“ບັນຫາການບັນເລງເພງບໍ່ຄົບຫ້ອງ ຫຼືມີຫ້ອງຄີກ…”

ມີຄົນຕິດຕາມການບັນເລງເພງລາວອະມະຕະດ້ວຍຄີບອດ ແລະສົນໃຈຫັດຫຼິ້ນຕາມ ໄດ້ຂຽນມາຖາມວ່າ :

“ໄດ້ພະຍາຍາມຟັງແລະເບິ່ງວິດີໂອດົນຕຣີບັນເລງເພງ “ເພາະອ້າຍນີ້ລືມນ້ອງບໍ່ລົງ” ຂອງ ອາຈານ ວິລລ້ຽມ ດິດທະວົງ, ບໍ່ຮູ້ແລະບໍ່ເຂົ້າໃຈວ່າ ເປັນຫຍັງເມື່ອພະຍາຍາມເສບຕາມ ແລະເວລາໃສ່ການລົວກອງ (Break) ຮູ້ສຶກວ່າບໍ່ເຂົ້າຈັງຫວະເພງຄືດັ່ງໃນວິດີໂອ?”

ກ່ຽວກັບຄຳຖາມທີ່ວ່າ ການບັນເລງເພງ “ເພາະອ້າຍນີ້ລືມນ້ອງບໍ່ລົງ” ຂອງ ອາຈານ ວິລລ້ຽມ ດິດທະວົງ ດ້ວຍຄີບອດອັຕຕະໂນມັດ (Arranger Keyboard) ເປັນຫຍັງຈຶ່ງໃສ່ການລົວກອງ (Break) ບໍ່ເຂົ້າຈັງຫວະເພງດັ່ງໃນວິດີໂອທີ່ໄດ້ເຜີຍແຜ່ນັ້ນ ຂໍໃຫ້ຄຳອະທິບາຍແລະຊີ້ແຈງດັ່ງນີ້…
ບັນຫານີ້ ມີສາເຫດຕົ້ນຕໍທີ່ສຳຄັນ 2 ປະການຊຶ່ງຕ້ອງເຂົ້າໃຈ ຄື :

  1. ໂຄງຮ່າງທຳນອງຂອງເພງ ມີຫ້ອງບໍ່ຄົບຈັງຫວະ 4/4 ຢູ່ໃນບົດເພງ
  2. ລະບົບລົວກອງອັຕຕະໂນມັດຂອງຄີບອດ (Break) ມີຂອບເຂດຈຳກັດ ບໍ່ສາມາດລົວເພງທີ່ມີຫ້ອງບໍ່ຄົບຈັງຫວະ 4/4

ວິທີແກ້ໄຂບັນຫາດັ່ງກ່າວມາຂ້າງເທິງ ແມ່ນຕ້ອງໄດ້ໝຸນໃຊ້ກົນໄກຂອງຄີບອດປະເດັນໜຶ່ງເຂົ້າມາຊ່ວຍ ນັ້ນກໍຄືລະບົບ (SYNC START) ແລະ (SYNC STOP) ໃນພາກສ່ວນບັງຄັບ ຈັງຫວະລະບົບກອງອັຕຕະໂນມັດຂອງຄີບອດ ຄວບຄູ່ໄປກັບດຸມ ລົວກອງຂອງຄີບອດ (BREAK).

ເພື່ອຈະສາມາດນຳໃຊ້ກົນໄກຂອງຄີບອດຕາມປະເດັນທີ່ກ່າວມາໃຫ້ບັນລຸຜົນສຳເລັດ ຕ້ອງໄດ້ອາສັຍ 2 ປັດຈັຍສຳຄັນຕໍ່ໄປນີ້ :

  1. ເຂົ້າໃຈໂຄງຮ່າງທຳນອງຂອງເພງ ວ່າມີຫ້ອງບໍ່ຄົບຈັງຫວະ 4/4 ຢູ່ໃສ
  2. ຝຶກຝົນນີ້ວມືໃນຂະນະທີ່ບັນເລງ ເພື່ອຈະສາມາດບັງຄັບລະບົບ (SYNC START) ແລະ (SYNC STOP) ໃຫ້ທັນເວລາແລະພ້ອມພຽງໄປກັບການໃຊ້ດຸມລົວກອງຂອງຄີບອດ (BREAK).

ກ່ອນອື່ນໝົດ ມາລົງເລິກແລະວິເຄາະບັນຫາທີ່ 1 ເສັຽກ່ອນວ່າທຳນອງຂອງເພງ ມີຫ້ອງບໍ່ຄົບຈັງຫວະ 4/4 ຢູ່ບ່ອນໃດ?
ເພື່ອຈະສາມາດຈັບຈຸດຂອງເພງວ່າມີຫ້ອງບໍ່ຄົບຈັງຫວະ 4/4 ຢູ່ໃສ ຕ້ອງຮູ້ຈັກການນັບຫ້ອງຂອງບົດເພງກ່ອນ.
ຕາມຫຼັກການທາງດ້ານດົນຕຣີ ໂຄງຮ່າງທຳນອງຂອງເພງໂດຍທົ່ວໆໄປ ສ່ວນໃຫຍ່ແມ່ນເປັນແບບຈັງຫວະ 4/4 (ສີ່ສ່ວນສີ່) ຊຶ່ງໝາຍຄວາມວ່າ ທຳນອງຂອງເພງ ແຕ່ຕົ້ນຈົນຈົບ ຈະຖືກແບ່ງເປັນໄລຍະຫ່າງທີ່ສມໍ່າສເມີ ເອີ້ນວ່າ ຫ້ອງ (Measure). ແຕ່ລະຫ້ອງ ຈະຖືກແບ່ງລົງໄປເປັນ 4 ບາດກ້າວ (4 Beats).

ການນັບຫ້ອງຂອງບົດເພງນຶ່ງໆ ແມ່ນການຟັງບົດເພງແລະພະຍາຍາມເຄາະຈັງຫວະໄປຕາມຖ່ວງທຳນອງຂອງເພງຢ່າງສມໍ່າສເມີ ໂດຍການກຳນົດຄວາມໄວໃຫ້ສອດຄ່ອງກັບທຳນອງ ບໍ່ໃຫ້ຂັດກັບຈັງຫວະ ຄ້າຍໆຄືການເດີນສວນສນາມ ທີ່ຈະຕ້ອງພະຍາຍາມຍ່າງຕາມໝູ່ ແຕ່ບໍ່ໃຫ້ບາດກ້າວຂາຂອງຕົນເອງ ໄປເຕະຫຼືສະດຸດສົ້ນຕີນຜູ່ອື່ນທີ່ຍ່າງນຳໜ້າແລະນຳຫຼັງ.

ໂຄງຮ່າງເພງ “ເພາະອ້າຍນີ້ລືມນ້ອງບໍ່ລົງ” ຂອງ ອາຈານ ວິລລ້ຽມ ດິດທະວົງສ໌ ແມ່ນເພງໃນຈັງຫວະ 4/4 ປະເພດ Slow Soul. ທຳນອງຮ້ອງຂອງເພງ ແມ່ນມີຄວາມໄວຊ້າປະມານ 70-75 ບາດກ້າວຕໍ່ນາທີ (Tempo = 72). ເນີ້ອຮ້ອງຂອງເພງແມ່ນມີ 4 ທ່ອນ (ຄືທ່ອນທີ່ 1, ທ່ອນທີ່ 2, ທ່ອນແຍກ ແລະທ່ອນທີ່ 3 ຫຼືເອີ້ນວ່າທ່ອນສຸດທ້າຍ). ລະດັບສຽງສູງຕໍ່າຂອງທຳນອງຮ້ອງຕົ້ນສະບັບ ແມ່ນຢູ່ໃນລະດັບກະແຈສຽງ D major (Ré Majeur).

ເພື່ອບໍ່ໃຫ້ເປັນການຊັກຊ້າເສັຽເວລາ ຂໍໃຫ້ເບິ່ງຕາມຕົວຢ່າງທີ່ໄດ້ຄັດອອກມາຈາກໂນຕເພງເປັນພາບປະກອບການອະທິບາຍດັ່ງນີ້.

ໃນທີ່ນີ້ ຈະເນັ້ນໜັກແຕ່ສະເພາະເຈາະຈົງ ໃຫ້ເຂົ້າໃຈບັນຫາເພງທີ່ມີຫ້ອງບໍ່ເຕັມຈັງຫວະ 4/4 ເປັນຫຼັກເສັຽກ່ອນ, ສ່ວນປະເດັນອື່ນໆ ຈະຂໍໃຫ້ຄຳອະທິບາຍຕ່າງຫາກຕາມພາຍພາກໜ້າ (ຕົວຢ່າງ ການເລີ່ມຕົ້ນເຄາະຈັງຫວະຕາມເພງ ຈະຂຶ້ນຕົ້ນຢ່າງໃດ ເວລາໃດເລີ່ມຕົ້ນຂຶ້ນເພງ ເວລາໃດເລີ່ມຕົ້ນຮ້ອງ ຯລຯ…)

ຕາມໃນພາບທີ່ຄັດມາປະກອບການອະທິບາຍ (ຊຶ່ງມີໃຫ້ເບິ່ງ ເປັນທັງແບບໂນຕສາກົນ ແລະເປັນແບບຮູບຂີດຂຽນທັມມະດາ) ເຮົາຈະເຫັນວ່າ ໃນວັກທີ່ 1 ຂອງເນື້ອຮ້ອງ, ຫ້ອງທີ່ 6 ຂອງເພງ ມີພຽງ 2 ບາດກ້າວ (ບໍ່ເຕັມຈັງຫວະ 4/4). ຫາກເຮົານັບຮວມທັງໝົດຈຳນວນຫ້ອງຂອງວັກທີ່ 1 ແມ່ນມີ 8 ຫ້ອງໃນຈັງຫວະ 4/4 ບວກກັບ 1 ຫ້ອງໃນຈັງຫວະ 2/4 ຊຶ່ງເອີ້ນກັນຕາມຫຼັກການດົນຕຣີວ່າ 8 ຫ້ອງເຄິ່ງ.

ເມື່ອເຫດການເປັນດັ່ງນີ້, ເວລາເສບບັນເລງດ້ວຍຄີບອດອັຕຕະໂນມັດ, ພາກສ່ວນກອງທີ່ນຳພາຈັງຫວະຂອງເພງ ຈະພົບອຸປສັກໃນການຊີ້ຂາດຫ້ອງຂອງເພງ. ດ້ວຍວ່າ ຄີບອດບໍ່ສາມາດໄຈ້ແຍກຄວາມແຕກຕ່າງຣະຫວ່າງ ຫ້ອງໃນຈັງຫວະ 4/4 ແລະ ຫ້ອງໃນຈັງຫວະ 2/4. ເມື່ອເລີ່ມຂຶ້ນເພງໃນຈັງຫວະ 4/4 ພໍໄປເຖິງບ່ອນຫ້ອງໃນຈັງຫວະ 2/4, ຄີບອດຈະນັບຫ້ອງດັ່ງກ່າວເປັນຫ້ອງ 4/4, ອັນພາໃຫ້ການນັບຫ້ອງຂອງບົດເພງ ເຄີກໄປເປັນເພງ 9 ຫ້ອງ 4/4, ແທນທີ່ຈະເປັນ 8 ຫ້ອງເຄິ່ງ.

ປະກົດການນີ້ ຖ້າຫາກເສບບັນເລງກັນເປັນຄະນະວົງດົນຕຣີຄົບກັນ ຕົວຢ່າງ 4 ຄົນ ອັນປະກອບດ້ວຍ ມືກອງ (Drums) ມຶກິຕ້າເບສ (Bass) ມືກິຕ້າໂຊໂລ (Lead Guitar) ມືຄີບອດ (Keyboard), ໂດຍປົກກະຕິ ເມື່ອນັກຮ້ອງ ຮ້ອງໄປສຸດວັກນຶ່ງ ທາງຄະນະວົງນັກເສບແລະບັນເລງ ຈະມີການສົ່ງວັກ ຄືຕົວຢ່າງການລົວກອງສົ່ງ ເປັນຕົ້ນ… ຖ້າຄະນະວົງດົນຕຣີ ບໍ່ເຂົ້າໃຈເລິກຊຶ້ງ ວ່າໃນເພງທີ່ບັນເລງຢູ່ ມີຫ້ອງບໍ່ເຕັມຈັງຫວະສົມບູນເຊື່ອງຊ້ອນຢູ່ ກໍຈະພົບບັນຫາເພງເຄີກຈັງຫວະ ເມື່ອລົວກອງສົ່ງ ກໍຮູ້ສຶກວ່າບໍ່ເຂົ້າຮ່າງເຂົ້າຮອຍກັນ ນັກຮ້ອງກໍສັບສົນ ບໍ່ຮູ້ບ່ອນຈະຮ້ອງເຂົ້າຕໍ່ວັກຕໍ່ໆໄປ ຯລຯ ດັ່ງນີ້ເປັນຕົ້ນ.

