ເພງ “ຂ້າຫົວໃຈ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1966)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ຂ້າຫົວໃຈ”

1) ຊາດນີ້ ຊາດນີ້ມີກັມ
ຄວາມຮັກທຳ ຊໍ້າອົກປວດຣ້າວ
ຝາກຮັກໃຜ ກໍໝົດຫວັງໄປທຸກຄາວ
ເໝືອນຕົວເຮົາ ນີ້ບໍ່ມີຄ່າ

2) ຄວາມຮັກສິ້ນສາຍ ຫົວໃຈຂ້າຊໍ້າ
ອ້າຍຍັງປຣະນາມ ແລະນິນທາ
ໂປຣດປຣະຫານ ຂ້ານີ້ໃຫ້ຕາຍ
ໄປເສັຽດີກວ່າ ຢ່າພຽງແຕ່ຂ້າຫົວໃຈ

3) ຢ່າເຢີ້ຍ ຢ່າເຢີ້ຍຕົວຂ້າ
ຂໍເມດຕາ ຂ້າຜູ່ຈົນຮ້າຍ
ຕັດຮັກແລ້ວ ຢ່າຄິດຕິດຕາມຜານໃຈ
ໂປຣດຈົ່ງໄດ້ ໃຫ້ຄວາມປຣານີ

4) ສິ້ນຮັກສິ້ນຫວັງ ຂ້າຍັງທົນໄຫວ
ຂໍພຽງຫົວໃຈ ຢ່າປົ່ນປີ້
ແຕ່ອ້າຍນັ້ນ ກັບເຢີ້ຍໃຫ້ອາຍ
ໝາຍໃຈບີບບີ້ ຫົວໃຈຂ້ານີ້ໃຫ້ຕາຍ…

ໂນຕເພງ “ຂ້າຫົວໃຈ”
ວິດີໂອບັນເລງເພງ “ຂ້າຫົວໃຈ”

ເພງ “ນີ້ແຫຼະຜູ່ຍິງ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1969)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ນີ້ແຫຼະຜູ່ຍິງ”

1) ນີ້ແຫຼະຜູ່ຍິງ ຟ້າໃຫ້ເກີດມາ
ເກີດມາເພື່ອເປັນ ມານດາຂອງຄົນ
ບໍ່ໄດ້ເກີດເພື່ອມາ ສ້າງຄວາມໝອງໝົ່ນ
ເກີດມາສ້າງຄົນ ສ້າງຄົນ ສ້າງຄົນ

2) ໃຜວ່າຜູ່ຍິງ ນີ້ມີແຕ່ລວງ
ທີ່ຍິງຊໍ້າຊວງ ເພາະຄວາມໝອງໝົ່ນ
ບໍ່ແມ່ນເກີດຍ້ອນຊາຍ ຫຼືຈຶ່ງເສັຽຄົນ
ຄວາມສາວປີ້ປົ່ນ ດ້ວຍກົນຊາຍລວງ

• ຢ່າຄິດຢ່າຫາ ວ່າຍິງເກີດມາຮົກໂລກ
ບໍ່ມີຜູ່ຍິງຊາຍກໍ ຄົງໂສກບ້າປ່ວງ
ຢ່າເໝົາວ່າຍິງ ທຸກຄົນຫຼອກລວງ
ຊາຍກໍຫຼອກລວງ ໃຜໜໍລວງກັນຫຼາຍກວ່າ

3) ແມ່ນດ່າວ່າຍິງ ນີ້ສິ້ນຄວາມໝາຍ
ເຫດໃດຜູ່ຊາຍ ຈຶ່ງຍັງວິວາ
ບໍ່ເຫັນຢູ່ຜູ່ດຽວ ຈົນດິນຖົມໜ້າ
ເກັ່ງຈິງກໍຢ່າ ວິວາກັບຍິງ…

ໂນຕເພງ “ນີ້ແຫຼະຜູ່ຍິງ”
ວິດີໂອບັນເລງເພງ “ນີ້ແຫຼະຜູ່ຍິງ”

ເພງ “ຄອຍຄວາມຫວັງ”

