“ເພງລາວອະມະຕະ – ຊຸດທີ່ 06”

ເປີດເບິ່ງໜ້າປຶ້ມເພງ ຊຸດທີ່ 06
ສາຣະບານເພງລາວ ຊຸດທີ່ 06
(ເລີ່ມຕົ້ນເຜີຍແຜ່ ວັນທີ່ 06 ທັນວາ 2019)

 251 - ວິມານວຽງທອງ
 252 - ທາງຊີວິດ
 253 - ຄິດຄະນຶງເຖິງບ້ານ
 254 - ຫ່ວງວຽງຈັນ
 255 - ຊຽງຂວາງແຫ່ງຄວາມຫຼັງ
 256 - ຫາດຊາຍສວັນ
 257 - ນ້ອງສາວເຈົ້າຢູ່ໃສ
 258 - ເພາະຮັກ
 259 - ຈະຄອຍຂວັນໃຈ
 260 - ນິມິດພິສວາດ
 261 - ຮັກເພື່ອຊໍ້າ
 262 - ແສງເດືອນໃນອະດີດ
 263 - ກ້ຽວສາວງື່ມ
 264 - ສົມຣົສສົມຮັກ
 265 - ເຫຼືອແຮງຮັກ
 266 - ຢ່າຫຼົງ
 267 - ເທວີສວັນ
 268 - ສື່ຮັກຈາກສາຍຕາ
 269 - ເຕືອນສາວດາວສມັຍ
 270 - ໂຊກຕ່າງລ່າງ
 271 - ຈ່າຕຣີລຳພັນ
 272 - ວອນນ້ອງກັບຄືນ
 273 - ທັມມະຊາດເມືອງສຸ້ຍ
 274 - ກ່ອນຈາກ
 275 - ພິສວາດເມືອງຫລວງ
 276 - ນີ້ຫຼືຮັກຈິງ
 277 - ໃຜລວງໃຜ
 278 - ພຽງຜິດນັດ
 279 - ສິ້ນສັ່ງຈາກໄປ
 280 - ສັ່ງຍາດສູ່ແນວໜ້າ
 281 - ບ້ານນາຜາສຸກ
 282 - ລືມໄລບ້ານປ່າ
 283 - ເຮົາບໍ່ຄວນພົບກັນ
 284 - ເບື້ອງຫຼັງຍັງຝັງໃຈ
 285 - ນຶ່ງອ້າຍຊາຍດຽວ
 286 - ລາກ່ອນດອກຟ້າ
 287 - ພົ້ນເຄາະເພາະຈົນ
 288 - ລັກມັກ
 289 - ລົມໜາວສາວຈົ່ມ
 290 - ໜຸ່ມໜ້າໜາວ
 291 - ຢ່າເຊື່ອ
 292 - ຫຼັງສາກ
 293 - ສວັນສລາຍ
 294 - ຢ່າເຊື່ອຜູ່ຊາຍ
 295 - ສາວໜ້າໜາວ
 296 - ຮັກອີ່ຫຼີບໍ່?
 297 - ພາບນ້ອຍແທນນາງ
 298 - ຮັກນ້ອງແທ້
 299 - ນໍ້າຕາຊາຍ
 300 - ໜາວໃຈ
 

ເພງ “ໜາວໃຈ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (∼19??)
ນັກຮ້ອງຕົ້ນສະບັບ : ຈັນສມອນ ສິນບັນດິດ

ວິດີໂອດົນຕຣີບັນເລງເພງ “ໜາວໃຈ”


1) ລົມ ໜາວໂຊຍໂບຍສະບັດ
ແລດູທິວທັດ ສວຍງາມວິໄລ
ໜາວ ໜາວເຢັນເຂົ້າຫົວໃຈ
ຊ່າງບໍ່ມີໃຜ ສ່ອງເຫັນໃຈໄດ້