ນັກເສບກໍພາກັນຕຳນິຕິຕຽນນັກຮ້ອງ ວ່າຮ້ອງບໍ່ຖືກຈັງຫວະ, ສ່ວນນັກຮ້ອງກໍຫາວ່ານັກເສບ ເສບບໍ່ຖືກ ພາໃຫ້ຮ້ອງບໍ່ເຂົ້າກັບວົງ. ບາງເທື່ອ ນັກເສບທັງສີ່ຄົນ ກໍຜິດຖຽງກັນເອງ ເພາະບໍ່ລົງເອີຍກັນໄດ້… ຍ້ອນວ່າບໍ່ສາມາດໃຫ້ຄຳຕອບອັນເດັດຂາດ ວ່າບັນຫາມັນມາຈາກໃສແທ້?…

ຂຽນມາຍືດຍາວສົມຄວນແລ້ວ ຈະຂໍໂຈະໄວ້ພຽງທໍ່ນີ້ກ່ອນ ເພື່ອໃຫ້ຜູ່ອ່ານຫຼາຍໆຄົນ ໄດ້ນຳໄປຕຶກຕອງຊຳຊາລໍຖ້າ ບົດຕໍ່ໄປຈະມາໃຫ້ຄຳສເລີຍ ໃນການແກ້ບັນຫາການເສບແລະບັນເລງເພງບໍ່ຄົບຫ້ອງ ຫຼືມີຫ້ອງຄີກນີ້.

Paris, 20 ຕຸລາ 2019


“ແກ້ໄຂບັນຫາການບັນເລງເພງບໍ່ຄົບຫ້ອງຫຼືມີຫ້ອງຄີກ…”

ດັ່ງທີ່ໄດ້ເລີ່ມຕົ້ນໃນບົດຂຽນຜ່ານມາກ່ຽວກັບຫົວຂໍ້ ວິທີແກ້ໄຂບັນຫາການຫຼິ້ນຄີບອດອັຕຕະໂນມັດ ກັບເພງທີ່ມີຫ້ອງບໍ່ເຕັມຈັງຫວະ. ມື້ນີ້ຈະມາສືບຕໍ່ສາຣທິດແລະອະທິບາຍເຄັດລັບ ໃນການນຳໃຊ້ກົນໄກພິເສດບາງສ່ວນຂອງຄີບອດ ເພື່ອແກ້ໄຂບັນຫາດັ່ງກ່າວ.

ກ່ອນອື່ນ ມາທຳຄວາມເຂົ້າໃຈເລັກນ້ອຍກັບກົນໄກພື້ນຖານຂອງຄີບອດອັຕຕະໂນມັດ (Arranger Keyboard) ວ່າມັນມີຄຸນສົມບັດແລະຂອບເຂດຈຳກັດຢ່າງໃດແດ່ໃນການບັນເລງເພງ… (ໝາຍເຫດ: ນະທີ່ນີ້ຈະຂໍຍົກຕົວຢ່າງສະເພາະຄີບອດຍີ່ຫໍ້ Yamaha ລຸ້ນ PSR ມາປະກອບຄຳອະທິບາຍ).

ພາກສ່ວນ “ບັງຄັບຈັງຫວະເພງ” (STYLE CONTROL) ຂອງຄີບອດດ້ວຍມືຊ້າຍ.

ພາກສ່ວນນີ້ນອນຢູ່ກໍ້າຊ້າຍຂອງຄີບອດ ປະກອບດ້ວຍປຸ່ມ (ຫຼືດຸມ) ຕ່າງໆທີ່ມີໜ້າທີ່ສຳລັບບັງຄັບຣະບົບຈັງຫວະຂອງເພງທີ່ຈະບັນເລງ. ດຸມບັງຄັບທັງໝົດແບ່ງອອກເປັນ 3 ກຸ່ມດັ່ງນີ້ :

  1. ກຸ່ມບັງຄັບຣະບົບອັຕຕະໂນມັດຮວມຂອງຈັງຫວະ
  2. ກຸ່ມເລືອກຣະບົບຂຶ້ນຕົ້ນເພງ, ເລືອກສິສັນຂອງຈັງຫວະແລະລູກສົ່ງ, ເລືອກຣະບົບລົງເພງ
  3. ກຸ່ມບັງຄັບກົນໄກເລີ່ມຕົ້ນ ສືບຕໍ່ ແລະຢຸດຈັງຫວະ

ດຸມຕ່າງໆຂອງທັງ 3 ກຸ່ມນີ້ ມີໜ້າທີ່ພົວພັນຊຶ່ງກັນແລະກັນໃນການບັງຄັບຈັງຫວະເພງ ຊຶ່ງຕ້ອງໄດ້ເລືອກແລະເອີ້ນຂຶ້ນມາລ່ວງໜ້າ ກ່ອນຈະລົງມືບັນເລງ. ຈັງຫວະ ໃນທີ່ນີ້ໝາຍເຖິງ STYLE ຂອງເພງທີ່ຈະຫຼິ້ນ.

ສຳລັບເພງ “ເພາະອ້າຍນີ້ລືມນ້ອງບໍ່ລົງ” ຂອງ ອາຈານ ວິລລ້ຽມ ດີດທະວົງ ແມ່ນຈະເລືອກໃຊ້ຈັງຫວະ Modern16BeatBallad ໃນໝວດ BALLAD ຂອງ STYLE ໂດຍກຳນົດຄວາມໄວຊ້າຂອງຈັງຫວະຢູ່ປະມານ 72 ບາດກ້າວຕໍ່ນາທີ (TEMPO = 72).

ພາກສ່ວນນີ້ ແມ່ນສຳລັບສະເພາະມືຊ້າຍ ສ່ວນມືຂວາຂ້າພະເຈົ້າໄດ້ເລືອກໃຊ້ສຽງກິຕ້າສຽງໃສ “SlideClean” ໃນໝວດ GUITAR & BASS ຂອງ VOICE.

ການກຳນົດໜ້າທີ່ຂອງມືຊ້າຍແລະມືຂວາ ແມ່ນເພື່ອແບ່ງປັນໜ້າທີ່ການບັນເລງເທິງແປ້ນດີດຂອງຄີບອດອອກເປັນສອງພາກ. ມຶຊ້າຍມີໜ້າທີ່ຫຼິ້ນແລະບັງຄັບສຽງ ກອງ ເບສ ແລະເຄື່ອງປະສານພື້ນຖານໂດຍອັຕຕະໂນມັດ ສ່ວນມືຂວາຈະຫຼິ້ນສຽງທຳນອງເພງແລະສຽງສອຍຕ່າງໆ.

ກ່ອນຈະເລີ່ມຕົ້ນເສບ ພວກເຮົາມາລົງເລິກທຳຄວາມເຂົ້າໃຈຄຸນສົມບັດຂອງພາກສ່ວນ STYLE CONTROL ທັງ 3 ກຸ່ມສຳລັບມືຊ້າຍກ່ອນເລັກນ້ອຍ.

ກຸ່ມທີ່ (1) ປະກອບດ້ວຍ 4 ດຸມ :

  • ACMP (ເມື່ອເປິດໃຊ້ງານ) ແມ່ນເພື່ອບົ່ງບອກວ່າ ຖ້າເຮົາເລີ່ມກົດຂອດ (Chords) ດ້ວຍມືຊ້າຍເທິງຄີບອດກໍ້າຊ້າຍ ຈັງຫວະເພງຈະເລີ່ມບັນເລງພ້ອມກັນທັນທີ
  • FADE IN/OUT (ເມື່ອເປິດໃຊ້ງານ) ແມ່ນສຳລັບຂຶ້ນຕົ້ນຫຼືລົງເພງ ໂດຍການເພີ່ມຫຼືຜ່ອນສຽງເຂົ້າອອກຢ່າງຊ້າໆ
  • OTS LINK (ເມື່ອເປິດໃຊ້ງານ) ບົ່ງບອກວ່າ ເມື່ອປ່ຽນສຽງຂອງມືຂວາໂດຍດຸມ ONE TOUCH SETTING (1-2-3-4) ສີສັນຂອງຈັງຫວະຂອງພາກສ່ວນມືຊ້າຍ MAIN VARIATION (A-B-C-D) ຈະປ່ຽນໄປຕາມໂດຍອັຕຕະໂນມັດ
  • AUTO FILL IN (ເມື່ອເປິດໃຊ້ງານ) ແມ່ນບົ່ງບອກໃຫ້ມີການສົ່ງກອງແລະຈັງຫວະ ເວລາເລືອກປ່ຽນສີສັນຂອງຈັງຫວະ MAIN VARIATION ລະຫ່ວາງດຸມ A-B-C-D

ກຸ່ມທີ່ (2) ປະກອບດ້ວຍ 11 ດຸມແລະແບ່ງເປັນ 3 ໝວດ :

  • ໝວດ INTRO (3 ດຸມ : I II III) ສຳລັບຂຶ້ນຕົ້ນເພງ
  • ໝວດ MAIN VARIATION (5 ດຸມ : A B C D ແລະ BREAK) ສຳລັບປ່ຽນສີສັນຂອງຈັງຫວະ ແລະ ລົວຢຸດເພື່ອສົ່ງເພງ
  • ໝວດ ENDING/FILL (3 ດຸມ : I II III) ສຳລັບລົງເພງຕອນຈົບ

ຖ້າເຮົາສັງເກດໃຫ້ດີໆກໍຈະເຫັນວ່າ ການຈັດແຈງແລະແບ່ງໝວດຂອງ 11 ດຸມໃນກຸ່ມນີ້ ແມ່ນສາມາດນຳໃຊ້ເພື່ອບັນເລງເພງທີ່ມີພື້ນຖານປະເພດເພງແບບ 4 ທ່ອນ ຊຶ່ງເຮົາສາມາດໝຸນໃຊ້ 11 ດຸມເຫຼົ່ານີ້ດັ່ງຕໍ່ໄປນີ້ :

  1. ຂຶ້ນຕົ້ນເພງດ້ວຍການເລືອກ 1 ໃນ 3 ດຸມຂອງໝວດ INTRO
  2. ນຳໃຊ້ 4 ດຸມ A B C D ຂອງໝວດ MAIN VARIATION ເພື່ອບັນເລງເພງ 4 ທ່ອນຕາມລຳດັບດັ່ງນີ້ :
    • ວັກທີ່ 1 ຫຼິ້ນດຸມ A
    • ວັກທີ່ 2 ຫຼິ້ນດຸມ B
    • ທ່ອນແຍກ ຫຼິ້ນດຸມ C
    • ວັກທີ່ 3 ກັບຄືນໄປຫຼິ້ນດຸມ B
    • ໂຊໂລດົນຕຣີ ຫຼິ້ນດຸມ D
    • ກັບໄປຫຼິ້ນທ່ອນແຍກ ດ້ວຍດຸມ C
    • ຫຼິ້ນວັກທີ່ 3 ດ້ວຍດຸມ B
  3. ລົງທ້າຍເພື່ອຈົບເພງດ້ວຍການເລືອກ 1 ໃນ 3 ດຸມຂອງໝວດ ENDING/FILL