ເນື້ອຮ້ອງ : ສີລາວົງ ແກ້ວ / ທຳນອງ : ວິຣົດ ໄຕຣມະນີ (1968)
ນັກຮ້ອງຕົ້ນສະບັບ : ແສນສັກດາ ປ້ອງພິມຄຳ

ວິດີໂອດົນຕຣີບັນເລງເພງ “ຄອຍຄວາມຫວັງ”

1) ດວງຕາວັນ ໃກ້ລັບຟ້າ
ໂສກຈິງໜາ ຟ້າສີທອງ
ສາດແສງລົງ ໃສ່ນໍ້າຂອງ
ເມື່ອໄດ້ມອງ ເສົ້າຣຶທັຍ

2) ດວງຕາວັນ ໃກ້ສິ້ນແສງ
ຂອບຟ້າແດງ ເໝືອນດັ່ງໄຟ
ຈະເຜົາໂລກ ໃຫ້ສລາຍ
ຫຼືຢ່າງໃດ ຄິດໄຫວຫວັ່ນ

• ນັ່ງຢູ່ ດຽວດາຍ
ຍອດດວງໃຈ ຈາກໄປຫຼາຍວັນ
ນັ່ງຄິດ ນັ່ງຝັນ
ລຳພັນ ຫານາງ

3) ພໍຕາວັນ ລັບຂອບຟ້າ
ໝູ່ນົກກາ ບິນຄືນຮັງ
ຂ້າຈະຄອຍ ດ້ວຍຄວາມຫວັງ
ຄິດວ່ານາງ ຄົງກັບມາ…

ໂນຕເພງ “ຄອຍຄວາມຫວັງ”
ວິດີໂອບັນເລງເພງ “ຄອຍຄວາມຫວັງ”

ເພງ “ໃຈຮັກຍັງໝັ້ນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1975)
ນັກຮ້ອງຕົ້ນສະບັບ : ສຸນທອນ ເທວາ

ວິດີໂອດົນຕຣີບັນເລງເພງ “ໃຈຮັກຍັງໝັ້ນ”

1) ເຖິງວັນເວລາ ນາທີຈະໝຸນປ່ຽນໄປ
ທະເລຈະເຫືອດແຫ້ງຫາຍ ພູເຂົາທະລາຍກໍຢ່າ
ແມ່ນຟ້າຈະປີ້ນ ແຜ່ນດິນຈະໄຫວຕາມມາ
ແຕ່ແຮງຮັກແຮງສັດທາ ໃຈປຣາຖນາຍັງໝັ້ນ

2) ສອງເຮົາເຄີຍນອນ ຮ່ວມໝອນຮ່ວມຮຽງສເນ່ຫາ
ຊື່ນຊົມສຸກສົມອຸຣາ ບັດນີ້ຕ້ອງມາໄກກັນ
ນ້ອງຢູ່ຢ່າງໃດ ສຸກໃຈຫຼືເສົ້າໂສກສັນ
ສ່ວນຕົວອ້າຍເອງແທ້ນັ້ນ ຢູ່ດຽວແສນຈະປ່ຽວພອຍ

• ຄິດຮອດນ້ອງ ກໍໄດ້ແຕ່ມອງພາບຖ່າຍ
ຂໍຝາກຄວາມໃນ ຫົວໃຈກັບສາຍລົມລອຍ
ວ່າອ້າຍຍັງຮັກ ທຸກວັນຍັງຄອຍ
ຄິດເຖິງອ້າຍພຽງນ້ອຍ ແດ່ບໍ່ນໍດວງໃຈ

3) ເຖິງເຮົາໄກກັນ ຈະນານຈັກຟ້າຈັກປີ
ຮັກອ້າຍເກີດຈາກໃຈນີ້ ບໍ່ມີຫຍັງມາລຶບໄດ້
ຮັກແລະຫ່ວງນ້ອງ ຄອຍນ້ອງຢູ່ທຸກວັນໄປ
ມຸ່ງຫວັງພົບກັນຄັ້ງໃໝ່ ຫາກໃຈນ້ອງບໍ່ປ່ຽນແປງ…

ໂນຕເພງ “ໃຈຮັກຍັງໝັ້ນ”
ວິດີໂອບັນເລງເພງ “ໃຈຮັກຍັງໝັ້ນ”

ເພງ “ເພງພາເພີນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ເພງພາເພີນ”

ແມຊ ໂປເຕໂຕ! ແມຊ ໂປເຕໂຕ! ແມຊ ໂປເຕໂຕ!