2) ໜາວ ໜາວໃຈໃຈຈະຂາດ
ໂທ້ທັມມະຊາດ ຊ່າງໜາວຢູ່ໄດ້
ລົມ ພັດຜ່ານຄັ້ງໃດ
ຈິດນ້ອງສັ່ນສາຍ ໃຈນ້ອງແທບຂາດຮອນ

• ຝີງໄຟ ກໍບໍ່ຄາຍ
ຫົ່ມຜ້າທົ່ວກາຍ ໃຈນ້ອງຍັງອາວອນ
ຈຶ່ງໄດ້ແຕ່ ອ້ອນວອນ
ຂໍພອນເທວາ ໄດ້ເມຕຕາເອັນດູ

3) ແມ່ນ ຊາຍໃດຍັງຢູ່ປ່ຽວ
ໂປຣດໄດ້ແລຫຼຽວ ຮັກມາຊື່ນຊູ
ມາ ຮ່ວມຮຽງຄຽງຄູ່
ຢູ່ຮ່ວມກັນໄປ ໜາວໃຈຕ້ອງທະລາຍ…

ໂນຕເພງ “ໜາວໃຈ”
ວິດີໂອບັນເລງເພງ “ໜາວໃຈ”

ເພງ “ນໍ້າຕາຊາຍ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (∼1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ນໍ້າຕາຊາຍ”

1) ຢົດນໍ້າຢາດຍ້ອຍ ໄຫຼລອຍໄປທົ່ວນັຍຕາ
ບົ່ງບອກສັນຍາ ເຖິງຄວາມຣະທົມໝອງໄໝ້
ສຸດຈັ້ງສຸດທົນ ສຸດຕ້ານຕໍ່ໄຫວ
ມັນເຈັບມັນຊໍ້າພຽງໃດ ຢົດນໍ້າຕາຊາຍຈຶ່ງໄຫຼຫຼາກລິນ

2) ສຸດຮັກສຸດແຄ້ນ ແໜ້ນເຫຼືອຈະເອີ່ຍຣຳພັນ
ເມື່ອຄຳສາບານ ເມື່ອຄວາມສັມພັນສູນສິ້ນ
ຢົດນໍ້າຈາກໃຈ ຈຶ່ງໄຫຼຫຼາກລິນ
ມັນຫຼັ່ງໃຫ້ຟ້າໄດ້ຍິນ ປະກາດໃຫ້ດິນຮັບຮູ້ຄວາມນັຍ

• ອົດສາເຝົ້າຮັກ ດ້ວຍຫົວໃຈຈິງ
ຮັກເໜືອທຸກສິ່ງ ຮັກຍິ່ງກວ່າຮັກໃດໆ
ພຽນເຝົ້າຖນອມ ເຝົ້າຄອຍຫ່ວງໃຍ
ແຕ່ນາງກໍຍັງທຳໄດ້ ໂທ້ໃຈໜໍໃຈຂອງຄົນ

3) ຢົດນໍ້າຢາດຍ້ອຍ ໄຫຼລິນຄ່ອຍໆອາບໜ້າ
ນັ້ນຄືສັນຍາ ຂອງຄວາມຣະທົມໝອງໝົ່ນ
ຫຼັ່ງແລ້ວໃຫ້ນາງ ຈົນສິ້ນກມົນ
ມັນຫຼັ່ງດັ່ງນໍ້າເອີ່ລົ້ນ ຫຼັ່ງໃຫ້ແກ່ຄົນຫົວໃຈໂລເລ…

ໂນຕເພງ “ນໍ້າຕາຊາຍ”
ວິດີໂອບັນເລງເພງ “ນໍ້າຕາຊາຍ”

ເພງ “ຮັກນ້ອງແທ້”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1960)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ຮັກນ້ອງແທ້”

1) ບໍ່ເຫັນນ້ອງ ມັນເປັນເຫງົາໆ
ບໍ່ພົບເຈົ້າ ເສົ້າໆຊຶມໆ
ຈະຢູ່ໃສ ບໍ່ລືມບໍ່ລືມ
ຮັກຂຶ້ນຕື່ມ ທຸກວັນທຸກວັນ

