ເພງ “ຄິດເຖິງນາງ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (~1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຄິດເຖິງນາງ”
1) ເຫັນເມກລອຍ ຍິ່ງຄ້ອຍໃຈ
ຄິດເຖິງນາງຟາກຟ້າແດນສວັນ
 
2) ສາຍລົມວອນ ຍິ່ງຕື້ນຕັນ
ຄິດເຖິງວັນເຮົານັ້ນເຄີຍສຸກສົມ
 
• ນີ້ຫຼືຊີວິດ ທີ່ຂີດພຣະພຣົມ
ຂີດແລ້ວເຫດໃດຍັງໃຫ້ມີແຄ້ນ
 
3) ອ້າຍຈະຈຳ ໃຫ້ແໜ້ນແຟ້ນ
ຮັກສຸດແສນແຕ່ນ້ອງຈົນຊີບວາຍ…
 
ໂນຕເພງ “ຄິດເຖິງນາງ”
ດົນຕຣີບັນເລງເພງ “ຄິດເຖິງນາງ” ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (~1970) ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌
ວິດີໂອໂນຕບັນເລງເພງ “ຄິດເຖິງນາງ”

ເພງ “ໂລກນີ້ຄືລະຄອນ”

ເນື້ອຮ້ອງ : ວິລລ້ຽມ ດິດທະວົງສ໌ (∼1970) – ທຳນອງເພງສາກົນ
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ໂລກນີ້ຄືລະຄອນ”

1) ເພາະວ່າ ໂລກນີ້ ກໍຄືລະຄອນ
ທຸກຊີວິດ ຢອກຢ້ອນ ໄປມາ
ແລະບາງຄັ້ງ ກໍເຕັມ ໄປດ້ວຍນໍ້າຕາ
ເໝືອນດັ່ງວ່າ ຊີວິດສິ້ນ ຄວາມຊື່ນບານ…

2) ບາງຄົນນັ້ນ ກໍຈົນ ຈົນເຫຼືອດີ
ຖືກ Loterie ກັບມາມີ ເງິນລ້ານ
ບາງເສດຖີ ກັບມາເປັນ ຄົນຂໍທານ
ໂອ້ມັນໜ້າ ມັນໜ້າ ລະອາໃຈ…

3) ໂອ້ເພື່ອນເອີຍ ຈົ່ງຄຶດ ຄຶດໃຫ້ມັນດີ
ໃນໂລກນີ້ ບໍ່ມີ ຂອງໃຜ
ຈົ່ງໝັ່ນສ້າງ ສ້າງແຕ່ ຄວາມດີເອົາໄວ້
ເຖິງຕາຍໄປ ຊື່ຍັງກ້ອງ ທົ່ວໂລກາ…

4) ອັນໂລກນີ້ ດູໄປ ຍິ່ງເໝືອນລະຄອນ
ຊ່າງຢອກຢ້ອນ ໄປມາ ໜ້າອັບເສົາ
ເກີດແລ້ວຕາຍ ຄຶດໄປ ຍິ່ງພາພາໃຫ້ເສົ້າ
ເພາະຄົນເຮົາ ຄົງບໍ່ມົ້ມ ຖືກຝັງດິນ…

 
ໂນຕເພງ “ໂລກນີ້ຄືລະຄອນ”
ດົນຕຣີບັນເລງເພງ “ໂລກນີ້ຄືລະຄອນ” ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (∼1970) ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌
ວິດີໂອໂນຕບັນເລງເພງ “ໂລກນີ້ຄືລະຄອນ”

ເພງ “ສົງສານອ້າຍເຖີດ”

ເນື້ອຮ້ອງ & ທຳນອງ : ວົງດົນຕຣີ ໄພວັນ (∼1970)
ນັກຮ້ອງຕົ້ນສະບັບ : ແສງອາຣຸນ ສິດທິພັນ

ວິດີໂອດົນຕຣີບັນເລງເພງ “ສົງສານອ້າຍເຖີດ”
1) ໂອ້ສຸດທີ່ຮັກ ສົງສານອ້າຍເຖີດ
ຮັກອ້າຍນີ້ເກີດຈາກຕົວຂອງນ້ອງແທ້ຈິງ
ວັນໃດຖ້າຫາກບໍ່ເຫັນນ້ອງຍິງ
ວັນນັ້ນເໝືອນໄຟໄໝ້ຄີງຈະນິ່ງຢູ່ເສີຍບໍ່ໄດ້
 
