“ເພງລາວອະມະຕະ – ຊຸດທີ່ 09”

ເປີດເບິ່ງໜ້າປຶ້ມເພງຊຸດທີ່ 09
ສາຣະບານເພງລາວ ຊຸດທີ່ 09
(ເລີ່ມຕົ້ນເຜີຍແຜ່ ວັນທີ່ 29 ເມສາ 2022)

401 - ມະຍຸຣີ
402 - ເໝືອນຄືນແຮມ
403 - ເພື່ອນ້ອງເມື່ອຊໍ້າ
404 - ເພລາຣາຕຣີ
405 - ພິສຮັກ
406 - ຄອຍວັນອິສຣະພາບ
407 - ກ່ອນສິ້ນສັມພັນ
408 - ຮັກກັນເຖີດໜໍທີ່ຮັກ
409 - ຢ້ານ
410 - ບ້ານເຮົາ
411 - ກ່ອນຈະຮັກກັນ
412 - ຜິດຫວັງ
413 - ງາມເຫຼືອເກີນ
414 - ດອກບົວທອງ
415 - ໝົດທາງຮັກ
416 - ອິງອາຍຮັກ
417 - ຈາກຖິ່ນ
418 - ຢ່າອວດ
419 - ສາມໝື່ນເມືອງເຟືອງ
420 - ຄົນງາມໃຈແຫຼ້
421 - ສາຍນໍ້າສາຍໃຈ
422 - ສາຍນໍ້າສາຍສະອື້ນ
423 - ຕິອ້າຍບ່ອນໃດ
424 - ຄັກເຈົ້າລະບໍ່
425 - ສັຕຣີສມັຍ
426 - ລືມເສັຽເຖີດ (ຊາຍ)
427 - ດອນຈັນແມ່ຂອງ
428 - ເໝືອນຄົນໄຮ້ຄ່າ
429 - ຄັ້ງນຶ່ງໃນອະດີດ
430 - ເມື່ອເຮົາສອງຫວັງຄອງຮັກກັນ
431 - ດ້ວຍຮັກສມັກໃຈ
432 - ລຳບາກໃຈ
433 - ລືມຊ໋ະ
434 - ຈັນສຸຣີ
435 - ອະນຸພາບຮັກ
436 - ຖ້າມີທີ່ຮັກ
437 - ໜ້າທີ່ພາຈາກ
438 - ດອກຟ້າຂອນແກ່ນ
439 - ອອກພັນສາພາເພີນ
440 - ນໍ້າໃຈລາວ
441 - ເມົາ
442 - ນໍ້າຖ້ວມຖິ່ນເພັຽ
443 - ທ້ອງກ່ອນແຕ່ງ
444 - ກັບຖິ່ນໄທດຳ
445 - ສາວງາມເມືອງສວັນ
446 - ສາວອຸເທນ
447 - ຢາກຮັກສາວເມືອງຫຼວງ
448 - ຄົນໃຈດຳ
449 - ຍັງຮັກຍັງຫ່ວງ
450 - ຫວງເພາະຮັກ

ເພງ “ຫວງເພາະຮັກ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (~1970)
ນັກຮ້ອງຕົ້ນສະບັບ : ພອນເທພ ເທພພິທັກສ໌

ວິດີໂອດົນຕຣີບັນເລງເພງ “ຫວງເພາະຮັກ”

1) ຂໍຍອມຮັບວ່າ ອ້າຍອົດໃຈ ໄວ້ອີກບໍ່ໄຫວ
ທັ້ງທີ່ນ້ອງລອງໃຈ ແກ້ງໄປ ຄວງຄົນອື່ນມາ
ໄປເວົ້າຄົນນັ້ນ ກະຊິບຄົນນີ້ ມັນກວນສາຍຕາ
ອ້າຍຢາກຈະຂ້າ ຢາກຂ້າຢາກຂ້າ ຜູ່ມາຂວາງທາງ