ນີ້ຄືໂຄງສ້າງກະທັດຮັດຂອງຣະບົບ STYLE CONTROL ຂອງຄີບອດອັຕຕະໂນມັດ ຊຶ່ງສາມາດນຳໄປໝຸນໃຊ້ກັບການບັນເລງເພງໄດ້ໂດຍທົ່ວໄປ.
ຫຼັກການນຳໃຊ້ຣະບົບ STYLE CONTROL ຂອງຄີບອດດັ່ງກ່າວມາຂ້າງເທິງນີ້ ແມ່ນສະດວກສະບາຍທີ່ສຸດສຳລັບຄົນທີ່ຫັດຫຼິ້ນໃໝ່ໆ ບໍ່ຕ້ອງກັງວົນກັບການເລືອກກົດດຸມທີ່ຫຍຸ້ງຍາກສຳລັບມືຊ້າຍ ເພາະຄີບອດໄດ້ຕັ້ງຄ່າແລະກົນໄກໄວ້ໃຫ້ໂດຍອັຕຕະໂນມັດແລ້ວ. ພຽງແຕ່ພະຍາຍາມຝຶກແອບນີ້ວມື ໃນການຈັບຂອດໃຫ້ຖືກ ແລະຍ້າຍນີ້ວມືປ່ຽນຂອດໃຫ້ທັນເວລາຕາມເພງ. ອາດຈະໃຊ້ມືຂວາມາຊ່ວຍປ່ຽນສີສັນຂອງຈັງຫວະ A B C D ຂອງໝວດ MAIN VARIATION ເວລາປ່ຽນວັກຕ່າງໆຂອງເພງ ໃນຂະນະທີ່ມືຊ້າຍຍັງຕ້ອງຄວບຄຸມການຈັບຂອດຢູ່. ຫຼັກການນີ້ຈະດຳເນີນໄປດ້ວຍດີ ແມ່ນຕ້ອງໄດ້ກະກຽມການຕັ້ງຄ່າບາງຢ່າງຂອງຣະບົບ ໄວ້ລ່ວງໜ້າກ່ອນຈະເລີ່ມບັນເລງ ຄື :

  1. ໃນກຸ່ມທີ່ 1 ເປີດໃຊ້ດຸມ ACMP ແລະດຸມ AUTO FILL IN
  2. ເລືອກໃຊ້ດຸມ A ຂອງໝວດ MAIN VARIATION
  3. ເປີດໃຊ້ດຸມ SYNC START ໃນກຸ່ມທີ່ 3

ການຕັ້ງຄ່າ 3 ຢ່າງນີ້ ພາໃຫ້ກົນໄກການເສື່ອມໂຍງຂອງ 3 ໝວດຂອງດຸມ STYLE CONTROL ດຳເນີນໄປໂດຍອັຕຕະໂນມັດ.

ຕົວຢ່າງ ເມື່ອເຮົາເລືອກຂຶ້ນເພງດ້ວຍ 1 ໃນ 3 ດຸມ INTRO (ຍົກເວັ້ນດຸມທີ່ 1 ຊຶ່ງມີພຽງສຽງກອງທີ່ນັບຈັງຫວະຂຶ້ນຕົ້ນເພງໃຫ້ 1 ຫຼື 2 ຫ້ອງ), ຄີບອດຈະເລີ່ມບັນເລງດົນຕຣີຊຶ່ງຖືກອັດບັນທຶກເກັບໄວ້ໃນ STYLE ແລ້ວລ່ວງໜ້າ ເຮົາກໍມີແຕ່ພຽງກົດຂອດທຳອິດຂອງເພງ (ຂອດຫຼັກຂອງເພງ). ໃນຂະນະທີ່ຄີບອດເລີ່ມຫຼິ້ນ INTRO ເພງໂດຍອັຕຕະໂນມັດ ມືຊ້າຍກໍບໍ່ຕ້ອງຈຳເປັນໄປປ່ຽນຂອດແຕ່ຢ່າງໃດ ມີແຕ່ລໍຖ້າໃຫ້ຄີບອດບັນເລງ INTRO ໃຫ້ຈົບແລ້ວ ມັນກໍຈະໂດດໄປຫຼິ້ນດຸມ A ຂອງໝວດ MAIN VARIATION ໂດຍອັຕຕະໂນມັດ ຊຶ່ງກົງກັບວັກທີ່ 1 ຂອງເພງໂດຍທົ່ວໄປ.

ອີກດ້ານນຶ່ງ ເວລາເຮົາປ່ຽນສີສັນຂອງຈັງຫວະ A B C D ຂອງໝວດ MAIN VARIATION ເພື່ອສົ່ງວັກນຶ່ງຕໍ່ໄປໃສ່ອີກວັກນຶ່ງໆຂອງເພງ ຄີບອດກໍຈະສົ່ງລູກລົວທີ່ເສື່ອມໂຍງຣະຫວ່າງວັກຕ່າງໆຂອງເພງໃຫ້ເຮົາໂດຍອັຕຕະໂນມັດ ເພາະເຮົາໄດ້ຕັ້ງຄ່າບອກບັງຄັບດ້ວຍການເປີດໃຊ້ດຸມ AUTO FILL IN ໄວ້ແລ້ວແຕ່ຕົ້ນ.

ເມື່ອຊຳນານໃນການໃຊ້ມືຊ້າຍທັງຈັບຂອດແລະປ່ຽນຂອດໄປຕາມເພງ ພ້ອມທັງກົດດຸມເພື່ອປ່ຽນສີສັນຂອງຈັງຫວະ A B C D ຂອງໝວດ MAIN VARIATION ເວລາປ່ຽນວັກນຶ່ງຕໍ່ໄປໃສ່ວັກນຶ່ງ ຂຶ້ນເພງແລະລົງເພງໃຫ້ໄດ້ນິ້ມນວນແລ້ວ ຈຶ່ງຄ່ອຍໆໄປຝຶກແອບຫຼິ້ນໂຊໂລແລະລູກສອຍດ້ວຍມືຂວາ ພ້ອມທັງການນຳໃຊ້ດຸມ BREAK ດຸມ SYNC STOP ແລະອື່ນໆ.

ຂໍໂຈະໄວ້ພຽງທໍ່ນີ້ກ່ອນ ບົດຕໍ່ໄປຈະອະທິບາຍການແກ້ບັນຫາການເສບແລະບັນເລງເພງບໍ່ຄົບຫ້ອງຫຼືມີຫ້ອງຄີກ ໂດຍການໝຸນໃຊ້ ດຸມ SYNC STOP.

Paris, 26 ຕຸລາ 2019


“ສເລີຍບັນຫາການບັນເລງເພງບໍ່ຄົບຫ້ອງຫຼືມີຫ້ອງຄີກ…”

ສະບາຍດີ ທ່ານຜູ່ອ່ານ,

ມື້ນີ້ຈະມາອະທິບາຍແລະແກ້ບັນຫາການເສບແລະບັນເລງເພງບໍ່ຄົບຫ້ອງຫຼືມີຫ້ອງຄີກ ໂດຍການໝຸນໃຊ້ດຸມ SYNC STOP ຂອງຄີບອດ.

ບາງທ່ານອາດຈະງົງຫຼືບໍ່ເຂົ້າໃຈວ່າ ຄຳຖາມພຽງສັ້ນໆ ເປັນຫຍັງຈຶ່ງຕອບແລະຂຽນບັນລະຍາຍຍືດຍາວແທ້?…
ຈຸດປຣະສົງແມ່ນຢາກໃຫ້ທຸກຄົນທີ່ສົນໃຈບັນຫານີ້ ໄດ້ມີໂອກາດນຳໄປໃຊ້ເປັນຫຼັກອ້າງອີງແລະ ສຳລັບເກັບໄວ້ສຶກສາຄົ້ນຄວ້າເພີ່ມຕື່ມຢ່າງກວ້າງຂວາງ.

ສຳລັບຄວາມຄຶດສ່ວນຕົວຂອງຂ້າພະເຈົ້າ ການແກ້ບັນຫາທຸກຢ່າງ ແມ່ນຕອ້ງເລີ່ມຕົ້ນຊອກຫາສາເຫດທີ່ມາຂອງບັນຫາ, ສຶກສາຄົ້ນຄວ້າອາສັຍເຄື່ອງມືມາຊ່ວຍໃນການແກ້ບັນຫາ ແລະພະຍາຍາມຝຶກຝົນທົດລອງນຳໃຊ້ພາກປະຕິບັດ ເພື່ອໃຫ້ບັນລຸຜົນສຳເລັດດັ່ງໝາຍ.

ສຳລັບບັນຫາຂອງພວກເຮົາກໍເຊັ່ນດຽວກັນ ເວົ້າສະລຸບຮວມ ແມ່ນຕ້ອງ :

  1. ຮູ້ຈັກນັບຈັງຫວະຂອງເພງ
  2. ເຂົ້າໃຈຄຸນສົມບັດຂອງຄີບອດທີ່ໃຊ້ບັນເລງ
  3. ຝຶກຝົນ, ທົດລອງ ແລະນຳໃຊ້ກົນໄກຊັບຊ້ອນຂອງຄີບອດ ເພື່ອແກ້ໄຂບັນຫາ

ດັ່ງທີ່ໄດ້ອະທິບາຍໃນ 2 ບົດຂຽນຜ່ານມາ ມາຮອດໜີ້ ພວກເຮົາໄດ້ຮູ້ແລ້ວວ່າ ເພງທີ່ຈະບັນເລງມີຫ້ອງຄີກຊອນຢູ່ໃນບົດເພງ ແລະໄດ້ເຂົ້າໃຈວ່າ ຄີບອດມີຂອບເຂດຈຳກັດໃນການບັນເລງ ບໍ່ສາມາດລົວກອງສົ່ງຫ້ອງຄີກຈັງຫວະໄດ້ ອັນພາໃຫ້ມີບັນຫາເພງເຄີກຈັງຫວະດັ່ງຄຳຖາມທີ່ຂຽນມາແຕ່ຕົ້ນ.

ເພື່ອແກ້ບັນຫາດັ່ງກ່າວ ຂ້າພະເຈົ້າໄດ້ໝຸນໃຊ້ດຸມ SYNC STOP ຂອງຄີບອດໃນພາກສ່ວນບັງຄັບຈັງຫວະ STYLE CONTROL ເພື່ອ “ໂດດຂ້າມຫ້ອງຄີກ” ໄປຫຼິ້ນຫ້ອງເຕັມຈັງຫວະທີ່ຢູ່ຖັດໄປ.

ຄຸນສົມບັດຂອງດຸມ SYNC STOP ເວລາເປີດໃຊ້ງານແມ່ນວ່າ ໃນຄະນະທີ່ມືຊ້າຍຈັບຂອດເພງຢູ່ ຖ້າຫາກເຮົາຍົກນີ້ວມືຂຶ້ນ (ຫຼືວາງນີ້ວມືອອກຈາກແປ້ນດີດຂອງຄີບອດ) ຣະບົບຈັງຫວະອັຕຕະໂນມັດຂອງຄີບອດ ຈະຢຸດເດີນງານທັນທີ. ແລະເມື່ອໃດເຮົາກົດນີ້ວມືລົງຈັບຂອດຕໍ່ໄປ ຣະບົບຈັງຫວະອັຕຕະໂນມັດຂອງຄີບອດ ກໍຈະສືບຕໍ່ບັນເລງຕໍ່ໄປ.

ຄຸນສົມບັດຂອງດຸມ SYNC STOP ເວລາເປີດໃຊ້ງານແມ່ນມີຂໍ້ແມ້ນວ່າ ເວລາຍ້າຍນີ້ວມືເບື້ອງຊ້າຍເພື່ອປ່ຽນຂອດ ເຮົາຕ້ອງຮັກສານີ້ວມືໄວ້ນີ້ວໜຶ່ງເທິງແປ້ນດີດຂອງຄີບອດ ເພື່ອບໍ່ໃຫ້ຣະບົບຈັງຫວະເພງຂາດຖ່ວງທຳນອງ. ບັນຫາແມ່ນວ່າ ເວລາປ່ຽນຂອດທີ່ບໍ່ຢູ່ໃນບາງໝວດກຸ່ມດຽວກັນ ເຮົາຈຳເປັນຕ້ອງໄດ້ຍົກນີ້ວມືຂຶ້ນທັງໝົດ ອັນຈະພາໃຫ້ມີບັນຫາເພງຂາດສະດຸດ ບໍ່ດຳເນີນໄປໄດ້ຢ່າງຮາບລື້ນ. ດັ່ງນີ້ ຖ້າມີຄວາມຈຳເປັນຕ້ອງໄດ້ຍົກນີ້ວມືທັງໝົດເພື່ອປ່ຽນຂອດ ແມ່ນຈຳເປັນຕ້ອງໄດ້ມອດ ບໍ່ນຳໃຊ້ດຸມ SYNC STOP ຊົ່ວຄາວໃນຄະນະມີ່ພວມບັນເລງຢູ່. ຊຶ່ງປະເດັນສຸດທ້າຍນີ້ ແມ່ນສັບສົນແລະຫຍຸ້ງຍາກແດ່ ສຳລັບການຄວບຄຸມພາກສ່ວນ STYLE CONTROL ພ້ອມທັງການຮັກສາຈັງຫວະການເສບ ບໍ່ໃຫ້ຕົກຈັງຫວະ.

