ເພງ “ພຽງນ້ອງຈາກ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ພຽງນ້ອງຈາກ”
  1. ພຽງນ້ອງຈາກລານໍ້າຕາຂ້າຕົກ
    ເຈັບຊໍ້າຣະກຳໃນອົກ ດັ່ງໄຟນະຣົກເຜົາໃຈ
    ເຫັນໜ້າທຸກວັນ ນ້ອງກໍຈາກໄປ
    ສູ່ຖິ່ນແຄວ້ນອັນແສນໄກ ຂ້ານີ້ອາລັຍອາວອນ…

  2. ຍິນສຽງອ່ອນຫວານ ນ້ອງນັ້ນເອີ້ນສັ່ງ
    ວ່ານ້ອງຂໍລາໄກຫ່າງ ຂ້າສຸດອ້າງວ້າງເພັຽອ່ອນ
    ນ້ອງຈົ່ງໂຊກດີ ເຖີດໜາງາມງອນ
    ຈາກໄປແລ້ວຢ່າລືມຂ້າກ່ອນ ຈົ່ງສັງວອນວ່າຂ້າຫ່ວງໃຍ…

  3.  ໂປຣດຄິດ ເມດຕາຂ້ານີ້ນ້ອຍນຶ່ງ
    ຈົ່ງມອງໃຈຂ້າໃຫ້ຊຶ້ງ ວ່າຫຼົງຄະນຶງພຽງໃດ
    ຄິດຢາກບອກ ວ່າຮັກກໍເກງໃຈ
    ເກັບຄວາມລັບຊ້ອນເອົາໄວ້ ດ້ວຍຂ້າອາຍຂ້າອາຍ…

  4. ສິ້ນສຽງສັ່ງລາ ນ້ອງຂ້າກໍຫ່າງ
    ສູ່ທ້ອງນະພາແສນກວ້າງ ຂ້າແລມອງຄ້າງນ້ອຍໃຈ
    ກົ້ມໜ້ານໍ້າຕາ ກໍລິນຕົກໃນ
    ໝົດທາງແລ້ວທີ່ຂ້າຈະໄດ້ ເປີດຫົວໃຈວ່າຮັກແກ້ວຕາ…
ໂນຕເພງ “ພຽງນ້ອງຈາກ”
ວິດີໂອໂນຕບັນເລງເພງ “ພຽງນ້ອງຈາກ”

ເພງ “ທາງຮັກທາງຮ້າງ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ທາງຮັກທາງຮ້າງ”
  1. ຫົນທາງເສັ້ນນັ້ນ ທີ່ເຮົາສັນສ້າງ
    ທຸ່ມເທກຳລັງ ທຸ່ມເທພະລັງເຫື່ອແຮງໃຈ
    ຮ່ວມຈິດສ້າງສັນ ຫວັງເດີນຄຽງຄູ່ກັນໄປ
    ຊົ່ວດິນແລະຟ້າມະລາຍ ຈະຕາຍບົນເສັ້ນທາງນັ້ນ

  2. ໂອ້ທາງສວັນ ທີ່ເຮົາຝັນໃຝ່
    ທີ່ຈະຮ່ວມໃຈ ໄດ້ໄປບົນຈຸດດຽວກັນ
    ເໝືອນມີມານຮ້າຍ ຫຼືໃຜກັ່ນແກ້ງລົງທັນ
    ແຍກເຮົາໃຫ້ພາກໄກກັນ ໃຫ້ໂສກສັນທຸກວັນເສົ້າໝອງ

  3.  ໄດ້ແຕ່ເພີ້ກູ່ ຍອດຊູ້ບໍ່ຮູ້ຢູ່ໃສ
    ຈະຢູ່ຢ່າງໃດ ສຸກສົມໃຈຫຼືຈະເສົ້າໝອງ
    ສຸດຫວງຫ່ວງຫາ ທຸກໆເວລາຮໍ່າຮ້ອງ
    ຮັກເອີຍເຄີຍຄອງ ຕ້ອງຫ່າງກັນເສັຽແລ້ວຫຼືໃດ