2) ໂອ້ສຸດທີ່ຮັກ ຢ່າໜີເມີນໜ້າ
ອ້າຍຮັກເປັນບ້າອຸຣາແທບຈະຂາດໄປ
ແມ່ນວ່ານ້ອງຫາກບໍ່ຄິດເຫັນໃຈ
ອ້າຍນີ້ເຫັນທີຈະຕາຍຈະຕາຍສລາຍຊີວາ
 
• ສົງສານອ້າຍກ່ອນ ເຖີດນະຄົນດີ
ຈົ່ງໃຫ້ອ້າຍນີ້ຮ່ວມສຸຂີໃນໂລກໂລກາ
ຢ່າໃຫ້ອ້າຍຕ້ອງກາຍເປັນເຈົ້ານໍ້າຕາ
ຍິ້ມມາແມ່ນໃຫ້ສັດທາເພື່ອເປັນຢາກຳລັງໃຈ
 
3) ຫາກສຸດທີ່ຮັກ ສົງສານດັ່ງວ່າ
ຂໍຮັກຍິ່ງກວ່າພະມອນຮັກດວງດອກໄມ້
ຫາກແມ່ນນ້ອງຫາກໝົ່ນໝອງຣຶທັຍ
ຂໍເປັນຜູ່ຊ່ວຍປອບໃຈຊ່ວຍມະລາຍເຫືອດຫາຍຣະທົມ…
 
ໂນຕເພງ “ສົງສານອ້າຍເຖີດ”
ໂນຕເພງ “ສົງສານອ້າຍເຖີດ” ເນື້ອຮ້ອງ & ທຳນອງ : ວົງດົນຕຣີ ໄພວັນ (~1970) ນັກຮ້ອງຕົ້ນສະບັບ : ແສງອາຣຸນ ສິດທິພັນ
ວິດີໂອໂນຕບັນເລງເພງ “ສົງສານອ້າຍເຖີດ”

ເພງ “ສຸຣາເມ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1976)
ນັກຮ້ອງຕົ້ນສະບັບ : ວົງເດືອນ ວົງພຣະຈັນ

ວິດີໂອດົນຕຣີບັນເລງເພງ “ສຸຣາເມ”

1) ສຸຣາເມ ກິນແລ້ວເຊເມົາມັນ
ຈະສຸກສັນ ຍາມເມື່ອທ່ານດື່ມສຸຣາ
ມົກກະຣາ ເດືອນກຸມພາ
ເດືອນມີນາ ເມສາ ພຶສພາ

2) ສຸຣາລິນ ກິນແລ້ວວິນມຶນເມົາ
ດັບໂສກເສົ້າ ຄວນຕ້ອງເມົາດ້ວຍສຸຣາ
ມິຖຸນາ ກໍຣະກະດາ
ເດືອນສິງຫາ ແລະເດືອນກັນຍາ

• ສຸຣາເມ ໄຣຍະມັດຊະປະມາ
ທັດຖາ ນາເວ
ຣະມະນີ ສິກຂາ
ປະທັງ ສະມາທິຍາມິ

3) ສຸຣາເມ ກິນແລ້ວເຊເຫຫັນ
ເພີ່ມສຸກສັນ ຕ້ອງສຸຣາແລະນາຣີ
ເດືອນຕຸລາ ພຶສຈິກາ
ທັນວານີ້ ໂຊກດີລາທີ…

ໂນຕເພງ “ສຸຣາເມ”
ໂນຕເພງ “ສຸຣາເມ” ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1976) ນັກຮ້ອງຕົ້ນສະບັບ : ວົງເດືອນ ວົງພຣະຈັນ
ວິດີໂອໂນຕບັນເລງເພງ “ສຸຣາເມ”

ເພງ “ຮັກສາວໜອງຄາຍ”

ເນື້ອຮ້ອງ & ທຳນອງ : ດ. ດວງເດັ່ນ (1968)
ນັກຮ້ອງຕົ້ນສະບັບ : ດ. ດວງເດັ່ນ

ວິດີໂອດົນຕຣີບັນເລງເພງ “ຮັກສາວໜອງຄາຍ”

1) ສາວໜອງຄາຍ ຊ່າງງາມວິໄລເລີດລໍ້າ
ໂອ້ແມ່ງາມຂຳ ໜ່ວຍຕາດຳຂົນຕາງອນ
ເຈົ້າມີຄູ່ ຍອດຊູ້ຫຼືບັງອອນ
ອ້າຍຂໍເປັນໝອນ ທີ່ໝູນນອນໄດ້ບໍ່ນາງ

