ເພງ “ສາວສະຜ່າຍ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ສາວສະຜ່າຍ”

1) ໄດ້ຂ່າວວ່າສາວດົງໂດກ ບ້ານເກິນງາມເດັ່ນ
ແຕ່ບາດວ່າໄດ້ມາເຫັນ ສາວງາມບ້ານນຶ່ງບໍ່ທຳມະດາ
ສີບໍ່ຕ້ອງແຕ່ງແກ້ມຍັງແດງໆ ແປ້ງບໍ່ເຄີຍທາ
ແຕ່ກໍຍັງງາມບາດຕາ ແຖມຍັງມີໜ້າຍິ້ມແຍ້ມແຈ່ມໃສ

2) ບໍ່ແມ່ນຖແລງແປງຄວາມ ຫາມາຍົກຍ້ອງ
ສາວງາມບ້ານຢູ່ແຄມຂອງ ໃຜເຫັນຍັງຕ້ອງຫຼົງນອນຫຼັບໃຫຼ
ໃຜໄປບໍ່ແວ່ເສັຽໃຈຕັ້ງແຕ່ ມື້ເກີດຈົນຕາຍ
ນີ້ລະຄືສາວໝູ່ບ້ານສະຜ່າຍ ສືບສາຍສວຍງາມແມ່ຍ່າມະໂລງ

• ຈະອວດສີມື ກໍນັບວ່າລືວ່າເດັ່ນ
ຫຍິບປັກຖັກຮ້ອຍກໍເປັນ ແຖມຍັງສວຍເດັ່ນເຫັນລືມບໍ່ລົງ
ສີມືຕໍ່າແຜ່ນຢູ່ໃນດິນແດນ ແຄວ້ນຍ່າມະໂລງ
ຍົກໃຫ້ແມ່ສາວຄີ້ວກົ່ງ ຫຼານຍ່າມະໂລງເທົ່ານັ້ນ

3) ປູ່ບາຈຽງຫຼົງ ຮັກຍ່າມະໂລງລົ້ນຈິດ
ຂ້ອຍເອງກໍຢາກເປັນມິດ ກັບສາວສະຜ່າຍມານານແສນນານ
ຂໍວິນຍານປູ່ບາຈຽງຊ່ວຍຊູ ຫາຄູ່ໃນຝັນ
ໃຫ້ກັບໜຸ່ມນ້ອຍວຽງຈັນ ມາເປັນເຂີຍປູ່ບາຈຽງ…

ໂນຕເພງ “ສາວສະຜ່າຍ”
ດົນຕຣີບັນເລງເພງ “ສາວສະຜ່າຍ” ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970) ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ
ວິດີໂອໂນຕບັນເລງເພງ “ສາວສະຜ່າຍ”

ເພງ “ເບື່ອຜູ່ຍິງ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ເບື່ອຜູ່ຍິງ”

1) ເຊື່ອບໍ່ໄດ້ ດອກໃຈຍິງ
ຮັກຈິງ ເຂົາມີພຽງແຕ່ປາກ
ນໍ້າໃຈຍິງ ນີ້ມັນເຊື່ອຍາກ
ເພາະໃຈກັບປາກ ມັນບໍ່ຕົງກັນ

2) ເກີດມາເປັນ ຫົວອົກຜູ່ຊາຍ
ຕ່າງກໍໝາຍ ໃຈຮັກໝັ້ນ
ແຕ່ໃຈຍິງ ເຂົາມີທີ່ແບ່ງປັນ
ຮັກຈິງພຽງວັນ ບໍ່ນານກໍຫາຍ

• ນໍ້າໃຈຜູ່ຍິງ ຫຼຽວຫາຍາກຈະສ່ອງເຫັນ
ຫຼອກກັນທັງເປັນ ເຫັນມາແລ້ວນັບບໍ່ໄດ້
ມັນເປັນຄວາມຈິງ ຍິງຄົນທີ່ຫວັງຫຼອກຊາຍ
ຢູ່ພາຍໃນ ໃຈເຂົາບໍ່ແນ່ນອນ

3) ເບື່ອຜູ່ຍິງ ທີ່ບອກວ່າຮັກ
ແຕ່ບໍ່ນານໜັກ ກໍຄາຍຮັກເຮົາໄປກ່ອນ
ນໍ້າໃຈຍິງ ນີ້ບໍ່ແນ່ນອນ
ຂໍລາໄປກ່ອນ ເບື່ອແລ້ວລະຜູ່ຍິງ…

ໂນຕເພງ “ເບື່ອຜູ່ຍິງ”
ດົນຕຣີບັນເລງເພງ “ເບື່ອຜູ່ຍິງ” ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970) ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ
ວິດີໂອໂນຕບັນເລງເພງ “ເບື່ອຜູ່ຍິງ”

