ເພງ “ແບ່ງປັນມາ”

ເນື້ອຮ້ອງ & ທຳນອງ : ສົມລິດ ອ້ວນສວັດດີ (~2014)
ສະບັບຮ້ອງໂດຍ : ປ. ຕຣີຈັນທຣ໌

ວິດີໂອດົນຕຣີບັນເລງເພງ “ແບ່ງປັນມາ”

1) ຄັ້ງນຶ່ງນ້ອງ ເຄີຍທຳ ອ້າຍຊໍ້າຈິດ
ອ້າຍບໍ່ຄິດ ຂຸ່ນເຄືອງ ເຣື່ອງຜ່ານມາ
ກໍຍັງຮັກ ນ້ອງຢູ່ ຄູ່ຊີວາ
ຮັກຂວັນຕາ ຈອມໃຈ ດ້ວຍໄມຕຣີ

2) ມີແຕ່ຄວາມ ງຽບເຫງົາ ທົນເສົ້າໂສກ
ນີ້ໜໍໂຊກ ບໍ່ເມຕຕາ ຫຼົບໜ້າໜີ
ມີແຕ່ທຸກ ໂສກສັນ ຜານຊີວີ
ອີກຈັກປີ ຈຶ່ງຈະພົ້ນ ໝົ່ນໝອງໃຈ

• ເຄີຍສັນຍາ ວ່າຮັກນັ້ນ ນິຣັນແນ່
ບໍ່ຜັນແປ ຄົງໝັ້ນ ຝັນສົດໃສ
ອ້າຍຫຼົງປັ້ນ ວິມານ ອັນວິໄລ
ແຕ່ບໍ່ໄດ້ ຄວາມຈິງແທ້ ພຽງແຕ່ເງົາ

4) ຫາກແມ່ນນ້ອງ ສິ້ນທາງ ສ້າງຊີວີດ
ຮັກເປັນພິດ ຂາດສຸກ ທົນທຸກເສົ້າ
ຈົ່ງຄະນຶງ ເຖິງອ້າຍ ໝາຍແບ່ງເບົາ
ຈະຮັບເອົາ ທຸກໂສກນັ້ນ ແບ່ງປັນມາ…

 
ໂນຕເພງ “ແບ່ງປັນມາ”
ດົນຕຣີບັນເລງເພງ “ແບ່ງປັນມາ” ເນື້ອຮ້ອງ & ທຳນອງ : ສົມລິດ ອ້ວນສວັດດີ (~2014) ສະບັບຮ້ອງໂດຍ : ປ. ຕຣີຈັນທຣ໌
ວິດີໂອໂນຕບັນເລງເພງ “ແບ່ງປັນມາ”

ເພງ “ເທວີສວັນ”

ເນື້ອຮ້ອງ & ທຳນອງ : ກົງສວາດ ສຸດທິພົງ (~1980)
ນັກຮ້ອງຕົ້ນສະບັບ : ກົງສວາດ ສຸດທິພົງ

ວິດີໂອດົນຕຣີບັນເລງເພງ “ເທວີສວັນ”
1) ບໍ່ເຄີຍໄດ້ພົບໄດ້ເຫັນ ນ້ອງເປັນທິດາຜູ່ໃດ
ຍິ່ງເບິ່ງຍິ່ງງາມຍິ່ງສວຍ ຄົນສວຍມີຄູ່ຫຼືໃດ
ຢາກຖາມຢາກເວົ້າຄຸຍນຳ
ຫົວໃຈຕື້ນຕັນຫຼົງຮັກນວນນ້ອງ
 
2) ເຝົ້າແຕ່ມອງ ນ້ອງຢູ່ທຸກຍາມ
ນ້ອງສວຍງາມທຸກເຊົ້າທຸກແລງ
ຢາກຈະໄດ້ຂວັນແພງມາຟ້ອນລຳວົງ
ຢາກຈະໄດ້ຂວັນແພງມາຟ້ອນລຳວົງ…
 
3) ຕິດອົກຕິດໃຈອ້າຍຫຼາຍ ງາມຫຼາຍງາມໝົດທຸກສິ່ງ
ອ້າຍມັກຮັກນ້ອງອີ່ຫຼີປຣານີນ້ອງຢ່າແໜງໜ່າຍ
ຫາກແມ່ນຫາກນ້ອງເຫັນໃຈ
ຈະເທີດທູນໄວ້ບໍ່ຂໍລືມຫຼົງ
 
