ເພງ “ສຽງແຄນ”

ເນື້ອຮ້ອງ & ທຳນອງ : ຄຳພູ ທະວີວັນ (1967)
ນັກຮ້ອງຕົ້ນສະບັບ : ຄຳພູ ທະວີວັນ

ວິດີໂອດົນຕຣີບັນເລງເພງ “ສຽງແຄນ”

1) ສຽງແຄນ ເຂົາເປົ່າອອດອ້ອນ
ຂ້ອຍນອນ ແລ້ວຫຼັບບໍ່ລົງ
ເປົ່າແລ້ວເປົ່າ ຄິດເຖິງເຈົ້າຢູ່ແຄມຝັ່ງຂອງ
ປານນີ້ຄົງ ມີຄູ່ຫຼືຍັງ…

2) ສຽງແຄນ ເຂົາເປົ່າອອດອ້ອນ
ເມື່ອກ່ອນ ນັ້ນເຈົ້າເຄີຍຟັງ
ແຕຣແລັນແຕຣ ຄິດເຖິງແຕ່ເຈົ້າປາງຄາວຫຼັງ
ປານນີ້ຍັງ ຄິດເຖິງອ້າຍບໍ່ນໍ້…

3) ແມ່ນໃຈ ນ້ອງຍັງຊື່ຕຣົງ
ໝັ້ນຄົງ ຄິດຕັ້ງໃຈລໍ
ບໍ່ຜັນແປ ຈະຫາເຖົ້າແກ່ເພິ່ນໄປສູ່ຂໍ
ໄປຢູ່ເຮືອນຫໍ ວິມານຂອງເຮົາ…

ໂນຕເພງ “ສຽງແຄນ”
ວິດີໂອໂນຕບັນເລງເພງ “ສຽງແຄນ”

ເພງ “ຫຼັກແປດແດນສວັນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (≤1975)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ຫຼັກແປດແດນສວັນ”

1) ຕາດນໍ້າຫ້ວຍຍາງ ຢູ່ຫ່າງປາກເຊນ້ອຍດຽວ
ບຸນຫຼາຍໄດ້ທ່ຽວ ຊົມນໍ້າຕົກໂຕນລົງຫິນຊັນ
ງາມ ດ້ວຍທັມມະຊາດເສກສັນ
ສາລາມີພັກຜ່ອນພັນ ສຸດແສນສຳຣານຣຶທັຍ

2) ພຣຶກສາຊື່ນບານ ແຕ່ພູມລຳທານໃສເຢັນ
ໝູ່ມວນນົກເຕັ້ນ ຕາມກ້ານກິ່ງສົ່ງສຽງກ້ອງໄກ
ປາ ກໍລອຍຫຼິ້ນນໍ້າສົດໃສ
ສາຍລົມພັດແຜ່ວຜິວກາຍ ສຸກໃຈຫາຖິ່ນໃດປານ

• ພູບາຈຽງ ສູງເດັ່ນງາມຕາ
ແຄມສາຍທາຣາ ສະລ້ຽງປາມີປາຫຼາຍພັນ
ໂອ້ຫຼັກແປດ ແດນນີ້ຄ້າຍດັ່ງສວັນ
ສຽງນໍ້າຕົກໂຕນສນັ່ນ ຊວນໃຫ້ຝັນເຖິງຄົນຮັກຂ້າ

3) ສຸກເຫຼືອເມື່ອມາ ຫຼັກແປດແດນອັນວິໄລ
ບໍ່ລືມຫຼົງໄດ້ ດັ່ງພາບຖ່າຍຕິດຕຶງຝັງຕາ
ຍາມ ຂ້າໄກຊວນໃຫ້ໃຝ່ຫາ
ແມ່ນໄກກໍຍັງຫວນມາ ຫາກບຸນຂ້າຫາກຍັງມີ…

ໂອໂອ່ໂອ້…ໂອໂອ່ໂອ້…ໂອ້ໂອ…

ໂນຕເພງ “ຫຼັກແປດແດນສວັນ”
ວິດີໂອໂນຕບັນເລງເພງ “ຫຼັກແປດແດນສວັນ”