ເພງ “ຫິວ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ຫິວ”

(ໂອຍ… ຫິວ ຮື! ຫິວເດ ຫາເງິນກີບນຶ່ງກະບໍ່ມີ…ຮື)

1) ເກີດຫິວມາ ໄດ້ຕັ້ງສີ່ຫ້າວັນ
ແຕ່ຈາກສວັນ ມາເຖິງວຽງຈັນຄາວນີ້
ເງິນຢູ່ໃນຖົງ ຫຼືມັນກໍໝົດພໍດີ (ຊໍ້າ)
ຈົກຖົງໃດຫຼືກໍບໍ່ມີ ຊວຍເຕັມທີທີ່ມາວຽງຈັນ

2) ທ້ອງຂອງເຮົາ ຫຼືມັນກໍເບົາເຕັມທົນ
ຍ່າງຕາມຖນົນ ນຶກເຖິງຄວາມຈົນໃຈສັ່ນ
ອັນຄົນມັນຫິວ ຫິວມາຕັ້ງສີ່ຫ້າວັນ (ຊໍ້າ)
ຢາກລັກເກງເຂົາຈະຕາມທັນ ຕະລາງວຽງຈັນໃຜວ່າມັນດີ

• ນອນເທົ່າໃດ ຫຼືກໍບໍ່ຫຼັບ
ພໍຫຼັບຕາໄປ ຝັນເຫັນແຕ່ໄກ່ຢ້າງຕົວພີໆ
ຂາຈົນເປັນມັນ ເກີນວ່າຝັນໄດ້ຝັນດີ (ຊໍ້າ)
ຕື່ນຂຶ້ນມາແລ້ວກໍບໍ່ມີ ແມ່ນມີກໍເປັນຂອງຂາຍ

3) ຢາກເຕັມທົນ ເສັຽທີແຕ່ບໍ່ມີເງິນ
ຖ້າມີເງິນ ມຶງເອີຍຈະກິນຈົນທ້ອງໃຫຍ່
ຍາມຈົນທົນຫິວ ຫິວຈົນວ່າໜ້າຕາລາຍ (ຊໍ້າ)
ຫາກເງິນເດືອນນັ້ນອອກເມື່ອໃດ ເຫັນທີຈະຕາຍເພາະກິນ…

(ໂອຍ… ຫິວ…)

ໂນຕເພງ “ຫິວ”
ດົນຕຣີບັນເລງເພງ “ຫິວ” ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970) ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ
ວິດີໂອໂນຕບັນເລງເພງ “ຫິວ”

ເພງ “ບ້ານນາລະເມີ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (1969)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ບ້ານນາລະເມີ”

1) ຢູ່ບ້ານດົງ ເຄີຍກິນແຕ່ເຂົ້າກັບປາ
ຢູ່ບ້ານນາ ເຄີຍກິນແຕ່ປາກັບເຂົ້າ
ທ່ຽວເມືອງຫຼວງ ຫຼົງມອງແຕ່ພຽງໜ້າສາວ
ປາແລະເຂົ້າ ມັນກໍອີ່ມເລີຍ

2) ໄດ້ມາເຫັນສາວງາມ ຈົນເກືອບເປັນລົມ
ແມ່ແອວກົມ ສົມຄຳເຂົາລືແທ້ເອີຍ
ໄດ້ມອງສາວ ຫຼົງຢືນກາງທາງນິ້ງເສີຍ
ຈະຣາຈອນເຂົາເລີຍ ຊ່ວຍຄວັກອອກທາງ

• ຫາກໄດ້ນາງ ນ້ອງໄປເປັນຄູ່
ຈະບໍ່ໃຫ້ນາງນອນຢູ່ ຜູ່ດຽວດອກນາງ
ໜັກເບົາກໍຈະສູ້ ທົນຖາກຖາງ
ຈະບໍ່ໃຫ້ນາງ ລຳບາກຕໍ່ໄປ

3) ຫາກໄດ້ນາງ ນ້ອງໄປເປັນຄູ່ຢູ່ຄຽງ
ຢູ່ຮ່ວມຕຽງ ທີ່ທຳເອົາດ້ວຍໄມ້ໄຜ່
ຕລອດທັງຄືນ ຂໍຊົມໃຫ້ນ້ອງສຸກໃຈ
ຈະບໍ່ຂໍໄກ ຂວັນໃຈບ້ານນາ…