4) ມາເຖີດນ້ອງ ມາຟ້ອນລຳວົງ
ຟ້ອນລຳວົງເພື່ອຄອງສຸກສົມ
ໃຫ້ຮັກເຮົາສູງສົ່ງໃນຈັງຫວະລຳວົງ
ໃຫ້ຮັກເຮົາສູງສົ່ງໃນຈັງຫວະລຳວົງ…
 
ໂນຕເພງ “ເທວີສວັນ”
ດົນຕຣີບັນເລງເພງ “ເທວີສວັນ” ເນື້ອຮ້ອງ & ທຳນອງ : ກົງສວາດ ສຸດທິພົງ (~1980) ນັກຮ້ອງຕົ້ນສະບັບ : ກົງສວາດ ສຸດທິພົງKeyboard : PSR SX900 Style : 80sDiscoBeat Key : F (Tempo : 128)
ວິດີໂອໂນຕບັນເລງເພງ “ເທວີສວັນ”

ເພງ “ລາວຢີ”

ເນື້ອຮ້ອງ & ທຳນອງ : ທອງດີ ສຸນທອນວິຈິດ (~1950)
ສະບັບຮ້ອງໂດຍ : ກົງສວາດ ສຸດທິພົງ (1980)

ວິດີໂອດົນຕຣີບັນເລງເພງ “ລາວຢີ”
1) ລາວຢີ ເປັນນັກກະວີ
ຈາກເມືອງຈີນຫຼົບໜີໜີພາກບ້ານເມືອງມາ
ລາວຢີເວົ້າພາສານົກ (ຊໍ້າ)
ເມື່ອຮຽນຮູ້ກັບອົກແລ້ວແຕ່ງຕົກເປັນກອນ…
 
2) ເປັນກອນ ຖາວອນລຳໄດ້ (ຊໍ້າ)
ແຕ່ງຈາກນົກໃນໄພໄປລີ້ລຳຢູ່ດ່ຽວ
ຈິຈ້ຽວ ໆ ໆລູກເມັຽໃຈລ້ຽວເຂົາໄລລາຄູ່
ຈິຈູ້ ໆ ໆເຂົາໄປເຊີງຊູ້ນັບວ່າເປັນຕົວຊວຍ…
 
3) ໂລກອ່ວຍ ຊ່າງອຳນວຍພັຍ (ຊໍ້າ)
ຣະທົມດວງໃຈເສົ້າຢູ່ໃນທຳນອງດຽວ
ທຳນອງດຽວແປວ່າເມັຽອົ້ວລ້ຽວ (ຊໍ້າ)
ໜີໄປຊົມຊາຍປ່ຽວແລ້ວປ່ອຍອົ້ວຢູ່ດຽວ
ແລ້ວປ່ອຍອົ້ວຢູ່ດຽວ…
 
ໂນຕເພງ “ລາວຢີ”
ດົນຕຣີບັນເລງເພງ “ລາວຢີ” ເນື້ອຮ້ອງ & ທຳນອງ : ທອງດີ ສຸນທອນວິຈິດ (~1950) ສະບັບຮ້ອງໂດຍ : ກົງສວາດ ສຸດທິພົງ (1980)
ວິດີໂອໂນຕບັນເລງເພງ “ລາວຢີ”

ເພງ “ແມງພູ່”

ເນື້ອຮ້ອງ & ທຳນອງ : ທອງດີ ສຸນທອນວິຈິດ (~1945)
ສະບັບຮ້ອງໂດຍ : ສຸມຸນທາ ສີຣິມະໂນທັມ (1978)

ວິດີໂອດົນຕຣີບັນເລງເພງ “ແມງພູ່”
1) ຍາມເຊົ້າຕູ່ ແມງພູ່ຈະບິນໄປໃສ
ຕາວັນນັ້ນຢູ່ຫ່າງໄກ
ຍັງບໍ່ເຫຼື້ອມໃສໄຫຼລ່ວງທາງທຽວ
ຫຼຽວແລດວງ ຫຼາກໄມ້ໃບຂຽວ
ໜ່ຽວໃຈໃຝ່ຝັນຝັນເອົາຊວງມາຄອຍໃກ້…
 
