ເພງ “ຣາຊິນີແຫ່ງດວງໃຈ”

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌ (1970)
ນັກຮ້ອງຕົ້ນສະບັບ : ສົມລິຕ ພັນນະວົງສ໌

ວິດີໂອດົນຕຣີບັນເລງເພງ “ຣາຊິນີແຫ່ງດວງໃຈ”

1) ນວນ ນາງ ງາມລໍ້າຍິງໃດ ທີ່ໄດ້ພົບເຫັນ
ຍິ້ມເຈົ້າບາດຕາ ພາຫົວໃຈເຕັ້ນ
ຊາຍຕ່າງບໍ່ເວັ້ນ ຝາກຝັງໄມຕຣີ

2) ນວນ ນາງ ຊ່າງງາມໂສພາ ປຽບຣາຊີນີ
ເຖິງຢູ່ໃກ້ໄກ ໝາຍໂສຊີບພລີ
ຂໍຕາມເຈົ້ານີ້ ໄປຊົ່ວຊີວັນ

• ຄອບຄອງບັນລັງ ຮັກກັນສົມປອງ
ວິມານງາມຜ່ອງ ຫ້ອງຫໍສວັນ
ຮັກດຽວໃຈດຽວ ຜູກກ່ຽວສັມພັນ
ບໍ່ມີແປຜັນ ຊົ່ວນິຣັນດອນ

3) ນວນ ນາງ ພຽງເຫັນຄັ້ງດຽວ ໜ່ຽວໃຈອາວອນ
ແມ່ນສ້າງກຸສົນ ຮ່ວມກັນຊາດກ່ອນ
ຜົນບຸນຈົ່ງຢ້ອນ ໃຫ້ໄດ້ສຸກສົມ…

ໂນຕເພງ “ຣາຊິນີແຫ່ງດວງໃຈ”
ວິດີໂອບັນເລງເພງ “ຣາຊິນີແຫ່ງດວງໃຈ”

ເພງ “ບໍ່ຢາກມີເມັຽ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງ (1970)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ບໍ່ຢາກມີເມັຽ”

1) ບໍ່ຢາກມີ ມໍ ຄຳວ່າສຣະ ເອັຽ
ບໍ່ຢາກມີເມັຽ ມາເປັນເຈົ້າຫົວໃຈ
ງາມດັ່ງນາງຟ້າ ລູກເສດຖີລວຍໃຫຍ່
ບໍ່ຂໍສົນໃຈ ຍ້ອນບໍ່ຢາກມີເມັຽ…

2) ຂ້ອຍຢູ່ຄົນດຽວ ນີ້ສຸກໃຈເສັຽຈິງ
ເວົ້າເຣື່ອງຜູ່ຍິງ ພາໃຈຂ້ອຍອ່ອນເພັຽ
ໃຜຢາກມີທຸກ ອຸກເອົ້າຈົ່ງມີເມັຽ
ໄປຫຼິ້ນໄພ້ເສັຽ ຣະວັງເມັຽຊິບິດຫູ…

• ມີເມັຽນີ້ ແສນລຳບາກ
ຍາມທຸກຍາມຍາກ ດ່າມຶງໆ ກູໆ
ຫາກມີເມັຽນ້ອຍ ສຽງປ້ອຍກ້ອງຫູ
ຄິດແລ້ວຄິດດູ ຢູ່ຜູ່ດຽວສະບາຍ…

3) ຂ້ອຍຢາກມີ ງໍ ຄຳວ່າສຣະ ເອິນ
ຂ້ອຍຢາກມີເງິນ ຢ່າງເຫຼືອລົ້ນມາກມາຍ
ບໍ່ຢາກມີເມັຽ ມາຮ່ວມໝອນຄຽງກາຍ
ຢາກຢູ່ດຽວດາຍ ຄົງສຸກສະບາຍຈິງເອີຍ…

ໂນຕເພງ “ບໍ່ຢາກມີເມັຽ”
ວິດີໂອບັນເລງເພງ “ບໍ່ຢາກມີເມັຽ”

ເພງ “ວຽງໃນຝັນ”