2) ບໍ່ເຫັນໜ້າ ຍິ່ງພາໃຫ້ໝອງ
ຢ້ານນວນນ້ອງ ລອຍລ່ອງເຫຫັນ
ຢ້ານທີ່ຮັກ ຈະຫັກສັມພັນ
ແມ່ນຮັກສະບັ້ນ ຈະກັ້ນໃຈຕາຍ

• ຮັກນ້ອງແທ້ ບໍ່ແປປ່ຽນແປງ
ຢ່າຫວາດຣະແວງ ອ້າຍຈະປ່ຽນໃຈ
ຂໍພຽງນ້ອງ ຢ່າລ່ອງລອຍໄປ
ປ່ຽນອົກປ່ຽນໃຈ ປ່ຽນຊາຍໝາຍປອງ

3) ຢາກພົບເຈົ້າ ຢາກເວົ້າລົມນຳ
ເຊົ້າສວາຍຄໍ່າ ຢາກລໍ່າແລນ້ອງ
ຢາກເຊີຍຊິດ ສນິດເນື້ອທອງ
ສຽງເພງກ້ອງ ໂປຣດນ້ອງຈົ່ງເຫັນໃຈ…

** ສຽງເພງກ້ອງ ໂປຣດນ້ອງຈົ່ງເຫັນໃຈ…
ສຽງເພງກ້ອງ ໂປຣດນ້ອງຈົ່ງເຫັນໃຈ…
ຮັກນ້ອງແທ້ໆ!

ໂນຕເພງ “ຮັກນ້ອງແທ້”
ວິດີໂອບັນເລງເພງ “ຮັກນ້ອງແທ້”

ເພງ “ພາບນ້ອຍແທນນາງ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ພາບນ້ອຍແທນນາງ”

1) ພາບແຜ່ນນ້ອຍທີ່ນາງມອບໃຫ້ ເຕືອນໃຈຄາວນັ້ນ
ຊັກພາໃຫ້ຝັນ ທຸກວັນແລະຄືນ
ຍາມຣຶທັຍອ້າຍທຸກຕຣົມ ຣະທົມຂົມຂື່ນ
ເຫັນພາບແລ້ວຊື່ນ ສິ້ນໝອງ

2) ພາບແຜ່ນນີ້ມີຮອຍສລັກ ຄວາມຮັກແອບແຝງ
ອ້າຍເຝົ້າແຕ່ແຍງ ດ້ວຍໃຈໝາຍປອງ
ຫຼົງລະເມີກອດພາບນາງ ແນບຂ້າງຄຽງຄອງ
ຈູບພາບແທນນ້ອງ ທຸກວັນ

• ຫາກມີມົນ ຄາຖາສັກສິດ
ຈະເສກສັນຊີວິດ ໃຫ້ສະຖິດໃນພາບນັ້ນ
ແມ່ນໃຈນ້ອງແປຜັນ ມີຮັກອື່ນສັມພັນ
ຈະເອົາພາບນັ້ນ ແທນນາງ

3) ຊົມແຕ່ພາບຍັງຊາບຊຶ້ງໃຈ ຣຶທັຍສິ້ນໝອງ
ແມ່ນເປັນເຈົ້າຂອງ ອ້າຍຊົມມິຈາງ
ຂໍຊິດເຊີຍແຕ່ພາບດຽວ ຮັກດຽວພຽງນາງ
ຈົນກວ່າຄວາມຫວັງ ສົມປອງ…

ວິດີໂອໂນຕບັນເລງເພງ “ພາບນ້ອຍແທນນາງ”

ເພງ “ຮັກອີ່ຫຼີບໍ່?”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງ (1968)
ນັກຮ້ອງຕົ້ນສະບັບ : ຈ. ປຣະຈັກໃຈ

ວິດີໂອດົນຕຣີບັນເລງເພງ “ຮັກອີ່ຫຼີບໍ່?”