1) ຄໍ່າຄືນວັນນີ້ ຂ້າມີສຸກໜັກ
ຈິດໃຈຄຶກຄັກ ຊັກພາເຕັ້ນຕື່ນ
ດົນຕຣີບັນເລງ ຄື້ນເຄງຕລອດຄືນ
ຊີວິດຍັ້ງຍືນ ຍາວນານພັນປີ

2) ໜຸ່ມແກ່ແລະສາວ ລື່ນເລີງເບີກບານ
ດັ່ງຢູ່ສະຖານ ວິມານສິມພະລີ
ຟັງເພງເບົາໆ ແຖມເຫຼົ້າຢ່າງດີ
ສວັນແຫ່ງນີ້ ໃສມີປຽບປານ

• ເພີນກັບສຽງ ສຽງເພງອັນເຍົ້າໃຈ
ຟັງເທົ່າໃດ ຍິ່ງພາຫຼົງໃຫຼໃຝ່ຝັນ
ຈັງຫວະເພງ ໂປເຕໂຕສຸກສຳຣານ
ສນຸກສນານ ຕ່າງຟ້ອນກັນຕາມແບບມີ

3) ບາງຄົນກໍຟ້ອນ ແມຊແນວແປກໜັກ
ບາງຄົນຢືນຊັກ ຊັກຈົນຕາຕີ່
ເພງພາເພີນໃຈ ລືມອາຍໄດ້ດີ
ຄວາມທຸກທີ່ມີ ໜີໄປໝົດເລີຍ…

ໂນຕເພງ “ເພງພາເພີນ”
ວິດີໂອບັນເລງເພງ “ເພງພາເພີນ”

ເພງ “ຮ້ອນໃນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ຮ້ອນໃນ”

1) ໂອະ ໆ ໆ ໆ ຮ້ອນໃນຈິດ
ເຝົ້າແຕ່ຄິດ ຈົນອ່ອນໃຈ
ທັ້ງໆທີ່ເປັນ ຍາມໜາວ
ແຕ່ຂ້າຍັງຮ້ອນໃນ ບະ! ຮ້ອນຢ່າງໃດກັນ

2) ໂອະ ໆ ໆ ໆ ຮ້ອນເຕັມທີ
ດັ່ງອັກຄີ ໄໝ້ເຜົາຜານ
ຄິດໆຍິ່ງພາປວດໃຈ ສຸດຮ້ອນໃນດວງມານ
ຮ້ອນແທບທານ ທົນບໍ່ໄຫວ

• ນັ່ງໆຍັງຮ້ອນ ຈະນອນຍິ່ງຊໍ້າໆ
ອາບນໍ້າບໍ່ເຊົາ ໂອະ ໆ ໆ ເອົ້າຈະຕາຍ
ຄົງເປັນເພາະຮັກ ໜີໜ້າ
ຂ້າຈຶ່ງເກີດຮ້ອນໃນ ຮ້ອນໃນຣຶດີ

3) ໂອະ ໆ ໆ ໆ ຮ້ອນໃນຈິດ
ຊ່ວຍດັບພິດ ຮ້ອນໃຫ້ທີ
ຈະທົດຈະແທນບຸນຄຸນ ຈະຄໍ້າຈຸນນານປີ
ແມ່ນຮ້ອນນີ້ ຫາຍຈາກໃຈ…

ໂນຕເພງ “ຮ້ອນໃນ”
ວິດີໂອບັນເລງເພງ “ຮ້ອນໃນ”

ເພງ “ຮັກແທ້ຢູ່ໃສ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1964)
ນັກຮ້ອງຕົ້ນສະບັບ : ຈັນສມອນ ສິນບັນດິດ