ເນື້ອຮ້ອງ & ທຳນອງ : ສຸຣິວັດ ຣັຕນະສວັນ (1965)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ວຽງໃນຝັນ”

1) ຄອຍເຝົ້າຄອຍ ແຕ່ພຽງໃນຝັນ
ຢາກເຫັນວຽງຈັນ ນ້ອງຕ້ອງຝັນທຸກວັນເວລາ
ຊາດນີ້ຄົງສິ້ນບຸນວາສນາ ມີແຕ່ຄົນເຂົາກ່າວມາ
ງາມໜັກໜາ ໂອ້ເມືອງວຽງຈັນ

2) ພໍໄດ້ຊົມ ດັ່ງໃຈໝັ້ນໝາຍ
ງາມແສນວິລັຍ ໂອ້ຫາດຊາຍສົມນາມດອນຈັນ
ປຽບເໝືອນເທວາບົນຟ້າສວັນ ປັ້ນແຕ່ງເປັນຂວັນວຽງຈັນ
ດັ່ງວິມານ ສຸດແສນງາມຕາ

• ງາມທາດຫຼວງ ຍອດສູງທຽມເມກ
ສົມເປັນເມືອງເອກ ງາມທຸກຢ່າງສຸດພັລນາ
ງາມຫໍພຣະແກ້ວ ແສງວາວແວວສວຍເດັ່ນໃນຕາ
ສົມດັ່ງທີ່ລືກັນມາ ວ່າງາມເໜືອຟ້າແດນໄກ

3) ພໍໄດ້ຊົມ ຈົນລືມຖິ່ນຖານ
ມາເຫັນວຽງຈັນ ສຸກສຳຣານເໜືອເມືອງໃດໆ
ໄດ້ເຫັນຣາຕຣີມີແສງສົດໃສ ເຮືອງຮຸ່ງດັ່ງຟ້າອຳໄພ
ຊວນຈິດໃຈ ໃຝ່ຝັນບໍ່ລືມ…

ໂນຕເພງ “ວຽງໃນຝັນ”
ວິດີໂອບັນເລງເພງ “ວຽງໃນຝັນ”

ເພງ “ຢ່າກຽດກັນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1969)
ນັກຮ້ອງຕົ້ນສະບັບ : ນິດ ວິຈິຕຕະວົງ

ວິດີໂອດົນຕຣີບັນເລງເພງ “ຢ່າກຽດກັນ”

(ເວົ້າ) “ຍອດຮັກຂອງອ້າຍ ທາງຮັກຂອງເຮົາມີອຸປສັກເສັຽແລ້ວ
ແຕ່ເຖິງນ້ອງຈະປ່ຽນໃຈຈາກອ້າຍກໍຕາມເຖີດ ອ້າຍທົນຕໍ່ຄວາມຊໍ້ານັ້ນໄດ້
ຂໍສິ່ງດຽວ ນ້ອງຈົ່ງໃຫ້ຄວາມເປັນມິດແກ່ອ້າຍກໍພໍ…”

1) ເຖິງແມ່ນຕັດຮັກ ກໍຢ່າກຽດກັນ
ເຖິງຕັດສັມພັນ ຂໍຢ່າແໜງໜ່າຍ
ໃຫ້ຄວາມເປັນມິດສຖິດແໜ້ນ ໃຫ້ຄວາມລຶ້ງແກ່ນຕໍ່ກັນໄວ້
ເພາະຍັງໄດ້ຢູ່ ໂລກດຽວກັນ

2) ເຖິງແມ່ນໝົດຮັກ ກໍຢ່າປະນາມ
ຂໍຢ່າໄດ້ທຳ ໃຫ້ໃຈຂ້າຫວັ່ນ
ຢູ່ຢ່າງເປັນມິດກັນດີກວ່າ ຂືນມົວເຄືອງໂກດຕໍ່ກັນນັ້ນ
ຄົງຕຣົມໂສກສັນ ຕລອດຕາຍ

• ບາງທີວັນນຶ່ງ ເຂົ້າໃຈກັນ
ວັນນຶ່ງເກີດສົງສານ ວັນນັ້ນຄົງອາຍ
ຄິດຈະຮັກຄືນຄົງເກງໃຈ ແໜງສູ້ເປັນມິດຕໍ່ກັນໄວ້
ດີກວ່າ ຈະກຽດຊັງ

