ເພງ “ຢ່າເຊື່ອ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ຢ່າເຊື່ອ”

1) ຢ່າໄປເຊື່ອ ຄວາມຄົນເຂົາເຢີ້ຍ
ເຮັດເສີຍໆ ຕໍ່ຄວາມນິນທາ
ຢ່າໄປເຊື່ອ ຄວາມເຂົາກ່າວຫາ
ເຂົາຢາກວ່າ ເຊີນວ່າເຊີນໂມ້

2) ໂລກທັງໂລກ ມີແນວສັບສົນ
ຟັງຄວາມຄົນ ຈະຈົນໃຈໂຕ
ຢ່າໃຈງ່າຍ ໃຈເບົາໂມໂຫ
ໂຕເພິ່ງໂຕ ປະເສີດໜັກໜາ

• ໃຫ້ເຫັນກັບຕາ ດັງມາໃສ່ຫູ
ສຶກສາໃຫ້ຮູ້ ເຖິງຄວາມເປັນມາ
ຢູ່ບໍ່ຢູ່ ໄດ້ຍິນເຂົາວ່າ
ແລ້ວຢ່າເກັບມາ ໃຫ້ເປືອງສມອງ

3) ຢ່າໄປໂງ່ ແນວໂຕບໍ່ມັກ
ຄຶດຄັກໆ ຈຶ່ງປັກໃຈພອງ
ໃຜມາພົບ ກໍຄົງຍົກຍ້ອງ
ຄົນທັງຜອງ ໝາຍປອງທຳຕາມ…

ໂນຕເພງ “ຢ່າເຊື່ອ”
ວິດີໂອໂນຕບັນເລງເພງ “ຢ່າເຊື່ອ”

ເພງ “ໜຸ່ມໜ້າໜາວ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1966)
ນັກຮ້ອງຕົ້ນສະບັບ : ເມຕຕາ ດາຣາສຸກ
(ສະບັບສຽງຂັບຮ້ອງຂອງ ອາຈານ ຄຳຫຼ້າ ໜໍ່ແກ້ວ)

ວິດີໂອດົນຕຣີບັນເລງເພງ “ໜຸ່ມໜ້າໜາວ”

1) ເມື່ອລົມໜາວ ພັດຫວິວມາ
ແລ້ວພາດວງໃຈ ໃຫ້ໄຫວຫວັ່ນ
ຂາດຄູ່ຄຽງ ກ່ອມຂວັນ
ຫວນຄິດ ຈິດເຝົ້າໃຝ່ຫາ

2) ໄດ້ແຕ່ນອນ ນອນໜາວໃຈ
ຫາໃຜມາຮຽງ ບໍ່ເຫັນໜ້າ
ແຕ່ກຳເນີດ ເກີດມາ
ໜາວອຸຣາ ມາຕລອດການ

• ແລບົນຟ້າ ດາຣາຄູ່ຄຽງເດືອນ
ຍິ່ງເຕືອນໝອງ ດວງໃຈສຸດທໍຣະມານ
ຍິງໃດໜໍ ຈະເຫັນໃຈຂໍໄຫວ້ວານ
ໂປຣດສົງສານ ນົງຄານໃຫ້ແນບໜຸນ

3) ຫາກມີຄົນ ຊື່ນຊິດກາຍ
ໜາວມະລາຍ ກາຍອົບອຸ່ນ
ຫາກໄດ້ມີ ຄູ່ໜຸນ
ແນບນອນ ຄົງຈະສຸກເອີຍ…

ໂນຕເພງ “ໜຸ່ມໜ້າໜາວ”
ວິດີໂອໂນຕບັນເລງເພງ “ໜຸ່ມໜ້າໜາວ”

ເພງ “ລົມໜາວສາວຈົ່ມ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ລົມໜາວສາວຈົ່ມ”

1) ນານເຫຼືອທົນ ແລ້ວເຈົ້າ
ຄອຍເຂົາ ມາຕັ້ງຫຼາຍປີ
ຈິງເໝືອນຄຳຫຼືບໍ່ ລໍເຝົ້າລໍແສນນານ
ຢ້ານອ້າຍລວງ ໃຫ້ໝອງ