ເພື່ອຈະສາມາດຂ້າມຜ່ານອຸປສັກດັ່ງກ່າວນີ້ ເຮົາຈຳເປັນຈະຕ້ອງໄດ້ຝຶກແອບມືຊ້າຍໃຫ້ວ່ອງໄວ ເພື່ອຈະຄວບຄຸມທັງການຈັບຂອດເພງຢ່າງຕໍ່ເນື່ອງ ແລະທັງຂຶ້ນໄປກົດເປີດແລະມອດການໃຊ້ງານຂອງດຸມ SYNC STOP ຊຶ່ງບາງໂອກາດແມ່ນຈະຕ້ອງໄດ້ໃຊ້ມືຂວາທີ່ພວມບັນເລງທຳນອງຫຼືລູກສອຍຢູ່ ເຂົ້າມາຊ່ວຍອີກ.

ສ່ວນຕົວຂ້າພະເຈົ້າເອງ ໃນເບື້ອງຕົ້ນ ກໍຕ້ອງໄດ້ຝຶກແອບນີ້ວມືໄລຍະນຶ່ງ ກ່ວາຈະຊຳນານແລະໄດ້ຜົນດັ່ງວ່າມາ. ເພາະຣະບົບການນຳໃຊ້ດັ່ງກ່າວ ມັນບໍ່ມີໃນຫຼັກການທິສດີຂອງດົນຕຣີແຕ່ຢ່າງໃດ ແມ້ນແຕ່ໃນຫຼັກການຫຼິ້ນຄີບອດຫຼື Piano ກໍບໍ່ປະກົດມີເຊັ່ນດຽວກັນ. ມັນເປັນພຽງການຮູ້ຈັກມີຫົວຄິດປະດິດສ້າງແລະໝຸນໃຊ້ເຄື່ອງມືທີ່ມີກົນໄກອັນຊັບຊ້ອນ ໃຫ້ສາມາດມາຕອບສນອງຄວາມຕ້ອງການ ໃນການບັນເລງເພງເວລາມີອຸປສັກຂວາງໜ້າ.

ສຳລັບເພງ “ເພາະອ້າຍນີ້ລືມນ້ອງບໍ່ລົງ” ເວລາທີ່ຂ້າພະເຈົ້ານຳໃຊ້ດຸມ SYNC STOP ແມ່ນດັ່ງນີ້ :

Paris, 30 ຕຸລາ 2019

“Chord Keyboard & Guitar ຕ່າງກັນແນວໃດ?”

  • ມີຫຼາຍຄົນຂ້ອງໃຈ ຕັ້ງຄຳຖາມມາວ່າ Chord Keyboard ກັບ Chord Guitar ແມ່ນອັນດຽວກັນບໍ່?
  • Chord Keyboard ເອົາໄປຫຼິ້ນຢູ່ເທິງ Guitar ຈະເຂົ້າກັນບໍ່?
Chord C Major

ກ່ອນອື່ນ Chord ແມ່ນຫຍັງ?

ໃນຫຼັກການທາງດົນຕຣີ, Chord ໝາຍເຖິງກຸ່ມສຽງປະສານຂອງໂນຕຫຼາຍໆໂຕ ທີ່ເຮົາໄດ້ຍິນພ້ອມໆກັນ (ສອງຫຼືຫຼາຍກວ່າສອງສຽງຂຶ້ນໄປ ແລະໂດຍທົ່ວໄປຈະແມ່ນ ສາມສຽງ).

Chord Keyboard ກັບ Chord Guitar ແມ່ນອັນດຽວກັນບໍ່?

ຄໍາຕອບທີ່ຖືກຕ້ອງຄື : ແມ່ນ ແລະ ບໍ່ແມ່ນ.

  • ບໍ່ແມ່ນ – ເພາະວ່າເວລາກົດຫຼືດີດນີ້ວຫຼິ້ນ ຮູບຮ່າງແມ່ນແຕກຕ່າງກັນ ແລະສີສັນຂອງສຽງກໍບໍ່ຄືກັນ.
  • ແມ່ນ – ເພາະວ່າກຸ່ມໂຕໂນຕທີ່ປະກອບເປັນສຽງປະສານໃນການສ້າງເປັນ Chord ແມ່ນອັນດຽວກັນ.

ເຄື່ອງດົນຕຣີໜ່ວຍນຶ່ງ ທີ່ບໍ່ສາມາດຫຼິ້ນຫຼາຍໆໂຕໂນຕປະສົມປະສານກັນໃຫ້ເຮົາໄດ້ຍິນສຽງພ້ອມໆກັນ ຈະບໍ່ສາມາດຫຼິ້ນ Chord ໄດ້, ຕົວຢ່າງ ຂຸ່ຍ, ແກ, ກອງ… ໃນບາງກໍຣະນີພິເສດ ເຮົາສາມາດຈັດແຈງໃຫ້ເຄື່ອງດົນຕຣີປະເພດ ເຄື່ອງເປົ່າ (ຂຸ່ຍ, ແກ) ຫຼືເຄື່ອງສາຍ (ຊໍ, ໄວໂອລິນ) ຫຼາຍໆໜ່ວຍໃຫ້ຫຼິ້ນພ້ອມໆກັນ ໂດຍແບ່ງໜ້າທີ່ ໃຫ້ແຕ່ລະໜ່ວຍຫຼິ້ນໂຕໂນຕທີ່ປະກອບເປັນ Chord ນຶ່ງໆໄດ້.

Chord ໃຊ້ໄວ້ເຮັດຫຍັງ? ແລະໃຊ້ເວລາໃດໃນບົດເພງ?

Chord (ທັງຂອງ Keyboard ແລະ Guitar) ແມ່ນໃຊ້ສຳລັບ ມາຊ່ອຍປະກອບການປະສົມປະສານສຽງ ເຊີດຊູທຳນອງ ແລະຈັງຫວະຂອງບົດເພງ.
ຕົວຢ່າງ Chord ທີ່ມີຊື່ວ່າ C Major ຫຼື Do Majeur (Chord C ທັມມະດາ) ປະກອບດ້ວຍ 3 ໂຕໂນຕອັນໄດ້ແກ່ C – E – G ເຖິງແມ່ນຈະດີດຫຼິ້ນດ້ວຍ Guitar ຫຼືກົດຫຼິ້ນດ້ວຍ Keyboard ກໍໝາຍເຖິງ Chord ທີ່ມີຊື່ວ່າ C ຢູ່ຄືເກົ່າ ຈະແຕກຕ່າງກັນກໍພຽງແຕ່ ສີສັນຂອງເຄື່ອງດົນຕຣີທີ່ໃຊ້ເສບ ແລະລີລາການປັດດີດຂອງແຕ່ລະເຄື່ອງ ຊຶ່ງອັນນີ້ແມ່ນຂຶ້ນກັບຈັງຫວະຂອງແຕ່ລະເພງ ແລະເທັກນິກວິທີການໃນການນຳໃຊ້.

ໂດຍປົກກະຕິ Chord Guitar ແມ່ນມີໜ້າທີ່ໃຊ້ດີດເປັນຈັງຫວະຂອງເພງ ໂດຍອາສັຍລີລາແລະເທັກນິກການປັດແກວ່ງຂອງມືຂວາ ໃນຂະນະທີ່ມືຊ້າຍທຳໜ້າທີ່ກົດສາຍຂອງກຸ່ມໂຕໂນຕ ທີ່ປະກອບເປັນກຸ່ມຊຶ່ງມີສຽງກົມກຽວກັນ.
Chord ຂອງ Keyboard ຊຶ່ງປົກກະຕິຫຼິ້ນດ້ວຍມືຊ້າຍ ແຕ່ບໍ່ສເມີໄປ (ໃນບາງກໍຣະນີ ແມ່ນຫຼິ້ນດ້ວຍມືຂວາ) ແມ່ນມີໜ້າທີ່ ນອກຈາກຕົບດີດເປັນຈັງຫວະຂອງເພງ ດັ່ງ Chord Guitar ດັ່ງກ່າວມາແລ້ວ, ຍັງສາມາດໃຊ້ເປັນຜູ່ທຳໜ້າທີ່ ປູພື້ນສຽງໃຫ້ບົດເພງໄດ້ອີກດ້ວຍ.

Paris, 12 ມີນາ 2018

“Midifile ກັບ Karaoke ຄືກັນບໍ່?”

Midifile ກັບ Karaoké ຄືກັນບໍ່?

ມີບາງຄົນຍັງເຂົ້າໃຈຜິດຄິດວ່າ ຣະບົບ Midifile ແມ່ນຄືກັນກັບຣະບົບ Karaoké ເພາະເຮົາສາມາດ ເປີດປິດຫຼືຂຶ້ນລົງຣະດັບສຽງດົນຕຣີບາງຢ່າງໄດ້ ເພື່ອທຳການຮ້ອງ ຫຼືຫຼິ້ນດົນຕຣີເປັນທຳນອງໄປນຳ ແຕ່ຄວາມຈິງມັນແຕກຕ່າງກັນ.

ກ່ອນອື່ນ ມາເຂົ້າໃຈຄວາມແຕກຕ່າງຣະຫວ່າງ MIDI ແລະ AUDIO ເສັຽກ່ອນ ໂດຍສະເພາະຢູ່ໃນເຄື່ອງດົນຕຣີໄຟຟ້າທີ່ຮ້ອງກັນວ່າ Keyboard Arranger ທັງສອງຄຸນນະສົມບັດດັ່ງກ່າວນີ້ ລ້ວນແຕ່ແມ່ນໃຊ້ສຳລັບປະດິດແລະປະກອບສຽງດົນຕຣີໃຫ້ເປັນເພງ.

1) AUDIO ໝາຍເຖິງ ຣະບົບຂອງສຽງ
“ສຽງ” ແປວ່າທຸກໆສິ່ງ ທີ່ເຮົາສາມາດໄດ້ຍິນດ້ວຍຫູ ແລະສາມາດເກັບບັນທຶກຫຼືອັດເປັນສຳເນົາໄວ້ໄດ້ ຊຶ່ງເມື່ອອັດໄດ້ ມັນກໍກາຍເປັນຣະບົບ Audio File. ທຳອິດແມ່ນເປັນ Tape ຫຼື Cassette ຕໍ່ມາກໍຈະເຣີນຂຶ້ນ ປ່ຽນມາເປັນ CD ແລ້ວກໍໄດ້ວິວັດທະນາການມາເປັນ MP3 (ຢ່າຫຼົງກັນກັບ MP2 ຫຼື MP4 ຊຶ່ງແມ່ນຣະບົບຂອງ Video). ເພງເປັນຣະບົບ MP3 ມີແຕ່ຟັງ ບໍ່ສາມາດຄວບຄຸມປ່ຽນສຽງເຄື່ອງເສບຄືສຳເນົາ Karaoké ຫຼື Midifile.

2) MIDI File ຫຼື Midifile ໝາຍເຖິງ ເອກະສານ Midi ຊຶ່ງຫຍໍ້ມາຈາກ Musical Instrument Digital Interface ແປວ່າ ຣະບົບສື່ສານຂອງເຄື່ອງດົນຕຣີດິຈິຕອນ. Midifile ບໍ່ສາມາດເກັບສຽງໄວ້ໄດ້ຄື ຣະບົບ MP3 ຍົກຕົວຢ່າງ ເຮົາບໍ່ສາມາດອັດສຽງຮ້ອງຫຼືສຽງເວົ້າ ໃສ່ໃນ Midifile. ແຕ່ທັງສອງຣະບົບ ໄດ້ຖືກນຳມາໃຊ້ງານໃນການປະດິດແລະກະຈາຍສຽງເພງ ສຳລັບເຄື່ອງດົນຕຣີດິຈິຕອນໂດຍສະເພາະ ແມ່ນທັງໃນ Computer ແລະ Internet.

