ເພງ “ຊັງອ້າຍເຣື່ອງໃດ”

ເນື້ອຮ້ອງ & ທຳນອງ : ສຸວັນ ສຸວັນນະຣາຊ (1966)
ນັກຮ້ອງຕົ້ນສະບັບ : ຄຳພຸດ ເຄນກິດຕິສັກ

ວິດີໂອດົນຕຣີບັນເລງເພງ “ຊັງອ້າຍເຣື່ອງໃດ”

ລາລ່າລ້າ ລາລ່າລ້າ ລາລ່າລ້າ ລາລ່າລ້າ

1) ທີ່ຮັກ ຫັນໜ້າມາເວົ້າກັນກ່ອນ
ນ້ອງຢ່າໄດ້ຟ້າວຕັດຮອນ ຫາແຕ່ບ່ອນແຍກທາງໜີໄປ
ນ້ອງຊັງ ອ້າຍນີ້ເຣື່ອງໃດ
ເປັນຫຍັງບໍ່ໄຂ ບອກອ້າຍຈັກຄຳ

2) ທີ່ຮັກ ຫຼືນ້ອງມີຄູ່ຄວງໃໝ່
ນ້ອງຈຶ່ງໄດ້ຕັດສິນໃຈ ເຮັດໃຫ້ອ້າຍມີໃຈຊອກຊໍ້າ
ເບິ່ງໜ້າ ເສີຍໆທຸກຍາມ
ຫຼືວ່າຄົນງາມ ຊັງອ້າຍເຣື່ອງຫຍັງ

• ບອກມາ ບອກມາເຖີດນ້ອງ
ຫົວໃຈສີ່ຫ້ອງ ແບ່ງເປັນຫຼາຍທາງ
ອ້າຍນີ້ ບໍ່ຄຽດດອກນາງ
ຂໍພຽງແຕ່ທາງ ນ້ອງນັ້ນບອກມາ

3) ທີ່ຮັກ ນ້ອງຊັງອ້າຍນີ້ເຣື່ອງໃດ
ນ້ອງຈຶ່ງໄດ້ຈາກອ້າຍໄປ ຫຼືວ່າອ້າຍນີ້ຈົນເງິນຕຣາ
ບໍ່ໄດ້ ພາເພີນອຸຣາ
ຫຼືຂວັນຊີວາ ຊັງອ້າຍເຣື່ອງໃດ…

ລາລ່າລ້າ ລາລ່າລ້າ ລາລ່າລ້າ ລາລ່າລ້າ

ໂນຕເພງ “ຊັງອ້າຍເຣື່ອງໃດ”
ວິດີໂອໂນຕບັນເລງເພງ “ຊັງອ້າຍເຣື່ອງໃດ”