ເພງ “ໜາວນີ້ອ້າຍແສນຣະທົມ”

ເນື້ອຮ້ອງ & ທຳນອງ : ພ. ເພັດຄັນທະ (~1970)
ນັກຮ້ອງຕົ້ນສະບັບ : ພ. ເພັດຄັນທະ

ວິດີໂອດົນຕຣີບັນເລງເພງ “ໜາວນີ້ອ້າຍແສນຣະທົມ”

1) ໜາວປີນີ້ ບໍ່ມີນ້ອງຢູ່ຄຽງໝອນ
ໜາວໃນຄາວປີກ່ອນ ມີບັງອອນນອນແນບອຸຣາ
ໜາວມາຄັ້ງໃດ ກອດຂວັນໃຈໃຫ້ໜາວອິດສາ
ໜາວໃນປີນີ້ໜາ ຂວັນຕານ້ອງຢູ່ແຫ່ງໃດ

2) ໜາວປີນີ້ ບໍ່ມີນ້ອງຢູ່ຄຽງຂວັນ
ຫົວໃຈອ້າຍມັນສັ່ນ ຄິດເຖິງວັນເຄີຍຄູ່ດວງໃຈ
ຍິ່ງລົມໜາວໂບກ ອ້າຍຍິ່ງໂສກຊອກຊໍ້າຊວງໃນ
ອີກຈະນານປານໃດ ຍອດຂວັນໃຈຈະຢ້ອນຄືນມາ

• ໜາວໆຢ່າງນີ້ ຄົນດີນ້ອງຢູ່ຢ່າງໃດ
ຫຼືມີຄົນຮັກໃໝ່ ຄອຍເອົາໃຈໃຫ້ອຸ່ນອຸຣາ
ຫຼືຍັງຫວ່າງເປົ່າ ໂສກເສົ້າກໍ້າກືນນໍ້າຕາ
ອ້າຍມີແຕ່ເອກາ ນໍ້າຕາໄຫຼຫຼັ່ງອາບປາງ

3) ໜາວຢ່າງນີ້ ຄົນດີນ້ອງຢູ່ກັບໃຜ
ຢູ່ກັບຄົນຮັກໃໝ່ ຫຼືຂວັນໃຈໝອງໄໝ້ຄວນຄາງ
ນ້ອງມີຄວາມສຸກ ຫຼືວ່າທຸກຢ່າງໃດໜໍນາງ
ອ້າຍມີແຕ່ອ້າງວ້າງ ນາງເອີຍນາງອ້າຍແສນຣະທົມ…

ໂນຕເພງ “ໜາວນີ້ອ້າຍແສນຣະທົມ”
ວິດີໂອໂນຕບັນເລງເພງ “ໜາວນີ້ອ້າຍແສນຣະທົມ”

ເພງ “ເສື້ອຂຽວທີ່ຮັກ”

ເນື້ອຮ້ອງ & ທຳນອງ : ໄຊພອນ ສິນທະຣາດ (1970)
ນັກຮ້ອງຕົ້ນສະບັບ : ໄຊພອນ ສິນທະຣາດ

ວິດີໂອດົນຕຣີບັນເລງເພງ “ເສື້ອຂຽວທີ່ຮັກ”

1) ເຄີຍພົບຍິງ ມາແລ້ວຫຼາຍໆ
ບໍ່ເຄີຍສົນໃຈ ບໍ່ເຄີຍຮັກໃຜຈົນໝົດຫົວໃຈ
ເສື້ອແດງເສື້ອເຫຼືອງກໍມີ ຜູ່ຈົນຜູ່ມີກໍຫຼາຍ
ບໍ່ເຄີຍອາລັຍ ບໍ່ເຄີຍໃຝ່ຝັນ