ໂນຕເພງ “ບ້ານນາລະເມີ”
ດົນຕຣີບັນເລງເພງ “ບ້ານນາລະເມີ” ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (1969) ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ
ວິດີໂອໂນຕບັນເລງເພງ “ບ້ານນາລະເມີ”

ເພງ “ຮັກສາວວຽງຈັນ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ຮັກສາວວຽງຈັນ”

1) ເປັນບຸນຕາ ຫຼືວາສນາເສີມສົ່ງ
ຈຶ່ງໄດ້ມາຟ້ອນລຳວົງ ຮ່ວມກັບສາວເມືອງວຽງຈັນ
ຮູບສວຍແສນງາມ ຜ່ອງພັນ (ຊໍ້າ)
ຫາໃສທຽບທຽມທັນ ສາວວຽງຈັນງາມຍິ່ງ

2) ຄົນເດີນດິນ ຫຼືຫຸ່ນພຣະອິນຫຼົງແຕ່ງ
ຫຼືວ່ານາງຟ້າຈຳແລງ ຈຶ່ງງາມທຸກແຫ່ງເກີນຍິງ
ຫາກແມ່ນໄດ້ນ້ອງ ມານອນແອບອີງ (ຊໍ້າ)
ຈະຮັກເຈົ້າດ້ວຍໃຈຈິງ ຍິ່ງກວ່າຊີວາ

• ງາມແທ້ແມ່ເອີຍ ຫາໃສເອີ່ຍບໍ່ເໝືອນແກ້ວຕາ
ຢາກຈະມາ ຂໍເປັນພີ່ນ້ອງ
ມາຂໍຄຽງຄອງ ຮ່ວມຫໍຫ້ອງເມື່ອຍາມນິທຣາ
ຢ່າເມີນເສີຍເລີຍນະ ດວງແກ້ວຕາ (ຊໍ້າ)
ຂ້ອຍປຣາຖນາ ຮັກເຈົ້າສຸດຫົວໃຈ

3) ເປັນບຸນຕາ ຂອງເຮົາຢູ່ແລ້ວແຕ່ຄັ້ງກ່ອນ
ເຈົ້າຢ່າໄປຫຼົງລືມຄອນ ກັບມານອນໝອນຄຽງກາຍ
ໂປຣດເຖີດນ້ອງ ສາວວຽງຈັນຢ່າອຽງອາຍ (ຊໍ້າ)
ຮັກເຈົ້າຢ່າງຈິງໃຈ ຂໍເປັນເຂີຍໃໝ່ພໍ່ນາງ…

ໂນຕເພງ “ຮັກສາວວຽງຈັນ”
ດົນຕຣີບັນເລງເພງ “ຮັກສາວວຽງຈັນ” ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970) ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ
ວິດີໂອໂນຕບັນເລງເພງ “ຮັກສາວວຽງຈັນ”

ເພງ “ຢາກມີຄົນຮັກ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ຢາກມີຄົນຮັກ”

1) ຢາກຈະມີ ຮັກຈັກນຶ່ງຄົນ
ມາເຫັນໜ້າມົນ ຫົວໃຈວຽນວົນເໝືອນຄົນເປັນໄຂ້
ຢາກເຂົ້າໄປຖາມ ກໍເກງນ້ອງບໍ່ເຍື່ອໃຍ (ຊໍ້າ)
ໂປຣດເຖີດດວງໃຈ ຍິ້ມຈັກນ້ອຍເຖີດໜາແມ່ນາງ

2) ຕັ້ງແຕ່ເກີດມາ ບໍ່ເຄີຍຮັກກັບຜູ່ໃດ
ມາເຫັນດວງໃຈ ສຸດວິສັຍຫົວໃຈຈະຢັ້ງ
ຢາກຈະຝາກກາຍ ທັງຫົວໃຈໃຫ້ກັບແມ່ນາງ (ຊໍ້າ)
ແຕ່ວ່າໃຈຍັງ ເກງແມ່ນາງຈະບໍ່ໃຍດີ

• ນາງເປັນຄົນງາມ ຂໍຢ່າໃຈດຳໄປເລີຍຂວັນອ່ອນ
ເຫັນໃຈແດ່ທ້ອນ ມາຂໍວອນເພື່ອຝາກໄມຕຣີ
ມາຂໍເປັນທອງ ແຜ່ນດຽວຮ່ວມກັບຄົນດີ (ຊໍ້າ)
ໂປຣດຢ່າໜ່າຍໜີ ຂໍເປັນຄູ່ຢູ່ສອງຄອງໃຈ

