽວອຸຣາ ໜາວຈົນສັ່ນສາຍ

2) ຄົນເຄີຍຊິດ ເຊີຍຄຽງຂ້າງ
ມາແຮມຮ້າງ ຫ່າງໄປໃສ
ດວງໃຈຄວນ ແສນປວດໃຈ
ຢູ່ແຫ່ງໃດ ຫຍັງຈຶ່ງບໍ່ມາ

• ຄອຍ ໆ ໆ ຕັ້ງຕາຄອຍ
ໃຈລອຍ ໆ ຫຼົງຄອຍວ່າ
ດວງໃຈເຮົາ ຄົງມາຫາ
ອະນິຈຈາ ບໍ່ເຫັນແມ້ນເງົາ

3) ຄອຍ ໆ ຫາຍ ຊາຍເມີນໜ້າ
ໃຈເຫວ່ວ້າ ຈິຕງຽບເຫງົາ
ຣາຕຣີແຮມ ໄຮ້ໝູ່ດາວ
ປຽບອົກເຮົາ ໄຮ້ຄົນແອບອິງ…

ໂນຕເພງ “ຣາຕຣີໄຮ້ຈັນ”
ວິດີໂອບັນເລງເພງ “ຣາຕຣີໄຮ້ຈັນ”

ເພງ “ຄຶດຮອດໜອງຄາຍ”

ເນື້ອຮ້ອງ & ທຳນອງ : ຄຳຄົມ ເມືອງນະຄອນ (1971)
ນັກຮ້ອງຕົ້ນສະບັບ : ກ. ແກ້ວກໍ່າພ້າ

ວິດີໂອດົນຕຣີບັນເລງເພງ “ຄຶດຮອດໜອງຄາຍ”

1) ໄປທ່ຽວເມືອງໄທ ກັບມາບໍ່ນານ
ຄຶດຮອດຕາຫວານ ນົງຄານທີ່ຢູ່ໜອງຄາຍ
ຄຶດຮອດຍິ້ມງາມຄົນແກ້ມບ່ອງ ຄຶດຝາກຮັກນ້ອງຈົນຕາຍ
ຄຶດຮອດບໍ່ຫາຍ ເສັຽດາຍທີ່ຈາກລາ

2) ທຸກມື້ຍາມແລງ ອ້າຍນີ້ໝົ່ນໝອງ
ທີ່ຮິມຝັ່ງຂອງ ນ້ອງຄົງບໍ່ຮູ້ດອກວ່າ
ອ້າຍນັ່ງຄະນຶງເຖິງນ້ອງຢູ່ ເບິ່ງຫາຍອດຊູ້ຂວັນຕາ
ບໍ່ນານດອກໜາ ຄົງໄດ້ມາອີກຄາວ

• ຮິມຂອງຍາມຄໍ່າ ເໝືອນທຳໃຫ້ອ້າຍ
ຄໍ່າຄວນບໍ່ຫາຍ ເສັຽດາຍອ້າຍເປັນຄົນລາວ
ນ້ອງຄົງບໍ່ຄິດລັງກຽດ ຄົງບໍ່ຫຍາມຫຍຽດເດີ້ສາວ
ຊາດໄທແລະລາວ ຄືພີ່ນ້ອງກັນ

3) ອ້າຍຢູ່ວຽງຈັນ ຄຶດຮອດບໍ່ຫາຍ
ທ່າບໍ່ໜອງຄາຍ ບໍ່ໄກແມ່ນບໍ່ວຽງຈັນ
ເຖິງມີນໍ້າຂອງມາຂວາງໜ້າ ສົ່ງໃຈໄປຫາທຸກວັນ
ຈະຮັກນ້ອງນັ້ນ ບໍ່ມີວັນເສື່ອມຄາຍ…

ໂນຕເພງ “ຄຶດຮອດໜອງຄາຍ”
ວິດີໂອບັນເລງເພງ “ຄຶດຮອດໜອງຄາຍ”