2) ເຫັນຄູ່ຮັກອື່ນ ຊື່ນຊູໃຈ ຍິ່ງພາໃຫ້ເຫງົາ
ທີຄວາມຮັກຂອງເຮົາ ຕື້ນຕັນ ຄອຍວັນຈືດຈາງ
ຮູ້ໄວ້ຮູ້ໄວ້ ນ້ອງເຮັດແບບນັ້ນ ໃຈອ້າຍແຄ້ນຄາ
ມັນອາດຈະພາດ ມັນອາດຈະພັ້ງ ເມື່ອນາງຫຼົມໃຈ

• ທັ້ງໆ ທີ່ຮູ້ ວ່າລອງໃຈກັນ
ແຕ່ເຮັດຈັ່ງຊັ້ນ ອ້າຍທົນ ນ້ອຍໃຈບໍ່ໄດ້
ຂືນປ່ອຍ ໃຫ້ຄອງ ອີກຕໍ່ໄປ
ອ້າຍຄົງ ຊໍ້າຕາຍ ດ້ວຍຄວາມຫວງ

3) ນ້ອງກໍຮູ້ວ່າ ອ້າຍຮັກນາງ ຮັກຍິ່ງສິ່ງໃດ
ຮັກນາງເໜືອດວງໃຈ ບໍ່ເຄີຍ ຄິດວ່າຈະລວງ
ເຫດນີ້ຈຶ່ງຫ່ວງ ດ້ວຍຮັກຈຶ່ງຫວງ ຈຶ່ງຫວງຈຶ່ງຫ່ວງ
ບໍ່ໃຫ້ໃຜລ່ວງ ບໍ່ໃຫ້ໃຜລວງ ກີດຂວາງດວງໃຈ…

ໂນຕເພງ “ຫວງເພາະຮັກ”
ວິດີໂອໂນຕບັນເລງເພງ “ຫວງເພາະຮັກ”

ເພງ “ຄົນໃຈດຳ”

ເນື້ອຮ້ອງ & ທຳນອງ : ສົມລິຕ ພັນນະວົງສ໌ (~1970)
ນັກຮ້ອງຕົ້ນສະບັບ : ສົມລິຕ ພັນນະວົງສ໌

ວິດີໂອດົນຕຣີບັນເລງເພງ “ຄົນໃຈດຳ”

1) ຄົນໃຈດຳ ແກ້ງທຳໃຫ້ຫຼົງ
ແລ້ວກໍບໍ່ຊື່ຕຣົງ ໝັ້ນຄົງເໝືອນດັ່ງຄຳໝັ້ນ
ສວາດທີ່ຫວັງ ຈະຮ້າງໄປຫົວໃຈໄຫວຫວັ່ນ
ອ້າຍຕ້ອງຈາບັນ ໂສກສັນກໍ້າກືນນໍ້າຕາ

2) ມີຄົນຄອຍ ແກ້ງຢູ່ຂ້າງຫຼັງ
ຫຼືນ້ອງຈຶ່ງຄິດຊັງ ອ້າຍດັ່ງເໝືອນຄົນໄຮ້ຄ່າ
ຈະເຮັດຈັ່ງໃດ ງອນງໍ້ໄປແລ້ວຍັງໜີໜ້າ
ບໍ່ຫວນຄືນມາ ຍິ່ງພາໃຈອ້າຍຣະທົມ

• ນ້ອງໄປ ເຊື່ອຄົນຍຸຄົນແຍ່
ສອງເຮົາມີແຕ່ ອົກຕ້ອງຣ້າວຣະບົມ
ມີຢູ່ໃສລະ ແຟນຄົນໃໝ່ທີ່ໝາຍມາຊົມ
ນ້ອງຄົນດຽວ ອ້າຍຍັງຊໍ້າຕຣົມ
ຫຼາຍຄົນ ຄົງອົກແຕກຕາຍ

3) ຈົ່ງຄືນມາ ຜູກຮັກອີກຫົນ
ຮັກໃຫ້ຊື່ນກະມົນ ສອງຄົນບໍ່ມີວັນໜ່າຍ
ຈະຊ່ວຍຖນອມ ຄວາມຮັກເຮົາດ້ວຍກັນສອງຝ່າຍ
ຮັກຫຼືຈະຄາຍ ຫາກໃຈເຮົາຊື່ຕໍ່ກັນ…

ໂນຕເພງ “ຄົນໃຈດຳ”
ວິດີໂອໂນຕບັນເລງເພງ “ຄົນໃຈດຳ”