3) ຖ້າຫາກພໍໃຈ ສົ່ງຮອຍຍິ້ມໃຫ້ເຖີດນາງ
ພໍເຫັນແນວທາງ ວ່າຈະມີຫວັງຄຽງນາງຢູ່ໃກ້
ອ້າຍຈະໄປຫາ ຂອງດີມາໝັ້ນດວງໃຈ (ຊໍ້າ)
ຍາກຈົນພຽງໃດ ກໍຈະໄປຫາມາໃຫ້ນາງ…

ໂນຕເພງ “ຢາກມີຄົນຮັກ”
ດົນຕຣີບັນເລງເພງ “ຢາກມີຄົນຮັກ” ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970) ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ
ວິດີໂອໂນຕບັນເລງເພງ “ຢາກມີຄົນຮັກ”

ເພງ “ມີຄູ່ເສັຽເຖີດ”

ເນື້ອຮ້ອງ & ທຳນອງ : ກອບແກ້ວ ປ່ຽມມະໄລ (~1970)
ນັກຮ້ອງຕົ້ນສະບັບ : ກອບແກ້ວ ປ່ຽມມະໄລ

ວິດີໂອດົນຕຣີບັນເລງເພງ “ມີຄູ່ເສັຽເຖີດ”

1) ມີຄູ່ ເສັຽເຖີດນ້ອງສາວ
ເດືອນແລະດາວ ນ້ອງສາວຢ່າຝັນໃຝ່
ຮີບມີຄູ່ ເສັຽເຖີດຍອດດວງໃຈ
ນອນດຽວຢູ່ໄດ້ ຂວັນໃຈຈະແກ່ຕາຍ

2) ມີຄູ່ ເສັຽເຖີດນວນນ້ອງ
ຈະຈັບຈອງ ນັກຮ້ອງກໍຍັງໄດ້
ຍັງບໍ່ມີ ຍິງທີ່ເຂົາສົນໃຈ
ແຕ່ນ້ອຍຈົນໃຫຍ່ ຫ້ອງຫົວໃຈຍັງຫວ່າງມາ

• ນອນ… ຢູ່ດຽວປ່ຽວໃຈ
ຫາສິ່ງໃດ ມັນຈະສຸກອຸຣາ
ຫາຄູ່ຄຽງ ມາແນບເນື້ອກາຍາ
ກັນໜາວດີກ່ວາ ຜ້າຫົ່ມຕັ້ງຮ້ອຍຜືນ

3) ມີຄູ່ ເສັຽເຖີດຄົນດີ
ໜ້າໜາວນີ້ ເໝືອນກັບມີເງິນໝື່ນ
ຫາກມີຄູ່ ຄຽງຢູ່ຍາມຄໍ່າຄືນ
ຮັກຄົງຫວານຊື່ນ ໜາວຄໍ່າຄືນຄົງສຸກສະບາຍ…

ໂນຕເພງ “ມີຄູ່ເສັຽເຖີດ”
ດົນຕຣີບັນເລງເພງ “ມີຄູ່ເສັຽເຖີດ” ບົດປະພັນຂອງ ກອບແກ້ວ ປ່ຽມມະໄລ (~1970) ນັກຮ້ອງຕົ້ນສະບັບ : ກອບແກ້ວ ປ່ຽມມະໄລ
ວິດີໂອໂນຕບັນເລງເພງ “ມີຄູ່ເສັຽເຖີດ”

ເພງ “ກິ່ນແກ້ມ”

ເນື້ອຮ້ອງ & ທຳນອງ : …?… (~1970)
ນັກຮ້ອງຕົ້ນສະບັບ : ສີເມືອງ ສຸວັນລາສີ

ວິດີໂອດົນຕຣີບັນເລງເພງ “ກິ່ນແກ້ມ”

1) ກິ່ນ ແກ້ມນ້ອງ
ທີ່ເນື້ອທອງ ໃຫ້ອ້າຍດົມ
ຫອມຫວນ ຊວນຊົມ
ສຸກສົມ ອາຣົມເບີກບານ

2) ກິ່ນ ແກ້ມນີ້
ຊຶ້ງຣຶດີ ມີອາຖັນ
ເໝືອນຟ້າ ປະທານ
ພອນສວັນ ໃຫ້ເຮົາສອງຄົນ

• ນີ້ຮັກເຮົາສອງ ປອງດອງເຖິງຂີດກັ້ນ
ຕ້ອງໃຫ້ສາບານ ປະກັນແຖນຊ່ວຍດົນ
ຂໍໃຫ້ຄວາມຫວານ ຈົ່ງໄດ້ຜ່ານພົ້ນ
ເທບຊັ້ນບົນ ໂປຣດຄຸ້ມຄອງ