2) ພໍພົບຍິງ ຄົນໃສ່ເສື້ອຂຽວ
ຫົວໃຈໂນ້ມໜ່ຽວ ຫຼົງຮັກເສື້ອຂຽວນັ້ນຢູ່ທຸກວັນ
ຄຶດເຖິງຮອຍຍິ້ມແສນຫວານ ຄຶດເຖິງສາບານຄືນນັ້ນ
ຕຣາບຊົ່ວຊີວັນ ຮັກດຽວແນ່ນອນ

• ເປີດ ວິທະຍຸ
ເປີດຟັງເບິ່ງດູ ສູ່ຟ້າວຫຼັບນອນ
ມີໃຜຜູ່ນຶ່ງ ຄິດເຖິງເຈົ້າຢູ່ບັງອອນ
ຄົນນີ້ເຂົາຊື່ໄຊພອນ ຫຼົງຮັກງາມງອນເສື້ອຂຽວບາງໆ

3) ພໍສຽງເພງ ດັງແວ່ວມາຫາ
ຂໍນາງເຈົ້າຢ່າ ຢ່າຄິດນິນທາຫຼືວ່າກຽດຊັງ
ມີແຟນນັກຮ້ອງລະດີ ຮັບຮອງບໍ່ມີຜິດຫວັງ
ຢ້ານແຕ່ນວນນາງ ນ້ອງເຈົ້າຈະລວງ…

ໂນຕເພງ “ເສື້ອຂຽວທີ່ຮັກ”
ວິດີໂອໂນຕບັນເລງເພງ “ເສື້ອຂຽວທີ່ຮັກ”

ເພງ “ກຸຫລາບຫລວງພຣະບາງ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ເພັດດາຣາ (~1959)
ນັກຮ້ອງຕົ້ນສະບັບ : ວຽງແວວ ວົງວຽງຄຳ

ວິດີໂອດົນຕຣີບັນເລງເພງ “ກຸຫລາບຫລວງພຣະບາງ”

1) ໂອ້ຫລວງພຣະບາງ ຟາກຟ້າແດນໄກ
ແດນພູປ່າພະນາອຳໄພ ນຶກເຖິງຍັງໃກ້ນໍ້າໃຈຂອງນາງ
ແຜ່ນພູແລະຜາ ໜາກັ້ນເປັນທາງ
ຂັ້ນດວງໃຈໃຫ້ຫ່າງ ຂໍນ້ອງຢ່າຮ້າງຫ່າງລາ

2) ແມ່ຂອງແມ່ຄານ ໄຫຼກ້ຽວຜູກພັນ
ເໝືອນດັ່ງເຊັ່ນດວງໃຈອ້າຍນັ້ນ ມາຂໍຮັກໝັ້ນສັມພັນຊົ່ວຟ້າ
ແບກຮັກຂ້າມຂອງ ໝົ່ນໝອງອຸຣາ
ນຶກເຖິງວາສນາ ຈະມາຄູ່ຄຽງຄົນດີ

• ອ້າຍ… ແບກຄວາມຮັກມາຫາ
ກາຍແລະຈິດອຸທິດຊີວາ ມຸ່ງມາຫາເພື່ອຕາຍແດນນີ້
ລົມໜາວໂບກມາ ອຸຣາໝອງໄໝ້ທະວີ
ເກງຄວາມຮັກຈະເກີນສັກສີ ນ້ອງຄົນດີທີ່ອ້າຍໝັ້ນໝາຍ

3) ເຖິງແມ່ນຢ່າງໃດ ຂໍໃຫ້ເວົ້າມາ
ຮັກຫຼືໂກດໂປຣດໄດ້ເອີ່ຍຈາ ຢ່ານຶກເລີຍວ່າຜູ່ຊາຍແດນໄກ
ຫາກຮັກຈະຂໍ ດົ້ນດັ້ນປ່າໄພ
ພູແລະຜາກວ້າງໃຫຍ່ ດ້ວຍໃຈມາຫາເຈົ້າເອີຍ…