ເພື່ອໃຫ້ເຂົ້າໃຈງ່າຍໆ Midifile ປຽບດັ່ງເອກະສານທີ່ເກັບໂນຕດົນຕຣີໄວ້ (ແຕ່ບໍ່ສາມາດເກັບສຽງຮ້ອງໃສ່ໄວ້ນຳໄດ້) ຄ້າຍຄືຮູບພາບ ທີ່ຖືກຖ່າຍແລະເກັບໄວ້ໃນກ້ອງຖ່າຍ ແຕ່ບໍ່ທັນໄດ້ຂຍາຍຫຼືພິມອອກໃສ່ເຈັ້ຽໃຫ້ເຫັນດ້ວຍຕາ. ໝາຍຄວາມວ່າ ເພງທີ່ເປັນຣະບົບ Midifile ຈະບໍ່ມີສຽງອັນໃດທັງໝົດ ມັນເປັນພຽງເອກະສານທີ່ເຕັມໄປດ້ວຍຣະຫັດຂອງໂນຕດົນຕຣີ ຊຶ່ງຜູ່ສ້າງຫຼືນັກດົນຕຣີ ໄດ້ອັດການບັນເລງເພງໄວ້ ໂດຍການໃຊ້ເຄື່ອງດົນຕຣີດິຈິຕອນ ແລະເຄື່ອງບັນທຶກຣະບົບ MIDI ຊຶ່ງເອີ້ນວ່າ MIDI Sequencer ຄ້າຍໆຄືເຄື່ອງອັດສຽງ Multi Tracks.

ເມື່ອເຮົາເປີດເພງ Midifile ດ້ວຍເຄື່ອງດົນຕຣີດິຈິຕອນ ທີ່ເຂົ້າໃຈພາສາ MIDI, ເຮົາຈຶ່ງໄດ້ຍິນສຽງດົນຕຣີທີ່ຜູ່ອັດໄດ້ບັນທຶກໄວ້ນັ້ນ ດັງອອກມາເປັນເພງ.

ເວົ້າມາຮອດນີ້ ເຮົາພໍຈະເຂົ້າໃຈແດ່ແລ້ວວ່າ MIDI ແມ່ນພາສາຣະຫັດລັບຊະນິດນຶ່ງ ທີ່ໄດ້ຖືກປະດິດຂຶ້ນມາ ເພື່ອເປັນພາສາສື່ສານ ຣະຫວ່າງເຄື່ອງດິຈິຕອນ MIDI ດ້ວຍກັນ ຈະແມ່ນ Keyboard, Synthesizer, Computer ຫຼືອື່ນໆ ຜູ່ທີ່ເຂົ້າໃຈພາສານີ້ ກໍຈະສາມາດສື່ສານແລກປ່ຽນ ສຽງດົນຕຣີແລະບົດເພງກັນໄດ້ຢ່າງສະດວກສະບາຍ.

ດັ່ງນັ້ນ, Keyboard MIDI ຈຶ່ງສາມາດບັນທຶກໂນຕເພງໃສ່ໃນ MIDI Sequencer ໄດ້ ແລະເມື່ອເວລາເຮົາເປີດອ່ານເພງດັ່ງກ່າວ, ບັນດາໂນຕທີ່ຖືກອັດບັນທຶກໄວ້ ຈະໄດ້ຮັບການອ່ານແລະຫຼິ້ນ ໂດຍສຽງຂອງເຄື່ອງດົນຕຣີນາໆຊະນິດ ຊຶ່ງສຽງຂອງເຄື່ອງດົນຕຣີເຫຼົ່ານີ້ ໄດ້ຖືກເກັບໄວ້ໃນຕົວຂອງ Keyboard MIDI ນັ້ນເອງ.

ມາຮອດນີ້ ຫຼາຍຄົນອາດຈະຕັ້ງຄຳຖາມໃໝ່ວ່າ Midifile ພ້ອມທັງຣະບົບ MIDI ອັນເປັນພາສາອັນສັບສົນປົນເລຂອງມັນທັງເໝິດ ແມ່ນເພື່ອຫຼິ້ນສຽງດົນຕຣີແລະສຽງເພງ ຄ້າຍຄືກັນກັບຣະບົບ MP3 ແລ້ວເປັນຫຍັງບໍ່ພາກັນອັດສຽງທັງໝົດເປັນຣະບົບ MP3 ໃຫ້ມັນແລ້ວຊະ?

  • ເຫດຜົນທີ່ນຶ່ງແມ່ນ ເອກະສານ MIDI ມີນໍ້າໜັກເບົາກວ່າຣະບົບ MP3 ຫຼາຍຮ້ອຍເທົ່າ ພາໃຫ້ການສົ່ງ ການຮັບຂໍ້ມູນ ແລະການແລກປ່ຽນສື່ສານມີຄວາມສະດວກສະບາຍກວ່າ.
  • ເຫດຜົນທີ່ສອງ ແລະທີ່ສຳຄັນທີ່ສຸດນັ້ນກໍຄື ໂນຕດົນຕຣີທີ່ບັນທຶກໄວ້ໃນ Midifile ສາມາດມີການດັດແປງແກ້ໄຂໄດ້ຕາມໃຈຜູ່ໃຊ້ ຊຶ່ງເຮົາຈະບໍ່ສາມາດເຮັດໄດ້ກັບຣະບົບ MP3.
  • ເຫດຜົນທີ່ສາມ ພາສາ MIDI ຍັງສາມາດໃຊ້ງານໃນການ ຈັດແຈງແລະຮຽບຮຽງລະດັບສຽງດົນຕຣີຂອງເພງ (Mixage) ປ່ຽນເຄື່ອງດົນຕຣີທີ່ຫຼິ້ນສຽງໃດສຽງນຶ່ງເປັນສຽງໃໝ່ໄດ້ຕາມໃຈ ຕລອດຮອດການຕື່ມແຕ້ມ Effets ຫຼືມອດເຄື່ອງດົນຕຣີຊະນິດໃດຊະນິດນຶ່ງ ບໍ່ໃຫ້ໄດ້ຍິນຊົ່ວຄາວຫຼຶຖາວອນ ກໍໄດ້ແລ້ວແຕ່ໃຈມັກ.

ນອກຈາກນີ້ພາສາ MIDI ຍັງສາມາດຄວບຄຸມແລະບັງຄັບຮອດ ຣະບົບແສງໄຟເທິງເວທີໄດ້ອີກດ້ວຍ.

ພາສາ MIDI ໄດ້ຖືກປະດິດຄິດຄົ້ນຂຶ້ນໃນຕົ້ນປີ ຄ.ສ. 1980 ແລະໄດ້ຖືກຮັບຮອງຈາກຫຼາຍໆຍີ່ຫໍ້ດົນຕຣີດີຈິຕອນທົ່ວໂລກ ມີການວິວັດທະການແລະກ້າວໜ້າ ຈົນກາຍເປັນຣະບົບພາສາມາຕຖານສາກົນຂອງດົນຕຣີການໄປໂດຍສິ້ນເຊີງ.

ທຸກມື້ນີ້ ຈະບໍ່ມີເຄື່ອງດົນຕຣີດີຈິຕອນຊະນິດໃດ ທີ່ບໍ່ມີຣະບົບ MIDI ໂດຍສະເພາະ Keyboards. ການຮຽນຮູ້ພາສາ MIDI ຈຶ່ງເປັນສິ່ງທີ່ສຳຄັນ ສຳລັບຜູ່ທີ່ຫັດຫຼິ້ນ Keyboards ແລະສແວງຢາກມີຄວາມກ້າວໜ້າ ຄຽງຄູ່ກັບການສຶກສາພາສາໂນຕສາກົນໄປພ້ອມ.

Paris, 18 ມົກກະຣາ 2017

“ພື້ນຖານຄີບອດ Yamaha PSR ກັບການເສບເພງລາວ”

ບໍ່ວ່າທ່ານຈະມີຄີບອດ Yamaha PSR-2000 ຫຼຸ້ນເກົ່າ (ອອກເມື່ອປີ 2001) ຫຼືທ່ານຫາກໍຊື້ PSR-SX900 ຫຼຸ້ນຫຼ້າສຸດ (ທີ່ຫາກໍອອກໃນປີ 2019), ທ່ານກໍສາມາດນຳໃຊ້ບົດຂຽນນີ້ ເພື່ອຊ່ວຍໃນການຮຽນຮູ້ລັກສະນະແລະພື້ນຖານຂອງຄີບອດຂອງທ່ານ. ທຸກໆຄີບອດ Yamaha ເລີ່ມແຕ່ຫຼຸ້ນຣະດັບຂັ້ນປານກາງ (PSR ແລະ PSR-S) ຂຶ້ນໄປຈົນຮອດຫຼຸ້ນຣະດັບສູງ (Tyros) ລ້ວນແຕ່ມີຣະບົບໂຕ້ຕອບແລະຣະບົບປະຕິບັດງານທີ່ຄ້າຍຄືກັນ. ຄີບອດຫຼຸ້ນໃໝ່ ຈະມີສຽງຫຼາຍກວ່າ, ມ່ວນກວ່າ, ມີຈັງຫວະຫຼາຍກວ່າແລະມີປະສິດທິພາບສຳຄັນກວ່າຫຼຸ້ນເກົ່າ ແຕ່ວິທີການໃຊ້ (ການເລືອກຈັງຫວະແລະສຽງ, ການເກັບບັນທຶກການຈັດວາງຂອງຄີບອດ, ການຫຼິ້ນແລະການບັນທຶກບົດເພງ) ແມ່ນບໍ່ມີຫຍັງປ່ຽນແປງຫຼາຍ ນັບຕັ້ງແຕ່ຫຼຸ້ນ PSR-2000 ຈົນເຖິງຫຼຸ້ນ PSR ຫຼ້າສຸດ. ຄີບອດ Tyros ທຸກຫຼຸ້ນ ກໍໄດ້ນຳໃຊ້ຣະບົບປະຕິບັດງານດຽວກັນກັບຂອງຫຼຸ້ນ PSR ແລະ PSR-S.

ເລີ່ມແຕ່ປີ 2018, ຄີບອດຫຼຸ້ນ GENOS ໄດ້ມາແທນຫຼຸ້ນ Tyros 5 ແລະຕໍ່ມາໃນປີ 2019, ຫຼຸ້ນ PSR-SX (SX900 ແລະ SX700) ໄດ້ນຳໃຊ້ຣະບົບໂຕ້ຕອບແບບ “ຈໍສັມພັດ” ອອກສູ່ທ້ອງຕລາດ ພາໃຫ້ວິທີການນຳໃຊ້ທົ່ວໄປຂອງຄີບອດ ປ່ຽນຈາກຣະບົບການນຳໃຊ້ແບບເກົ່າດ້ວຍການກົດດຸມຕ່າງໆ ມາເປັນການສັມພັດໂດຍຕຣົງເທິງໜ້າຈໍຂອງຄີບອດ ຄ້າຍດັ່ງຈໍຂອງໂທຣະສັບມືຖື.

ບົດຂຽນນີ້ ຈະອີງໃສ່ການນຳໃຊ້ຣະບົບໂຕ້ຕອບແບບການໃຊ້ດຸມກົດເອົາ ຂອງຄີບອດຫຼຸ້ນ PSR, PSR-S ແລະ Tyros ຮວມທັງຫຼຸ້ນ Piano CVP ເພື່ອໃຫ້ຜູ່ທີ່ໃຊ້ຄີບອດທຸກຫຼຸ້ນສາມາດນຳໃຊ້ໄດ້ເຊັ່ນດຽວກັນ. ໃນອັນດັບຕໍ່ໄປ ຈະມີບົດຂຽນເພີ່ມເຕີມກ່ຽວກັບຄວາມແຕກຕ່າງຣະຫວ່າງຫຼຸ້ນ GENOS ແລະ PSR-SX.

ບົດຂຽນນີ້ແບ່ງອອກເປັນ 3 ພາກທີ່ສຳຄັນດັ່ງນີ້.

(ພາກທີ່ 1) ຈຸດເລີ່ມຕົ້ນ – ພາກນີ້ແນໃສ່ຜູ່ທີ່ຫາກໍຊື້ຄີບອດໃໝ່ໆ ແລະມີຈຸດປະສົງຢາກລົງມືຫຼິ້ນທັນທີ. ເປັນບົດການແນະນຳເບື້ອງຕົ້ນ ໃຫ້ທ່ານໄດ້ຮູ້ຈັກກັບຄີບອດຂອງທ່ານ ແລະອະທິບາຍອົງປະກອບສຳຄັນຕ່າງໆ ທີ່ທ່ານຕ້ອງເຂົ້າໃຈເພື່ອເລີ່ມເສບບັນເລງບົດເພງບົດນຶ່ງໆທັນທີ.