2) ຄົນເໝືອນກັນ ນະອ້າຍ
ມິໄດ້ ເປັນເຄື່ອງທົດລອງ
ລົມໜາວມາແລ້ວນີ້ ຄວນຈະມີຄູ່ຄອງ
ອ້າຍປ່ອຍນ້ອງ ຢູ່ດຽວ

• ຮັກຈິງໃຫ້ບອກ ຮັກຫຼອກບໍ່ມີຫວັງ
ຢ່າມາຫາທາງ ໃຫ້ໃຈແຫ້ງຫ່ຽວ
ຜູ່ຊາຍສມັຍໃໝ່ ຫົວໃຈມັກບິດບ້ຽວ
ຊົມແລ້ວບໍ່ກ່ຽວ ບໍ່ຫຼຽວພຽງຕາ

3) ໜາວນີ້ມາ ນະອ້າຍ
ດົນຫຼາຍ ນ້ອງອາຍວິວາ
ລືມຫຼືໃດໜໍນີ້ ຄຳສັກຂີສັນຍາ
ໂທ້! ອະນິຈາ ຜູ່ຊາຍ…

ໂນຕເພງ “ລົມໜາວສາວຈົ່ມ”
ວິດີໂອໂນຕບັນເລງເພງ “ລົມໜາວສາວຈົ່ມ”

ເພງ “ລັກມັກ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (∼1970)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ລັກມັກ”

1) ລັກມັກເຈົ້າແລ້ວ ມັກເຈົ້າແລ້ວ
ຂ້ອຍມັກເຈົ້າແລ້ວ ຂ້ອຍຫຼົງເຈົ້າແລ້ວຄົນງາມ
ພຽງແຕ່ໄດ້ເຫັນ ຂ້ອຍຫຼົງຕິດຕາມ
ເຈົ້ານາມໃດໜໍ ນ້ອງສາວ

2) ລັກມັກອີ່ຫຼີ ມັກອີ່ຫຼີ
ຂ້ອຍມັກອີ່ຫຼີ ຂ້ອຍຫຼົງອີ່ຫຼີແລ້ວເຈົ້າ
ຕັ້ງແຕ່ມື້ນັ້ນ ນອນຝັນບໍ່ເຊົາ
ພາບນາງຍັງເຍົ້າ ບໍ່ເວັ້ນ

• ປາກງາມຍາມຍິ້ມ ນັ້ນມີສເນ
ມັກຫຼາຍແທ້ເດ ເມື່ອເຫັນ
ໃບໜ້າຜ່ອງພັນ ໃສກວ່າຈັນເພັນ
ຕາຄູ່ນັ້ນເປັນ ແວວແຫ່ງໄມຕຣີ

3) ມັກເຈົ້າໝົດໃຈ ມັກໝົດໃຈ
ຂ້ອຍມັກກວ່າໃຜ ຂ້ອຍມັກລົ້ນໃຈແລ້ວນີ້
ຖ້າຫາກຮູ້ຕົວ ຍິ້ມຫົວອີກທີ
ຈະເກັບເປັນສີ ແຫ່ງໃຈ…

* ລັກມັກເຈົ້າແລ້ວ ມັກເຈົ້າແລ້ວ
ຂ້ອຍມັກເຈົ້າແລ້ວ…

ໂນຕເພງ “ລັກມັກ”
ວິດີໂອໂນຕບັນເລງເພງ “ລັກມັກ”

ເພງ “ພົ້ນເຄາະເພາະຈົນ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (∼1969)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ & ພົມມາ ສົມສຸທິ

ວິດີໂອດົນຕຣີບັນເລງເພງ “ພົ້ນເຄາະເພາະຈົນ”