  4. ແມ່ນອຸປສັກຮັກ ພາກເຮົາໃຫ້ຫ່າງ
    ໃຫ້ຕ່າງຮັກຮ້າງ ກໍຍັງບໍ່ອາດປ່ຽນໃຈ
    ຂໍພຽງໄດ້ຮັກ ແມ່ນເຮົາຈະພາກກັນໄກ
    ຈະຢູ່ຂອບຟ້າແດນໃດ ໃຫ້ດວງໃຈນັ້ນຈົ່ງໝັ້ນຄົງ…
ໂນຕເພງ “ທາງຮັກທາງຮ້າງ”
ວິດີໂອໂນຕບັນເລງເພງ “ທາງຮັກທາງຮ້າງ”

ເພງ “ເມື່ອຮັກຕ້ອງສິ້ນ”

ເນື້ອຮ້ອງ : ວິລລ້ຽມ ດິດທະວົງສ໌ / ທຳນອງເພງສາກົນ
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ເມື່ອຮັກຕ້ອງສິ້ນ”
  1. ຄິດແລ້ວພາເສົ້າ ເຫງົາໃຈສຸດໝອງ
    ເມື່ອຄົນທີ່ປອງ ຕ້ອງມາພັດພາກ ໄປຈາກຄວາມຝັນ
    ເມື່ອຮັກສູນຫ່າງ ຍິ່ງພາຕື້ນຕັນ
    ຮັກນັ້ນມາ ແຜດເຜົາ
    ໄໝ້ສຸມອຸຣາ ນໍ້າຕາຕົກໃນ…

  2. ໂອ້ຟ້າ ເຈົ້າເອີຍ ບໍ່ເຄີຍ ເຫັນໃຈ
    ພາກຮັກ ຂ້າໄປ ໃຫ້ເສົ້າ ໂສກີ

  3. ເມື່ອຮັກຕ້ອງສິ້ນ ໄປຈາກໂລກນີ້
    ຄວາມຫວັງທີ່ມີ ກໍຕ້ອງທະລາຍ ໄປຈາກອຸຣາ
    ຂໍຟ້າໄດ້ໂປຣດ ສົງສານເຖີດໜາ
    ໃຫ້ຮັກຂ້າ ກັບມາ
    ພົບກັນອີກຄາ ໃນຊາດໜ້າເອີຍ…
ໂນຕເພງ “ເມື່ອຮັກຕ້ອງສິ້ນ”
ວິດີໂອໂນຕບັນເລງເພງ “ເມື່ອຮັກຕ້ອງສິ້ນ”

ເພງ “ອົດບໍ່ໄຫວ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ອົດບໍ່ໄຫວ”
  1. ອົດບໍ່ໄຫວ ບໍ່ໄຫວແລ້ວນ້ອງ
    ຄວາມຮັກມັນຈ່ອງ ຫົວໃຈໃຫ້ປຣາຖນາ
    ຄອຍຄວາມຫວັງ ຄອຍຄວາມສົງສານເມດຕາ
    ຫວັ່ນໃຈໜັກໜາ ຢ້ານຄວ້າລົມເປົ່າ…

  2. ອົດບໍ່ໄຫວ ຫວັ່ນໃຈບໍ່ຫາຍ
    ຢ້ານຮັກມາໜ່າຍ ຢ້ານຕາຍບໍ່ມີໄຟເຜົາ
    ສຸກສົມຫວັງ ຫຼືໃດກັນໜໍຮັກເຮົາ
    ຢ່າປ່ອຍອ້າຍເຫງົາ ເສົ້າໃຈ…

  3. ດວງໃຈດວງດຽວ ມອບໃຫ້ຍິງດຽວ
    ນາງຟ້າບໍ່ກ່ຽວ ບໍ່ຫຼຽວບໍ່ຫຼົງຝັນໃຝ່
    ຫາກສິ້ນຄວາມຫວັງ ໝົດທາງປອງໝາຍ
    ແມ່ນນ້ອງມີໃໝ່ ບອກອ້າຍຈັກຄຳ…