ວິດີໂອດົນຕຣີບັນເລງເພງ “ຮັກແທ້ຢູ່ໃສ”

1) ຮັກແທ້ນັ້ນມີ ຢູ່ໃສ
ໃກ້ຫຼືໄກ ແຫ່ງໃດຮັກແທ້ນັ້ນຢູ່
ສູ່ແດນດິນຟ້າ ເບື້ອງບົນສວັນ
ຂໍດົ້ນດັ້ນ ໄປຈົນໄດ້

2) ຮັກແທ້ນັ້ນມີ ຢູ່ແຫ່ງໃດ
ໂລກໝຸນໄປ ປຽບດັ່ງໃຈຊາຍແສນໜ່າຍ
ກ່ອນເຄີຍມຸ່ງໝາຍ ມອບໃຈແລະກາຍ
ແມ່ນຍິ່ງຫ່າງ ຮັກຍັງເລື່ອນລອຍ

• ໃຜວ່າຮັກ ຫວານຊື່ນອຸຣາ
ແຕ່ວາສນາ ນ້ອງນີ້ຕໍ່າຕ້ອຍ
ຮັກຈຶ່ງໄດ້ທຳ ຈິດໃຫ້ເລື່ອນລອຍ
ຫຼືສຸດເອື້ອມສອຍ ຮັກແທ້ຢູ່ສູງ

3) ຮັກແທ້ນັ້ນມີ ຢູ່ທີ່ໃຈ
ຫາກຊາຍໃດ ມີໃຈເຫຼື້ອມໃສໝາຍມຸ່ງ
ນ້ອງຈະຖນອມ ເທີດທູນຢູ່ສູງ
ໃຫ້ເຮືອງຮຸ່ງ ເໝືອນຈັນແຈ່ມຟ້າ…

ໂນຕເພງ “ຮັກແທ້ຢູ່ໃສ”
ວິດີໂອບັນເລງເພງ “ຮັກແທ້ຢູ່ໃສ”

ເພງ “ລົມໜາວ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1970)
ນັກຮ້ອງຕົ້ນສະບັບ : ຈັນສມອນ ສິນບັນດິດ

ວິດີໂອດົນຕຣີບັນເລງເພງ “ລົມໜາວ”

1) ລົມໜາວພັດຜ່ານ ຈິດໃຈສະທ້ານໜາວສັ່ນທົ່ວກາຍ
ຮັກດຽວທີ່ນ້ອງໝັ້ນໝາຍ ກໍມາປ່ຽນໃຈເສັຽແລ້ວແກ້ວຕາ
ຫວັງປຣາຖນາ ຫວັງໄດ້ອ້າຍມາຄູ່ຄອງ
ນ້ອງຫວັງຈະສຸກສົມປອງ ໄດ້ຢູ່ຄຽງສອງມາຄອງໃຈ…

2) ແວ່ວສຽງອ້າຍສັ່ງ ວ່າຈະຄອຍຮັກຮັກຢູ່ບໍ່ວາຍ
ເຫມັນບໍ່ທັນສລາຍ ອ້າຍກໍກັບກາຍເສັຽແລ້ວດວງໃຈ
ຍິ່ງໂສກຍິ່ງຕຣົມ ຣະທົມໝົ່ນໝອງເລື້ອຍໄປ
ຍອດຮັກມາຫ່າງໜີໄກ ປ່ອຍນ້ອງຮ້ອງໄຫ້ນ້ອຍໃຈໂສກສັນ…

• ຫາກຄວາມຮັກ ນັ້ນສົມດວງໃຈ
ໜາວມາຄັ້ງໃດ ນ້ອງບໍ່ຫວັ່ນໄຫວໃຈຫວັ່ນ
ຈະມອບຊີວິດ ຈິດໃຈໃຫ້ອ້າຍໝາຍໝັ້ນ
ໃຈດຽວຮັກດຽວເທົ່ານັ້ນ ຊົ່ວຊີວັນສລາຍ…