ເພງ “ຍັງຮັກຍັງຫ່ວງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1965)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ຍັງຮັກຍັງຫ່ວງ”

1) ກ່ອນນັ້ນເຮົາສອງ ຮັກກັນຝັງຈິດ
ບໍ່ເຄີຍຄິດ ວ່າຮັກຈະຫ່າງກັນໄກ
ແຕ່ນ້ອງມາ ໜີໜ້າຈາກໄປ
ປ່ອຍອ້າຍໄວ້ ໃຫ້ຢູ່ກັບຄວາມຊໍ້າໃຈ

2) ບັດນີ້ເຮົາສອງ ແຍກທາງກັນຢູ່
ຢາກຈະຮູ້ ວ່ານາງຮັກຢູ່ກັບໃຜ
ຊາຍນັ້ນມີ ຮັກຈິງຫຼືໃດ
ສຸກສົມໃຈ ຫຼືນາງນໍ້າຕາຫຼັ່ງນອງ

• ຂ້າຍອມຮັບຄວາມ ເຈັບຊໍ້າ
ທຸກສິ່ງທີ່ທຳໃຫ້ໄວ້ ຂ້ານີ້ອະພັຍໃຫ້ນ້ອງ
ຍັງຮັກຍັງຫ່ວງ ບໍ່ລວງຮັບຮອງ
ນຶ່ງບໍ່ມີສອງ ບໍ່ຈືດຈາງ

3) ຫາກນາງຖືກລວງ ຣະທົມຂົມຂື່ນ
ຫາກສະອຶ້ນ ຍ້ອນຮັກເຂົາປ່ຽນເປັນຊັງ
ຈົ່ງຫວນຄືນ ຮັກຄົນທີ່ຫວັງ
ຢູ່ທາງຫຼັງ ອ້າຍຍັງຮັກນາງດັ່ງເຄີຍ…

ໂນຕເພງ “ຍັງຮັກຍັງຫ່ວງ”
ວິດີໂອໂນຕບັນເລງເພງ “ຍັງຮັກຍັງຫ່ວງ”

ເພງ “ຢາກຮັກສາວເມືອງຫຼວງ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ຢາກຮັກສາວເມືອງຫຼວງ”

1) ເມືອງຫຼວງພຣະບາງ ຊ່າງງາມວິໄລແທ້ເອີຍ
ຂ້ານີ້ກໍເຄີຍ ໄດ້ໄປທ່ຽວຊົມຄັ້ງນຶ່ງ
ພູສີສູງສຸດທຽມຟ້າ ເຫັນແລ້ວຍິ່ງພາຕົກຕະລຶງ
ໂອ້ດາວະດຶງ ຫຼືແດນສວັນກັນແທ້

2) ໜຸ່ມສາວກໍງາມ ອາຣ່າມດັ່ງດວງມາລີ
ບານຈໍ່ຈຸມຈີ ຂ້ານີ້ຕ້ອງຫຼົງຫຼຽວແລ
ຢາກຮັກຢາກຢູ່ຄຽງສອງ ຈະຂໍປະຄອງບໍ່ປຽນແປ
ຈະຮັກນ້ອງແທ້ ດ້ວຍໃຈຊື່ຕຣົງຕລອດການ

• ນວນນ້ອງນາງ ງາມຍິ່ງ
ຂ້າຢາກຮັກເຈົ້າຈິງ ແອບອິງຮ່ວມຫໍສຳຣານ
ນໍ້າຂອງ ຍັງໄຫຼຮ່ວມແມ່ຄານ
ຂໍນ້ອງຈົ່ງສົງສານ ຜູກພັນຄວາມຮັກຂ້າໄວ້ ຮື…

3) ຈາກຫຼວງພຣະບາງ ຈາກນາງທີ່ແສນໂສພາ
ຈາກພຽງກາຍາ ຈິດຍັງຝັນຫາຂວັນໃຈ
ນ້ອງສາວເຈົ້າຈົ່ງເອັນດູ ຈະຂໍເປັນຄູ່ຢູ່ຄຽງໃກ້
ເຖິງຈາກນ້ອງໄປ ບໍ່ນານເທົ່າໃດຈະກັບມາ…