  4. ອົດບໍ່ໄຫວ ບໍ່ໄຫວທີ່ຮັກ
    ລົມໜາວພັດໜັກ ຊັກພາໃຫ້ຈິດວາບຫວາມ
    ບອກວ່າຮັກ ເອົາບຸນເຖີດໜາຄົນງາມ
    ຢ່າປ່ອຍໃຫ້ຊໍ້າ ຜູ່ດຽວ…
ໂນຕເພງ “ອົດບໍ່ໄຫວ”
ວິດີໂອໂນຕບັນເລງເພງ “ອົດບໍ່ໄຫວ”

ເພງ “ວັນນຶ່ງ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ວັນນຶ່ງ”
  1. ວັນນຶ່ງຕົວຂ້າ ອາດໝົດຄວາມໝາຍ
    ອາດຈະຊໍ້າໃນ ເມື່ອຄົນຮັກກາຍເປັນອື່ນ
    ຂ້າຄົງຈະທຸກໂສກສັນ ຂ້າຄົງຈະຊໍ້າສຸດຝືນ
    ຕອມຕຣົມຂົມຂື່ນ ອຸຣາ…

  2. ວັນນຶ່ງຄວາມຮັກ ຂ້າອາດສລາຍ
    ຂ້າຄົງຊໍ້າໃຈ ເມື່ອຄົນຮັກໄປຈາກຂ້າ
    ໄດ້ແຕ່ນັ່ງຄິດບໍ່ຫາຍ ໄດ້ແຕ່ນອນຄິດເລື້ອຍມາ
    ເສົ້າໂສກໂສກາ ຈາບັນ…

  3. ໄດ້ແຕ່ຄວນຄິດ ຢ້ານນາງໜີໄປມີໃໝ່
    ຢ້ານແຕ່ດວງໃຈ ຂອງນາງຈະປ່ຽນແປຜັນ
    ຂ້າຈຶ່ງພໍ່າເພີ້ຣຳພັນ ຢ້ານແຕ່ເຈັບຊໍ້າດວງມານ
    ຢ້ານແຕ່ເຈັບຊໍ້າ ໃນຊວງ…

  4. ວັນນຶ່ງຄົນຮັກ ອາດຈາກຂ້າໄປ
    ບໍ່ທັນເທົ່າໃດ ກໍເຫັນເຂົາມີຄູ່ຄວງ
    ຂ້າເຈັບປວດຣ້າວໃຈໜັກ ຂ້າສຸດຊອກຊໍ້າໃນຊວງ
    ເໝືອນຊີວິດລ່ວງ ດັບສູນ…
ໂນຕເພງ “ວັນນຶ່ງ”
ວິດີໂອໂນຕບັນເລງເພງ “ວັນນຶ່ງ”

ເພງ “ອໍ່າຖໍ່າ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ
ນັກຮ້ອງຕົ້ນສະບັບ : ຄຳເພັຊ ສວັດດີ

ວິດີໂອດົນຕຣີບັນເລງເພງ “ອໍ່າຖໍ່າ”
  1. ອໍ່າຖໍ່າ ແທ້ໜໍອ້າຍເອີຍ
    ບໍ່ເຄີຍ ເຫັນກັນມາກ່ອນ
    ເບິ່ງດົນຫຼາຍ ຫົວໃຈອາວອນ
    ພະເນຈອນ ດັ້ນດອນແດນໃດ…

  2. ອໍ່າຖໍ່າ ແທ້ໜໍອ້າຍໜໍ
    ນັ່ງລໍ ຄອຍຖ້າຜູ່ໃດ
    ຖ້າຜູ່ຍິງ ຫຼືຖ້າຜູ່ຊາຍ
    ພໍ່ສາຍໃຈ ຈົ່ງໄດ້ເອີ່ຍຈາ…

  3. ຊື່ຈັ່ງໃດໜໍ ບ້ານຢູ່ຄຸ້ມໃ
    ໂພນໄຊ ຫຼືອ້າຍຢູ່ເມືອງວາ
    ມີພໍ່ແມ່ ຫຼືລູກກໍ່າພ້າ
    ໜ້າຕາ ທ່າທາງເຈົ້າຊູ້…

  4. ອໍ່າຖໍ່າ ອີ່ຫຼີຍອດຊາຍ
    ຢາກໄດ້ ໄວ້ຮຽງຄຽງຄູ່
    ຫາກແມ່ນບຸນ ຄໍ້າຈຸນໜຸນຊູ
    ຈົ່ງຮັບຮູ້ ນ້ອງແດ່ຄົນດີ…