3) ກິ່ນ ແກ້ມນາງ
ອ້າຍເກັບຝັງ ຫົວໃຈປອງ
ຄອຍວັນ ແຕ່ງດອງ
ເດືອນສິບສອງ ສອງເຮົາຄົງສຸກເອີຍ…

ໂນຕເພງ “ກິ່ນແກ້ມ”
ວິດີໂອໂນຕບັນເລງເພງ “ກິ່ນແກ້ມ”

ເພງ “ສາຍຝົນ”

ເນື້ອຮ້ອງ & ທຳນອງ : …?… (~1970)
ນັກຮ້ອງຕົ້ນສະບັບ : ອຳມະຣິດ (…?…)

ວິດີໂອດົນຕຣີບັນເລງເພງ “ສາຍຝົນ”

1) ສາຍຝົນ ຫຼົ່ນຈາກຟ້າ ນໍ້າຕາຫຼັ່ງ
ຟ້າຄວນຄາງ ຍິ່ງຟັງ ຍິ່ງໃຈຫາຍ
ຝົນຈາກຟ້າ ເໝືອນຮັກຂ້າ ຮ້າງແຮມກາຍ
ສຸດເສັຽດາຍ ຊອກຊໍ້າໃຈ ເຫຼືອຄະນາ

2) ສຽງລົມພັດ ປິວສະບັດ ພັດຍອດໄຜ່
ຍິ່ງໜາວໃຈ ໜາວໄປ ທົ່ວກາຍາ
ແມ່ນມີນ້ອງ ມາອິງແອບ ແນບອຸຣາ
ຝົນຄົງພາ ໃຫ້ເຮົາສອງ ຄອງສຸກສົມ

• ແຕ່ຕົວນ້ອງ ໝາງເມີນ ເຫີນໄປຈາກ
ເຫຼືອພຽງຊາກ ຮັກເກົ່າ ເສົ້າໂສກຕຣົມ
ປ່ອຍອ້າຍໄວ້ ໃຫ້ອາວອນ ນອນຣະທົມ
ສຸດຂື່ນຂົມ ເພາະຫຼົງລົມ ຂອງຄົນລວງ

3) ວອນສາຍຝົນ ຈົ່ງດົນໃຈ ຄົນຮັກຂ້າ
ໃຫ້ຄືນມາ ເຖີດໜາ ຂ້າຍັງຫວງ
ຍັງເຝົ້າຮັກ ພັກດີ ຈົນລົ້ນຊວງ
ຂ້າຍັງຫ່ວງ ຈົ່ງກັບມາ ກັບສາຍຝົນ…

ໂນຕເພງ “ສາຍຝົນ”
ວິດີໂອໂນຕບັນເລງເພງ “ສາຍຝົນ”

ເພງ “ຕື່ນເຖີດພີ່ນ້ອງລາວ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1972)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ຕື່ນເຖີດພີ່ນ້ອງລາວ”

1) ຕື່ນເຖີດ ທ່ານເອີຍ
ຢ່າເສີຍເມີຍ ເໝືອນຄົນຝັນຄ້າງ
ຮີບມາພາ ກັນປູກກັນຝັງ (ຊໍ້າ)
ຢ່າພາກັນນັ່ງ ຫາຍໃຈເປົ່າດາຍງ

2) ຕື່ນເຖີດ ລຸງອາວ
ຢ່າມົວເມົາ ນຳເບີນຳໄພ້
ຮີບພາກັນ ລ້ຽງເປັດລ້ຽງໄກ່ (ຊໍ້າ)
ເພາະເຮົາຈະໄດ້ ມີອັນຢູ່ອັນກິນ

• ຢ່າຄອງ ໃຫ້ຄົນອື່ນຊ່ວຍ
ຫາກເຂົາບໍ່ຊ່ວຍ ຊິເອົາຫຍັງມາກິນ
ອົດທົນເອົາຫຼັງສູ້ຟ້າ ອົດສາເອົາໜ້າສູ້ດິນ
ທຳມາຫາກິນ ຫາລ້ຽງຊີບຂອງເຮົາ

3) ຕື່ນເຖີດ ພີ່ນ້ອງ
ຢ່າຫຼຽວມອງ ມືນດູດາຍເປົ່າ
ເຮັດຈັ່ງໃດ ເຮົາຊິມີຄືເຂົາ (ຊໍ້າ)
ຈົ່ງພາກັນຟ້າວ ສ້າງສາພັທນາ…

ໂນຕເພງ “ຕື່ນເຖີດພີ່ນ້ອງລາວ”
ວິດີໂອໂນຕບັນເລງເພງ “ຕື່ນເຖີດພີ່ນ້ອງລາວ”
ກັບໄປດ້ານເທິງ