1) ຮັກອີ່ຫຼີບໍ່ ນ້ອງເອີຍ
ອ້າຍຍັງບໍ່ເຄີຍ ຮັກໃຜມາກ່ອນ
ແມ່ນຮັກອີ່ຫຼີ ຄົນດີຢ່າແງ່ຢ່າງອນ
ຫາຄູ່ຫຼັບນອນ ເປັນຄູ່ຊ້ອນຍາມນິທຣາ

2) ຮັກອີ່ຫຼີບໍ່ ນ້ອງສາວ
ຍາມນີ້ເຖິງຄາວ ຍາມໜາວວຽນມາ
ແມ່ນຮັກອີ່ຫຼີ ວັນດີຄືນດີວິວາ
ຂັນໝາກແຫ່ມາ ສົມປຣາຖນາດັ່ງໃຈ

• ຢ້ານຮັກບໍ່ຈິງ ບໍ່ຈິງຈຶ່ງຮ້ອງເພງຖາມ
ຢ້ານນ້ອງຄົນງາມ ຄົນງາມປ່ຽນໃຈຮັກໃໝ່
ຢ້ານຮັກບໍ່ແທ້ ແນ່ວແນ່ຄິດແຕ່ລວງຊາຍ
ຢ້ານນ້ອງກັບກາຍ ອ້າຍຕ້ອງໜາວຕາຍແນ່ໆ

3) ຮັກອີ່ຫຼີບໍ່ ຄົນສວຍ
ອ້າຍເສັຽຫົວຄວາຍ ກິນດອງກັນແທ້
ແມ່ນຮັກອີ່ຫຼີ ຍິນດີຈັດຫາເຖົ້າແກ່
ຂໍນຳພໍ່ແມ່ ແຕ່ງດອງກັນແທ້ດວງໃຈ…

ໂນຕເພງ “ຮັກອີ່ຫຼີບໍ່?”
ວິດີໂອໂນຕບັນເລງເພງ “ຮັກອີ່ຫຼີບໍ່?”

ເພງ “ສາວໜ້າໜາວ”

ເນື້ອຮ້ອງ & ທຳນອງ : ຄຳຫລ້າ ໜໍ່ແກ້ວ (1965)
ນັກຮ້ອງຕົ້ນສະບັບ : ແກ້ວມະນີຄອນ

ວິດີໂອດົນຕຣີບັນເລງເພງ “ສາວໜ້າໜາວ”

1) ເມື່ອເວລາ ໜ້າໜາວ
ເອິກສາວ ໜາວຮ້ອນນອນສັ່ນ
ໜາວຈົນ ສະບັ້ນ
ເມື່ອເຫມັນ ກັບຫັນພັດມາ

2) ຢູ່ຜູ່ດຽວ ປ່ຽວເຫງົາ
ໜາວ ໆ ໜາວຈວນຈຽນບ້າ
ໜາວຍາມ ນິທຣາ
ປ່ຽວອຸຣາ ສຸດຫາໃດແກ້ໜາວ

• ໜາວລົມ ຫົ່ມຜ້າ
ໃຜວ່າ ຈະອຸ່ນເອິກສາວ
ໜາວຫຼາຍ ໃຈເສົ້າ
ຄອຍບ່າວ ບໍ່ມາຈັກທີ

3) ຫາກໄດ້ຍິນ ເພງຫວນ
ຂໍຊວນ ເຊີນມາທາງພີ້
ສົງສານ ຂ້າທີ
ຊ່ອຍນ້ອງທີ ວິວາກັນແກ້ໜາວ…

ໂນຕເພງ “ສາວໜ້າໜາວ”
ວິດີໂອໂນຕບັນເລງເພງ “ສາວໜ້າໜາວ”

ເພງ “ຢ່າເຊື່ອຜູ່ຊາຍ”