    * ຈົ່ງຮັບຮູ້ ນ້ອງແດ່ຄົນດີ…
       ຈົ່ງຮັບຮູ້ ນ້ອງແດ່ຄົນດີ…

ໂນຕເພງ “ອໍ່າຖໍ່າ”
ວິດີໂອໂນຕບັນເລງເພງ “ອໍ່າຖໍ່າ”

ເພງ “ອົ່ງຕົ່ງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ
ນັກຮ້ອງຕົ້ນສະບັບ : ຄຳຕຸ່ນ ວົງສະນິດ

ວິດີໂອດົນຕຣີບັນເລງເພງ “ອົ່ງຕົ່ງ”
  1. ອົ່ງຕົ່ງ ແທ້ໜໍນ້ອງສາວ
    ຜິວຂາວ ເໝືອນດັ່ງຍອງຝ້າຍ
    ເບິ່ງດົນໆ ເຈົ້າຍິ່ງງາມຫຼາຍ
    ຍ່າງຍ້າຍ ປານຫົງເດີນດິນ…

  2. ອົ່ງຕົ່ງ ແທ້ໜໍແກ້ມນ້ອງ
    ຢາກຈອງ ໄວ້ດົມຊົມກິ່ນ
    ເນດຄົມຂຳ ໃສງາມປານນິນ
    ແມ່ຍຸພິນ ງາມສິ້ນເກີນຄົນ…

  3. ເກີດວັນຫຍັງໜໍ ກິນເຂົ້າກັບຫຍັງ
    ເປັ່ງປັ່ງ ແທ້ໜໍໜ້າມົນ
    ເປັນລູກຫຼ້າ ຫຼືວ່າລູກໂທນ
    ມີຈົນ ຫຼືຄົນທັມມະດາ…

  4. ອົ່ງຕົ່ງ ແທ້ໜໍຍອດຍິງ
    ໄດ້ພັກພິງ ແລ້ວຕາຍກະຢ່າ
    ໂປຣດເອັນດູ ອ້າຍແດ່ນາງຟ້າ
    ແມ່ຂວັນຕາ ເຈົ້າຢ່າທຳເມີນ…

    * ແມ່ຂວັນຕາ ເຈົ້າຢ່າທຳເມີນ…
       ແມ່ຂວັນຕາ ເຈົ້າຢ່າທຳເມີນ…

ໂນຕເພງ “ອົ່ງຕົ່ງ”
ວິດີໂອໂນຕບັນເລງເພງ “ອົ່ງຕົ່ງ”

ເພງ “ບໍ່ກ້າບອກ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ຢ່າຝືນໃຈຮັກ”
  1. ຢາກບອກໃຫ້ຮູ້ ອົດຢູ່ນານແສນນານ
    ບໍ່ກ້າຈະຂານ ເກງສວັນຈະຫຼົ່ມ
    ຮັກຢູ່ໃນໃຈ ບໍ່ກ້າໄຂກ້າລົມ
    ຮັກຝັງໃຈບົ່ມ ຣະທົມຂົມຂື່ນດຽວດາຍ

  2. ຫຼັບໃຫຼໃຝ່ຝັນ ເຝົ້າຄອຍວັນພົບໜ້າ
    ຄໍ່າຄວນຫວນຫາ ອົກຜວາຮ້ອງໄຫ້
    ຄຶດວ່າຊາດນີ້ ຄົງມີຫວັງຕັ້ງໃຈ
    ຄຶດວ່າຄົງໄດ້ ສົມໃຈສົມປຣາຖນາ

  3. ຮັກນີ້ ມີແຕ່ຕອນແຮກເຫັນ
    ສົນໃຈບໍ່ເວັ້ນ ຄົງເປັນວາສນາ
    ຫຼັບກໍຝັນ ຄໍ່າຄືນວັນຫວັ່ນຜວາ
    ຢາກພົບໜ້າ ຢາກມາຫາເວົ້າຈາພາທີ