2) ຍາມນ້ອງເດີນ ອ້າຍຫຼົງເພີນໃຈມັກ
ນ້ອງງາມໜ້າຮັກ ອ້າຍຂໍຮັກອ້າຍຂໍຫວັງ
ຈະຂໍຢູ່ ຕໍ່ສູ້ກັບຄວາມຫວັງ
ຖ້າບໍ່ໄດ້ນາງ ຄົງໝົດຫວັງຕລອດຕາຍ

• ໂອ ໂອ່ ໂອ້ ໜອງຄາຍ ເຮັດຈັ່ງໃດຈິໄດ້ເຈົ້າ
ຢ່າປ່ອຍໃຫ້ເຫງົາ ໃຫ້ອ້າຍເສົ້າດຽວດາຍ
ແມ່ນໄດ້ນ້ອງ ມາຄອງຄູ່ກາຍ
ຫາກແມ່ນຊີບວາຍ ຮັກບໍ່ຄາຍໜ່າຍໜີ

3) ທຸກໆວັນ ອ້າຍຍັງຝັນໃຝ່ຫາ
ໂອ່ ໂອ້ ແກ້ວຕາ ກະຣຸນາເຖີດຄົນດີ
ຢ່າໃຫ້ອ້າຍ ຄອຍຫຼາຍຍອດຊີວີ
ໂປຣດໄດ້ປຣານີ ຢ່າໜ່າຍໜີເດີ້ສາວໜອງຄາຍ…

ໂນຕເພງ “ຮັກສາວໜອງຄາຍ”
ໂນຕເພງ “ຮັກສາວໜອງຄາຍ” ເນື້ອຮ້ອງ & ທຳນອງ : ດ. ດວງເດັ່ນ (1968) ນັກຮ້ອງຕົ້ນສະບັບ : ດ. ດວງເດັ່ນ
ວິດີໂອໂນຕບັນເລງເພງ “ຮັກສາວໜອງຄາຍ”

ເພງ “ເກີດເປັນຄົນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1988)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ເກີດເປັນຄົນ”

1) ເກີດມາເປັນຄົນ ຢ່າທຳຕົນເໝືອນງົວເໝືອນຄວາຍ
ຢ່າສັບສົນວົນວາຍ ໃຫ້ພູມໃຈທີ່ໄດ້ເກີດເປັນຄົນ
ຮັກຊາດບ້ານເມືອງ ຢ່າໃຫ້ເຄືອງຜູ່ທີ່ຢູ່ໃກ້ຕົນ
ກໍ່ສ້າງຝຶກຝົນ ທຳຕົນໃຫ້ເປັນຄົນດີ

• ຕົນເອງເປັນທີ່ເພິ່ງຂອງຕົນ ຕ້ອງອົດທົນສ້າງຕົນເຕັມທີ່
ສັງຄົມຕ້ອງການແຕ່ຄົນດີ ຄົນອັບປີໄລ່ໜີໄກໆ
ອັນຄົນໂກງຄົນກິນປີ້ນປົດ ເອົານໍ້າກົດຫົດປາກໃຫ້ຮາກໄຫຼ
ຢ່າໃຫ້ເຫຼືອຫຼົງລະປະໄວ້ ຈະເປັນພັຍເປັນພິດຜິດຄອງ

2) ເກີດແລ້ວຕ້ອງຕາຍ ເຖິງຈະຕາຍໃຫ້ຕາຍດ້ວຍດີ
ສ້າງຄຸນງາມຄວາມດີ ຄຸນຄວາມດີນັ້ນຈະຕອບສນອງ
ໃຜໆກໍນິຍົມ ເຊີຍຊົມສົ່ງເສີມຍໍຍ້ອງ
ໂດ່ງດັງທັງຜອງ ໝາຍປອງເປັນຫຼັກຄຸນນະທັມ

•• ຢ່າຫຼົງກົນຄົນອື່ນຍືນຍໍ ຄອຍພະນໍລໍ້ລວງຫຼົງຕາມ
ທຸກເວລາທຸກນາທີທຸກໂມງຍາມ ຈະເຣີນຕາມຍຸກສມັຍໃໝ່ໆ
ອັນທຳດີຕ້ອງໄດ້ດີແນ່ນອນ ຈົ່ງສັງວອນຮໍ່າຮອນສອນໃຈ
ຢ່າຫຸນຫັນຮ້ອນຮົນກວ່າໄຟ ຈະເສັຽໃຈພາຍຫຼັງຈົນວັນຕາຍ…

ໂນຕເພງ “ເກີດເປັນຄົນ”
ດົນຕຣີບັນເລງເພງ “ເກີດເປັນຄົນ” ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1988) ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ
ວິດີໂອໂນຕບັນເລງເພງ “ເກີດເປັນຄົນ”