3) ສູນສິ້ນຄວາມຮັກ ກໍຢ່າໃຈດຳ
ຂໍຢ່າສ້າງກັມ ໄວ້ເປັນຮອຍດ່າງ
ປ່ອຍຄວາມເຈັບແຄ້ນໃຫ້ສິ້ນສຸດ ຫົວໃຈຈົ່ງຢຸດຢ່າເມີນໝາງ
ແມ່ນຊີບຫາກຍັງ ຢ່າກຽດກັນ…

ໂນຕເພງ “ຢ່າກຽດກັນ”
ວິດີໂອບັນເລງເພງ “ຢ່າກຽດກັນ”

ເພງ “ຢ່າພົບກັນອີກ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1971)
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ຢ່າພົບກັນອີກ”

1) ພໍແລ້ວ ເທົ່ານີ້ ກໍເຈັບເຫຼືອທົນ
ຢ່າມາ ປີ້ປົ່ນ ຫົວໃຈກັນອີກ
ສອງເຮົາ ແຍກກັນ ຢູ່ຄົນລະຊີກ
ເຫັນກັນຈົ່ງຫຼີກ ຢ່າພົບກັນອີກ ຕໍ່ໄປ…

2) ພໍແລ້ວ ສາບແລ້ວ ບໍ່ຂໍຮ່ວມທາງ
ຈົ່ງໄປ ໃຫ້ຫ່າງ ເຈົ້າຄົນຫຼາຍໃຈ
ຂໍຈຳ ເທົ່າຈົນ ຊົ່ວຊີວາວາຍ
ຊາດນີ້ຊາດໃດ ສອງເຮົາຢ່າໄດ້ ພົບກັນ…

(Solo Guitar 16 Bars)

3) ພໍແລ້ວ ສາບແລ້ວ ບໍ່ຂໍຮ່ວມທາງ
ຈົ່ງໄປ ໃຫ້ຫ່າງ ເຈົ້າຄົນຫຼາຍໃຈ
ຂໍຈຳ ເທົ່າຈົນ ຊົ່ວຊີວາວາຍ
ຊາດນີ້ຊາດໃດ ສອງເຮົາຢ່າໄດ້ ພົບກັນ…

ໂນຕເພງ “ຢ່າພົບກັນອີກ”
ວິດີໂອບັນເລງເພງ “ຢ່າພົບກັນອີກ”

ເພງ “ບໍ່ເຄີຍເຫັນ”

ເນື້ອຮ້ອງ & ທຳນອງ : …???… (1970)
ນັກຮ້ອງຕົ້ນສະບັບ : ອຳມະຣິດ

ວິດີໂອດົນຕຣີບັນເລງເພງ “ບໍ່ເຄີຍເຫັນ”

1) ຕັ້ງແຕ່ເກີດມາ ຍັງບໍ່ເຄີຍເຫັນ
ບໍ່ເຄີຍຈະເຫັນ ໃຜງາມປານນີ້
ແຕ່ນ້ອຍຈົນໃຫຍ່ ມາໄດ້ຫຼາຍປີ
ບໍ່ເຄີຍຈະມີ ໃຈຮັກຍິງໃດ

2) ຕໍ່ເມື່ອມາພົບ ສົບແວວເນດນາງ
ດັ່ງມີມົນຂັງ ຝັງຕຣຶງໃຈໄວ້
ດັ່ງຖືກເວດມົນ ສະກົດດວງໃຈ
ນ້ອງມາແຕ່ໃສ ອ້າຍບໍ່ເຄີຍເຫັນ

• ເນື້ອນວນ ຊວນຝັນ
ພັກຜ່ອງພັນ ດັ່ງຈັນເພັນ
ຜົມກໍດຳ ງາມເດັ່ນ
ນ້ອງຄົງຈະເປັນ ເທວດາ

3) ເປັນວາສນາ ຈຶ່ງມາພານພົບ
ໄດ້ມາປຣະສົບ ມິ່ງຂວັນຊີວາ
ໄດ້ຊົມພຽງໂສມ ຍັງຊື່ນວິນຍາ
ຫາກໄດ້ວິວາ ຄົງຍິ່ງສຸກເອີຍ…