2) ຫອມດອກໄມ້ ກິ່ນຣົສໂຊຍມາ
ຕາວັນຍັງມົວຈັບຂົ້ວກິ່ງໃບ
ສາຍໃຈຂ້ອຍຄະນຶງນຳ
ສເນເຄີຍລ້ຳຈະມາຫຼືໃດ
ຈະມາຫຼືໃດ ຈະມາຫຼືໃດ…
 
ດົນຕຣີບັນເລງເພງ “ແມງພູ່” ເນື້ອຮ້ອງ & ທຳນອງ : ທອງດີ ສຸນທອນວິຈິດ (~1945) ສະບັບສຽງຮ້ອງຂອງ : ສຸມຸນທາ ສີຣິມະໂນທັມ
ວິດີໂອໂນຕບັນເລງເພງ “ແມງພູ່”

ເພງ “ສວັສດີນ້ອງສາວ”

ເນື້ອຮ້ອງ & ທຳນອງ : ສິສຸພັນ ຈູມມະນີວົງສ໌ & ຄຳຫຼ້າ ໜໍ່ແກ້ວ (1962)
ນັກຮ້ອງຕົ້ນສະບັບ : ກົງທອງ ສຸດທິພົງ

ວິດີໂອດົນຕຣີບັນເລງເພງ “ສວັສດີນ້ອງສາວ”
1) ສວັສດີນ້ອງສາວ        ເນື້ອຂາວງາມຜ່ອງພັນ
ດັ່ງສວັນລົງມາແຕ່ງ       ແສງຕາຫວານຜ່ານໄປ
ແສງຕາຫວານຜ່ານມາພາໃຫ້ອ້າຍຝັນລະເມີ
ເຊີນນ້ອງສາວເຂົ້າມາເຊີນນ້ອງສາວເຂົ້າມາ
ຈົ່ງຢ່າໄດ້ລະອາຍ        ຈົ່ງຢ່າໄດ້ແໜງໜ່າຍ
ເຊີນເຂົ້າມາລຳວົງ        ໃຫ້ມ່ວນຊື່ນອຸຣາ…
 
 
2) ຍາມນ້ອງມາຟ້ອນລຳ ງາມແສນງາມໜັກໜາ
ດັ່ງນາງຟ້າມາລຳວົງ        ຄົງບໍ່ມີເຈົ້າຂອງ
        ທີ່ໝາຍປອງເຝົ້າຫວງ ຢູ່ໃນຊວງດວງຣຶທັຍ
ເຊີນນ້ອງສາວເຂົ້າມາເຊີນນ້ອງສາວເຂົ້າມາ
ຈົ່ງຢ່າໄດ້ລະອາຍ        ຈົ່ງຢ່າໄດ້ແໜງໜ່າຍ
* ເພື່ອຜ່ອນຄາຍຫາຍເສົ້າ ໃຫ້ເຮົາຊື່ນອຸຣາ…
 
Coda :   ເຊີນເຂົ້າມາລຳວົງ ໃຫ້ມ່ວນຊື່ນອຸຣາ…
 
ໂນຕເພງ “ສວັສດີນ້ອງສາວ”
ດົນຕຣີບັນເລງເພງ “ສວັສດີນ້ອງສາວ” ເນື້ອຮ້ອງ & ທຳນອງ : ສິສຸພັນ ຈູມມະນີວົງສ໌ & ຄຳຫຼ້າ ໜໍ່ແກ້ວ ນັກຮ້ອງຕົ້ນສະບັບ : ກົງທອງ ສຸດທິພົງ (1962)
ວິດີໂອໂນຕບັນເລງເພງ “ສວັສດີນ້ອງສາວ”

ເພງ “ແຂ້ນ້ອຍ”

ເນື້ອຮ້ອງ & ທຳນອງ : ຜາຍ ເມືອງຈັນ & ທອງດີ ສຸນທອນວິຈິດ (~1945)
ນັກຮ້ອງຕົ້ນສະບັບ : ບຸນຄົງ ປຣະດີຈິດ