  4. ຊື່ນໃຈໃນຝັນ ຢູ່ທຸກວັນທຸກຄືນ
    ຫຼັບໆຕື່ນໆ ສຸດຈະຝືນແລ້ວນີ້
    ຄຶດຮອດສເມີ ພໍ່າເພີ້ທຸກນາທີ
    ຂໍຮັກຢ່າມີ ຢ່າມີມານຂວາງຂັດທາງ…
ໂນຕເພງ “ບໍ່ກ້າບອກ”
ວິດີໂອໂນຕບັນເລງເພງ “ບໍ່ກ້າບອກ”

ເພງ “ຢ່າຝືນໃຈຮັກ”

ເນື້ອຮ້ອງ : ສີລາວົງ ແກ້ວ / ທຳນອງ : ບຸນສວັດ ເມກສວັນ
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ຢ່າຝືນໃຈຮັກ”
  1. ນ້ອງຢ່າຂົ່ມໃຈ ຮັກອ້າຍນີ້ເລີຍ
    ນ້ອງເອີຍ ຈະເສື່ອມສີ
    ນ້ອງເປັນທິດາ ຕະກຸນຜູ່ດີ
    ສູງສັກມັ່ງມີ ກວ່າອ້າຍ

  2. ເພາະອ້າຍອາພັບ ອັບຈົນເຫຼືອດີ
    ອ້າຍນີ້ ຂໍຫ່າງໄກ
    ຜູ່ໃຫຍ່ນ້ອງນັ້ນ ກີດກັນເຮົາໄວ້
    ນ້ອງຢ່າຝືນໃຈ ດີກວ່າ

  3. ອ້າຍ… ບໍ່ອາດຈະຮັກ
    ບໍ່ກ້າຈະຮັກ ຮັກນ້ອງດອກໜາ
    ອ້າຍ… ມິອາດໄຂວ່ຄວ້າ
    ເພາະວາສນາ ອ້າຍນ້ອຍເກີນໄປ

  4. ນ້ອງຢ່າຂົ່ມໃຈ ຮັກອ້າຍນີ້ເລີຍ
    ນ້ອງເອີຍ ຈົ່ງຫັກໃຈ
    ຢ່າມາພົວພັນ ຮັກຄົນຢ່າງອ້າຍ
    ນ້ອງຈົ່ງຖອນໃຈ ເສັຽທີ…
ໂນຕເພງ “ຢ່າຝືນໃຈຮັກ”
ວິດີໂອໂນຕບັນເລງເພງ “ຢ່າຝືນໃຈຮັກ”

ເພງ “ເພງຮັກເພງຄິດເຖິງ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ເພງຮັກເພງຄິດເຖິງ”
  1. ບໍ່ອາດລືມ ນ້ອງໄດ້
    ອ້າຍຈຶ່ງໄດ້ ສົ່ງເພງນີ້ມາ
    ດ້ວຍອ້າຍຫວງ ຫ່ວງເໝືອນແກ້ວຕາ
    ອ້າຍປຣາຖນາ ພຽງນ້ອງຜູ່ດຽວ

  2. ສຸດທີ່ຮັກ ອ້າຍເອີຍ
    ອ້າຍບໍ່ເຄີຍ ນອກໃຈໜ້ອຍດຽວ
    ຢ່າຄິດວ່າ ອ້າຍຈະຄົດລ້ຽວ
    ນວນນ້ອງຄົນດຽວ ທີ່ອ້າຍໝາຍໃຈ

  3. ເມື່ອນ້ອງ ໄດ້ຟັງ
    ເພງນີ້ດັງ ຢູ່ແຫ່ງຫົນໃດ
    ນ້ອງຢ່າ ສົງສັຍ
    ຄືສຽງອ້າຍ ຄວນຫານ້ອງນາງ

  4. ຄິດເຖິງນ້ອງ ວັນເພັງ
    ຈຶ່ງຮ້ອງເພງ ໃຫ້ນ້ອງໄດ້ຟັງ
    ລົມຈົ່ງຊ່ວຍ ພາສຽງເພງດັງ
    ໄປບອກກັບນາງ ວ່າຂ້າຣະທົມ…
ໂນຕເພງ “ເພງຮັກເພງຄິດເຖິງ”
ວິດີໂອໂນຕບັນເລງເພງ “ເພງຮັກເພງຄິດເຖິງ”