“ເພງລາວອະມະຕະ – ຊຸດທີ່ 03”

ເປີດເບິ່ງໜ້າປຶ້ມເພງ ຊຸດທີ່ 03
ສາຣະບານເພງລາວ ຊຸດທີ່ 03
(ເລີ່ມຕົ້ນເຜີຍແຜ່ ວັນທີ່ 18 ກຸມພາ 2018)

 101 - ເກືອບຕັດສິນໃຈ
 102 - ວິວານໍ້າຕາ
 103 - ນຶ່ງໃນຫົວໃຈ
 104 - ເປັນຫຍັງຈຶ່ງລືມ
 105 - ອາທິດອັສດົງ
 106 - ອະດີດລຳລຶກ
 107 - ຢາດນໍ້າທານຮັກ
 108 - ສິ້ນສຸຣິຍັນ (ຍິງ)
 109 - ສິ້ນສຸຣິຍັນ (ຊາຍ)
 110 - ດົງໂດກດົງໃຈ
 111 - ເສັຽດາຍຮັກ
 112 - ຄິດ
 113 - ດວງໃຈຈາກ
 114 - ສລັກຈິດ
 115 - ດອກຟ້າປຣະດັບໃຈ
 116 - ອຸກໃຈ
 117 - ອຸກເປັນໜີ້
 118 - ຖ້າອ້າຍມີປີກ
 119 - ຊາຕາອາພັບ
 120 - ຈາກ
 121 - ຈຳໃຈຈາກ
 122 - ຈອມໃຈຄົນຈົນ
 123 - ແສບຊວງ
 124 - ຈາກວຽງຈັນ
 125 - ເຫຼືອພຽງແພມົນ
 126 - ຝັນດີທີ່ຮັກ
 127 - ອົກຫັກ
 128 - ຄຶດຮອດເຈົ້າ
 129 - ບໍ່ລືມວຽງຈັນ
 130 - ຄຶດເຖິງ
 131 - ຊາຍໃຈຊື່
 132 - ມົນຮັກວັງວຽງ
 133 - ອວດສາວ
 134 - ຄົນລວງ
 135 - ຟ້າລືມດິນ
 136 - ປີໃໝ່ແລ້ວແກ້ວຕາ
 137 - ອີກພຽງຄັ້ງດຽວ
 138 - ຫຼວງພຣະບາງເມືອງງາມ (ຊາຍ)
 139 - ຄົນທີ່ເຂົາລືມ
 140 - ຍັງຮັກນ້ອງຢູ່
 141 - ໜາວໝອກ
 142 - ບຸບຜາລາກ່ອນ
 143 - ຢ່າຫ່ວງ
 144 - ສິ້ນສຸດກັນທີ
 145 - ໜາວ
 146 - ຂາດນາງ
 147 - ຫວນຄິດເຖິງຍາມເຮົາຮັກກັນ
 148 - ທັມມະຊາດພູເຂົາຄວາຍ
 149 - ຍິ້ມຫວານ
 150 - ລາ

ເພງ “ເກືອບຕັດສິນໃຈ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (≈1970)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ເກືອບຕັດສິນໃຈ”

1) ເກືອບຕັດສິນໃຈ ຈາກອ້າຍ
ນ້ອງຈວນຈະກາຍ ເປັນເພັຊຄາດ
ເກືອບບັ່ນທາງຮັກ ທີ່ເຮົາຮ່ວມວາດ
ດ້ວຍໃຈບໍ່ອາດ ສູ້ຄວາມຂົມຂື່ນ

2) ເກືອບຕັດສິນໃຈ ຈາກອ້າຍ
ນ້ອງຈວນຈະກາຍ ເປັນຂອງຄົນອື່ນ
ເກືອບທົນບໍ່ໄຫວ ຣຶທັຍສຸດຝືນ
ມາຊ້າພຽງຄືນ ກໍຄົງຂາດກັນ

• ຄອຍນ້ອງທົນຄອຍ ມາຕັ້ງນານປີ
ຈາກນັ້ນມາເປັນເຈັດປີ ຫົວໃຈນ້ອງນີ້ຍັງໝັ້ນ
ຮັກດຽວຊື່ຕຣົງ ຫວັງວ່າຈັກວັນ
ສ່ວນບຸນທີ່ນ້ອງສ້າງນັ້ນ ຄົງມີວັນມີວັນສນອງ