ວິດີໂອດົນຕຣີບັນເລງເພງ “ແຂ້ນ້ອຍ”
1) ແຂ້ນ້ອຍ ລອຍໄປລອຍມາ (ຊໍ້າ)
ລວງເອົາປາເປັນມິດ ຄໍ່າຄວນຄໍ່າຄິດກິນປາ
ແຂ້ນ້ອຍ ລອຍໄປລອຍມາ
ລວງມັດສາມາສູ່ ແຕ່ດູເຂົາຮູ້ໂຄງລວງ
ພໍດີປາຕວງ ກັບລວງເອົາຕົວແຂ້ນ້ອຍ
ມາຢ້ຽມກ້ອຍປາກ່ອນ ແລ້ວປາຈະຈອນໄປຕາມ
ແຂ້ນ້ອຍ ສ່ວນພອຍຕົວງາມ
ພະຍາຍາມເດີນສູ່ ທີ່ພັກທີ່ຢູ່ຂອງປາ…
 
2) ບໍ່ຄຳນຶງຫາວ່າ ຈະມີໂພຍພັຍ (ຊໍ້າ)
ພໍລຸຍຕົວໄປໃນຈັ່ນ ປະຕູກໍລັ່ນຕົກທັບ
ແຂ້ນ້ອຍ ອາພັບອັບອາຍ
ເມື່ອແຂ້ຮູ້ອຸບາຍ ມັດສາກໍກາຍລອດປ່ອງ
ເມື່ອນັ້ນຕາດີ ເດີນຈ່ອງມອງຈອນ (ຊໍ້າ)
ຢ່ອງເອົາຄ້ອນມາທຸບ ຕລຸບທຸບທັບຕົວພອຍ
ແຂ້ນ້ອຍຕາຍຍ້ອຍຕາຍຍັບ ຕາຍເພາະຖືກທຸບທັບ
ຕາຍແລ້ວຈະກັບເກີດໃໝ່ ຕາຍແລ້ວຈະໄລ່ເວນນາ…
 
ໂນຕເພງ “ແຂ້ນ້ອຍ”
ດົນຕຣີບັນເລງເພງ “ແຂ້ນ້ອຍ” ເນື້ອຮ້ອງ & ທຳນອງ : ຜາຍ ເມືອງຈັນ & ທອງດີ ສຸນທອນວິຈິດ (~1945) ນັກຮ້ອງຕົ້ນສະບັບ : ບຸນຄົງ ປຣະດີຈິດ
ວິດີໂອໂນຕບັນເລງເພງ “ແຂ້ນ້ອຍ”

ເພງ “ໝາກກະລ໊ອກ”

ເນື້ອຮ້ອງ & ທຳນອງ : ຄຳແພງ ຈຸນລະມະນີ & ສ. ມະນີແສງ (1970)
ນັກຮ້ອງຕົ້ນສະບັບ : ກ. ແກ້ວກໍ່າພ້າ

ວິດີໂອດົນຕຣີບັນເລງເພງ “ໝາກກະລ໊ອກ”
1) ໝາກກະລ໊ອກ ກອກເງິນຂ້ອຍຈົນໝົດ
ຕ້ອງມານັ່ງອົດກິນເຂົ້າກັບເກືອ
ເງິນເດືອນອອກເຫຼັ້ນໝາກກະລ໊ອກຈົນບໍ່ມີເຫຼືອ
ມານັ່ງເຮັດໜ້າບານທີ່ເສັຽເງິນຫຼາຍ
 
2) ໝາກກະລ໊ອກ ສຽງມັນດັງສນັ່ນ
ເຈົ້າມືເຂົາສັ່ນສຽງບາດຫົວໃຈ
ເຈົ້າມືຫຼອກເຈົ້າມືເຂົາຕົ້ມເອົາຕາໃສໆ
ມັນກໍອົດບໍ່ໄດ້ເສັຽເງິນໄປຢາກໄດ້ຄືນມາ
 
