ເພງ “ບໍ່ຫວັ່ນ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ບໍ່ຫວັ່ນ”

1) ຫາກເສັ້ນທາງນັ້ນ ທີ່ຊາຍເລືອກເດີນ ເຫັນມັນສວ່າງ
ຈະໃຫ້ຄວາມຫວັງ ໃຫ້ຄວາມພິຣົມ ສຸກສົມຣຶທັຍ
ຈະຊ່ວຍບັນດານ ໃຫ້ຊີວິດອ້າຍ ເຮືອງຮຸ່ງສົດໃສ
ຈົ່ງເດີນກ້າວໄປ ສູ່ສິ່ງວິໄລ ທີ່ໃຈຮຽກຮ້ອງ…

2) ນ້ອງຈະບໍ່ງໍ້ ຂໍຄວາມເຫັນໃຈ ໃຫ້ມັນໄຮ້ຄ່າ
ຈະບໍ່ຍອມເສັຽ ແມ່ນພຽງນໍ້າຕາ ໃຫ້ມັນໄຫຼນອງ
ຈະສິ້ນຊີວີ ດ້ວຍວ່າຂາດອ້າຍ ມາຄູ່ຄຽງຄອງ
ເຈັບຊໍ້າຣຶທັຍ ໃຈເປື່ອຍເປັນໜອງ ບໍ່ຂໍຮ້ອງໄຫ້…

• ຈົ່ງຈາກໄປດີ ແມ່ນມີຮັກໃໝ່ ຂໍໃຫ້ໜຽວໝັ້ນ
ຮ່ວມສຸກຮ່ວມທຸກ ຄູ່ກັນ ຜອງເທົ່າວັນຕາຍ
ຖ້າຫາກເຂົາດີ ເຂົາມີຄວາມຮັກ ຈິງໃຈ
ຈົ່ງຮີບຈາກໄປ ມອບໃຈໃຫ້ເຂົາ ເສັຽທີ…

3) ຫາກສິ້ນຄົນຮັກ ສິ້ນຄົນເມດຕາ ໄຮ້ຍິງຝັນໃຝ່
ໝົດທາງຈະໄປ ຫົວໃຈຣະກຳ ເຈັບຊໍ້າຣຶດີ
ຈົ່ງໄດ້ກັບມາ ກັບມາຫານ້ອງ ເຖີດຍອດຊີວີ
ບາງທີນ້ອງອາດ ອາດໃຫ້ອະພັຍ ຫາກໃຈຫວ່າງພໍ…

ໂນຕເພງ “ບໍ່ຫວັ່ນ”
ວິດີໂອບັນເລງເພງ “ບໍ່ຫວັ່ນ”