ເພງ “ດອກຈຳປາ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1959)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ດອກຈຳປາ”

1) ໂອ ດອກຈຳປາ
ເຈົ້າເປັນມາລາ ທີ່ສຸດໂສພາງາມຜ່ອງ
ພໍຕາເວັນ ສາດແສງສີທອງ
ຈຳປາອ້າກີບລະອອງ ຮັບແສງທອງຈາກດວງສຸຣີ

2) ຍ້ອນ ໂຊກວາສນາ
ບຸນຕາມນຳພາ ໄດ້ພົບບຸບຜາມາລີ
ປຣາຖນາ ຜູກໃຈໄມຕຣີ
ຈອງໄວ້ເປັນຄູ່ຊີວີ ຄູ່ຂວັນມາລີແມ່ນພລີຊີວາ

• ມວນມາລີ ທີ່ເຂົາເລົ່າລື
ບໍ່ເຫັນສົມນາມສົມຊື່ ທີ່ເຂົາລືໜັກໜາ
ດອກຈຳປານີ້ໜາ ທີ່ແສນໂສພາ
ໃຜເຫັນຄົງປຣາຖນາ ຄວ້າຈຳປາໄວ້ແນບອຸຣາ

3) ຫາກ ສົມດັ່ງໝາຍ
ຈະເປັນຫຼືຕາຍ ບໍ່ຂໍຫ່າງໄກຂວັນຕາ
ພຽງດວງດຽວ ກ່ຽວຂ້ອງສເນຫາ
ຈົນສູນສິ້ນຊີບຊີວາ ຖນອມຈຳປາຊົ່ວຟ້າມະລາຍ…

ໂນຕເພງ “ດອກຈຳປາ”
ດົນຕຣີບັນເລງເພງ “ດອກຈຳປາ” ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1959) ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ
ວິດີໂອໂນຕບັນເລງເພງ “ດອກຈຳປາ”

ເພງ “ສາວສະຜ່າຍ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ສາວສະຜ່າຍ”

1) ໄດ້ຂ່າວວ່າສາວດົງໂດກ ບ້ານເກິນງາມເດັ່ນ
ແຕ່ບາດວ່າໄດ້ມາເຫັນ ສາວງາມບ້ານນຶ່ງບໍ່ທຳມະດາ
ສີບໍ່ຕ້ອງແຕ່ງແກ້ມຍັງແດງໆ ແປ້ງບໍ່ເຄີຍທາ
ແຕ່ກໍຍັງງາມບາດຕາ ແຖມຍັງມີໜ້າຍິ້ມແຍ້ມແຈ່ມໃສ

2) ບໍ່ແມ່ນຖແລງແປງຄວາມ ຫາມາຍົກຍ້ອງ
ສາວງາມບ້ານຢູ່ແຄມຂອງ ໃຜເຫັນຍັງຕ້ອງຫຼົງນອນຫຼັບໃຫຼ
ໃຜໄປບໍ່ແວ່ເສັຽໃຈຕັ້ງແຕ່ ມື້ເກີດຈົນຕາຍ
ນີ້ລະຄືສາວໝູ່ບ້ານສະຜ່າຍ ສືບສາຍສວຍງາມແມ່ຍ່າມະໂລງ

• ຈະອວດສີມື ກໍນັບວ່າລືວ່າເດັ່ນ
ຫຍິບປັກຖັກຮ້ອຍກໍເປັນ ແຖມຍັງສວຍເດັ່ນເຫັນລືມບໍ່ລົງ
ສີມືຕໍ່າແຜ່ນຢູ່ໃນດິນແດນ ແຄວ້ນຍ່າມະໂລງ
ຍົກໃຫ້ແມ່ສາວຄີ້ວກົ່ງ ຫຼານຍ່າມະໂລງເທົ່ານັ້ນ

3) ປູ່ບາຈຽງຫຼົງ ຮັກຍ່າມະໂລງລົ້ນຈິດ
ຂ້ອຍເອງກໍຢາກເປັນມິດ ກັບສາວສະຜ່າຍມານານແສນນານ
ຂໍວິນຍານປູ່ບາຈຽງຊ່ວຍຊູ ຫາຄູ່ໃນຝັນ
ໃຫ້ກັບໜຸ່ມນ້ອຍວຽງຈັນ ມາເປັນເຂີຍປູ່ບາຈຽງ…

ໂນຕເພງ “ສາວສະຜ່າຍ”
ດົນຕຣີບັນເລງເພງ “ສາວສະຜ່າຍ” ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970) ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ
ວິດີໂອໂນຕບັນເລງເພງ “ສາວສະຜ່າຍ”