• ລົງຕໍ່າມັນກໍໄປອອກສູງ ລົງກັນໃຫ້ຫຍຸ້ງ
ລົງແຕ້ມສິບສີ່ສິບຫ້າພໍເຈົ້າມືເປີດ
“ຮ້ອຍ…ຍີ່ສາມລົກສັບຍັດຕິມ ຫັກເພັ້ງປາດວ່ານເກົາໄຕຢາດ”
ສອງສາມຫົກເຕັມຕາມາຊວຍແທ້ໜາເຈົ້າມືກໍກິນໄປ
 
3) ກັບເມືອບ້ານ ນອນກ່າຍໜ້າຜາກ
ຍ້ອນຄວາມໂລບມາກຈຶ່ງຕ້ອງເສັຽໃຈ
ເມືອຮອດບ້ານເມັຽກໍຍັງດ່າຍັງຈົ່ມບໍ່ຫາຍ
ຂໍເຕືອນທ່ານທັງຫຼາຍຢ່າໄດ້ໄປໃກ້ມັນອີກເລີຍ…
 
ໂນຕເພງ “ໝາກກະລ໊ອກ”
ດົນຕຣີບັນເລງເພງ “ໝາກກະລ໊ອກ” ເນື້ອຮ້ອງ & ທຳນອງ : ຄຳແພງ ຈຸນລະມະນີ & ສ. ມະນີແສງ (1970) ນັກຮ້ອງຕົ້ນສະບັບ : ກ. ແກ້ວກໍ່າພ້າ
ວິດີໂອໂນຕບັນເລງເພງ “ໝາກກະລ໊ອກ”

ເພງ “ຮັກຢ່າຫຼອກ”

ເນື້ອຮ້ອງ & ທຳນອງ : ຄຳຫລ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ຮັກຢ່າຫຼອກ”
1) ຮັກຢ່າຫຼອກ ຢ່າຫຼອກໃຫ້ຫຼົງຕາຍໃຈ
ຢ່າໃຫ້ອາຍຈະຂາຍຂີ້ໜ້າອື່ນເຂົາ
 
2) ຮັກແກມຫຼິ້ນ ຢ່າປອກຢ່າປີ້ນມົວເມົາ
ນ້ອງຍັງສາວເໝືອນດາວປະດັບຟາກຟ້າ
 
• ຢາກເຫັນຊາຍໃຈເພັດ ໃຈເດັດແນ່ນອນ
ບໍ່ມີຫຼອກຫຼອນໃຫ້ຍິງເສັຽທ່າ
ໃຈດຽວຮັກດຽວໝັ້ນຄົງຊົ່ວຟ້າ
ແມ່ນດິນປົກໜ້າບໍ່ຄາຍ
 
3) ຮັກແກມຫຼິ້ນ ຢ່າປອກຢ່າປີ້ນມານຍາ
ເບື່ອລະອາແສນຊັງໜັງໜ້າຜູ່ຊາຍ…
(V.2)
4) ຮັກຢ່າເລືອກ ຢ່າເສືອກມີສອງຄອງໃຈ
ຫາກຊາຍໃດສົນໃຈເຊີນບອກມາເລີຍ…
 
ໂນຕເພງ “ຮັກຢ່າຫຼອກ”
ດົນຕຣີບັນເລງເພງ “ຮັກຢ່າຫຼອກ” ເນື້ອຮ້ອງ & ທຳນອງ : ຄຳຫລ້າ ໜໍ່ແກ້ວ (1968) ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ
ວິດີໂອໂນຕບັນເລງເພງ “ຮັກຢ່າຫຼອກ”

ເພງ “ດີແລ້ວທີ່ນ້ອງໄປຈາກອ້າຍ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1971)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ດີແລ້ວທີ່ນ້ອງໄປຈາກອ້າຍ”
1) ດີແລ້ວ ທີ່ນ້ອງໄປຈາກອ້າຍ
ດີແລ້ວທີ່ນ້ອງມີໃໝ່ຄູ່ຄວງ
ຢ່າຄິດວ່າອ້າຍຈະຂັດຂວາງ
ບໍ່ຫວງບໍ່ຫ່ວງບໍ່ມີເສັຽດາຍ
 
2) ດີແລ້ວ ທີ່ນ້ອງມາແຍກທາງ
ດີແລ້ວທີ່ສອງເຮົາຫ່າງກັນໄກ
ຢ່າຄິດວ່າອ້າຍຈະຫ່ວງໃຍ
ຢ່າຄິດວ່າອ້າຍນີ້ຈະໂສກສັນ
 