ໂນຕເພງ “ຢາກຮັກສາວເມືອງຫຼວງ”
ວິດີໂອໂນຕບັນເລງເພງ “ຢາກຮັກສາວເມືອງຫຼວງ”

ເພງ “ສາວອຸເທນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1967)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ສາວອຸເທນ”

1) ສາວ… ອຸເທນ
ຊ່າງສວຍງາມເດັ່ນ ຕິດໃຈໜັກ
ພຽງແຕ່ ປະຈັກ
ຢາກຝາກຮັກ ຝາກດວງໃຈ

2) ຫຼົງ… ໃຝ່ຝັນ
ທຸກວັນບໍ່ອາດ ຈະລືມໄດ້
ຮັກຂ້າ ໝົດໃຈ
ຂໍມອບໄວ້ ແຕ່ພຽງນາງ

• ດວງໃຈຂ້ານີ້ ມີດວງໜຶ່ງ
ຮັກແທ້ສຸດຊຶ້ງ ບໍ່ຈືດຈາງ
ຫາກນ້ອງປຣານີ ບໍ່ຂໍໜີຫ່າງ
ຈະຂໍຮັກນາງ ຊົ່ວຊີວັນ

4) ສາຍ… ນໍ້າຂອງ
ໄຫຼນອງຂວາງເສັ້ນ ທາງເຮົານັ້ນ
ຂ້າຈະ ບຸກບັ່ນ
ດັ້ນຂ້າມມາ ຖິ່ນອຸເທນ…

ໂນຕເພງ “ສາວອຸເທນ”
ວິດີໂອໂນຕບັນເລງເພງ “ສາວອຸເທນ”

ເພງ “ສາວງາມເມືອງສວັນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1969)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ສາວງາມເມືອງສວັນ”

1) ໂອ້ສາວງາມ ແຫ່ງເມືອງສວັນ
ເທບເທວາໃດປັ້ນ ວິໄລລາວັນໜັກໜາ
ເດືອນເພັງລອຍເດັ່ນ ຢູ່ບົນນະພາ
ຍັງບໍ່ທຽມແກ້ວຕາ ດາຣາແຫ່ງເມືອງສວັນ

2) ອ້າຍພົບພານ ຍັງຝັນໃຝ່ປອງ
ເຝົ້າລະເມີເຖິງນ້ອງ ຫວັງປອງຮັກຮຽງຮ່ວມກັນ
ກະຕ່າຍໝາຍຢູ່ ຄູ່ຄຽງພຣະຈັນ
ກໍປຽບເໝືອນອ້າຍນັ້ນ ຫຼົງໃຝ່ຝັນຮັກນາງຜູ່ດຽວ

• ຊີວິດນີ້ອ້າຍເຝົ້າ ຫຼົງຮັກແຕ່ເຈົ້າ
ຮັກສາວສວັນ ໝັ້ນໜຽວ
ອ້າຍຍັງຂາດຄູ່ ຢູ່ຄຽງກາຍຍັງແສນປ່ຽວ
ນ້ອງສາວເຈົ້າບໍ່ແລຫຼຽວ ຢູ່ໂດດດ່ຽວອ້າຍໜາວອຸຣາ

3) ໂອ້ສາວງາມ ແຫ່ງເມືອງສວັນ
ອ້າຍຂໍຮັກນ້ອງໝັ້ນ ເໝືອນຈັນຄູ່ຄຽງກັບຟ້າ
ນ້ອງເອີຍນ້ອງຈົ່ງ ສົ່ງຮອຍຍິ້ມມາ
ແມ່ນນ້ອງຄິດເມດຕາ ອ້າຍຈະພາເຖົ້າແກ່ມາຂໍ…

ໂນຕເພງ “ສາວງາມເມືອງສວັນ”
ວິດີໂອໂນຕບັນເລງເພງ “ສາວງາມເມືອງສວັນ”

ເພງ “ກັບຖິ່ນໄທດຳ”

ເນື້ອຮ້ອງ & ທຳນອງ : ໄພບູນ ບຸຕຂັນ (ไพบูลย์ บุตรขัน)
ນັກຮ້ອງຕົ້ນສະບັບ : ກ. ວິເສດ (1970)