ໂນຕເພງ “ກຸຫລາບຫລວງພຣະບາງ”
ວິດີໂອໂນຕບັນເລງເພງ “ກຸຫລາບຫລວງພຣະບາງ”

ເພງ “ກຸຫລາບສວັນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ເພັດດາຣາ (1960)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ກຸຫລາບສວັນ”

1) ກຸຫລາບສວັນ ທຸກວັນອ້າຍຝັນເຖິງເຈົ້າ
ເພີ້ຣຳພັນຝັນເຝົ້າ ປອງເອົາແຕ່ນ້ອງນວນນາງ
ແຕ່ເຈົ້ານັ້ນ ສັນໃດຈຶ່ງໄດ້ເຫີນຫ່າງ
ຫຼືມີຄູ່ຄຽງຂ້າງ ນວນນາງຈຶ່ງບໍ່ຂ້ອງກ່ຽວ

2) ວາສນາ ຊາຕາອ້າຍນີ້ຕໍ່າຕ້ອຍ
ຮັກຈຶ່ງໄດ້ເລື່ອນລອຍ ເຝົ້າຄອຍຮັກນ້ອງຂ້າງດຽວ
ຊ່າງລືມລັຍ ນໍ້າໃຈກ່ອນນັ້ນຍຶດໜ່ຽວ
ຫຼືມີຄູ່ຂ້ອງກ່ຽວ ແໜ້ນໜຽວກັບໂສມຍຸພິນ

• ໂອ້… ເມືອງສວັນ
ຫວັງຜູກສຳພັນ ຮັກກັນຊົ່ວຟ້າແລະດິນ
ມາບັດນີ້ ນ້ອງລັຍລືມເລີຍເສັຽສິ້ນ
ຄົງເຫຼືອແຕ່ຟ້າກັບດິນ ໃຫ້ເປັນອະນຸສອນ

3) ສິ້ນແລ້ວຊາດນີ້ ບໍ່ມີຣົຖເບັ້ນໃຫ້ເຈົ້າ
ອ້າຍຈຶ່ງຕ້ອງໝອງເສົ້າ ອົກເອົ້າເຝົ້າຝັນອາທອນ
ເຖິງຊາດໜ້າມີ ອ້າຍນີ້ກໍຂໍບໍ່ຢ້ອນ
ຍອດຮັກເອີຍລາກ່ອນ ນວນນ້ອງຈົ່ງມີໂຊກດີ…

ໂນຕເພງ “ກຸຫລາບສວັນ”
ວິດີໂອໂນຕບັນເລງເພງ “ກຸຫລາບສວັນ”

ເພງ “ຢ່າຄິດຫວັ່ນໄຫວ”

ເນື້ອຮ້ອງ & ທຳນອງ : …?… (~1970)
ນັກຮ້ອງຕົ້ນສະບັບ : ຊຳນານ ຈົ່ງຮັກ

ວິດີໂອດົນຕຣີບັນເລງເພງ “ຢ່າຄິດຫວັ່ນໄຫວ”

1) ຢ່າຄິດໂສກສັນ ເຖິງຄົນຮັກເຮົານອກໃຈ
ຢ່າຄິດອ່ອນໄຫວ ໃຫ້ໃຈເຮົາຮ້ອນເຕັມທົນ
ຢ່າຄິດ ວ່າຍິງມີພຽງນຶ່ງຄົນ
ທົ່ວໂລກມາກລົ້ນ ຍັງມີຜູ່ຍິງຖົມໄປ

2) ຢ່າຄິດຝັນເພີ້ ລະເມີເຣື່ອງຄົນແຍກຄອນ
ຢ່າຄິດສະທ້ອນ ອາວອນຮ້ອງໄຫ້
ເຖິງເຂົາ ຈະລືມເຖິງເຂົາປ່ຽນໃຈ
ຈົ່ງປ່ອຍເຂົາໄປ ຢ່າໄດ້ມົວຫຼົງຕິດຕາມ