• ໂລກນີ້ ບໍ່ມີພຽງນ້ອງເທົ່ານັ້ນ
ສາວນ້ອຍໃຫຍ່ຂຶ້ນທຸກວັນ
ຢ່າຝັນວ່າອ້າຍນີ້ຈະເສັຽໃຈ
 
3) ດີແລ້ວ ທີ່ນ້ອງມາຕັດຮັກ
ດີແລ້ວທີ່ນ້ອງມາຈາກອ້າຍໄປ
ຢ່າຄິດວ່າອ້າຍຈະຫວັ່ນໄຫວ
ຢ່າຄິດວ່າອ້າຍນີ້ຈະອາວອນ…
 
ໂນຕເພງ “ດີແລ້ວທີ່ນ້ອງໄປຈາກອ້າຍ”
ດົນຕຣີບັນເລງເພງ “ດີແລ້ວທີ່ນ້ອງໄປຈາກອ້າຍ” ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1971) ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ
ວິດີໂອໂນຕບັນເລງເພງ “ດີແລ້ວທີ່ນ້ອງໄປຈາກອ້າຍ”

ເພງ “ກິນໃນນອນນອກ” (ສົ່ງເຂີຍ)

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ກິນໃນນອນນອກ” (ສົ່ງເຂີຍ)
1) ຢາກຈະກິນທາງນອກ ນອນໃນ
ຫຼືຈະກິນທາງໃນນອນນອກ
ຢ່າໄປທຳເໝືອນຊ່າງແຕກປອກ  
ຈະຫາວ່າບໍ່ບອກເພາະມັນຈະນອກຕຳລາ
 
2) ເອົ້າມາແລ້ວເວີຍ ເຂີຍມາລະວາ
ເອົ້າມາແລ້ວເວີຍເຂີຍມາລະວາ
ຈົ່ງເປີດປະຕູຮັບເອົາໄປເສັຽ (ຊໍ້າ)
ໃຫ້ເປັນຜົວເປັນເມັຽຕາມທີ່ເຮົາສັນຍາ
 
3) ລູກເຮົາມັນຮັກກັນ ເຣື່ອງອັນໃດຂອງມັນໃຜຈະໄປຮູ້ລະ
ລູກເຮົາມັນຮັກກັນເຣື່ອງອັນໃດຂອງມັນໃຜຈະໄປຮູ້ລະ
ມັນຢາກອັນໃດກໍຕ້ອງຫາໃຫ້ມັນ (ຊໍ້າ)
ສ່ວນເຮົາເປັນດອງກັນກໍໄດ້ຢູ່ຕົ້ວ
 
4) ແຕ່ຣະວັງໄວ້ນະເພື່ອນ ລູກເຮົາມັນກໍເໝືອນຂອງມີຣາຄາ
ແຕ່ຣະວັງໄວ້ນະເພື່ອນລູກເຮົາມັນກໍເໝືອນຂອງມີຣາຄາ
ມັນຢາກມີເມັຽກໍເພາະມັນຢາກມີລູກ (ຊໍ້າ)
ເວລາມັນຢາກສນຸກກໍຢ່າໄປກວນມັນນະ…
 
5) ກິນໃນແລ້ວມານອນນອກ ອັນນີ້ເຮົາຂໍບອກວ່າຢ່າໄປທຳເລີຍນະ
ກິນໃນແລ້ວມານອນນອກອັນນີ້ເຮົາຂໍບອກວ່າຢ່າໄປທຳເລີຍນະ
ທຳມະດາລູກເຂີຍຕ້ອງກິນນອກນອນໃນ (ຊໍ້າ)
ຈົ່ງຄິດເຫັນໃຈລູກເຮົາລູກຕົນນະ…
 
ໂນຕເພງ “ກິນໃນນອນນອກ” (ສົ່ງເຂີຍ)
ດົນຕຣີບັນເລງເພງ “ກິນໃນນອນນອກ” (ສົ່ງເຂີຍ) ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (~1970) ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ
ວິດີໂອໂນຕບັນເລງເພງ “ກິນໃນນອນນອກ” (ສົ່ງເຂີຍ)