(ພາກທີ່ 2) ກ່ອນຈະເສບບັນເລງ – ພາກນີ້ແນໃສ່ໃຫ້ທ່ານເຂົ້າໃຈວິທີການດຳເນີນງານຂອງຄີບອດ, ຣະບຽບການຈັດແຈງຂອງຂໍ້ບັນທຶກ, ປະເພດຂອງຂໍ້ບັນທຶກທີ່ຕ້ອງໄດ້ໃຊ້ ແລະລົງເລິກກ່ຽວກັບອົງປະກອບແລະຄຸນສົມບັດພື້ນຖານການນຳໃຊ້ຂອງຄີບອດ. ພາກນີ້ແບ່ງອອກເປັນ 4 ສ່ວນຍ່ອຍດັ່ງນີ້ :

  • ຣະບົບບັນທຶກຂອງ Yamaha (Yamaha Files System) – ຄີບອດຂອງທ່ານ ປຽບດັ່ງຄອມພິວເຕີ້ ຊຶ່ງນຳໃຊ້ “ແຟ້ມ” ຕ່າງໆໃນການດຳເນີນງານ. “ແຟ້ມ” ດັ່ງກ່າວໂຮມມີ ແຟ້ມຈັງຫວະ, ແຟ້ມສຽງ, ແຟ້ມຣະບົບການຈັດແຈງການບັນເລງ ແລະແຟ້ມບັນທຶກບົດເພງ. ບົດຍ່ອຍນີ້ ຈະອະທິບາຍວິທີການດຳເນີນງານຂອງ “ແຟ້ມ” ແລະການນຳໃຊ້.

  • ຣະບົບຄົ້ນຫາປະເພດຂອງເພງ (Music Finder System) – ຕໍ່ໜ້າຈຳນວນອັນມາກມາຍກ່າຍກອງແລະສັບສົນຂອງຈັງຫວະແລະຈຳນວນສຽງຂອງເຄື່ອງບັນເລງທີ່ມີມານຳຄີບອດ, ມັນເປັນການຍາກສຳລັບຜູ່ທີ່ເລີ່ມຫຼິ້ນໃໝ່ໆ ຈະຕັດສິນໃຈເລືອກໄດ້ວ່າ ຈະເລີ່ມຕົ້ນຈາກຈຸດໃດແທ້. ຣະບົບຄົ້ນຫາເພງ Music Finder ເປັນຖານຂໍ້ມູນໃນຄີບອດ ຊຶ່ງສາມາດມາຊ່ວຍການຊອກຫາຈັງຫວະທີ່ເໝາະສົມແລະໃກ້ຄຽງກັບເພງທີ່ທ່ານຕັ້ງໃຈຈະບັນເລງໄດ້ທັນທີທັນໃດ.
    ໝາຍເຫດ : ຣະບົບຄົ້ນຫາເພງ Music Finder ໄດ້ຖືກປ່ຽນແລະທົດແທນດ້ວຍຣະບົບໃໝ່ທີ່ມີຊື່ວ່າ PLAYLIST ສຳລັບຄີບອດ Yamaha ນັບຕັ້ງແຕ່ຫຼຸ້ນ GENOS ແລະ PSR-SX ເປັນຕົ້ນມາ.

  • ການລົງທະບຽນ (Registrations) – ໂດຍທົ່ວໄປ ຜູ່ໃຊ້ຄີບອດສ່ວນຫຼາຍ ຈະຕ້ອງການຢາກເລືອກສຽງແລະຈັງຫວະຕາມໃຈຂອງຕົນເອງ ສຳລັບເພງທີ່ຈະເລີ່ມບັນເລງ. ການລົງທະບຽນ Registrations ຈະຊ່ວຍໃຫ້ທ່ານສາມາດ “ເກັບບັນທຶກ” ການຕັ້ງຄ່າຕ່າງໆຂອງຄີບອດ ໃຫ້ຢູ່ໃນສະພາບພ້ອມພຽງທີ່ຈະເລີ່ມບັນເລງເພງໃນທັນທີ.

  • ການອັດບັນທຶກເພງ (Recording Songs) – ທ່ານບໍ່ພຽງແຕ່ຈະສາມາດເກັບບັນທຶກການຕັ້ງຄ່າຕ່າງໆຂອງຄີບອດ, ແຕ່ທ່ານຍັງສາມາດອັດແລະບັນທຶກລີລາການເສບແລະບັນເລງເພງໃສ່ໃນແຟ້ມຂອງຄີບອດ ແລະນຳໄປແບ່ງປັນກັບຄົນອື່ນໄດ້ອີກດ້ວຍ!

(ພາກທີ່ 3) ການປັບແລະການຕັ້ງຄ່າຣະບົບຂອງເຄື່ອງ – ເມື່ອຮູ້ຈັກວິທີໃຊ້ໃນສິ່ງທີ່ມີມານຳຄີບອດແລ້ວ, ຂັ້ນຕໍ່ໄປແມ່ນການສຶກສາໃຫ້ເຂົ້າໃຈແລະສາມາດປ່ຽນແລະດັດແປງສິ່ງທີ່ມີມານຳຄີບອດ ໃຫ້ສອດຄ່ອງກັບຄວາມຕ້ອງການສ່ວນຕົວ. ພາກນີ້ແບ່ງອອກເປັນ 4 ສ່ວນຍ່ອຍດັ່ງນີ້ :

  • ການປັບຈັງຫວະ (Adjusting Styles) – ຈັງຫວະ ຫຼືທີ່ເອີ້ນກັນວ່າ ສະໄຕລ໌ (Styles) ແມ່ນອົງປະກອບພື້ນຖານຂອງຄີບອດອັຕຕະໂນມັຕ. ນັກຫຼິ້ນຄີບອດທຸກຄົນ ບໍ່ໄວກໍຊ້າ ມື້ນຶ່ງແມ່ນຈະຕ້ອງມີຄວາມປະສົງຢາກປ່ຽນຫຼືດັດແປງຈັງຫວະທີ່ມີມານຳເຄື່ອງ ເພື່ອໃຫ້ເປັນຈັງຫວະສ່ວນຕົວທີ່ເໝາະສົມສອດຄ່ອງກັບເພງທີ່ຕົນເອງຢາກເສບ. ໃນບົດນີ້ ທ່ານຈະໄດ້ຮຽນຮູ້ ການເລືອກສຽງສຳລັບມືຂວາ, ການປັບຄວາມໄວຊ້າຂອງຈັງຫວະ (Tempo) ຕລອດຮອດການດັດແປງແລະຈັດແຈງພາກສ່ວນເຄື່ອງເສບ​ບັນເລງຮ່ວມເປັນວົງໂດຍອັຕຕະໂນມັຕຂອງຄີບອດ.

  • ການສ້າງຈັງຫວະ (Create New Styles) – ການສ້າງຈັງຫວະໃໝ່ (New Styles) ບໍ່ໄດ້ແມ່ນເຣື່ອງງ່າຍດາຍສຳລັບທຸກຄົນສເມີໄປ. ຕົວຢ່າງ ຫາກທ່ານມັກທຳນອງກອງຂອງຈັງຫວະໃດຈັງຫວະນຶ່ງ ແລະຢາກນຳໄປປະກອບກັບສຽງກີ່ຕ້າຂອງອິກຈັງຫວະນຶ່ງ, ທ່ານກໍສາມາດເຮັດໄດ້. ບົດຍ່ອຍນີ້ ຈະອະທິບາຍວິທີປະສົມປະສານ ພາກສ່ວນເຄື່ອງບັນເລງຂອງຈັງຫວະນຶ່ງ ເພື່ອສ້າງເປັນຈັງຫວະໃໝ່.

  • ການປັບເພງ (Adjusting Songs) – ມີຫຼາຍແຫ່ງຫົນທີ່ທ່ານສາມາດໄປຊອກຊື້ຫຼືຖອດເອົາເພງໃນຣະບົບ Midifiles ມາເປີດຫຼິ້ນໃນຄີບອດຂອງທ່ານ. ບົດນີ້ ຈະໃຫ້ຄຳແນະນຳກ່ຽວກັບວິທີປັບປຸງຫຼືປ່ຽນແປງແຟ້ມ Midifile ໃຫ້ເປັນເພງໃໝ່ຕາມທີ່ທ່ານປະສົງແລະຕ້ອງການຢາກໄດ້.

  • ຣະບົບຮ້ອງປະສານສຽງ (Vocal Harmony) – ຄີບອດບາງໜ່ວຍ ຈະມີຊ່ອງສຽບໄມຄ໌ (Microphone) ເພື່ອໃຫ້ທ່ານສາມາດຮ້ອງເພງໃນຂະນະທີ່ເສບບັນເລງໄປພ້ອມ. ສຳລັບນັກຮ້ອງບາງຄົນ ພາກນີ້ຈະຊ່ວຍໃຫ້ທ່ານເຂົ້າໃຈກົນໄກບາງສ່ວນ ຂອງການຮ້ອງແບບປະສານສຽງ.

ບົດສຣຸບ – ຮຽນຮູ້ວິທີຈັດຣະບຽບໂຄງສ້າງຂອງແຟ້ມຕ່າງໆ, ປະເພດແລະຊະນິດຂອງແຟ້ມ, ວິທີເຂົ້າຫາຣະບົບຂອງແຟ້ມ, ວິທີຕັ້ງຄ່າສຳລັບການອັດເພງ, ການເກັບບັນທຶກແຟ້ມສຽງແລະຈັງຫວະຕ່າງໆ.

Paris, 20 ມົກກະຣາ 2020

“ຮຽນຫຼິ້ນ Keyboard ກັບເພງລາວ”

ຄວາມຮູ້ບາງຢ່າງທີ່ໜ້າສົນໃຈ ເຣື່ອງການຢາກຫັດຫຼິ້ນ Keyboard ກັບເພງລາວ

ຮຽນຫຼິ້ນ Keyboard ກັບເພງລາວ

ມີຫຼາຍຄົນສົນໃຈ ໄດ້ຖາມມາວ່າ ຢາກຫັດຫຼິ້ນ Keyboard ກັບເພງລາວອະມະຕະ ຊຶ່ງຂ້າພະເຈົ້າໄດ້ຮຽບຮຽງແລະບັນເລງເປັນແບບຢ່າງມານັ້ນ ຂໍໃຫ້ຄຳແນະນຳບາງຢ່າງດັ່ງນີ້.

1) ພະຍາຍາມຮຽນອ່ານໂນຕດົນຕຣີ (ເພາະມັນແມ່ນພາສາຂີດຂຽນຂອງສຽງເພງ ຄືດັ່ງ ຫຼັກການຂີດຂຽນຂອງທຸກໆພາສາປາກເວົ້າ ເມື່ອເຮົາເຂົ້າໃຈເຣື່ອງໂນຕ ຊຶ່ງປຽບດັ່ງຫຼັກໄວຍາກອນຂອງພາສາປາກເວົ້າ ການຫັດຫຼິ້ນເພງດ້ວຍເຄື່ອງດົນຕຣີ ບໍ່ວ່າຊະນິດໃດ ກໍຈະສະດວກສະບາຍ ແລະງ່າຍດາຍ ກວ່າການແອບຕາມເພງ ຊຶ່ງເປັນພຽງການຖ່ອງຂຶ້ນໃຈດ້ວຍຫູແບບນົກແກ້ວ ມັນອາດຈະໄດ້ຜົນໄວດັ່ງໃຈ ແຕ່ຈະພົບບັນຫາຫຍຸ້ງຍາກຕາມມາພາຍຫຼັງ)

2) ພະຍາຍາມຄົ້ນຄວ້າທຳຄວາມເຂົ້າໃຈ ກັບເຄື່ອງດົນຕຣີທີ່ໃຊ້ ວ່າມັນສາມາດຕອບສນອງສິ່ງທີ່ເຮົາຕ້ອງການປະການໃດແດ່ (ໂດຍສະເພາະ Electronic Keyboard, Arranger Keyboard ຊຶ່ງເປັນເຄື່ອງດົນຕຣີທັນສມັຍ ທີ່ເຕັມປ່ຽມດ້ວຍ ຣະບົບກົນໄກອັນຊັບຊ້ອນແລະ ໜ້າອັດສະຈັນທີ່ສຸດ ຊຶ່ງນັບເປັນອຸປສັກທີ່ຄ່ອນຂ້າງຈະຫຍຸ້ງຍາກແລະລຳບາກແດ່ສຳລັບຜູ່ຝຶກຫັດຫຼິ້ນໃໝ່ໆ ທີ່ຈະເຂົ້າໃຈໄດ້ເຖິງຖອງ)

3) ພະຍາຍາມຊອກເບິ່ງ ວິດິໂອ (Youtube) ກ່ຽວກັບຫຼັກການດົນຕຣີ ການເສບ ຫຼືແບບຝຶກຫັດຂອງຫຼາຍໆຄົນ ເພື່ອທຳຄວາມເຂົ້າໃຈ ແລະຝຶກຫັດຕາມ.