1) ແມ່ຜູ່ຍິງ ຍິງເຮືອຂ້າເບື່ອເຕັມທີ
ໂປຣດຟັງທາງນີ້ ຢ່າຫາວ່າຂ້າໃສ່ໄຟ
ຖ້າຢາກມີເມັຽສວຍໆ ຕ້ອງມີກະເປົາໃຫຍ່ໆ
ອອກຈາກເຮືອນກ້າວໃດ ຂີ່ຣົຖເກັງ

2) ຫາກເຈົ້າຈົນ ເຮິເຮີ້ຍ! “ແອ່ມຊໍ່ຣີ່”
ຢ່າງຂ້າກ່ອນນີ້ ເສດຖີກໍບໍ່ຫວັ່ນເກງ
ເຄີຍຈ່າຍເງິນເປັນລ້ານໆ ແຖມຂັບຣົຖ”ເບັ້ນ”ເບັ່ງໆ
ແນ້! ຜູ່ຍິງກ້ຽວເອງ ບໍ່ຕ້ອງຄຸຍ

• ເກາະ ກ້ຽວກ່ຽວແຂນ
ດັ່ງຍູງຣຳແພນ ອວດອົ່ງສາຍສຸຍ
ຊື້ຂອງບໍ່ອັ້ນ ເອົານີ້ເອົານັ້ນ ເອົານັ້ນເອົານີ້
ຕະລຸຍຫຍຸ້ງກັນແທ້ໆເວີ້ຍ ຊື້ໄດ້ຊື້ດີ…

3) ຕື່ນຂຶ້ນມາ ລ້າງໜ້າດ້ວຍ “ມົ່ງຕາກູ່”
ຕົກບ່າຍຫາດູ ຊື້ແພຊື້ຜ້າຢ່າງດີ
ພໍຄໍ່າຍໍ່າແດນ”ໄນຄລັບ” ສັ່ງກັບມາແກ້ມ”ວິສກີ້”
ແຕ່ລະທີຈ່າຍເງິນ ຈົນໜ້າເຫີຍ

• ເງິນ ກ້ຽງກະເປົາ
ຂ້າເລີຍຊົມເຊົາ ເພື່ອນຍິງເພີກເສີຍ
ເຫັນບໍ່ລະ ເຫັນບໍ່ລະໆໆ ເພື່ອນຊາຍເອີ້ຍ
ຫວາງແທ້ໆເວີ້ຍ ພົ້ນເຄາະເພາະຈົນ…

4) ຫາກມີເງິນ ຄົງມາຫາຫຍຸ້ງສຸງສິງ
ເປັນສຸກຈິງໆ ຜູ່ຍິງໜີໜ້າຍາມຈົນ
ຈະໄດ້ບໍ່ມີເຣື່ອງງໍ້ ໃຫ້ໃຈມີຂໍ້ໝົ່ນໆ
ສິ້ນກັງວົນ ພົ້ນເຄາະເພາະອັບຈົນ…

ໂນຕເພງ “ພົ້ນເຄາະເພາະຈົນ”
ວິດີໂອໂນຕບັນເລງເພງ “ພົ້ນເຄາະເພາະຈົນ”

ເພງ “ລາກ່ອນດອກຟ້າ”

ເນື້ອຮ້ອງ & ທຳນອງ : ສົມເພັຊ ເພັຊວິນຍານ (~1970)
ນັກຮ້ອງຕົ້ນສະບັບ : ສົມເພັຊ ເພັຊວິນຍາ

ວິດີໂອດົນຕຣີບັນເລງເພງ “ລາກ່ອນດອກຟ້າ”

1) ຈົນ… ແສນຈົນເຫຼືອດີ
ຟ້າບໍ່ປຣານີ ຈຶ່ງມີແຕ່ຄວາມຊໍ້າ
ສິ້ນຮັກເຮົາ ງຽບເຫງົາສຸດແສນຣະກັມ
ຟ້າຊ່າງໃຈດຳ ຟ້າທຳຈົນດິນເສົ້າໝອງ

2) ໄກ… ຂໍໄກຄົນງາມ
ອ້າຍຊົ່ວເລວຊາມ ບໍ່ຄວນຄູ່ຄຽງນ້ອງ
ດອກຟ້າແພງ ເຫຼືອເກີນປຽບເໝືອນເງິນທອງ
ຊາວໄພ່ຢ່າປອງ ຕັດໃຈລືມນ້ອງເສັຽທີ