ໂນຕເພງ “ບໍ່ເຄີຍເຫັນ”
ວິດີໂອບັນເລງເພງ “ບໍ່ເຄີຍເຫັນ”

ເພງ “ຮັກນຶ່ງໃຈດຽວ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ຮັກນຶ່ງໃຈດຽວ”

1) ນ້ອງຄືຍອດຍິງ ທີ່ອ້າຍຮັກໝັ້ນ
ຮັກດັ່ງຊີວັນ ຮັກຍິ່ງເໜືອຍິງໃດ
ຮັກນ້ອງລົ້ນຊວງ ຮັກໝົດໃຈ
ເທີດທູນໄວ້ ດ້ວຍຄວາມຮັກດ້ວຍຄວາມຫວງ

2) ຮ້ອຍຍິງພັນນາງ ບໍ່ຂໍຂ້ອງກ່ຽວ
ຮັກນ້ອງຄົນດຽວ ຫຼາຍກວ່າຍິງທັງປວງ
ຮັກສຸດຫົວໃຈ ຮັກໝົດຊວງ
ອ້າຍເຝົ້າຫວງ ເຝົ້າຖນອມແຕ່ນວນນ້ອງ

• ຄົນດີອ້າຍເອີຍ ຢ່າໄດ້ຣະແວງອ້າຍນີ້ເລີຍໜາ
ອ້າຍໃຫ້ສັນຍາ ວ່າຈະຊື່ຕຣົງຕໍ່ນ້ອງ
ອ້າຍຄອຍເອົາໃຈ ມິໃຫ້ຈອມໃຈເສົ້າໝອງ
ອ້າຍເຝົ້າໝາຍປອງ ແຕ່ນວນນ້ອງຢູ່ທຸກຄືນວັນ

3) ຫົວໃຈດວງດຽວ ທີ່ອ້າຍມີຢູ່
ມອບໃຫ້ຍອດຊູ້ ອຸທິດໃຫ້ນົງຄານ
ອ້າຍຈະຮັກດຽວ ພຽງເທົ່ານັ້ນ
ບໍ່ແບ່ງປັນ ຄວາມຮັກນີ້ໃຫ້ແກ່ໃຜ…

ໂນຕເພງ “ຮັກນຶ່ງໃຈດຽວ”
ວິດີໂອບັນເລງເພງ “ຮັກນຶ່ງໃຈດຽວ”

ເພງ “ຂ້າຫົວໃຈ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1966)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ຂ້າຫົວໃຈ”

1) ຊາດນີ້ ຊາດນີ້ມີກັມ
ຄວາມຮັກທຳ ຊໍ້າອົກປວດຣ້າວ
ຝາກຮັກໃຜ ກໍໝົດຫວັງໄປທຸກຄາວ
ເໝືອນຕົວເຮົາ ນີ້ບໍ່ມີຄ່າ

2) ຄວາມຮັກສິ້ນສາຍ ຫົວໃຈຂ້າຊໍ້າ
ອ້າຍຍັງປຣະນາມ ແລະນິນທາ
ໂປຣດປຣະຫານ ຂ້ານີ້ໃຫ້ຕາຍ
ໄປເສັຽດີກວ່າ ຢ່າພຽງແຕ່ຂ້າຫົວໃຈ

3) ຢ່າເຢີ້ຍ ຢ່າເຢີ້ຍຕົວຂ້າ
ຂໍເມດຕາ ຂ້າຜູ່ຈົນຮ້າຍ
ຕັດຮັກແລ້ວ ຢ່າຄິດຕິດຕາມຜານໃຈ
ໂປຣດຈົ່ງໄດ້ ໃຫ້ຄວາມປຣານີ