ວິດີໂອດົນຕຣີບັນເລງເພງ “ກັບຖິ່ນໄທດຳ”

1) ກັບຄືນຫັນ ສູ່ບ້ານໄຕດຳ ຂອງເຮົາດີກວ່າ
ກັບຄືນມາ ເຫັນໜ້າພີ່ນ້ອງ ຂອງເຮົາຊາວດິນ
ເຂົ້າໜຶ່ງຄຳ ນໍ້າໜຶ່ງຂັນ ເຮົາປັນກັນກິນ
ນໍ້າໃຈບໍ່ສິ້ນ ຈາກໝູ່ເຮົາ ເຜົ່າໄຕດຳ

2) ຢູ່ຖິ່ນໃດ ບໍ່ໄດ້ສຳຣານ ເໝືອນຖິ່ນບ້ານເກົ່າ
ຫ່າງບ້ານເຮົາ ຫິວເຂົ້າທຸກມື້ ຕ້ອງຊື້ປະຈຳ
ກັບບ້ານເຮົາ ເຂົ້າມີກິນ ທົ່ວຖິ່ນໄຕດຳ
ຄິດວັນຍັງຄໍ່າ ສາວເຜົ່າໄຕດຳ ນ້ອງເຈົ້າຈາກຈອນ

• ຫອມດອກມະລິ ຮ້ອຍເປັນມາໄລ ໃນກະຈາດ
ບໍ່ລືມແກ້ວຕາ ແມ່ນຸດຊະນາ ແມ່ດວງສມອນ
ເຈົ້າເຄີຍໃຫ້ ມາໄລມະລິ ວາງແນບຄຽງໝອນ
ບັດນີ້ເຈົ້າຈອນ ຈາກໄປ ບໍ່ຫວນກັບມາ

3) ກັບຄືນຫັນ ສູ່ບ້ານໄຕດຳ ຂອງເຮົາມື້ນີ້
ດອກຈຳປີ ຜູ່ສາວເຄີຍໃຫ້ ບໍ່ໄດ້ໂຣຍຣາ
ຜ້າຫົ່ມນອນ ໝອນເຄີຍໜຸນ ອົບອຸ່ນໜັກໜາ
ຍັງມີຄຸນຄ່າ ອ້າຍຈຶ່ງກັບມາ ຕາຍຖິ່ນໄຕດຳ…

ວິດີໂອໂນຕບັນເລງເພງ “ກັບຖິ່ນໄທດຳ”

ເພງ “ທ້ອງກ່ອນແຕ່ງ”

ເນື້ອຮ້ອງ & ທຳນອງ : ສາຍເງິນ (~1970)
ນັກຮ້ອງຕົ້ນສະບັບ : ສາຍເງິນ

ວິດີໂອດົນຕຣີບັນເລງເພງ “ທ້ອງກ່ອນແຕ່ງ”

1) ຂ້ອຍແຕ່ງງານ ມາໄດ້ພຽງໜຶ່ງວັນ
ເມື່ອນອນນຳກັນ ຄົງຈະສຸກສັນເໜືອທຸກສິ່ງ
ແຕ່ຂ້ອຍຕົກໃຈ ເມື່ອນາງເຂົ້າມາແອບອິງ (ຊໍ້າ)
ທ້ອງນາງມັນເໜັງຕີງ ເໝືອນມີສິ່ງມາບິດເບືອນ

2) ນາງຄົງອາຍ ເອົາກັນໃໝ່ຢ້ານເຈັບທ້ອງ
ຈຶ່ງພານວນນ້ອງ ໄປໂຮງໝໍບໍ່ແຊເຊືອນ
ໝໍກ່າວເວົ້າ ວ່າເມັຽເຈົ້າມີລູກສາມເດືອນ (ຊໍ້າ)
ພໍໝໍຕັກເຕືອນ ຫົວໃຈຂ້ອຍເຄື່ອນທັນທີ

• ໂອ້ຍ… ຊວຍເຕັມທົນ
ແຕ່ງງານທັງຫົນ ຊ່າງມີລູກກ່ອນຢ່າງນີ້
ເພື່ອນຊາຍຄົນໃດ ຫົວໃຈມາຊ່າງອັບປີ
ກຳໄລເອົາໜີ ສ່ວນໜີ້ຈົ່ງໄວ້ໃຫ້ກັນ