3) ນ້ອງຄອຍອ້າຍຢູ່ ເມື່ອໃດອ້າຍຮູ້ວ່ານ້ອງຍັງຄອຍ
ລົມເຢັນຜ່ານມານ້ອຍໆ ນ້ອງຍັງຈະຄອຍຄອຍອ້າຍໄປຈົນຕາຍ
ຢ່າທໍຣະມານ ເຖິງນານນ້ອງນີ້ຈະຄອຍ
ສົງສານນ້ອງນີ້ພຽງນ້ອຍ ຢ່າປ່ອຍໃຫ້ຄອຍຄອຍຈົນຂາດໃຈ…

ໂນຕເພງ “ລົມໜາວ”
ວິດີໂອບັນເລງເພງ “ລົມໜາວ”

ເພງ “ເດືອນຕໍ່າດາວຕົກ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1967)
ນັກຮ້ອງຕົ້ນສະບັບ : ຈັນສມອນ ສິນບັນດິດ

ວິດີໂອດົນຕຣີບັນເລງເພງ “ເດືອນຕໍ່າດາວຕົກ”

1) ຄືນນຶ່ງຍັງຊຶ້ງ ດວງໃຈ
ບົນຟ້າໃສ ງາມຕາ
ດາວດວງນ້ອຍ ລອຍບົນນະພາ
ພະພາຍພັດມາ ກ່ອມໝູ່ພຶກສາງາມຍິ່ງ

2) ຄືນນຶ່ງຍັງຊຶ້ງ ອຸຣາ
ຍອດປຣາຖນາ ຮັກຈິງ
ມອບກາຍໃຈ ໃຫ້ອ້າຍທຸກສິ່ງ
ລວງຍິງຫຼືໃດ ອ້າຍຈາກໄປໃສແສນດົນ

• ຄອຍ… ທຸກຄືນແລະວັນກໍຄອຍ
ຄອຍເສັຽຈົນເດືອນຕໍ່າ ໝູ່ດາວອັບເສົາມືດມົນ
ທົນ… ນ້ອງທົນໝອງໝົ່ນອຸຣາ
ອ້າຍສັນຍາໄວ້ນັ້ນ ແປຜັນປ່ຽນຄຳຫຼືໃດ

3) ດາວຕົກອົກນ້ອງ ອາວອນ
ເຝົ້າຖອດຖອນ ຣຶທັຍ
ຟ້າງຽບເຫງົາ ອັບເສົາຫົວໃຈ
ອ້າຍຢູ່ຫົນໃດ ປ່ອຍໃຫ້ນ້ອງຄອຍທຸກຄືນ…

ໂນຕເພງ “ເດືອນຕໍ່າດາວຕົກ”
ວິດີໂອບັນເລງເພງ “ເດືອນຕໍ່າດາວຕົກ”

ເພງ “ຣາຕຣີພາເສົ້າ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (1971)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຣາຕຣີພາເສົ້າ”

1) ຍາມ ຄໍ່າຄືນເຊັ່ນນີ້
ຣາຕຣີ ມີແຕ່ຄວາມເຫງົາ
ປຽບ ຄ້າຍດັ່ງຕົວເຮົາ
ລອຍເໝືອນວ່າວ ຢູ່ບົນເວຫາ

2) ເມື່ອ ຣາຕຣີມີຝົນ
ຕ້ອງທົນ ໝອງເສົ້າໜັກໜາ
ປຽບ ຄ້າຍດັ່ງດາຣາ
ຖືກເມຄາ ປິດບັງເອົາໄວ້

• ຟັງ ສຽງລົມພັດເປົ່າ
ຍິ່ງເຫງົາ ໂສກໃນຣຶທັຍ
ປຽບ ດັ່ງຄົນໜາວໄຂ້
ຫ່ວງອາລັຍ ຢູ່ທຸກເວລາ

3) ເມື່ອ ຣາຕຣີມີຈັນ
ນັ່ງຝັນ ໃຈລ່ອງລອຍຫາ
ເມື່ອ ໃດນ້ອງກັບມາ
ຄວາມໂສກາ ຄົງສິ້ນຈາກໃຈ…

ໂນຕເພງ “ຣາຕຣີພາເສົ້າ”
ວິດີໂອບັນເລງເພງ “ຣາຕຣີພາເສົ້າ”