4) ສິ້ນຮັກສິ້ນຫວັງ ຂ້າຍັງທົນໄຫວ
ຂໍພຽງຫົວໃຈ ຢ່າປົ່ນປີ້
ແຕ່ອ້າຍນັ້ນ ກັບເຢີ້ຍໃຫ້ອາຍ
ໝາຍໃຈບີບບີ້ ຫົວໃຈຂ້ານີ້ໃຫ້ຕາຍ…

ໂນຕເພງ “ຂ້າຫົວໃຈ”
ວິດີໂອບັນເລງເພງ “ຂ້າຫົວໃຈ”

ເພງ “ນີ້ແຫຼະຜູ່ຍິງ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1969)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ນີ້ແຫຼະຜູ່ຍິງ”

1) ນີ້ແຫຼະຜູ່ຍິງ ຟ້າໃຫ້ເກີດມາ
ເກີດມາເພື່ອເປັນ ມານດາຂອງຄົນ
ບໍ່ໄດ້ເກີດເພື່ອມາ ສ້າງຄວາມໝອງໝົ່ນ
ເກີດມາສ້າງຄົນ ສ້າງຄົນ ສ້າງຄົນ

2) ໃຜວ່າຜູ່ຍິງ ນີ້ມີແຕ່ລວງ
ທີ່ຍິງຊໍ້າຊວງ ເພາະຄວາມໝອງໝົ່ນ
ບໍ່ແມ່ນເກີດຍ້ອນຊາຍ ຫຼືຈຶ່ງເສັຽຄົນ
ຄວາມສາວປີ້ປົ່ນ ດ້ວຍກົນຊາຍລວງ

• ຢ່າຄິດຢ່າຫາ ວ່າຍິງເກີດມາຮົກໂລກ
ບໍ່ມີຜູ່ຍິງຊາຍກໍ ຄົງໂສກບ້າປ່ວງ
ຢ່າເໝົາວ່າຍິງ ທຸກຄົນຫຼອກລວງ
ຊາຍກໍຫຼອກລວງ ໃຜໜໍລວງກັນຫຼາຍກວ່າ

3) ແມ່ນດ່າວ່າຍິງ ນີ້ສິ້ນຄວາມໝາຍ
ເຫດໃດຜູ່ຊາຍ ຈຶ່ງຍັງວິວາ
ບໍ່ເຫັນຢູ່ຜູ່ດຽວ ຈົນດິນຖົມໜ້າ
ເກັ່ງຈິງກໍຢ່າ ວິວາກັບຍິງ…

ໂນຕເພງ “ນີ້ແຫຼະຜູ່ຍິງ”
ວິດີໂອບັນເລງເພງ “ນີ້ແຫຼະຜູ່ຍິງ”

ເພງ “ຄອຍຄວາມຫວັງ”

ເນື້ອຮ້ອງ : ສີລາວົງ ແກ້ວ / ທຳນອງ : ວິຣົດ ໄຕຣມະນີ (1968)
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ຄອຍຄວາມຫວັງ”

1) ດວງຕາວັນ ໃກ້ລັບຟ້າ
ໂສກຈິງໜາ ຟ້າສີທອງ
ສາດແສງລົງ ໃສ່ນໍ້າຂອງ
ເມື່ອໄດ້ມອງ ເສົ້າຣຶທັຍ

2) ດວງຕາວັນ ໃກ້ສິ້ນແສງ
ຂອບຟ້າແດງ ເໝືອນດັ່ງໄຟ
ຈະເຜົາໂລກ ໃຫ້ສລາຍ
ຫຼືຢ່າງໃດ ຄິດໄຫວຫວັ່ນ

• ນັ່ງຢູ່ ດຽວດາຍ
ຍອດດວງໃຈ ຈາກໄປຫຼາຍວັນ
ນັ່ງຄິດ ນັ່ງຝັນ
ລຳພັນ ຫານາງ

3) ພໍຕາວັນ ລັບຂອບຟ້າ
ໝູ່ນົກກາ ບິນຄືນຮັງ
ຂ້າຈະຄອຍ ດ້ວຍຄວາມຫວັງ
ຄິດວ່ານາງ ຄົງກັບມາ…

ໂນຕເພງ “ຄອຍຄວາມຫວັງ”
ວິດີໂອບັນເລງເພງ “ຄອຍຄວາມຫວັງ”