ເພງ “ເບື່ອຜູ່ຍິງ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ເບື່ອຜູ່ຍິງ”

1) ເຊື່ອບໍ່ໄດ້ ດອກໃຈຍິງ
ຮັກຈິງ ເຂົາມີພຽງແຕ່ປາກ
ນໍ້າໃຈຍິງ ນີ້ມັນເຊື່ອຍາກ
ເພາະໃຈກັບປາກ ມັນບໍ່ຕົງກັນ

2) ເກີດມາເປັນ ຫົວອົກຜູ່ຊາຍ
ຕ່າງກໍໝາຍ ໃຈຮັກໝັ້ນ
ແຕ່ໃຈຍິງ ເຂົາມີທີ່ແບ່ງປັນ
ຮັກຈິງພຽງວັນ ບໍ່ນານກໍຫາຍ

• ນໍ້າໃຈຜູ່ຍິງ ຫຼຽວຫາຍາກຈະສ່ອງເຫັນ
ຫຼອກກັນທັງເປັນ ເຫັນມາແລ້ວນັບບໍ່ໄດ້
ມັນເປັນຄວາມຈິງ ຍິງຄົນທີ່ຫວັງຫຼອກຊາຍ
ຢູ່ພາຍໃນ ໃຈເຂົາບໍ່ແນ່ນອນ

3) ເບື່ອຜູ່ຍິງ ທີ່ບອກວ່າຮັກ
ແຕ່ບໍ່ນານໜັກ ກໍຄາຍຮັກເຮົາໄປກ່ອນ
ນໍ້າໃຈຍິງ ນີ້ບໍ່ແນ່ນອນ
ຂໍລາໄປກ່ອນ ເບື່ອແລ້ວລະຜູ່ຍິງ…

ໂນຕເພງ “ເບື່ອຜູ່ຍິງ”
ດົນຕຣີບັນເລງເພງ “ເບື່ອຜູ່ຍິງ” ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970) ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ
ວິດີໂອໂນຕບັນເລງເພງ “ເບື່ອຜູ່ຍິງ”

ເພງ “ຫິວ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ຫິວ”

(ໂອຍ… ຫິວ ຮື! ຫິວເດ ຫາເງິນກີບນຶ່ງກະບໍ່ມີ…ຮື)

1) ເກີດຫິວມາ ໄດ້ຕັ້ງສີ່ຫ້າວັນ
ແຕ່ຈາກສວັນ ມາເຖິງວຽງຈັນຄາວນີ້
ເງິນຢູ່ໃນຖົງ ຫຼືມັນກໍໝົດພໍດີ (ຊໍ້າ)
ຈົກຖົງໃດຫຼືກໍບໍ່ມີ ຊວຍເຕັມທີທີ່ມາວຽງຈັນ

2) ທ້ອງຂອງເຮົາ ຫຼືມັນກໍເບົາເຕັມທົນ
ຍ່າງຕາມຖນົນ ນຶກເຖິງຄວາມຈົນໃຈສັ່ນ
ອັນຄົນມັນຫິວ ຫິວມາຕັ້ງສີ່ຫ້າວັນ (ຊໍ້າ)
ຢາກລັກເກງເຂົາຈະຕາມທັນ ຕະລາງວຽງຈັນໃຜວ່າມັນດີ

• ນອນເທົ່າໃດ ຫຼືກໍບໍ່ຫຼັບ
ພໍຫຼັບຕາໄປ ຝັນເຫັນແຕ່ໄກ່ຢ້າງຕົວພີໆ
ຂາຈົນເປັນມັນ ເກີນວ່າຝັນໄດ້ຝັນດີ (ຊໍ້າ)
ຕື່ນຂຶ້ນມາແລ້ວກໍບໍ່ມີ ແມ່ນມີກໍເປັນຂອງຂາຍ

3) ຢາກເຕັມທົນ ເສັຽທີແຕ່ບໍ່ມີເງິນ
ຖ້າມີເງິນ ມຶງເອີຍຈະກິນຈົນທ້ອງໃຫຍ່
ຍາມຈົນທົນຫິວ ຫິວຈົນວ່າໜ້າຕາລາຍ (ຊໍ້າ)
ຫາກເງິນເດືອນນັ້ນອອກເມື່ອໃດ ເຫັນທີຈະຕາຍເພາະກິນ…

(ໂອຍ… ຫິວ…)

ໂນຕເພງ “ຫິວ”
ດົນຕຣີບັນເລງເພງ “ຫິວ” ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970) ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ
ວິດີໂອໂນຕບັນເລງເພງ “ຫິວ”