3) ຫາກມາຊ້າໄປ ຈັກນ້ອຍ
ຮັກຄົງຂາດລອຍ ເປັນຝອຍລະລ່ອງ
ເກືອບສູນສິ້ນຮັກ ທີ່ຍັງໃຝ່ປອງ
ເກືອບຕ້ອງຫ່າງໄກ ເພາະຊາຍອວດດີ…

ໂນຕເພງ “ເກືອບຕັດສິນໃຈ”
ວິດີໂອໂນຕບັນເລງເພງ “ເກືອບຕັດສິນໃຈ”

ເພງ “ວິວານໍ້າຕາ”

ເນື້ອຮ້ອງ & ທຳນອງ : ສຸຣິວັດ ຣັຕນະສວັນ (1970)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ວິວານໍ້າຕາ”

1) ນ້ອງຂໍສັ່ງລາ ລາກ່ອນເຖີດໜາຄົນດີ
ເໝືອນເວນກັມນ້ອງມີ ໃຫ້ນ້ອງນີ້ຈຳພາກຈາກໄກ
ນ້ອງຂໍລາກ່ອນ ອ້າຍຢ່າໄດ້ຄິດເສັຽໃຈ
ຫາກຂືນລໍຄອຍອ້າຍໄປ ອີກເມື່ອໃດໜໍອ້າຍຈະໝັ້ນ

2) ນ້ອງນີ້ຕັ້ງຕາ ລໍອ້າຍບໍ່ມາຈັກທີ
ຝືນໃຈລໍຫຼາຍປີ ກໍເຫັນມີພຽງແຕ່ໃນຝັນ
ສຸດເຫຼືອຈະທົນ ອ້າຍຄົງຈະຄິດລືມກັນ
ເຮົາສອງກ່ອນເຄີຍສັມພັນ ອ້າຍຄົງລືມວັນທີ່ເຮົາສັນຍາ

• ອ້າຍຄົງຄິດ ວ່ານ້ອງປ່ຽນໃຈ
ເກີດມີຮັກຄົນໃໝ່ ຈຶ່ງໄດ້ເຂົ້າສູ່ວິວາ
ຫົວໃຈຈິງແທ້ ນ້ອງຍັງຮັກຝັງອຸຣາ
ຈຳໃຈຈຳຕ້ອງວິວາ ທັ້ງໆນໍ້າຕາຂອງນ້ອງຕົກໃນ

3) ນ້ອງຂໍສັ່ງລາ ເພາະວາສນາບໍ່ສົມ
ຫົວໃຈສຸດຣະທົມ ສຸດຂື່ນຂົມເພາະຄວາມນ້ອຍໃຈ
ສິ່ງຫວັງຕ້ອງສູນ ເພາະອ້າຍບໍ່ຄິດສົນໃຈ
ຄວາມຮັກຕ້ອງສິ້ນສລາຍ ນ້ອງຈຶ່ງປ່ຽນໃຈເຂົ້າສູ່ວິວາ…

ໂນຕເພງ “ວິວານໍ້າຕາ”
ວິດີໂອໂນຕບັນເລງເພງ “ວິວານໍ້າຕາ”

ເພງ “ນຶ່ງໃນຫົວໃຈ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1961)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ນຶ່ງໃນຫົວໃຈ”

1) ນຶ່ງເທົ່ານັ້ນ ໃນຫົວໃຈ
ເຝົ້າຫຼົງໃຫຼ ທຸກຄືນວັນ
ບໍ່ມີໃຜ ມາທຽມທັນ
ບໍ່ມີວັນ ຈະລືມເລີຍ

2) ນຶ່ງເທົ່ານັ້ນ ຄອງຫົວໃຈ
ສຸດໃຈໝາຍ ເຫຼືອຈະເອີ່ຍ
ຈະປອງອ້າຍ ໝາຍຊື່ນເຊີຍ
ນ້ອງບໍ່ເຄີຍ ຄິດຫຼອກລວງ

• ຫຼົງຮັກຫຼົງຫ່ວງ ແທບປ່ວງຈຽນບ້າ
ໂອ້! ອະນິຈາ ຄວາມຮັກປັກຊວງ
ຮັກດຽວໃຈດຽວ ໜຽວໜັກປັກໜ່ວງ
ໂອ້ເທບບົນສວງ ຢ່າລວງຂໍທີ