ເນື້ອຮ້ອງ & ທຳນອງ : ຄຳຫລ້າ ໜໍ່ແກ້ວ (~1970)
ນັກຮ້ອງຕົ້ນສະບັບ : ນະຣຽມ

ວິດີໂອດົນຕຣີບັນເລງເພງ “ຢ່າເຊື່ອຜູ່ຊາຍ”

1) ຢ່າເຊື່ອຜູ່ຊາຍ ໜ້າໄຫວ້ຫຼັງຫຼອກ
ຍາມຮັກກໍບອກ ແຕ່ຄວາມຫວານໆ
ຜູ່ຊາຍຜູ່ຊາຍ ນັ້ນແຫຼະຍອດທໍຣະມານ
ສຸດແສນລຳຄານ ຈົນຄ້ານຈະພັນລະນາ

2) ຢ່າເຊື່ອຜູ່ຊາຍ ເສັຽດາຍລີ້ນລົມ
ຈະຊໍ້າຈະຕຣົມ ຈະເສັຽນໍ້າຕາ
ຜູ່ຊາຍຜູ່ຊາຍ ລ້ວນແຕ່ໃຊ້ກົນມານຍາ
ແສນເບື່ອລະອາ ໜັງໜ້າຜູ່ຊາຍ

• ຕໍ່ໜ້າ ສັນຍາສາບານ
ທັງໄຫວ້ທັງວານ ຢາກສົມໃຈໝາຍ
ສັນຍາຈະລົ້ມ ຈົມຫາຍບໍ່ທັນເທົ່າໃດ
ຍາມເຂົາຫ່າງໄກ ຫາໃໝ່ເຊີຍຊົມ

3) ຢ່າເຊື່ອຜູ່ຊາຍ ເຫັນຫຼາຍພາຍມາກ
ຄຳຫວານທີ່ປາກ ຈະພາຂື່ນຂົມ
ຢ່າເຊື່ອຜູ່ຊາຍ ເຂົາຫຼອກໃຫ້ຊໍ້າພຽງຊົມ
ທັງເຈັບທັງຕຣົມ ລົມປາກຜູ່ຊາຍ…

*/ ຢ່າເຊື່ອຜູ່ຊາຍ ຢ່າເຊື່ອຜູ່ຊາຍ

ໂນຕເພງ “ຢ່າເຊື່ອຜູ່ຊາຍ”
ວິດີໂອໂນຕບັນເລງເພງ “ຢ່າເຊື່ອຜູ່ຊາຍ”

ເພງ “ສວັນສລາຍ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1968)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ
ຮ້ອງປະສານສຽງໂດຍ : ນິດ ວິຈິຕວົງ ແລະ ພົງສວັນ ສ. ຜາບມີໄຊ

ວິດີໂອດົນຕຣີບັນເລງເພງ “ສວັນສລາຍ”

1) ອັນຄວາມຮັກໃດ ຈະໃຫຍ່ຍິ່ງໜັກ ເກີນຮັກຂອງເຮົາ
ເໜືອຄວາມຮັກເຮົາ ເໜືອໃຈຂອງເຮົາ ຈະມີຢູ່ໃສ
ເມື່ອຍາມເຮົາສອງ ຮ່ວມຄອງສາບານ ຮ່ວມສັນຍາໃຈ
ສຸກໃດຊື່ນໃດ ຫອມໃດຫວານໃດ ຈະທຽມທຽບທັນ…

2) ອ້າຍບອກຮັກນ້ອງ ນ້ອງຕອບຮັກອ້າຍ ໃຈຮັກລອຍລິ່ວ
ສອງໃຈພັດປິວ ສອງໃຈລອຍລິ່ວ ສູ່ສວງສວັນ
ລືມຄວາມໝົ່ນໝອງ ລືມຄວາມທຸກຕຣົມ ຂອງໂລກສິ້ນພລັນ
ເໝືອນໃນຍາມນັ້ນ ໂລກເປັນສວັນ ຂອງເຮົາສອງຄົນ…