• ຢ່າຄິດ ຢ່າຄິດໃຫ້ໃຈນັ້ນຕື່ນ
ໃຫ້ໃຈສະອຶ້ນ ຂືນໃນຄວາມຊັງ
ເພາະໂລກມັນໜຸນ ມັນວຽນທຸກຍາມ
ບາງທີເຂົາຕາມ ຄືນມາງໍ້ເຮົາ

3) ຢ່າຄິດແປຜັນ ເຖິງເຂົາລືມເຮົາກໍຕາມ
ຈົ່ງພະຍາຍາມ ຫ້າມຫົວໃຈເອົາ
ຢ່າເປັນ ຄົນເສີ້ລະເມີຫ່ວງເຂົາ
ໄດ້ແຕ່ຫຼົງເຝົ້າ ມົວເມົາຮັກເຂົາຂ້າງດຽວ…

ໂນຕເພງ “ຢ່າຄິດຫວັ່ນໄຫວ”
ວິດີໂອໂນຕບັນເລງເພງ “ຢ່າຄິດຫວັ່ນໄຫວ”

ເພງ “ຄຳສາບຍິງເສົ້າ”

ເນື້ອຮ້ອງ & ທຳນອງ : ສິລ ເມືອງໃຕ້ (1969)
ນັກຮ້ອງຕົ້ນສະບັບ : ສົມຟອງ ຊົງມີໄຊ

ວິດີໂອດົນຕຣີບັນເລງເພງ “ຄຳສາບຍິງເສົ້າ”

1) ຢາດນໍ້າຕາ ໄຫຼນອງດັ່ງນໍ້າລົ້ນຝັ່ງ
ເມື່ອຄວາມຫວັງ ມາສູນສິ້ນຈາກອຸຣາ
ຄົນ ຮັກເມີນໜີໜ້າ
ສັດທາ ຮັກມາສລາຍ

2) ສິ້ນຮັກລົງ ເໝືອນດັ່ງຖືກເພີງເຜົາໄໝ້
ສຸມສຽບໃຈ ຄິດໄປແສນເສົ້າທະວີ
ຄອງ ຮັກມາຫຼາຍປີ
ແລ້ວຍໍ່າຍີ ຫົວໃຈແຫຼກລານ

• ຄົງເຫັນໃຈຍິງ ເປັນສນາມອາຣົມ
ຈຶ່ງຂ້າຈຶ່ງຂົ່ມ ຈຶ່ງທຳໃຫ້ຂົມດວງມານ
ຫຼິ້ນເກມຮັກສັບສົນ ຊອກຊ້ອນຫຼາຍອັນ
ສນາມໃຈສະທ້ານ ສັ່ນສລາຍແຕກເພ

3) ສາບຮັກຊາຍ ເຖິງຕາຍຈະທົນວ້າເຫວ່
ອົກຈະເພ ບໍ່ຂໍໝາຍປຣາຖນາ
ຂໍ ສາບານໄວ້ວ່າ
ບໍ່ນຳພາ ກັບຄວາມຮັກເອີຍ…

ໂນຕເພງ “ຄຳສາບຍິງເສົ້າ”
ວິດີໂອໂນຕບັນເລງເພງ “ຄຳສາບຍິງເສົ້າ”

ເພງ “ຍິ້ມສເມີ”

ເນື້ອຮ້ອງ & ທຳນອງ : ອະນຸສັກ ທັມມະວົງສາ (~1976)
ນັກຮ້ອງຕົ້ນສະບັບ : ສຸນທະຣາ ແກ້ວ

ວິດີໂອດົນຕຣີບັນເລງເພງ “ຍິ້ມສເມີ”

1) ຍິ້ມສເມີ ເມື່ອເຫັນນ້ອງມີຮັກໃໝ່
ຍິ້ມສເມີ ຍິ້ມສົ່ງດ້ວຍໃຈພັກດີ
ອ້າຍຍິ້ມສເມີ ເມື່ອເຫັນນ້ອງນາງສຸຂີ
ເມື່ອເຫັນເທວີ ສຸຂີກັບຄົນຮັກໃໝ່