3) ນຶ່ງເທົ່ານັ້ນ ໃນຫົວໃຈ
ໂປຣດຈຳໄວ້ ນະຄົນດີ
ອ້າຍເປັນຍອດ ຂວັນຊີວີ
ຊົ່ວຊີບນີ້ ນ້ອງຂໍຈອງ…

ໂນຕເພງ "ນຶ່ງໃນຫົວໃຈ"
ວິດີໂອໂນຕບັນເລງເພງ “ນຶ່ງໃນຫົວໃຈ”

ເພງ “ເປັນຫຍັງຈຶ່ງລືມ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ເປັນຫຍັງຈຶ່ງລືມ”

1) ເປັນຫຍັງຈຶ່ງລືມ ເປັນຫຍັງຈຶ່ງລືມ
ບອກວ່າບໍ່ລືມ ນ້ອງຍັງຈຳໄດ້
ຜີສາງຍັກໂຂ ຫຼືດ້ວຍເຫດໃດ
ຫຼືວ່າຜູ່ໃຫຍ່ ປອບໃຈໃຫ້ລືມສັນຍາ

2) ເປັນຫຍັງຈຶ່ງລວງ ເປັນຫຍັງຈຶ່ງລວງ
ບອກຈະບໍ່ລວງ ຫວງປານແກ້ວຕາ
ກ່ອນນີ້ບອກນ້ອງ ໝາຍປອງໜັກໜາ
ຂໍເອົາຊີວາ ອາສາມອບໝາຍໃຫ້ຄອງ

• ກ່ອນຈາກກັນ ຄືນນັ້ນຍັງຈຳໄດ້ດີ
ໃສວ່ານ້ອງນີ້ ເປັນເທພີທີ່ອ້າຍໝາຍປອງ
ອ້າຍສາບານວ່າ ຈະບໍ່ປ່ຽນໃຈເປັນສອງ
ຮັກດຽວຮັກດຽວແຕ່ນ້ອງ ຮັບຮອງບໍ່ກ່ຽວຍິງໃດ

3) ເປັນຫຍັງຈຶ່ງລືມ ເປັນຫຍັງຈຶ່ງລວງ
ຜູ່ໃດຂັດຂວາງ ຂໍໃຫ້ວອດວາຍ
ຫຼືອ້າຍເບື່ອນ້ອງ ແລ້ວຈຶ່ງປ່ຽນໃຈ
ເຜີຍມາເຖີດອ້າຍ ຈະໄດ້ໃຝ່ຫາຊາຍອື່ນ…

ວິດີໂອໂນຕບັນເລງເພງ “ເປັນຫຍັງຈຶ່ງລືມ”

ເພງ “ອາທິດອັສດົງ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1971)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ອາທິດອັສດົງ”

1) ອາທິດໃກ້ດັບ ອັບແສງທອງ
ນະພາຟ້າຜ່ອງ ກັບໝອງມົວເສົ້າ
ສູນສິ້ນຕະວັນ ຟ້າຈາງງຽບເຫງົາ
ທ້ອງຟ້າໂສກເສົ້າ ດັ່ງເຮົາອ້າງວ້າງ

2) ອາທິດຄ້ອຍເຄື່ອນ ເລືອນລັບຕາ
ເໝືອນຄົນຮັກຂ້າ ລາລັບໄກຫ່າງ
ລາຈາກກັນໄປ ພ້ອມໃຈຈືດຈາງ
ປ່ອຍເຮົາອ້າງວ້າງ ທາງຮັກພັງສລາຍ

• ອາທິດຍາມລັບ ໄປນັ້ນ
ດັ່ງຈະກະຊາກໃຈກັນ ໃຫ້ຫຼຸດຕາມໄປ
ເພາະຍາມຟ້າເສົ້າ ຂ້າສຸດເຫງົາໃຈ
ຢາກຕາມອາທິດໄປ ທຸກໆວິນາທີ

3) ອາທິດດວງຈິດ ຂອງທິວາ
ເຈົ້າເມີນໜີໜ້າ ໄປແລ້ວຫຼືນີ້
ແລ້ວອີກເມື່ອໃດ ເຈົ້າຈະປຣານີ
ສົ່ງຣັສມີ ສ່ອງທິວາອີກໜໍ…

ໂນຕເພງ "ອາທິດອັສດົງ"
ວິດີໂອໂນຕບັນເລງເພງ “ອາທິດອັສດົງ”

ເພງ “ອະດີດລຳລຶກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ອະດີດລຳລຶກ”

1) ອະດີດຍັງຝັງ ຍັງຝັງຢູ່ໃນດວງຈິດ
ຍັງເພີ້ຍັງຄິດ ເຖິງຄວາມຫຼັງເຄີຍຜ່ານມາ
ຍັງຮັກຍັງຫຼົງ ຍັງຄົງຕິດຕຣຶງອຸຣາ
ຫົວໃຈຍັງປຣາຖນາ ຢາກເຫັນຢາກມາຢູ່ຮຽງຄຽງຂວັນ

2) ອະດີດຍັງເຕືອນ ຍັງເຕືອນບໍ່ມີວັນໜ່າຍ
ຍັງຄິດຍັງໝາຍ ຫວັງໃຈຕໍ່ສັນຍານັ້ນ
ທີ່ຮັກຄົງຮູ້ ຄົງຮູ້ແກ່ໃຈມານານ
ທີ່ສອງເຮົາແຍກທາງກັນ ດ້ວຍຄວາມກົດດັນຂອງປຣະເພນີ

• ຄົງເປັນເວນກັມ ຊັກນຳດຶງຈ່ອງເຮົາ
ຮັກຈຶ່ງຕ້ອງເສົ້າ ເຜົາທາງຮັກເປັນທຸລີ
ໂທ້! ກາມເທບ ໃຈຮ້າຍບໍ່ຄິດປຣານີ
ຮັກກັນໝັ້ນຢູ່ດີໆ ຍັງມີແນວທາງແຍກກັນ

3) ອະດີດຄວາມຮັກ ຄວາມຮັກເຮົານັ້ນຍັງຢູ່
ຍັງຮັກຍອດຊູ້ ຄູ່ແລ້ວຄາດແຄ້ວຈາກກັນ
ຢ່າລືມຢ່າລືມ ຢ່າລືມຄວາມຫຼັງກ່ອນນັ້ນ
ຮັກຍັງຄົງຢູ່ທຸກວັນ ຮັກຈົນເຖິງວັນ ວັນຈະສິ້ນໃຈ…

ໂນຕເພງ “ອະດີດລຳລຶກ”
ວິດີໂອໂນຕບັນເລງເພງ “ອະດີດລຳລຶກ”

ເພງ “ຢາດນໍ້າທານຮັກ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ & ສິລປ໌ ເມືອງໃຕ້ & ພົມມະ ພິມມະສອນ (1965)
ນັກຮ້ອງຕົ້ນສະບັບ : ຈັນສມອນ ສິນບັນດິດ

ວິດີໂອດົນຕຣີບັນເລງເພງ “ຢາດນໍ້າທານຮັກ”

1) ຢາດນໍ້າທານຮັກ ໃຫ້ອ້າຍສົມຫວັງ
ຕັດໃຈຫຼີກທາງ ໃຫ້ອ້າຍເປັນສຸກ
ນ້ອງຍອມຊອກຊໍ້າ ຍອມຣະກຳທົນທຸກ
ພຽງອ້າຍເປັນສຸກ ນ້ອງກໍຊື່ນໃຈ

2) ຢາດນໍ້າທານຮັກ ຫັກໃຈອຳລາ
ໂຊກດີເຖີດໜາ ຂວັນຕາຂວັນໃຈ
ສິ້ນກັນເທົ່ານີ້ ຢ່າໄດ້ມີເຍື່ອໃຍ
ຈະຊໍ້າພຽງໃດ ນ້ອງກໍຈະທົນ

• ຈົ່ງລືມ ເຖີດອ້າຍ
ຢ່າອາລັຍ ຫ່ວງໃຍຣຶທັຍຈະໝົ່ນ
ເພາະຟ້າລິຂິດ ຊີວິດບັນດົນ
ໃຫ້ເຮົາສອງຄົນ ຈຳຕ້ອງຈາກກັນ

3) ຢາດນໍ້າທານຮັກ ດ້ວຍໃຈຍັງຄິດ
ມາດແມ່ນຊີວິດ ນ້ອງຈະຈາບັນ
ຖ້າຊາດໜ້າມີ ຢ່າໄດ້ມີໃຜພານ
ວອນຟ້າສວັນ ນັ້ນຈົ່ງເມດຕາ…