• ນ້ອງໃຫ້ແຮງໃຈ ອ້າຍມຸ່ງແຮງຫວັງ ຕັ້ງມານະສູ້
ເພື່ອຊີວິດຄູ່ ເພື່ອຄວາມເປັນຢູ່ ຂອງເຮົາສອງຄົນ
ໂອ້ທາງສວັນ ທີ່ເຮົາຮ່ວມກັນ ວາດໄວ້ໃຫຍ່ລົ້ນ
ຕ້ອງມາມືດມົນ ສັບສົນວົນວຽນ ໃຜປ່ຽນຫົວໃຈ…

3) ໃຜຜິດສັນຍາ ຜິດຄຳວ່າຮັກ ວ່າຮັກໜຽວໝັ້ນ
ຮັກດຽວຊົ່ວກາລ ຊົ່ວດວງຊີວັນ ຈະແຫຼກສລາຍ
ຜູ່ໃດກັນໜໍ ທີ່ລືມນໍ້າຄຳ ລືມສັນຍາໃຈ
ທີ່ເຄີຍວ່າໄວ້ ຈະເປັນໂສ້ໃຈ ຂອງກັນແລະກັນ…

ໂນຕເພງ “ສວັນສລາຍ”
ວິດີໂອໂນຕບັນເລງເພງ “ສວັນສລາຍ”

ເພງ “ຫຼັງສາກ”

ເນື້ອຮ້ອງ & ທຳນອງ : ພູວາ ວໍຣະເທດ (≲1970)
ນັກຮ້ອງຕົ້ນສະບັບ : ສີເມືອງ ສຸວັນລາສີ

ວິດີໂອດົນຕຣີບັນເລງເພງ “ຫຼັງສາກ”

1) ພາຍໃນດວງຕາ ຂອງນາງນັ້ນບອກ ບອກກັບອ້າຍວ່າ
ຈະບໍ່ໃຝ່ຫາ ຍອດຊາຍ ຄົນອື່ນມາຄອງ
ນ້ອງເອງ ສາບານ ຈະບໍ່ມີສອງ
ອ້າຍຈຶ່ງ ປະຄັບປະຄອງ ເທີດທູນຂວັນໃຈ

2) ພຽງນາງຄົນດຽວ ທີ່ຊາຍມອບຈິດ ຊີວິດຍຶດໝັ້ນ
ຈະບໍ່ແປຜັນ ຮັກນາງ ຊົ່ວຊີບມະລາຍ
ວິ່ງວອນ ຮັກເຮົາ ຈົ່ງຢ່າສລາຍ
ກ່ອນທີ່ ອ້າຍຈະຈາກໄປ ຕ່າງແດນຈະກັບມາ

• ສຽງສັ່ງຂອງອ້າຍ ເໝືອນບອກ ໃຫ້ນາງມີໃໝ່
ຍາມເມື່ອ ອ້າຍຢູ່ຫ່າງໄກ ນ້ອງນາງກໍລືມສັນຍາ
ນ້ອງຄົງ ສິ້ນຮັກ ສິ້ນຄວາມເມດຕາ
ອ້າຍຈຶ່ງ ຊອກຊໍ້າອຸຣາ ກາຍາໝອງຊວງ

3) ພຽງນາງຄົນດຽວ ທີ່ຊາຍຄິດວ່າ ຈະບໍ່ຜັນແປ
ແຕ່ເຫດຈິງແທ້ ນ້ອງນາງ ນັ້ນແຫຼະຈອມລວງ
ເພື່ອນາງ ອ້າຍເອງ ຈະບໍ່ຂັດຂວາງ
ແຕ່ຢ່າໃຫ້ຄົນ ເຂົາລວງເໝືອນ ນາງລວງອ້າຍເຖີດເອີຍ…

ໂນຕເພງ “ຫຼັງສາກ”
ວິດີໂອໂນຕບັນເລງເພງ “ຫຼັງສາກ”