• ບຸນອ້າຍບໍ່ມີ ຊາດນີ້ນ້ອຍວາສນາ
ເປັນຄົນທັມມະດາ ຟ້າຍິງເຄີຍຮູ້ດີ
ຫາກຍັງຝືນຮັກ ຄົງຂວາງປຣະເພນີ
ຈົ່ງເຊົາຮັກທີ່ມີ ຮັກນີ້ຕ່າງສັກດາ

3) ລາ… ຂໍລາເຫີນຫ່າງ
ດ້ອຍຄ່າທຸກຢ່າງ ບໍ່ສົມຄູ່ນາງຟ້າ
ເຈັບແລ້ວຈຳ ຂໍຈຳຕຣາບສູນຊີວາ
ລາກ່ອນດອກຟ້າ ຊາດໃດຢ່າໄດ້ພົບກັນ…

(ເວົ້າ) “ເຂົາຄືຊາວຟ້າ ຍອດປຣາຖນາ ຂອງຊາວດິນ
ຂໍລາແລ້ວ ແກ້ວຕາ ຢ່າອາວອນ
ຂໍລາກ່ອນ ຍອດຮັກ ຮັກແທ້ຈິງ
ຂໍລາພາກ ຈາກກັນ ສິ້ນກັນພຽງນີ້
ຂໍລາທີ ຮັກທີ່ຫຼົງ ຈົ່ງສລາຍ…”

ໂນຕເພງ “ລາກ່ອນດອກຟ້າ”
ວິດີໂອໂນຕບັນເລງເພງ “ລາກ່ອນດອກຟ້າ”

ເພງ “ນຶ່ງອ້າຍຊາຍດຽວ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (~1970)
ນັກຮ້ອງຕົ້ນສະບັບ : ບັງອອນ

ວິດີໂອດົນຕຣີບັນເລງເພງ “ນຶ່ງອ້າຍຊາຍດຽວ”

1) ຊາຍອື່ນ ໝື່ນແສນ
ມາຈາກເມືອງແຖນ ເມືອງແມນແດນສວັນ
ບໍ່ເຄີຍບໍ່ເຄີຍ ຈະຄິດຜູກພັນ
ບໍ່ຢາກໄດ້ເປັນມິ່ງຂວັນ ບໍ່ຝັນແມ່ນຍາມນິທຣາ

2) ຊາຍນຶ່ງ ເທົ່ານີ້
ເປັນຍອດຊາຕຣີ ເປັນທີ່ປຣາຖນາ
ບໍ່ລືມບໍ່ລືມ ພໍສ້ຽວເວລາ
ຢາກຢູ່ເປັນຄູ່ສເນຫາ ໄກຕາຄົງໝອງຣຶດີ

• ດາວເດືອນເກື່ອນຟ້າ ແຜ່ນພະສຸທາ
ເງິນທອງເຂົ້າຂອງ ມາກມີ
ບໍ່ໄດ້ກະຕຸກຕຸ້ນເຕືອນ ລືມອ້າຍຈັກດີ້
ຍິ່ງຮັກຍິ່ງຫວງເຕັມທີ ຢາກໃຫ້ນາຣີມີນ້ອງຄົນດຽວ

3) ຊາຍນຶ່ງ ເທົ່ານັ້ນ
ທີ່ນ້ອງໃຝ່ຝັນ ຄືນວັນຜູ່ດຽວ
ຫຼັບຕາມືນຕາ ຢາກເຫັນຊາຍດຽວ
ບໍ່ຢາກໃຫ້ໃຜມາຫຼຽວ ກົມກຽວກ່ຽວກ້ຽວອ້າຍເລີຍ…

ໂນຕເພງ “ນຶ່ງອ້າຍຊາຍດຽວ”
ວິດີໂອໂນຕບັນເລງເພງ “ນຶ່ງອ້າຍຊາຍດຽວ”