ໂນຕເພງ “ຢາດນໍ້າທານຮັກ”
ວິດີໂອໂນຕບັນເລງເພງ “ຢາດນໍ້າທານຮັກ”

ເພງ “ສິ້ນສຸຣິຍັນ” (ຍິງ)

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1973)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ສິ້ນສຸຣິຍັນ” (ຍິງ)

1) ສິ້ນສຸຣິຍັນ ຕະວັນອຳລານະພາໝົ່ນ
ໝູ່ນົກວົກວຽນວົນ ຄືນກັບຮັງນອນ
ດວງຈັນກໍໝຸນມາໃໝ່ ຢູ່ໃສເພື່ອນເຄີຍຮ່ວມໝອນ
ຈາກຈອນ ແລ້ວບໍ່ກັບມາ

2) ເຊັ່ນສຸຣິຍັນ ຜ່ານຢ້ຽມຂອບຟ້າທິວາກະຈ່າງ
ຄໍ່າແລງແສງເລືອນລາງ ຄ່ອຍຈືດຈາງລາ
ດວງໃຈເຂົາກໍເໝືອນກັນ ສົງສານຊົ່ວພຽງເວລາ
ຜ່ານມາ ແລ້ວກໍຜ່ານໄປ

• ໂອ່ໂອ້ສຸຣີ ແມ່ນຈຳຕ້ອງລາ
ຍັງກັບມາ ເມື່ອອະຣຸນໃໝ່
ແລ້ວຮັກ ທີ່ຈອນຈາກໄປ
ເມື່ອໃດ ໜໍຈະກັບມາ

3) ສິ້ນຄວາມສົງສານ ໝົດຄວາມປຣານີແລ້ວຫຼືໃດ
ຈຶ່ງຮ້າງເຫີນຫ່າງໄປ ເໝືອນເຊັ່ນທາຣາ
ລືມຄຳທີ່ເຄີຍພໍ່າພອດ ຖອດຄືນຊຶ່ງຄວາມສເນຫາ
ຈາກລາ ແລ້ວລືມສິ້ນກັນ…

ໂນຕເພງ “ສິ້ນສຸຣິຍັນ” (ຍິງ)
ວິດີໂອໂນຕບັນເລງເພງ “ສິ້ນສຸຣິຍັນ” (ຍິງ)

ເພງ “ສິ້ນສຸຣິຍັນ” (ຊາຍ)

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1973)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ສິ້ນສຸຣິຍັນ” (ຊາຍ)

1) ສິ້ນສຸຣິຍັນ ຕະວັນອຳລານະພາໝົ່ນ
ໝູ່ນົກວົກວຽນວົນ ຄືນກັບຮັງນອນ
ດວງຈັນກໍໝຸນມາໃໝ່ ຢູ່ໃສເພື່ອນເຄີຍຮ່ວມໝອນ
ຈາກຈອນ ແລ້ວບໍ່ກັບມາ

2) ເຊັ່ນສຸຣິຍັນ ຜ່ານຢ້ຽມຂອບຟ້າທິວາກະຈ່າງ
ຄໍ່າແລງແສງເລືອນລາງ ຄ່ອຍຈືດຈາງລາ
ດວງໃຈເຂົາກໍເໝືອນກັນ ສົງສານຊົ່ວພຽງເວລາ
ຜ່ານມາ ແລ້ວກໍຜ່ານໄປ

• ໂອ່ໂອ້ສຸຣີ ແມ່ນຈຳຕ້ອງລາ
ຍັງກັບມາ ເມື່ອອະຣຸນໃໝ່
ແລ້ວຮັກ ທີ່ຈອນຈາກໄປ
ເມື່ອໃດ ໜໍຈະກັບມາ

3) ສິ້ນຄວາມສົງສານ ໝົດຄວາມປຣານີແລ້ວຫຼືໃດ
ຈຶ່ງຮ້າງເຫີນຫ່າງໄປ ເໝືອນເຊັ່ນທາຣາ
ລືມຄຳທີ່ເຄີຍພໍ່າພອດ ຖອດຄືນຊຶ່ງຄວາມສເນຫາ
ຈາກລາ ແລ້ວລືມສິ້ນກັນ…

ໂນຕເພງ “ສິ້ນສຸຣິຍັນ” (ຊາຍ)
ວິດີໂອໂນຕບັນເລງເພງ “ສິ້ນສຸຣິຍັນ” (ຊາຍ)