ແລະສຸດທ້າຍ ຫາໂອກາດໄປເບິ່ງ ນັກດົນຕຣີອາຊີບ ເສບສົດໆ ເພື່ອຍົກຣະດັບແນວຄຶດ ແລະປັບປຸງຄວາມຮູ້ສຶກຂອງຕົນເອງ ເວລາຟັງເພງຢູ່ບ້ານ ກັບຟັງຢູ່ງານ ມັນມີຄວາມແຕກຕ່າງກັນຢ່າງໃດ.

Paris, 14 ມິຖຸນາ 2017


ເຄັດລັບຄວາມຮູ້ ແລະປຣະສົບການສ່ວນຕົວຂອງຂ້າພະເຈົ້າ ໃນການຫຼິ້ນ Keyboard ປະເພດ Arranger…

ການຫຼິ້ນ Keyboard ປະເພດ Arranger ມີຈຸດບວກແລະຈຸດລົບດັ່ງນີ້.

1) ຈຸດບວກ ຄືສາມາດຫຼິ້ນຄົນດຽວ ແລະໄດ້ສຽງອອກມາຄ້າຍຄືຫຼິ້ນເປັນວົງຫຼາຍຄົນພ້ອມກັນ.

2) ຈຸດລົບ ແລະທີ່ລຳບາກທີ່ສຸດ ຄືຕ້ອງຝຶກຝົນການນຳໃຊ້ມືຊ້າຍໃຫ້ວ່ອງໄວແລະຊຳນານ ເພື່ອບັງຄັບພາກສ່ວນສຽງກອງແລະສຽງເຄື່ອງດົນຕຣີອື່ນໆ ທີ່ປະກອບເປັນວົງດົນຕຣີດັ່ງຫຼາຍຄົນຫຼິ້ນໄປນຳພ້ອມໆກັນ.

ຣະບົບສຳເຣັດຮູບ ຂອງການບັງຄັບດ້ວຍມືເບື້ອງຊ້າຍ ຊຶ່ງເອີ້ນວ່າ Style ຫຼືຈັງຫວະນັ້ນ ໂດຍທົ່ວໄປ ຢູ່ໃນທຸກໆຍີ່ຫໍ້ຂອງເຄື່ອງ ຈະຖືກອັດແລະບັນທຶກເກັບໄວ້ລ່ວງໜ້າ ເມື່ອເຖິງເວລາຈະເສບ ກໍພຽງແຕ່ກົດປຸ່ມຂຶ້ນມາ ແລ້ວເລີ່ມຫຼິ້ນໄດ້ເລີຍ. ຣະບົບສຳເຣັດຮູບ (Style) ດັ່ງກ່າວ ສ່ວນຫຼາຍຈະເປັນຈັງຫວະຕາມພື້ນຖານຫຼັກການດົນຕຣີສາກົນ ຖ້າໃຜສຶກສາຄົ້ນຄວ້າເຂົ້າໃຈເຄື່ອງເສບໄດ້ດີ ແລະມີຄວາມຮູ້ທາງດ້ານເພງ ກໍສາມາດປ່ຽນແປງປັບປຸງ ຫຼືປະດິດສ້າງຈັງຫວະສ່ວນຕົວໄດ້ ແຕ່ຕ້ອງມີຄວາມຮູ້ຮອບດ້ານກ່ຽວກັບຫຼັກການດົນຕຣີຢ່າງແໜ້ນໜາ ເປັນຕົ້ນແມ່ນການຮຽບຮຽງສຽງບັນເລງໃຫ້ວົງດົນຕຣີຫຼິ້ນແບບຄົບວົງຫຼາຍໆຄົນພ້ອມກັນ ຊຶ່ງປະເດັນສຸດທ້າຍນີ້ ບໍ່ແມ່ນເຣື່ອງງ່າຍ ສຳລັບຜູ່ທີ່ຮຽນຫຼິ້ນໃໝ່ໆ…

ມືຊ້າຍຂອງການຫຼິ້ນ Keyboard Arranger ແຕກຕ່າງກັບການຫຼິ້ນ Piano ຫຼື Synthesizer ທີ່ຫຼິ້ນກັບວົງດົນຕຣີ ເພາະມັນຕ້ອງເຮັດວຽກ ຢ່າງນ້ອຍສາມເທົ່າຕາມກົດຣະບຽບທຳມະດາ ຄືຕ້ອງເປັນທັງ ມືກອງ (Drum) ມືເບສ (Bass) ແລະມື ອໍແກນ (Organ).

Paris, 20 ມິຖຸນາ 2017


ຄວາມເຫັນສ່ວນຕົວສຳລັບຜູ່ຝຶກຫັດຫຼິ້ນ Keyboard ໃໝ່ໆ

ເມື່ອທຸກໆຄົນເລີ່ມຕົ້ນຫັດຫຼິ້ນ Piano ຫຼື Keyboard ໃໝ່ໆ ຈະພົບກັບອຸປສັກຂັ້ນທີ່ນຶ່ງ ນັ້ນຄືການບໍ່ສາມາດບັງຄັບນີ້ວມືຂອງຕົນເອງໄດ້ດັ່ງໃຈ. ສາເຫດແມ່ນຍ້ອນວ່າ ການຄວບຄຸມແລະການນຳໃຊ້ເຄື່ອງດົນຕຣີ ແມ່ນພຶດຕິການທີ່ບໍ່ແມ່ນຫຼັກທັມມະຊາດ ສຳລັບນິ້ວມືຂອງຄົນເຮົາ ຄືດັ່ງການນຳໃຊ້ເຄື່ອງມືຊະນິດອື່ນໆໃນຊີວິດປະຈຳວັນ. ເພາະເຄື່ອງມືອື່ນໆ ທີ່ມະນຸດປະດິດຄິດສ້າງຂຶ້ນມາເພື່ອນຳໃຊ້ໃນຊີວິດປະຈຳວັນ ແມ່ນອີງຕາມຄວາມສະດວກຂອງພຶດຕິການຕາມຫຼັກທັມມະຊາດໃນການເຄື່ອນໄຫວຂອງນິ້ວມືຂອງຄົນທົ່ວໄປ… ຄືແນໃສ່ໃຊ້ແຕ່ນີ້ວທີ່ມີພະລັງມາແລ້ວຕາມທັມມະຊາດ (ນີ້ວໂປ້ ນີ້ວຊີ້ ນີ້ວກາງ ແລະມືຂວາເປັນສ່ວນໃຫຍ່). ດັ່ງນັ້ນ ມືເບື້ອງຊ້າຍຈະມີຄວາມອ່ອນແອກວ່າມືເບື້ອງຂວາ ໂດຍສະເພາະແມ່ນນິ້ວນາງແລະນີ້ວກ້ອຍ (ນີ້ວທີ່ 4 ແລະທີ່ 5). ການຝຶກຝົນແລະຝຶກແອບນີ້ວມື ຕ້ອງໄດ້ໃຊ້ເວລາ ເພື່ອເສີມສ້າງນິ້ວມືໃຫ້ມີພະລັງ ແລະໃຫ້ຄວາມເປັນອິສຣະແກ່ແຕ່ລະນິ້ວມື, ເຊິ່ງເອີ້ນວ່າ ການຖອນນິ້ວມື.

ການຖອນນິ້ວມື ແມ່ນການຝຶກຫັດເພື່ອປົດປ່ອຍ ຄວາມເປັນອິສຣະໃຫ້ນິ້ວມືແຕ່ລະນີ້ວ, ຊຶ່ງມັນແມ່ນນຶ່ງໃນພື້ນຖານຂອງການຫຼິ້ນ Piano ຫຼື Keyboard. ແລະການເສີມສ້າງຄວາມເຂັ້ມແຂງໃຫ້ນິ້ວມື ຈະເຮັດໃຫ້ເຮົາສາມາດບັງຄັບນິ້ວມືຂອງຕົນເອງ ໃຫ້ມີຄວາມວ່ອງໄວແລະທົນທານອີກດ້ວຍ. ບໍ່ສະນັ້ນ, ແນວໂນ້ມການເຄື່ອນໄຫວຂອງນິ້ວມືເວລາຫຼິ້ນ Piano ຫຼື Keyboard ຈະອ່ອນແອ ຕິດຄັດ ຝືດເຄືອງ ບໍ່ວ່ອງໄວພຽງພໍ ພາໃຫ້ຫຼິ້ນຜິດພາດ ບໍ່ທັນຈັງຫວະ ແລະປວດເມື່ອຍນິ້ວມືໂດຍໄວວາ.
ເປົ້າໝາຍຂອງການຝຶກຫັດ ແມ່ນເພື່ອເຮັດໃຫ້ນິ້ວມື ມີຄວາມກໍ້າເກິ່ງກັນລະຫວ່າງນິ້ວມືແຕ່ລະນີ້ວ ແລະມືຊ້າຍກໍຕ້ອງໃຫ້ມີຄວາມເຂັ້ມແຂງພຽງພໍ ຄືດັ່ງມືຂວາ.

ແບບຝຶກຫັດການຖອນນິ້ວມື ສຳລັບຫຼິ້ນ Piano ຫຼື Keyboard ທີ່ມີຊື່ສຽງຄື :

  • ແບບຝຶກຫັດ Hanon
  • ແບບຝຶກຫັດ Czerny
  • ແບບຝຶກຫັດ Schmitts
  • ແບບຝຶກຫັດ Pischna

ສະເພາະສ່ວນຕົວແລ້ວ ຂ້າພະເຈົ້າບໍ່ເຄີຍນຳໃຊ້ແບບຝຶກຫັດນິ້ວມື ທີ່ເອີ່ຍມາເຫຼົ່ານີ້ຈັກຢ່າງເລີຍ!!! ທຸກສິ່ງທຸກຢ່າງ ແມ່ນອາສັຍການສັງເກດ ການຄົ້ນຄວ້າຊອກຫາ ແລະຄວາມພະຍາຍາມຝຶກຝົນດ້ວຍຕົນເອງຕລອດມາ…

Paris, 28 ພຶສຈິກາ 2018

“ຄວາມຮູ້ກ່ຽວກັບທິດສະດີດົນຕຣີ”

ທິດສະດີດົນຕຣີ ມີປະໂຫຍດຫຍັງແດ່?

ທິດສະດີດົນຕຣີມີປະໂຫຍດຫຍັງແດ່

ມີນັກດົນຕຣີຫຼາຍຄົນ ໂດຍທົ່ວໄປ ມັກຈະໃຫ້ຄວາມສຳຄັນກັບການເສບແລະຝຶກຫັດທາງດ້ານສີມື ຫຼາຍກ່ວາການສຶກສາຄົ້ນຄວ້າທາງດ້ານທິດສະດີ ເພາະທິດສະດີ ມັກຈະຖືເປັນເຣື່ອງຫນ້າເບື່ອ ແລະຫຍຸ້ງຍາກ ບໍ່ມີປະໂຫຍດ ບໍ່ສາມາດນຳໄປສະແດງຄວາມສາມາດ ຕໍ່ໜ້າຜູ່ຊົມຜູ່ຟັງໄດ້. ແຕ່ຄວາມຈິງແລ້ວ ກ່ອນທີ່ຈະເປັນນັກບັນເລງທີ່ດີນັ້ນ​ຕ້ອງມີຄວາມຮູ້ທາງດ້ານທິດສະດີຂອງດົນຕຣີ ໃຫ້ເລິກຊຶ້ງເສັຽກ່ອນ.