ເພງ “ເບື້ອງຫຼັງຍັງຝັງໃຈ”

ເນື້ອຮ້ອງ & ທຳນອງ : ຄຳແພງ ຈຸນລະມະນີ (≃1967)
ນັກຮ້ອງຕົ້ນສະບັບ : ພອນເທພ ເທພພິທັກສ໌

ວິດີໂອດົນຕຣີບັນເລງເພງ “ເບື້ອງຫຼັງຍັງຝັງໃຈ”

1) ດວງໃຈໃນຊີວີ ນ້ອງຈົ່ງຊົງຈຳໃຫ້ດີ
ອ້າຍຄວນເພງນີ້ ເພາະເຮົານັ້ນມີເບື້ອງຫຼັງ
ທີ່ຍັງຝັງດວງຈິດ ສຖິດໃຫ້ຄິດພະວັງ
ເໝືອນດັ່ງບົນຂອບຟ້າ ທີ່ຮັກຜືນພະສຸທາ

2) ດວງໃຈໃນຊີວັນ ນ້ອງລືມຫຼືຄຳສາບານ
ທີ່ປະຕິຍານ ສັມພັນຮັກປຣາຖນາ
ນ້ອງມາລືມຫໍຫ້ອງ ຄອງສຸກສນຸກອຸຣາ
ອ້າຍໝອງໝົ່ນຜວາ ເໝືອນນາສິ້ນຄົນໃຍດີ

• ຂາດນ້ອງຄົນດຽວ ຮື… ແສນປ່ຽວອຸຣາ
ປຽບເໝືອນດວງຈັນທຣາ ເມື່ອຍາມສິ້ນແສງສຸຣີ
ຂ້າມອງເງົາຕົວເອງ ຫວັ່ນເກງເພາະຕໍ່າສັກສີ
ຮັກຈຶ່ງເມີນໜ່າຍໜີ ຫົວໃຈແສນທໍຣະມານ

3) ນາງຄົງລືມຄວາມດີ ຮັກມີພະລັງອາຍກິ່ນ
ທີ່ເຄີຍຖວິນ ສິ້ນຄວາມເຍື່ອໃຍສົງສານ
ຮັກເຄີຍຫວານສນິດ ດວງຈິດອຸທິດທຸກວັນ
ຄ້າຍເໝືອນດາວຕ່າງຝັນ ອຳພາງໃຫ້ໝອງຊີວາ…

ໂນຕເພງ “ເບື້ອງຫຼັງຍັງຝັງໃຈ”
ວິດີໂອໂນຕບັນເລງເພງ “ເບື້ອງຫຼັງຍັງຝັງໃຈ”

ເພງ “ເຮົາບໍ່ຄວນພົບກັນ”

ເນື້ອຮ້ອງ & ທຳນອງ : ສົມລິຕ ພັນນະວົງສ໌ (≃1970)
ນັກຮ້ອງຕົ້ນສະບັບ : ສົມລິຕ ພັນນະວົງສ໌

ວິດີໂອດົນຕຣີບັນເລງເພງ “ເຮົາບໍ່ຄວນພົບກັນ”

1) ບໍ່ຄິດບໍ່ຝັນ ພົບກັນແລ້ວຈະຕ້ອງຈາກ
ພຽງເຣີ່ມຈະຮັກ ກໍມາຕ້ອງຈາກກັນໄກ
ນ້ອງວ່າມີ ພັນທະຫົວໃຈ
ປະເພນີກັ້ນໄວ້ ອ້າຍຕ້ອງຕຣົມໂສກສັນ

2) ບໍ່ຄິດບໍ່ຝັນ ພົບກັນແລ້ວຈະຕ້ອງຫ່າງ
ພຽງເຣີ່ມກໍຈາງ ເລືອນລາງເໝືອນດັ່ງຄວາມຝັນ
ເຮົາບໍ່ຄວນ ຈະຄິດຮອດກັນ
ໂອ້ຄວາມຮັກເຮົານັ້ນ ນ້ອຍບຸນແລະວາສນາ