4) ຂ້ອຍອຸກໃຈ ຊ່ວຍແກ້ໄຂກໍຈົນປັນຍາ
ຈະຮ້າງຈະປະ ກໍຢ້ານພໍ່ເຖົ້າຈະເຫຼັ້ນງານ
ຂ້ອຍຈຶ່ງມາຮ້ອງ ສຽງເພງທົ່ວຈັກກະວານ (ຊໍ້າ)
ຖ້າຫາກວ່າກາຍສອງວັນ ຂ້ອຍຄົງຈະກັ້ນໃຈຕາຍ…

ໂນຕເພງ “ທ້ອງກ່ອນແຕ່ງ”
ວິດີໂອໂນຕບັນເລງເພງ “ທ້ອງກ່ອນແຕ່ງ”

ເພງ “ນໍ້າຖ້ວມຖິ່ນເພັຽ”

ເນື້ອຮ້ອງ & ທຳນອງ : ໄຊພອນ ສິນທະຣາດ (<1975)
ນັກຮ້ອງຕົ້ນສະບັບ : ໄຊພອນ ສິນທະຣາດ

ວິດີໂອດົນຕຣີບັນເລງເພງ “ນໍ້າຖ້ວມຖິ່ນເພັຽ”

1) ນໍ້າຂຶ້ນລົ້ນຝັ່ງ ໄຫຼຖ້ວມທາງບ້ານຫ້ອມຖິ່ນເພັຽ
ພີ່ນ້ອງຕ້ອງຖືກສູນເສັຽ ນໍ້າຖ້ວມຖິ່ນເພັຽເສັຽຜົລປູກ
ຈູງເອົາງົວຄວາຍ ຂົນຂວາຍມ້າງເພຮ້ານຫູກ
ອູ້ມເອົາຫຼານອູ້ມເອົາລູກ ເມື່ອຄາວຖືກນໍ້າຖ້ວມບໍ່ລົງ

2) ນໍ້າຂອງໄຫຼຫຼັ່ງ ໄຫຼຜ່ານທາງຜ່ານເຂົ້າໃນນາ
ພີ່ນ້ອງຈົນຫຼັ່ງນໍ້າຕາ ຫຼຽວລົງທົ່ງນານໍ້າຖ້ວມລົ້ນທົ່ງ
ທ່າແຂກຊາຍຟອງ ສີຖານໃຕ້ນໍ້າຖ້ວມຈົນຫົ້ງ
ພິກເຂືອຕາຍກ້ຽງບໍ່ຈົ່ງ ນໍ້າບໍ່ຍອມລົງໂອ້ຊ່າງທຳກັມ

• ລົງເຮືອລົງແພ ແກ່ຂອງປະເຮືອນໄກຫ່າງ
ຂ້າມທົ່ງແກ້ງປ່າຢາງ ຫຼືທາງບ້ານສາລາຄຳ
ເທວັນເຈົ້າເອີຍ ບໍ່ເລີຍຈະໜ້າໃຈດຳ
ປ່ອຍໃຫ້ຝົນຕົກລົງນໍ່າໆ ປ່ອຍໃຫ້ນໍ້າຖ້ວມເມືອງຫາດຊາຍຟອງ

3) ນໍ້າຂຶ້ນລົ້ນຝັ່ງ ແມ່ນແຕ່ທາງທຽວນັ້ນບໍ່ມີ
ກ້ວຍອ້ອຍຕ້ອງຖືກພັດໜີ ແສນເຕັມທີແທ້ໜໍພີ່ນ້ອງ
ຂໍວອນເທວາ ນາຄານັ້ນຊ່ວຍປົກປ້ອງ
ປີໜ້າຢ່າໃຫ້ນໍ້ານອງ ຢ່າໃຫ້ນໍ້າຂອງຂຶ້ນຖ້ວມຖິ່ນເພັຽ…

ວິດີໂອໂນຕບັນເລງເພງ “ນໍ້າຖ້ວມຖິ່ນເພັຽ”