ປຽບດັ່ງ ການຖ່ອງບົດຮຽນ ຫຼືບົດອ່ານ ຊຶ່ງເປັນພາສາຕ່າງປະເທດ ເຖິງວ່າເຮົາຈະມີຄວາມສາມາດ ຖ່ອງໄດ້ທັງໝົດ ແຕ່ບໍ່ຮູ້ວ່າມັນມີຄວາມໝາຍວ່າຢ່າງໃດແດ່ ກໍຈະພາກັນຖ່ອງແບບຜິດໆຖືກໆ ຫຼືແບບຫຼົງໆລືມໆ ຢູ່ຕລອດ. ເມື່ອບໍ່ຮູ້ແລະບໍ່ເຂົ້າໃຈ ຄວາມໝາຍຂອງສຽງຕ່າງໆທາງຫຼັກການຂອງດົນຕຣີ ເຮົາກໍຈະບໍ່ສາມາດຖ່າຍທອດອາລົມ ອອກມາໄດ້ ຢ່າງເຕັມເມັດເຕັມໜ່ວຍ ດັ່ງດຽວກັບການເສບບັນເລງດົນຕຣີ ແບບບໍ່ເຂົ້າໃຈຄວາມໝາຍຂອງ “ພາສາດົນຕຣີ” ນັ້ນເອງ.

ທິດສະດີດົນຕຣີ ຈະກວມສາມຫົວຂໍ້ທີ່ສໍາຄັນ ດັ່ງນີ້…

1) ການຂຽນອ່ານ ໂຕໂນຕ ໂຕຢຸດ ລະດັບສູງຕໍ່າຂອງສຽງ ຄວາມໄວຊ້າຂອງຈັງຫວະ ປຽບດັ່ງການຮຽນຮູ້ແລະເຂົ້າໃຈດ້ານ “ຕົວອັກສອນ” ຂອງພາສາຂຽນ ທີ່ຈະໃຊ້ ປະກອບກັນເປັນທຳນອງເພງ ດັ່ງບົດອ່ານ ຫຼືບົດກາບກອນ.

2) ກະແຈສຽງ (Key) ແລະຄວາມສໍາພັນລະຫວ່າງ Keys ຕ່າງໆ, ການໝຸນປ່ຽນຂອງສຽງ (Modulation), ຮວມທັງກຸ່ມສຽງ (Chords) ຕ່າງໆ ຊຶ່ງເປັນສ່ວນປະກອບທີ່ສໍາຄັນ ທາງດ້ານການປະສານສຽງ (Harmony) ໃນບົດເພງ.

3) ໂຄງສ້າງຂອງບົດເພງ (Structure) ທຽບກັບກົດລະບຽບແລະຂໍ້ບັງຄັບຕ່າງໆ ຂອງກາບກອນໂຄງສານ.

ເມື່ອເຮົາເຂົ້າໃຈຫຼັກໄວຍາກອນ ຂອງດົນຕຣີ ຈະພາໃຫ້ການເສບບັນເລງ ມີລະດັບດີກວ່າປົກກະຕິ ເພາະວ່າ ຖ້າເຮົາເຂົ້າໃຈໂຄງສ້າງຂອງບົດເພງໄດ້ດີ ເຮົາຈະສາມາດຖ່າຍທອດອາລົມຂອງບົດເພງນັ້ນ ອອກມາໄດ້ຢ່າງມີທິດທາງ ແລະມີແບບແຜນທີ່ຖືກຕ້ອງ ບໍ່ແມ່ນເສບບັນເລງແບບເດົາສຸ່ມ ໂດຍການອາສັຍພຽງແຕ່ຫູ ເປັນເຄື່ອງຊ່ວຍຕັດສິນ. ການເຂົ້າໃຈທາງດ້ານ Keys, ຄວາມສັມພັນລະຫວ່າງ Chords ເຮັດໃຫ້ເຮົາເຂົ້າໃຈປະໂຫຍກຕ່າງໆຂອງເພງ ແລະສາມາດຕັດສິນໃຈເລືອກໃຊ້ Chords ທຸກຮູບແບບໃນການບັນເລງບົດເພງໄດ້ຢ່າງຖືກຕ້ອງ.

ນອກຈາກນັ້ນ ການມີຄວາມຮູ້ທາງດ້ານທິດສະດີດົນຕຣີ ຢ່າງເລິກຊຶ້ງ ຈະພາໃຫ້ເຮົາກາຍເປັນຄົນ ທີ່ມີໄຫວພິບວ່ອງໄວ ສາມາດສັງເກດເຫັນ ຫຼາຍສິ່ງຫຼາຍຢ່າງ ທີ່ເຊື່ອງຊ້ອນຢູ່ໃນບົດເພງ ແລະພາໃຫ້ເຮົາມີຄວາມໝັ້ນໃຈໃນຕົນເອງ ເວລາເສບບັນເລງ ຈະບໍ່ມີຄວາມລັງເລໃຈອີກ ພ້ອມດຽວກັນນັ້ນ ການແກະເພງ ກໍຈະສະດວກສະບາຍຂຶ້ນກວ່າທຳມະດາ.

ສຸດທ້າຍ ເມື່ອເຮົານຳເອົາບົດເພງບົດນຶ່ງ ມາຮຽບຮຽງເສບບັນເລງໃໝ່ ໂດຍການສວມອາລົມສິລ ຂອງເຮົາເຂົ້າຕື່ມ ຈະພາໃຫ້ບົດເພງດັ່ງກ່າວ ມີສີສັນ ແລະໜ້າສົນໃຈ ພ້ອມທັງເປັນຕາໜ້າຟັງຍິ່ງຂຶ້ນ.

Paris, 14 ມິຖຸນາ 2017


“ຄວາມຮູ້ກ່ຽວກັບວິວັດທະນາການ ຂອງເຄື່ອງດົນຕຣີທັນສມັຍ”

ຄວາມຮູ້ກ່ຽວກັບວິວັດທະນາການ ຂອງເຄື່ອງດົນຕຣີທັນສມັຍ

ພາກທີ່ 01 : ຣະບົບພາສາ MIDI

ຕົ້ນກຳເນີດຂອງຣະບົບ MIDI

ຣະບົບມາຕຖານ MIDI ໄດ້ເລີ່ມຕົ້ນປາກົດຕົວຂຶ້ນເມື່ອປະມານຕົ້ນປີ ຄ.ສ. 1980.
ກ່ອນໜ້ານັ້ນ ເຄື່ອງດົນຕຣີໄຟຟ້າຂອງແຕ່ລະຍີ່ຫໍ້ ບໍ່ສາມາດເສື່ອມຕໍ່ກັນຫຼາຍໆໜ່ວຍ ເພື່ອຈະຫຼິ້ນຫຼາຍໆສຽງພ້ອມກັນໄດ້ ເມື່ອນັກດົນຕຣີຜູ່ນຶ່ງ ໂດຍສະເພາະມືອໍແກນ (Organ) ຢາກຫຼິ້ນສອງສຽງຕ່າງກັນດ້ວຍສອງມື ເຂົາຕ້ອງມີເຄື່ອງດົນຕຣີສອງໜ່ວຍ ແຕ່ຈະບໍ່ສາມາດຫຼີ້ນພ້ອມໆກັນ ເກີນສາມສຽງຂຶ້ນໄປ ເພາະມະນຸດຜູ່ນຶ່ງ ມີມືພຽງສອງຂ້າງເທົ່ານັ້ນ ບໍ່ດັ່ງນັ້ນ ກໍຈຳເປັນຕ້ອງແບ່ງໜ້າທີ່ໃຫ້ມືອໍແກນຜູ່ທີ່ສອງ ຫຼືທີ່ສາມເປັນຄົນຫຼິ້ນຊ່ອຍກັນ.

ສັນຍາລັກລຸ້ນທຳອິດຂອງຣະບົບ MIDI

MIDI (ຫຍໍ້ມາຈາກຄຳວ່າ Musical Instrument Digital Interface) ຖ້າຈະແປໂດຍຕຣົງນັ້ນກໍຄື ຣະບົບສື່ສານຣະຫວ່າງເຄື່ອງດົນຕຣີໄຟຟ້າປະເພດດີຈິຕອລ (Digital). MIDI ແມ່ນຣະບົບສື່ສານຣະຫວ່າງເຄື່ອງດົນຕຣີຕ່າງໆ ທັງຊະນິດດຽວກັນ ຫຼືຕ່າງກັນ ບໍ່ຈຳແນກຍີ່ຫໍ້ ຫຼືລຸ້ນ ແລະຍັງຮວມເຖິງເຄື່ອງຄອມ (Computers) ຫຼືເຄື່ອງອຸປກອນດີຈິຕອລອື່ນໆ ທີ່ມີຊ່ອງເສຶ່ອມສອດ ສຳລັບສຽບປັກສາຍສັນຍານ (MIDI Interface) ໄດ້ອີກດ້ວຍ.

ຣະບົບມາຕຖານ MIDI ໄດ້ຖືກສ້າງຕັ້ງຂຶ້ນທຳອິດ ໂດຍການຮ່ວມມືກັນຣະຫວ່າງ ບັນດາບໍຣິສັດຜູ່ຜລິດເຄື່ອງດົນຕຣີໄຟຟ້າສາກົນ ຍີປຸ່ນແລະອາເມຣິກາ ເພື່ອອຳນວຍຄວາມສະດວກແກ່ນັກດົນຕຣີ ໃນການເສື່ອມຕໍ່ເຄື່ອງຫຼາຍໆຊະນິດເຂົ້າດ້ວຍກັນ ໂດຍບໍ່ຕ້ອງຄຳນຶງເຖິງຄວາມແຕກຕ່າງຣະຫວ່າງ ຍີ່ຫໍ້ ຫຼືລຸ້ນອີກ. ບໍຣິສັດຜລິດເຄື່ອງດົນຕຣີສາກົນທຳອິດ ທີ່ໄດ້ຮ່ວມຮັບຮອງເອົາຣະບົບ MIDI ເຂົ້າໃນ Keyboard Synthesizer ແມ່ນໄດ້ແກ່ Roland (Jupiter 6, JX-3P), Yamaha (DX7) ແລະ Sequential Circuit (Prophet 600).

ຮູເສື່ອມສອດສັນຍານຄວບຄຸມເຄື່ອງດົນຕຣີໄຟຟ້າປະເພດ Synthesizer ກ່ອນການກຳເນີດຂອງຣະບົບ MIDI ໂດຍອາສັຍແຮງດັນໄຟຟ້າຣະດັບຕໍ່າ (ຣະຫ່າງ -15 ຫາ +4 Voltage)

ນັບຕັ້ງແຕ່ນັ້ນມາ ນັກດົນຕຣີ ນັກເສບ ນັກແຕ່ງເພງ ນັກອັດສຽງ ທີ່ນຳໃຊ້ເຄື່ອງດົນຕຣີ ຫຼືອຸປກອນທີ່ມີຣະບົບ MIDI ຕິດຕັ້ງໃນຕົວ ກໍສາມາດພັທນາການສ້າງຜົນງານເພງແລະດົນຕຣີ ອອກມາຢ່າງກວ້າງຂວາງ ເພາະສາມາດທຳການນຳໃຊ້ຫຼາຍໆເຄື່ອງເສື່ອມຕໍ່ເຂົ້າດ້ວຍກັນ ໂດຍບໍ່ມີຂອບເຂດພົມແດນ ຫຼືຂໍ້ບັງຄັບຈຳແນກລຸ້ນ ຫຼືຍີ່ຫໍ້ບໍຣິສັດ ອີກຕໍ່ໄປ.

ຮູເສື່ອມສອດສັນຍານຣະບົບ MIDI ທັງ 3 : IN-OUT-THRU (ເຂົ້າ-ອອກ-ຜ່ານ)

ບໍ່ພຽງແຕ່ເທົ່ານັ້ນ ຣະບົບພາສາ MIDI ຍັງອຳນວຍຄວາມສະດວກແລະວ່ອງໄວທັນໃຈ ແກ່ນັກດົນຕຣີ ໃນການເຜີຍແຜ່ແລະແລກປ່ຽນຜົນງານການສ້າງສັນຂອງຕົນເອງ ກັບຜູ່ອື່ນ ໂດຍການນຳໃຊ້ພາສາ MIDI ທີ່ສາມາດເກັບບັນທຶກໂນຕດົນຕຣີຂອງບົດເສບ ຫຼືບົດປະພັນ ໄວ້ໃນເອກສານ ທີ່ເອີ້ນກັນວ່າ MIDI File ຊຶ່ງຫຼາຍໆຄົນຍັງເຂົ້າໃຈຜິດ ຄິດວ່າແມ່ນອັນດຽວກັນກັບ ຣະບົບ MP3 ຫຼືຣະບົບ Karaoké ຊຶ່ງຂ້າພະເຈົ້າຈະຊີ້ແຈງອະທິບາຍ ແລະລົງເລິກໃນອັນດັບຕໍ່ໆໄປ.

Paris, 06 ມີນາ 2017

ກັບໄປດ້ານເທິງ