• ຍາມນີ້ ເໝືອນນ້ອງຢູ່ບົນສວັນ ສ່ວນຕົວອ້າຍນັ້ນ ຢູ່ພື້ນພະສຸທາ
ກໍມີຊ່ອງຫວ່າງ ຂຶ້ນທີ່ກາງເວຫາ
ຍາມຄິດຮອດແກ້ວຕາ ບໍ່ອາດໄປມາຫາກັນ

3) ບໍ່ມັກຈະຝັນ ພົບກັນຄັ້ງໃນອະດີດ
ພຣົມຊ່າງລິຂິດ ແກ້ງເຮົາໃຫ້ຕຣົມໂສກສັນ
ເຮົາບໍ່ຄວນ ຈະມາພົບກັນ
ດ້ວຍການພົບເຮົານັ້ນ ພົບກັນແລ້ວຕ້ອງຈາກໄປ…

ໂນຕເພງ “ເຮົາບໍ່ຄວນພົບກັນ”
ວິດີໂອໂນຕບັນເລງເພງ “ເຮົາບໍ່ຄວນພົບກັນ”

ເພງ “ລືມໄລບ້ານປ່າ”

ເນື້ອຮ້ອງ & ທຳນອງ : ສ. ບົວລະພັນ (≈1965)
ນັກຮ້ອງຕົ້ນສະບັບ : ສ. ບົວລະພັນ

ວິດີໂອດົນຕຣີບັນເລງເພງ “ລືມໄລບ້ານປ່າ”

1) ລືມໄລບ້ານປ່າ ແລ້ວບໍ່ນົງເຍົາ
ບ່ອນທີ່ເຄີຍທຸກໆແລງເຊົ້າ ບ່ອນເຈົ້າເຄີຍຢູ່ກ່ອນນັ້ນ
ໄປຢູ່ວຽງວັງ ລືມບ້ານຫຼັງແລ້ວບໍ່ນົງຄານ
ໄດ້ໄປຢູ່ນະຄອນວຽງຈັນ ລືມບ້ານເກົ່າແລ້ວຫຼືໃດ

2) ປູປາກຸ້ງຊິວ ທີ່ເຈົ້າເຄີຍຈ່ອມ
ລືມແລ້ວບໍຣົດກິ່ນແກງອ່ອມ ກິ່ນຫອມປາລ້າປາໄຫຼ
ໄດ້ກິນອັນດີ ລືມແລ້ວຕິປານ້ອຍຖືກໄຊ
ໄດ້ກິນປາທະເລກຸ້ງໃຫຍ່ ລືມໄລແລ້ວບໍ່ບ້ານນາ

• ເຈົ້າຄົງລືມເສັຽສິ້ນ ລືມຖິ່ນທີ່ເຄີຍ
ຈຶ່ງບໍ່ເຫັນເຈົ້າກ່າວອ້າງເອີ່ຍ ເຖິງເລີຍບ້ານດົງບ້ານປ່າ
ໄດ້ມີຄວາມສຸກຄົງລືມທຸກ ໄປແລ້ວແກ້ວຕາ
ລືມຄວາມຮັກລືມຄຳສັນຍາ ລືມວາຈາໄປແລ້ວບໍ່ນາງ

3) ແດນດົງບ້ານປ່າ ຂອງເຈົ້າຍັງຄອງ
ໄປຢ້ຽມຢາມແນ່ເດີນວນນ້ອງ ອ້າຍຄອງດ້ວຍໃຈອ້າງຫວ້າງ
ຫາກຍັງບໍ່ລືມ ຈົ່ງໄດ້ຄືນບ້ານເກີດເຖີດນາງ
ຢ່າຕັດໃຈໜີໄກເຫີນຫ່າງ ນວນນາງຂໍຈົ່ງລ້ຽວຄືນ…

ໂນຕເພງ “ລືມໄລບ້ານປ່າ”
ວິດີໂອໂນຕບັນເລງເພງ “ລືມໄລບ້ານປ່າ”