2) ຍິ້ມສເມີ ເມື່ອນ້ອງລືມອ້າຍໄດ້ລົງ
ຍິ້ມສເມີ ຍິ້ມບົ່ງເຖິງຄວາມຊໍ້າໃຈ
ອ້າຍຍິ້ມສເມີ ຍິ້ມກັນນໍ້າຕາເອົາໄວ້
ຍິ້ມຢ່າງຈົນໃຈ ສຸດອາລັຍໃນວາສນາ

• ຝືນ ຍິ້ມຢູ່ທຸກທີ
ທັ້ງທີ່ອ້າຍນີ້ ແສນປວດອຸຣາ
ຍິ້ມເພື່ອນ້ອງ ສລອງສາວແບບເງິນຕຣາ
ອ້າຍຍິ້ມເຢີ້ຍຟ້າ ເມື່ອເຫັນຮັກມາໜີໄກ

3) ຍິ້ມສເມີ ອ້າຍຍິ້ມເພື່ອນ້ອງນາງດຽວ
ຍິ້ມສເມີ ຍິ້ມປ່ຽວຂາດຄົນສົນໃຈ
ອ້າຍຍິ້ມສເມີ ຝືນຍິ້ມເມື່ອຕົນປຣາຊັຍ
ຍິ້ມຢ່າງຈົນໃຈ ເພາະນາງລືມໄດ້ລົງຄໍ…

ໂນຕເພງ “ຍິ້ມສເມີ”
ວິດີໂອໂນຕບັນເລງເພງ “ຍິ້ມສເມີ”

ເພງ “ຢູ່ໄປເຮັດຫຍັງ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ & ໂພ ຄຸຜ່ອງສີ (1968)
ນັກຮ້ອງຕົ້ນສະບັບ : ຄຳເພັຊ ສວັດດີ

ວິດີໂອດົນຕຣີບັນເລງເພງ “ຢູ່ໄປເຮັດຫຍັງ”

1) ຢູ່ໄປເຮັດຫຍັງ ຄົນຮັກເຂົາຊັງນໍ້າໜ້າ
ຢູ່ໄປເຮັດຫຍັງ ໃຫ້ຄົນຕິສິນນິນທາ
ໂລກນີ້ກວ້າງໃຫຍ່ ຈະໄປໃຫ້ສຸດສາຍຕາ
ຫຼີກຄຳນິນທາ ຫຼີກວາຈາສຽດສີເຈັບໃຈ

2) ຢູ່ໄປເຮັດຫຍັງ ຄົນຮັກຫັນຫຼັງໃຫ້ເຮົາ
ຢູ່ໄປເຮັດຫຍັງ ໃຫ້ເຂົາດ່າວ່າທຳລາຍ
ຂໍຕາຍດາບໜ້າ ບໍ່ມາໃຫ້ເຈັບຊໍ້າໃຈ
ຫຼີກທາງຫ່າງໄກ ຜູ່ຊາຍຫຼາຍໃຈບໍ່ປຣາຖນາ

• ຈະສແວງ ຊອກຊອນຫາຊາຍໃຈຊື່
ທີ່ເຂົາລື ວ່າເດັ່ນແລະສງ່າ
ເອົາມາປະດັບ ປະທັບໄວ້ໃນອຸຣາ
ກໍຍັງດີກວ່າ ທົນຢູ່ກັບຊາຍລໍ້ລວງ

3) ຢູ່ໄປເຮັດຫຍັງ ຄວາມຮັກເຮົາພັງສູນສິ້ນ
ຢູ່ໄປເຮັດຫຍັງ ແຜ່ນດິນມີຊາຍແສນລວງ
ແມ່ນຊີບຈະດັບ ບໍ່ກັບມາຮັກມາຫ່ວງ
ຜູ່ຊາຍແສນລວງ ບໍ່ຂໍຄວງໃຫ້ເສັຽເວລາ…

ວິດີໂອໂນຕບັນເລງເພງ “ຢູ່ໄປເຮັດຫຍັງ”